ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ
5 ປະໂລຫິດໃຫຍ່ທຸກຄົນທີ່ຖືກເລືອກມາຈາກມະນຸດກໍຖືກແຕ່ງຕັ້ງໄວ້ໃຫ້ເປັນຕົວແທນຂອງມະນຸດເພື່ອເຊື່ອມສາຍສຳພັນກັບພະເຈົ້າ.+ ລາວເຜົາເຄື່ອງບູຊາຕ່າງໆແລະເຄື່ອງບູຊາເພື່ອໄຖ່ບາບ.+ 2 ລາວສາມາດເຫັນອົກເຫັນໃຈຄົນທີ່ເຮັດຜິດແບບບໍ່ຮູ້ໂຕ ຍ້ອນລາວເອງກໍມີຈຸດອ່ອນຄືກັນ. 3 ລາວຈຶ່ງຕ້ອງເຜົາເຄື່ອງບູຊາເພື່ອໄຖ່ບາບໃຫ້ໂຕເອງນຳຄືກັບທີ່ລາວເຮັດໃຫ້ປະຊາຊົນ.+
4 ຕຳແໜ່ງທີ່ມີກຽດນີ້ບໍ່ແມ່ນຜູ້ໃດຢາກມີກໍມີໄດ້ໂລດ ແຕ່ພະເຈົ້າຈະເປັນຜູ້ແຕ່ງຕັ້ງຄືກັບທີ່ເຄີຍແຕ່ງຕັ້ງອາໂຣນ.+ 5 ຄ້າຍຄືກັນ ພະຄລິດບໍ່ໄດ້ຍົກຍ້ອງໂຕເອງ+ໂດຍແຕ່ງຕັ້ງໂຕເອງເປັນປະໂລຫິດໃຫຍ່ ແຕ່ພະເຈົ້າຍົກຍ້ອງເພິ່ນເມື່ອເວົ້າກັບເພິ່ນວ່າ: “ເຈົ້າແມ່ນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າ.”+ 6 ພະເຈົ້າເວົ້າຢູ່ອີກບ່ອນໜຶ່ງໃນພະຄຳພີວ່າ: “ເຈົ້າຈະເປັນປະໂລຫິດຕະຫຼອດໄປຕາມແບບຂອງເມັນຄີເຊເດັກ.”+
7 ຕອນທີ່ມີຊີວິດຢູ່ໃນໂລກ ພະຄລິດອະທິດຖານຂໍແລະອ້ອນວອນດ້ວຍສຽງດັງພ້ອມທັງນ້ຳຕາໄຫຼ+ຕໍ່ພະເຈົ້າຜູ້ທີ່ຊ່ວຍເພິ່ນໃຫ້ພົ້ນຈາກຄວາມຕາຍໄດ້ ແລະພະເຈົ້າກໍຟັງເພິ່ນຍ້ອນເພິ່ນຢ້ານຢຳພະເຈົ້າ. 8 ເຖິງວ່າເປັນລູກຂອງພະເຈົ້າ ແຕ່ເພິ່ນກໍຮຽນຮູ້ທີ່ຈະເຊື່ອຟັງເມື່ອຕ້ອງທົນທຸກທໍລະມານ.+ 9 ຫຼັງຈາກເພິ່ນມີຄຸນສົມບັດຄົບຖ້ວນແລ້ວ+ ເພິ່ນກໍໄດ້ຮັບໜ້າທີ່ໃຫ້ຊ່ວຍທຸກຄົນທີ່ເຊື່ອຟັງເພິ່ນໃຫ້ໄດ້ຮັບຄວາມລອດຕະຫຼອດໄປ+ 10 ຍ້ອນພະເຈົ້າແຕ່ງຕັ້ງເພິ່ນໃຫ້ເປັນປະໂລຫິດໃຫຍ່ຕາມແບບຂອງເມັນຄີເຊເດັກ.+
11 ພວກເຮົາມີອີກຫຼາຍເລື່ອງທີ່ຢາກຈະເວົ້າກ່ຽວກັບພະຄລິດ ແຕ່ກໍອະທິບາຍໃຫ້ເຂົ້າໃຈໄດ້ຍາກຍ້ອນພວກເຈົ້າບໍ່ສົນໃຈຟັງປານໃດ. 12 ເຖິງວ່າຕອນນີ້ພວກເຈົ້າຄວນຈະເປັນຄູສອນໄດ້ແລ້ວ ແຕ່ພວກເຈົ້າກໍຍັງຕ້ອງໃຫ້ມີຄົນມາສອນເລື່ອງພື້ນຖານກ່ຽວກັບຄຳສອນຂອງພະເຈົ້າອີກຕັ້ງແຕ່ເລີ່ມຕົ້ນ.+ ພວກເຈົ້າກັບໄປເປັນຄືຄົນທີ່ຕ້ອງກິນນ້ຳນົມ ບໍ່ແມ່ນອາຫານແຂງ. 13 ທຸກຄົນທີ່ຍັງກິນນ້ຳນົມຢູ່ກໍເປັນຄືກັບເດັກນ້ອຍ. ລາວບໍ່ລຶ້ງກັບຖ້ອຍຄຳຂອງພະເຈົ້າທີ່ສອນພວກເຮົາກ່ຽວກັບສິ່ງທີ່ຖືກຕ້ອງ.+ 14 ແຕ່ອາຫານແຂງເປັນອາຫານສຳລັບຜູ້ໃຫຍ່ທີ່ໄດ້ຝຶກໃຊ້ຄວາມຄິດຈົນແຍກອອກໄດ້ວ່າອັນໃດຖືກອັນໃດຜິດ.