ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດສະເທີ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດສະເທີ

      • ຊອກ​ຫາ​ລາຊີນີ​ຄົນ​ໃໝ່ (1-​14)

      • ເອັດສະເທີ​ໄດ້​ເປັນ​ລາຊີນີ (15-​20)

      • ມໍເດກາຍ​ຮູ້​ເລື່ອງ​ແຜນການ​ຂ້າ​ກະສັດ (21-​23)

ເອັດສະເທີ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 1:1
  • +ອສທ 1:12
  • +ອສທ 1:19

ເອັດສະເທີ 2:3

ໄຂເງື່ອນ

  • *

    ຫຼື “ຮາເຣັມ”

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:9
  • +ອສທ 2:15

ເອັດສະເທີ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 1:19

ເອັດສະເທີ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 4:9; ນຮຢ 1:1; ອສທ 1:2; ດນອ 8:2
  • +ອສທ 3:2; 10:3
  • +ປຖກ 49:27; 1ຊມ 9:21

ເອັດສະເທີ 2:6

ໄຂເງື່ອນ

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮຢາກິນ ໃນ 2ກສ 24:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:14, 15; 1ຂຄ 3:16; 2ຂຄ 36:9, 10; ຢຣມ 22:28; 24:1; 37:1; 52:31; ມທ 1:11

ເອັດສະເທີ 2:7

ໄຂເງື່ອນ

  • *

    ຮາດາສາ​ແມ່ນ​ຊື່​ພາສາ​ເຮັບເຣີ​ຂອງ​ເອັດສະເທີ​ເຊິ່ງ​ແປ​ວ່າ “ຕົ້ນໄມ້​ຫອມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:15

ເອັດສະເທີ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:3

ເອັດສະເທີ 2:9

ໄຂເງື່ອນ

  • *

    ຫຼື “ແລະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເອັດສະເທີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:12

ເອັດສະເທີ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:8
  • +ອສທ 2:7
  • +ອສທ 4:12-14

ເອັດສະເທີ 2:12

ໄຂເງື່ອນ

  • *

    ຫຼື “ນວດ​ບຳລຸງ​ຜິວ”

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 7:17; ພຊມ 3:6
  • +ປຖກ 43:11; 1ກສ 10:2; 2ກສ 20:13

ເອັດສະເທີ 2:14

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:3
  • +ອສທ 4:11

ເອັດສະເທີ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:7

ເອັດສະເທີ 2:16

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ຂ15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 1:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2394, 2500

ເອັດສະເທີ 2:17

ໄຂເງື່ອນ

  • *

    ຫຼື “ແລະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເອັດສະເທີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 4:14
  • +ອສທ 1:19

ເອັດສະເທີ 2:18

ໄຂເງື່ອນ

  • *

    ນີ້​ອາດ​ໝາຍເຖິງ​ການ​ຍົກເວັ້ນ​ການ​ເສຍສ່ວຍ ການ​ຍົກເວັ້ນ​ຈາກ​ການ​ເປັນ​ທະຫານ ຫຼື​ການ​ປ່ອຍ​ນັກໂທດ​ອອກ​ຈາກ​ຄຸກ

ເອັດສະເທີ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:3, 4

ເອັດສະເທີ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:5, 6; 3:8
  • +ອສທ 2:7, 10

ເອັດສະເທີ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 6:1, 2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອສທ. 2:1ອສທ 1:1
ອສທ. 2:1ອສທ 1:12
ອສທ. 2:1ອສທ 1:19
ອສທ. 2:3ອສທ 8:9
ອສທ. 2:3ອສທ 2:15
ອສທ. 2:4ອສທ 1:19
ອສທ. 2:5ອຊຣ 4:9; ນຮຢ 1:1; ອສທ 1:2; ດນອ 8:2
ອສທ. 2:5ອສທ 3:2; 10:3
ອສທ. 2:5ປຖກ 49:27; 1ຊມ 9:21
ອສທ. 2:62ກສ 24:14, 15; 1ຂຄ 3:16; 2ຂຄ 36:9, 10; ຢຣມ 22:28; 24:1; 37:1; 52:31; ມທ 1:11
ອສທ. 2:7ອສທ 2:15
ອສທ. 2:8ອສທ 2:3
ອສທ. 2:9ອສທ 2:12
ອສທ. 2:10ອສທ 3:8
ອສທ. 2:10ອສທ 2:7
ອສທ. 2:10ອສທ 4:12-14
ອສທ. 2:12ສພສ 7:17; ພຊມ 3:6
ອສທ. 2:12ປຖກ 43:11; 1ກສ 10:2; 2ກສ 20:13
ອສທ. 2:14ອສທ 2:3
ອສທ. 2:14ອສທ 4:11
ອສທ. 2:15ອສທ 2:7
ອສທ. 2:16ອສທ 1:3
ອສທ. 2:17ອສທ 4:14
ອສທ. 2:17ອສທ 1:19
ອສທ. 2:19ອສທ 2:3, 4
ອສທ. 2:20ອສທ 2:5, 6; 3:8
ອສທ. 2:20ອສທ 2:7, 10
ອສທ. 2:23ອສທ 6:1, 2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ເອັດສະເທີ 2:1-23

ເອັດສະເທີ

2 ຕໍ່ມາ ເມື່ອ​ກະສັດ​ອາຫະສຸເອຣັດ+​ເຊົາ​ໃຈຮ້າຍ​ແລ້ວ ກະສັດ​ກໍ​ຄິດເຖິງ​ສິ່ງ​ທີ່​ວາຊາຕີ​ໄດ້​ເຮັດ+​ແລະ​ຄິດເຖິງ​ການ​ລົງໂທດ​ລາວ​ໃນ​ເທື່ອ​ນັ້ນ.+ 2 ຄົນ​ທີ່​ຮັບໃຊ້​ກະສັດ​ບອກ​ກະສັດ​ວ່າ: “ກະສັດ​ໜ້າ​ຈະ​ໃຫ້​ຄົນ​ໄປຊອກ​ຜູ້​ສາວ​ບໍລິສຸດ​ທີ່​ງາມ​ໆ​ມາ​ໃຫ້​ທ່ານ. 3 ຂໍ​ໃຫ້​ກະສັດ​ເລືອກ​ຄົນ​ຈາກ​ທຸກ​ແຂວງ​ທີ່​ທ່ານ​ປົກຄອງ+​ເພື່ອ​ເຮັດ​ໜ້າ​ທີ່​ຊອກ​ຫາ​ຜູ້ສາວ​ບໍລິສຸດ​ທີ່​ງາມ​ໆ​ມາ​ໄວ້​ຢູ່​ເຮືອນ​ພັກ​ຂອງ​ພວກ​ຜູ້​ຍິງ*​ຢູ່​ວັງ​ໃນ​ເມືອງ​ຊູຊາ ແລະ​ໃຫ້​ເຮກາຍ+​ທີ່​ເປັນ​ຂັນທີ*​ເບິ່ງ​ແຍງ​ແລະບຳລຸງ​ຄວາມ​ງາມໃຫ້​ເຂົາ​ເຈົ້າ. 4 ຜູ້ຍິງ​ຄົນ​ໃດ​ທີ່​ກະສັດ​ມັກ​ຫຼາຍ​ທີ່​ສຸດ​ກໍ​ຈະ​ໄດ້​ເປັນ​ລາຊີນີ​ແທນ​ວາຊາຕີ.”+ ກະສັດ​ມັກ​ຂໍ້​ສະເໜີ​ນີ້​ຫຼາຍ​ແລະ​ໄດ້​ອອກ​ຄຳ​ສັ່ງ​ຕາມ​ນັ້ນ.

5 ຢູ່​ວັງ​ໃນ​ເມືອງ​ຊູຊາ+​ມີ​ຜູ້ຊາຍ​ຄົນ​ຢິວ​ຄົນ​ໜຶ່ງ​ຊື່​ມໍເດກາຍ.+ ລາວ​ເປັນ​ລູກຊາຍ​ຂອງ​ຢາອີ​ເປັນ​ຫຼານ​ຂອງ​ຊິເມອີ​ແລະ​ເປັນ​ເຫຼນ​ຂອງ​ກີເຊ​ຄົນ​ເບັນຢາມິນ.+ 6 ຕອນ​ທີ່​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຈັບ​ເຢໂກນີຢາ*+​ກະສັດ​ຂອງ​ຢູດາ​ແລະ​ພວກ​ປະຊາຊົນ​ຈາກ​ເມືອງ​ເຢຣູຊາເລັມ​ມາ​ເປັນ​ຊະເລີຍ ມໍເດກາຍ​ກໍ​ຖືກ​ຈັບ​ມາ​ນຳ. 7 ມໍເດກາຍ​ໄດ້​ເອົາ​ຮາດາສາ*​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເອັດສະເທີ​ທີ່​ເປັນ​ລູກສາວ​ຂອງລຸງ​ມາ​ລ້ຽງ+ ຍ້ອນວ່າ​ລາວ​ເປັນ​ລູກ​ກຳພ້າ. ເອັດສະເທີ​ເປັນ​ຄົນ​ງາມ​ຫຼາຍ. ຫຼັງຈາກ​ທີ່​ພໍ່​ແມ່​ລາວ​ຕາຍ ມໍເດກາຍ​ກໍ​ເອົາ​ລາວ​ມາ​ລ້ຽງ. 8 ຕອນ​ທີ່​ຄຳສັ່ງ​ແລະ​ກົດໝາຍ​ຂອງ​ກະສັດ​ຖືກ​ປະກາດ​ອອກ​ໄປ ມີ​ຜູ້​ສາວ​ຫຼາຍ​ແທ້​ຫຼາຍ​ວ່າ​ຖືກ​ພາ​ມາ​ວັງ​ໃນ​ເມືອງ​ຊູຊາ​ແລະ​ເຮກາຍ​ເປັນ​ຜູ້​ເບິ່ງ​ແຍງ​ເຂົາເຈົ້າ.+ ເອັດສະເທີ​ກໍ​ຖືກ​ພາ​ມາ​ວັງ​ຂອງ​ກະສັດ​ແລະ​ເຮກາຍ​ທີ່​ເບິ່ງແຍງ​ພວກ​ຜູ້ຍິງ​ກໍ​ເບິ່ງແຍງ​ເອັດສະເທີ​ຄື​ກັນ.

9 ເຮກາຍ​ມັກ​ແລະ​ຖືກ​ໃຈ​ເອັດສະເທີ​ຫຼາຍ* ລາວ​ຈຶ່ງ​ຟ້າວ​ກຽມ​ເຄື່ອງ​ບຳລຸງ​ຄວາມ​ງາມ+​ແລະ​ຂອງກິນ​ໃຫ້​ເອັດສະເທີ​ເປັນ​ພິເສດ. ລາວ​ໄດ້​ເລືອກ​ຜູ້ຍິງ 7 ຄົນ​ຈາກ​ວັງ​ຂອງ​ກະສັດ​ໃຫ້​ມາ​ຮັບ​ໃຊ້​ເອັດສະເທີ. ເຮກາຍ​ຍັງ​ໄດ້​ຍ້າຍ​ເອັດສະເທີ​ກັບ​ຄົນ​ຮັບໃຊ້​ຂອງ​ລາວ​ໄປ​ຢູ່​ບ່ອນ​ທີ່​ດີ​ທີ່​ສຸດ​ໃນ​ເຮືອນ​ພັກ​ຂອງ​ພວກ​ຜູ້​ຍິງ. 10 ເອັດສະເທີ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ວ່າ​ລາວ​ເປັນ​ຄົນ​ຊາດ​ໃດ+​ແລະ​ພີ່ນ້ອງ​ຂອງ​ລາວ​ແມ່ນ​ໃຜ ຍ້ອນ​ມໍເດກາຍ+​ບໍ່​ໃຫ້​ລາວ​ບອກ.+ 11 ທຸກ​ໆ​ມື້​ມໍເດກາຍ​ຈະ​ໄປ​ໜ້າ​ເດີ່ນ​ເຮືອນພັກ​ຂອງ​ພວກ​ຜູ້ຍິງ​ແລະຍ່າງ​ໄປ​ຍ່າງ​ມາ​ຢູ່​ແຖວ​ນັ້ນ ເພື່ອ​ຈະ​ຮູ້​ວ່າ​ເອັດສະເທີ​ເປັນ​ແນວ​ໃດ​ແລະ​ສະ​ບາຍ​ດີ​ບໍ່.

12 ຫຼັງ​ຈາກ​ບຳລຸງ​ຄວາມ​ງາມ​ຈົນ​ຄົບ 12 ເດືອນ​ແລ້ວ ຈະ​ມີ​ມື້​ກຳນົດ​ໄວ້​ສຳລັບ​ຜູ້ສາວ​ແຕ່​ລະ​ຄົນ​ວ່າ​ລາວ​ຈະ​ໄດ້​ເຂົ້າ​ພົບ​ກະສັດ​ອາຫະສຸເອຣັດ​ມື້​ໃດ. ໃນ 1 ປີ​ທີ່​ເຂົາເຈົ້າ​ບຳລຸງ​ຄວາມ​ງາມ* ເຂົາເຈົ້າ​ໃຊ້​ນ້ຳມັນ​ມົດຍອບ*+ 6 ເດືອນ​ແລະ​ໃຊ້​ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ+​ແລະ​ນ້ຳມັນ​ຊະນິດ​ອື່ນ​ໆ​ອີກ 6 ເດືອນ. 13 ຈາກນັ້ນ ຜູ້ສາວ​ແຕ່​ລະ​ຄົນ​ກໍ​ພ້ອມ​ທີ່​ຈະ​ເຂົ້າ​ພົບ​ກະສັດ. ຕອນ​ທີ່​ເຂົາເຈົ້າ​ອອກ​ຈາກ​ເຮືອນພັກ​ຂອງ​ພວກ​ຜູ້ຍິງ​ໄປ​ວັງ​ຂອງ​ກະສັດ ເຂົາເຈົ້າ​ຈະ​ຂໍ​ຫຍັງ​ກໍ​ໄດ້. 14 ຜູ້ສາວ​ແຕ່​ລະ​ຄົນ​ຈະ​ເຂົ້າ​ພົບ​ກະສັດ​ໃນ​ຕອນ​ແລງ ແລະ​ໃນ​ຕອນ​ເຊົ້າ​ເຂົາເຈົ້າ​ຈະ​ຕ້ອງ​ໄປ​ຢູ່​ເຮືອນພັກ​ຂອງ​ພວກ​ຜູ້ຍິງ​ຫຼັງ​ທີ 2. ຊາອັດຊະກັດ​ທີ່​ເປັນ​ຂັນທີ+​ເຊິ່ງ​ເບິ່ງແຍງ​ພວກ​ເມຍ​ນ້ອຍ*​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກ​ຜູ້ສາວ​ເຫຼົ່ານີ້. ຖ້າ​ກະສັດ​ບໍ່​ຖືກ​ໃຈ​ເຂົາເຈົ້າ​ແລະ​ບໍ່​ໄດ້​ເອີ້ນ​ໃຫ້​ກັບ​ໄປ​ຫາ ເຂົາເຈົ້າ​ກໍ​ຈະ​ບໍ່​ໄດ້​ໄປ​ພົບ​ກະສັດ​ອີກ.+

15 ເອັດສະເທີ​ທີ່​ເປັນ​ລູກສາວ​ຂອງ​ອາບີຮາຍ​ລຸງ​ຂອງ​ມໍເດກາຍ ເຊິ່ງ​ມໍເດກາຍ​ໄດ້​ເອົາ​ລາວ​ມາ​ລ້ຽງ​ເປັນ​ລູກ+​ກໍ​ຕ້ອງ​ໄດ້​ເຮັດ​ຄື​ກັບ​ຜູ້ສາວ​ຄົນ​ອື່ນ​ໆ​ຄືກັນ. ໃນ​ມື້​ທີ່​ເອັດສະເທີ​ເຂົ້າ​ໄປ​ພົບ​ກະສັດ ລາວ​ບໍ່​ໄດ້​ຂໍ​ຫຍັງ​ຕື່ມ. ເຮກາຍທີ່​ເປັນ​ຂັນທີ​ຂອງ​ກະສັດແລະ​ເປັນ​ຜູ້​ເບິ່ງແຍງ​ພວກ​ຜູ້ຍິງ​ຈັດ​ຫຍັງ​ໃຫ້​ເອັດສະເທີ ລາວ​ກໍ​ໃຊ້​ແຕ່​ເທົ່ານັ້ນ. ໃນ​ໄລຍະ​ນັ້ນ ທຸກຄົນ​ທີ່​ເຫັນ​ເອັດສະເທີ​ກໍ​ຖືກ​ໃຈ​ໂລດ. 16 ເອັດສະເທີ​ຖືກ​ພາ​ໄປ​ຫາ​ກະສັດ​ອາຫະສຸເອຣັດ​ຢູ່​ວັງ​ໃນ​ເດືອນ​ທີ 10 ເຊິ່ງ​ເປັນ​ເດືອນ​ເຕເບັດ* ໃນ​ປີ​ທີ 7 +​ທີ່​ກະສັດ​ປົກຄອງ. 17 ກະສັດ​ຮັກ​ເອັດສະເທີ​ຫຼາຍ​ກວ່າ​ເມຍ​ທຸກຄົນ​ຂອງ​ລາວ ແລະ​ກະສັດ​ຍັງມັກ​ແລະ​ຖືກ​ໃຈ​ເອັດສະເທີ*​ຫຼາຍ​ກວ່າ​ພວກ​ຜູ້ສາວ​ບໍລິສຸດ​ທັງໝົດ. ກະສັດ​ຈຶ່ງ​ເອົາ​ຜ້າຄຽນຫົວ​ສຳລັບ​ລາຊີນີ​ມາ​ສຸບ​ໃສ່​ຫົວ​ຂອງ​ເອັດສະເທີ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ລາຊີນີ+​ແທນ​ວາຊາຕີ.+ 18 ຈາກນັ້ນ ກະສັດ​ກໍ​ຈັດ​ງານ​ລ້ຽງ​ໃຫຍ່​ໃຫ້​ເອັດສະເທີ​ແລະ​ໄດ້​ເຊີນ​ພວກ​ເຈົ້າແຂວງ​ແລະ​ພວກ​ຂ້າລາຊະການ​ທຸກຄົນ​ໃຫ້​ມາ​ຮ່ວມ​ງານ. ຕໍ່ມາ​ລາວ​ຍັງ​ໄດ້​ປະກາດ​ໃຫ້​ມີການ​ປົດປ່ອຍ*​ຢູ່​ທຸກ​ແຂວງ​ແລະ​ແຈກຂອງຂວັນ​ຫຼາຍແທ້ຫຼາຍວ່າ.

19 ຕອນ​ທີ່​ມີການ​ລວບລວມ​ຜູ້ສາວ​ບໍລິສຸດ+​ເທື່ອ​ທີ 2 ມໍເດກາຍ​ເປັນຂ້າລາຊະການຢູ່​ປະຕູ​ວັງ​ຂອງ​ກະສັດ. 20 ເອັດສະເທີ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ວ່າ​ພີ່ນ້ອງ​ຂອງ​ລາວ​ແມ່ນ​ໃຜ​ແລະ​ລາວ​ເປັນ​ຄົນ​ຊາດ​ໃດ+​ຕາມ​ທີ່​ມໍເດກາຍ​ເຄີຍ​ບອກ​ໄວ້. ເອັດສະເທີ​ຍັງ​ເຊື່ອຟັງ​ມໍເດກາຍ​ຄື​ກັບ​ຕອນ​ທີ່​ລາວ​ຢູ່​ນຳ​ມໍເດກາຍ.+

21 ໃນ​ໄລຍະ​ທີ່​ມໍເດກາຍ​ເປັນ​ຂ້າລາຊະການ​ຢູ່​ປະຕູ​ວັງຂອງກະສັດ ບິກທານ​ແລະ​ເຕເຣັດ​ທີ່​ເປັນ​ຂ້າລາຊະການ​ຍາມ​ປະຕູ​ຫ້ອງ​ຂອງ​ກະສັດ​ໄດ້​ຄຽດ​ແຄ້ນ​ໃຫ້​ກະສັດ​ອາຫະສຸເອຣັດ​ຫຼາຍ ເຂົາເຈົ້າ​ຈຶ່ງພະຍາຍາມວາງ​ແຜນ​ຂ້າ​ກະສັດ. 22 ແຕ່​ມໍເດກາຍ​ບັງເອີນ​ຮູ້​ເລື່ອງ​ນີ້ ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ລາຊີນີ​ເອັດສະເທີ ແລ້ວ​ເອັດສະເທີ​ກໍ​ເອົາ​ເລື່ອງ​ນີ້​ໄປ​ບອກ​ກະສັດ​ແທນ​ມໍເດກາຍ. 23 ເມື່ອ​ມີການ​ສືບສວນ​ເລື່ອງ​ນີ້​ກໍ​ເຫັນ​ວ່າ​ເປັນ​ຄວາມ​ຈິງ ຂ້າລາຊະການ 2 ຄົນ​ນັ້ນ​ຈຶ່ງ​ຖືກ​ແຂວນໄວ້​ເທິງ​ເສົາ. ເລື່ອງ​ນີ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ເຫດການ​ໃນ​ສະໄໝ​ນັ້ນ​ເຊິ່ງ​ຂຽນ​ຢູ່​ຕໍ່​ໜ້າ​ກະສັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌