ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ດາວິດ​ແນະນຳ​ໂຊໂລໂມນ (1-​9)

      • ດາວິດ​ຕາຍ; ໂຊໂລໂມນ​ເປັນ​ກະສັດ (10-​12)

      • ອາໂດນີຢາ​ຕາຍ​ຍ້ອນ​ແຜນການ​ຂອງ​ໂຕເອງ (13-​25)

      • ອາບີອາທາ​ຖືກ​ປົດ​ຈາກ​ຕຳແໜ່ງ; ໂຢອາບ​ຖືກ​ຂ້າ (26-​35)

      • ຊິເມອີ​ຖືກ​ຂ້າ (36-​46)

1 ກະສັດ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:6; ຢຊ 1:6; 1ຂຄ 28:20
  • +1ກສ 3:7

1 ກະສັດ 2:3

ໄຂເງື່ອນ

  • *

    ຫຼື “ລູກຈະເຮັດຢ່າງສະຫຼາດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:18-20; ປຍຈ 12:13

1 ກະສັດ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 6:5; 2ກສ 20:3; 23:3; 2ຂຄ 17:3; ມທ 22:37
  • +2ຊມ 7:12, 16; 1ກສ 8:25; 1ຂຄ 17:11; ພສ 132:11, 12

1 ກະສັດ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:27, 30
  • +2ຊມ 17:25; 20:10; 1ຂຄ 2:17
  • +ຈຊບ 35:33; 2ຊມ 3:28

1 ກະສັດ 2:6

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຢ່າໃຫ້ຜົມຫງອກຂອງລາວລົງໄປບ່ອນຝັງສົບຢ່າງສະຫງົບສຸກ.” ເບິ່ງຄຳວ່າ “ບ່ອນຝັງສົບ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:29; 1ກສ 2:31-34

1 ກະສັດ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 19:31
  • +2ຊມ 17:27-29
  • +2ຊມ 15:14

1 ກະສັດ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:5-7
  • +2ຊມ 17:24
  • +2ຊມ 19:23

1 ກະສັດ 2:9

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຢ່າໃຫ້ຜົມຫງອກຂອງລາວລົງໄປບ່ອນຝັງສົບຢ່າງສະຫງົບສຸກ.” ເບິ່ງຄຳວ່າ “ບ່ອນຝັງສົບ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:28
  • +1ກສ 2:44, 46

1 ກະສັດ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 5:7; 1ຂຄ 11:7; 29:26, 27; ກຈກ 2:29

1 ກະສັດ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 12:23
  • +2ຊມ 5:4, 5

1 ກະສັດ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:8, 12; 1ຂຄ 29:23; 2ຂຄ 1:1; ພສ 89:36, 37; 132:12

1 ກະສັດ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:5, 25
  • +1ຂຄ 22:9

1 ກະສັດ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:1, 3

1 ກະສັດ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:21
  • +1ຂຄ 3:1, 2, 5
  • +2ຊມ 8:16
  • +1ກສ 1:7

1 ກະສັດ 2:24

ໄຂເງື່ອນ

  • *

    ແປຕາມໂຕວ່າ “ປຸກເຮືອນໃຫ້ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 22:9, 10
  • +2ຊມ 7:11; 1ຂຄ 17:10
  • +1ກສ 1:51, 52

1 ກະສັດ 2:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:18; 1ກສ 1:8; 1ຂຄ 27:5

1 ກະສັດ 2:26

ໄຂເງື່ອນ

  • *

    ແປຕາມໂຕວ່າ “ໄຮ່ນາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:20; 1ກສ 1:7
  • +ຢຊ 21:8, 18; ຢຣມ 1:1
  • +1ຊມ 23:6; 2ຊມ 15:24; 1ຂຄ 15:11, 12
  • +1ຊມ 22:22, 23

1 ກະສັດ 2:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:1
  • +1ຊມ 2:31; 3:12

1 ກະສັດ 2:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 21:29
  • +2ຊມ 18:14
  • +1ກສ 1:7

1 ກະສັດ 2:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:6; ອພຍ 21:14; ຈຊບ 35:33; ພບຍ 19:13; 1ກສ 2:5

1 ກະສັດ 2:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:26, 27
  • +2ຊມ 2:8
  • +2ຊມ 20:10
  • +2ຊມ 17:25

1 ກະສັດ 2:33

ໄຂເງື່ອນ

  • *

    ແປຕາມໂຕວ່າ “ເລືອດຂອງຄົນນັ້ນຈະກັບມາຕົກໃສ່ຫົວລາວ”

  • *

    ແປຕາມໂຕວ່າ “ບັນລັງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:29

1 ກະສັດ 2:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 11:24; 27:5
  • +1ຊມ 2:35; 1ຂຄ 6:50, 53; 12:28; 16:37, 39; 24:3

1 ກະສັດ 2:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:8

1 ກະສັດ 2:37

ໄຂເງື່ອນ

  • *

    ແປຕາມໂຕວ່າ “​ເລືອດຂອງເຈົ້າຈະຕົກໃສ່ຫົວເຈົ້າເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:23; 2ກສ 23:6; ຢຮ 18:1

1 ກະສັດ 2:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 21:10; 27:2

1 ກະສັດ 2:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:38

1 ກະສັດ 2:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:5, 13
  • +ພສ 7:16; ສພສ 5:22

1 ກະສັດ 2:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 21:6; 72:17

1 ກະສັດ 2:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:8, 9
  • +2ຂຄ 1:1; ສພສ 16:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 2:2ພບຍ 31:6; ຢຊ 1:6; 1ຂຄ 28:20
1ກສ. 2:21ກສ 3:7
1ກສ. 2:3ພບຍ 17:18-20; ປຍຈ 12:13
1ກສ. 2:4ພບຍ 6:5; 2ກສ 20:3; 23:3; 2ຂຄ 17:3; ມທ 22:37
1ກສ. 2:42ຊມ 7:12, 16; 1ກສ 8:25; 1ຂຄ 17:11; ພສ 132:11, 12
1ກສ. 2:52ຊມ 3:27, 30
1ກສ. 2:52ຊມ 17:25; 20:10; 1ຂຄ 2:17
1ກສ. 2:5ຈຊບ 35:33; 2ຊມ 3:28
1ກສ. 2:62ຊມ 3:29; 1ກສ 2:31-34
1ກສ. 2:72ຊມ 19:31
1ກສ. 2:72ຊມ 17:27-29
1ກສ. 2:72ຊມ 15:14
1ກສ. 2:82ຊມ 16:5-7
1ກສ. 2:82ຊມ 17:24
1ກສ. 2:82ຊມ 19:23
1ກສ. 2:9ອພຍ 22:28
1ກສ. 2:91ກສ 2:44, 46
1ກສ. 2:102ຊມ 5:7; 1ຂຄ 11:7; 29:26, 27; ກຈກ 2:29
1ກສ. 2:111ຂຄ 12:23
1ກສ. 2:112ຊມ 5:4, 5
1ກສ. 2:122ຊມ 7:8, 12; 1ຂຄ 29:23; 2ຂຄ 1:1; ພສ 89:36, 37; 132:12
1ກສ. 2:151ກສ 1:5, 25
1ກສ. 2:151ຂຄ 22:9
1ກສ. 2:171ກສ 1:1, 3
1ກສ. 2:222ຊມ 16:21
1ກສ. 2:221ຂຄ 3:1, 2, 5
1ກສ. 2:222ຊມ 8:16
1ກສ. 2:221ກສ 1:7
1ກສ. 2:241ຂຄ 22:9, 10
1ກສ. 2:242ຊມ 7:11; 1ຂຄ 17:10
1ກສ. 2:241ກສ 1:51, 52
1ກສ. 2:252ຊມ 8:18; 1ກສ 1:8; 1ຂຄ 27:5
1ກສ. 2:261ຊມ 22:20; 1ກສ 1:7
1ກສ. 2:26ຢຊ 21:8, 18; ຢຣມ 1:1
1ກສ. 2:261ຊມ 23:6; 2ຊມ 15:24; 1ຂຄ 15:11, 12
1ກສ. 2:261ຊມ 22:22, 23
1ກສ. 2:27ຢຊ 18:1
1ກສ. 2:271ຊມ 2:31; 3:12
1ກສ. 2:281ຂຄ 21:29
1ກສ. 2:282ຊມ 18:14
1ກສ. 2:281ກສ 1:7
1ກສ. 2:31ປຖກ 9:6; ອພຍ 21:14; ຈຊບ 35:33; ພບຍ 19:13; 1ກສ 2:5
1ກສ. 2:322ຊມ 3:26, 27
1ກສ. 2:322ຊມ 2:8
1ກສ. 2:322ຊມ 20:10
1ກສ. 2:322ຊມ 17:25
1ກສ. 2:332ຊມ 3:29
1ກສ. 2:351ຂຄ 11:24; 27:5
1ກສ. 2:351ຊມ 2:35; 1ຂຄ 6:50, 53; 12:28; 16:37, 39; 24:3
1ກສ. 2:361ກສ 2:8
1ກສ. 2:372ຊມ 15:23; 2ກສ 23:6; ຢຮ 18:1
1ກສ. 2:391ຊມ 21:10; 27:2
1ກສ. 2:421ກສ 2:38
1ກສ. 2:442ຊມ 16:5, 13
1ກສ. 2:44ພສ 7:16; ສພສ 5:22
1ກສ. 2:45ພສ 21:6; 72:17
1ກສ. 2:461ກສ 2:8, 9
1ກສ. 2:462ຂຄ 1:1; ສພສ 16:12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 2:1-46

ກະສັດ​ສະບັບ​ທີ​ໜຶ່ງ

2 ຕອນ​ດາວິດ​ໃກ້​ຊິ​ຕາຍ ລາວ​ສັ່ງ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ວ່າ: 2 “ພໍ່​ກຳລັງ​ຊິ​ຕາຍ. ລູກ​ຕ້ອງ​ເຂັ້ມແຂງ​+ແລະ​ກ້າຫານ​ເດີ້.+ 3 ລູກ​ຕ້ອງ​ເຊື່ອ​ຟັງພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໂດຍ​ໃຊ້​ຊີວິດ​ຢູ່​ໃນ​ແນວ​ທາງ​ຂອງ​ເພິ່ນ ເຮັດ​ຕາມ​ກົດ​ໝາຍ ຄຳ​ສັ່ງ ການ​ຕັດສິນ ແລະ​ຂໍ້​ເຕືອນ​ໃຈ​ຂອງ​ເພິ່ນ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ+ ແລ້ວ​ລູກ​ຈະ​ປະສົບ​ຜົນ​ສຳເລັດ*ໃນ​ທຸກ​ສິ່ງ​ທີ່​ລູກ​ເຮັດ​ແລະ​ທຸກ​ບ່ອນ​ທີ່​ລູກ​ໄປ. 4 ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເພິ່ນ​ເຮັດ​ກັບ​ພໍ່​ທີ່​ວ່າ ‘ຖ້າ​ລູກ​ຫຼານ​ຂອງ​ເຈົ້າ​ໃຊ້​ຊີວິດ​ຢ່າງ​ສັດຊື່​ຢູ່​ໃນ​ແນວ​ທາງ​ຂອງ​ເຮົາ​ດ້ວຍ​ສຸດ​ຫົວໃຈ​ສຸດ​ຊີວິດ+ກໍ​ຈະ​ມີ​ແຕ່​ລູກ​ຫຼານ​ຂອງ​ເຈົ້າ​ປົກຄອງ​ອິດສະຣາເອນ​ຕະຫຼອດໄປ.’+

5 ລູກ​ກໍ​ຮູ້​ດີ​ວ່າ​ໂຢອາບ​ລູກ​ຊາຍ​ຂອງ​ເຊຣູຢາ​ໄດ້​ເຮັດ​ຫຍັງ​ກັບ​ພໍ່ ແລະ​ເຮັດ​ຫຍັງ​ກັບ​ຫົວ​ໜ້າ​ກອງ​ທັບ 2 ຄົນ​ຂອງ​ອິດສະຣາເອນ ເຊິ່ງ​ກໍ​ຄື​ອັບເນ​+ລູກ​ຊາຍ​ຂອງ​ເນ ແລະ​ອາມາສາ+ລູກ​ຊາຍ​ຂອງ​ເຢເທ. ລາວ​ຂ້າ​+ເຂົາ​ເຈົ້າ​ໃນ​ຕອນ​ທີ່​ບໍ່​ມີສົງຄາມ ແລະ​ລາວ​ເຮັດ​ໃຫ້​ເລືອດ​ຂອງ​ເຂົາ​ເຈົ້າ​ຟົ້ງ​ຖືກ​ສາຍ​ແອວ​ແລະ​ເກີບ​ຂອງ​ລາວ. 6 ລູກ​ຕ້ອງ​ໃຊ້​ສະຕິປັນຍາ​ຂອງ​ລູກ ແລະ​ຢ່າ​ໃຫ້ຜູ້​ເຖົ້າຄົນ​ນີ້​ໄດ້​ຕາຍ​ດີ.*+

7 ແຕ່​ສຳລັບ​ລູກ​ຫຼານ​ຂອງ​ບາຊິລາຍ+ຄົນ​ກິລຽດ ລູກ​ຕ້ອງ​ຮັກ​ແລະ​ເຮັດ​ດີ​ກັບ​ເຂົາ​ເຈົ້າ​ຕະຫຼອດໄປ ແລະ​ໃຫ້​ເຂົາ​ເຈົ້າ​ກິນ​ເຂົ້າ​ຮ່ວມ​ກັບ​ລູກ ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ພໍ່+ຕອນ​ທີ່​ອັບຊາໂລມ​ອ້າຍ​ຂອງ​ລູກ​ໄລ່ລ່າ​ຂ້າ​ພໍ່.+

8 ສຳລັບ​ຊິເມອີ​ລູກ​ຊາຍ​ຂອງ​ເກຣາ​ຄົນ​ເບັນຢາມິນ​ຈາກ​ບາຮູຣີມ ລາວ​ໄດ້​ປ້ອຍ​ດ່າ​ພໍ່​ເອົາ​ແທ້​ເອົາ​ວ່າ+ຕອນ​ທີ່​ພໍ່​ໄປ​ມາຮານາຢິມ.+ ແຕ່​ເມື່ອ​ລາວ​ມາ​ຫາ​ພໍ່​ຢູ່​ແມ່​ນ້ຳ​ຈໍແດນ ພໍ່​ໄດ້​ສາບານ​ກັບ​ລາວ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ ພໍ່​ຈະ​ບໍ່ຂ້າລາວ.+ 9 ລູກ​ຮູ້​ວ່າຄວນ​ເຮັດ​ແນວ​ໃດກັບ​ລາວ​ເພາະ​ລູກ​ເປັນ​ຄົນ​ສະຫຼາດ. ລູກ​ຕ້ອງ​ລົງໂທດ​ລາວ+ແລະ​ຢ່າ​ໃຫ້​ຜູ້​ເຖົ້າ​ຄົນ​ນີ້​ໄດ້​ຕາຍ​ດີ.”*+

10 ຕໍ່ມາ​ດາວິດ​ກໍຕາຍ ແລະ​ເຂົາ​ເຈົ້າ​ຝັງ​ລາວໄວ້​ຢູ່​ເມືອງ​ຂອງ​ດາວິດ.+ 11 ດາວິດ​ປົກຄອງ​ອິດສະຣາເອນ​ທັງ​ໝົດ 40 ປີ. ລາວ​ປົກຄອງ​ຢູ່​ເມືອງ​ເຮັບໂຣນ+ 7 ປີ ແລະ​ຢູ່​ເມືອງ​ເຢຣູຊາເລັມ 33 ປີ.+

12 ແລ້ວ​ໂຊໂລໂມນ​ກໍ​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ​ພໍ່​ຂອງ​ລາວ ແລະ​ການ​ປົກຄອງ​ຂອງ​ໂຊໂລໂມນ​ກໍ​ໝັ້ນຄົງ​ຂຶ້ນ​ເລື້ອຍ​ໆ​.+

13 ຕໍ່ມາ ອາໂດນີຢາ​ລູກ​ຊາຍ​ຂອງ​ຮັກກິດ​ໄດ້​ໄປ​ຫາ​ບັດເຊບາ​ແມ່​ຂອງ​ໂຊໂລໂມນ. ບັດເຊບາ​ຖາມ​ວ່າ: “ເຈົ້າ​ມາ​ນີ້​ມີ​ຈຸດ​ປະສົງ​ດີ​ບໍ່?” ອາໂດນີຢາ​ຕອບ​ວ່າ: “ແມ່ນ​ແລ້ວ.” 14 ຈາກ​ນັ້ນ ອາໂດນີຢາ​ກໍ​ເວົ້າ​ວ່າ: “ຂ້ອຍ​ມີ​ເລື່ອງ​ຢາກ​ລົມ​ກັບ​ທ່ານ.” ບັດເຊບາ​ບອກ​ວ່າ: “ເວົ້າ​ແມ້.” 15 ອາໂດນີຢາ​ເວົ້າ​ຕໍ່​ວ່າ: “ທ່ານ​ກໍ​ຮູ້​ດີ​ວ່າ​ຂ້ອຍ​ຕ້ອງ​ໄດ້​ເປັນ​ກະສັດ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ຄາດ​ໝາຍ​ແບບ​ນັ້ນ+ ແຕ່​ຕຳແໜ່ງ​ກະສັດ​ພັດ​ຕົກ​ເປັນ​ຂອງ​ນ້ອງຊາຍ​ຂ້ອຍ ເພາະ​ພະ​ເຢໂຫວາ​ຢາກ​ໃຫ້​ລາວ​ເປັນ​ກະສັດ.+ 16 ຕອນ​ນີ້​ຂ້ອຍ​ຢາກ​ຂໍ​ໃຫ້​ທ່ານ​ຊ່ວຍ​ພຽງ​ແຕ່​ເລື່ອງ​ດຽວ​ເທົ່າ​ນັ້ນ. ຢ່າ​ປະຕິເສດ​ຂ້ອຍ​ເດີ້.” ບັດເຊບາ​ບອກ​ລາວ​ວ່າ: “ເວົ້າ​ມາ​ແມ້.” 17 ອາໂດນີຢາ​ຈຶ່ງ​ເວົ້າ​ວ່າ: “ຂໍ​ໃຫ້​ທ່ານ​ໄປ​ຂໍ​ກັບ​ກະສັດ​ໂຊໂລໂມນ​ໄດ້​ບໍ? ຂໍ​ໃຫ້​ຍົກ​ອາບີຊາກ+ຄົນ​ຊູເນມ​ໃຫ້​ເປັນ​ເມຍ​ຂ້ອຍ ເພາະ​ກະສັດ​ຈະ​ບໍ່​ປະຕິເສດ​ທ່ານ.” 18 ບັດເຊບາ​ຕອບ​ວ່າ: “ໄດ້! ຂ້ອຍ​ຈະ​ໄປ​ຂໍ​ກັບ​ກະສັດ​ໃຫ້​ເຈົ້າ.”

19 ແລ້ວ​ບັດເຊບາ​ກໍ​ໄປ​ຫາ​ກະສັດ​ໂຊໂລໂມນ​ເພື່ອ​ຈະ​ເວົ້າ​ເລື່ອງ​ທີ່​ອາໂດນີຢາ​ຂໍ. ທັນທີ​ທີ່​ກະສັດ​ໂຊໂລໂມນ​ເຫັນ​ແມ່ ລາວ​ກໍ​ລຸກ​ໄປ​ຫາ ແລະ​ກົ້ມ​ຫົວ​ລົງ​ສະແດງ​ຄວາມ​ນັບ​ຖື​ຕໍ່​ແມ່. ຈາກ​ນັ້ນ ລາວ​ກໍ​ໄປ​ນັ່ງ​ຢູ່​ບັນລັງ​ຂອງ​ໂຕເອງ ແລະ​ເອົາ​ບັນລັງ​ອີກ​ອັນ​ໜຶ່ງ​ມາ​ໃຫ້​ແມ່​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ລາວ. 20 ແລ້ວ​ບັດເຊບາ​ກໍ​ເວົ້າ​ວ່າ: “ມີ​ເລື່ອງ​ນ້ອຍ​ໆ​ເລື່ອງ​ໜຶ່ງ​ທີ່​ແມ່​ຢາກ​ຂໍ​ກັບ​ລູກ. ລູກ​ຢ່າ​ປະຕິເສດ​ແມ່​ເດີ້.” ໂຊໂລໂມນ​ຕອບ​ວ່າ: “ແມ່​ຂໍ​ມາ​ໂລດ ລູກ​ຈະ​ບໍ່​ປະຕິເສດ​ແມ່​ດອກ.” 21 ບັດເຊບາ​ເວົ້າ​ວ່າ: “ຂໍ​ໃຫ້​ລູກ​ຍົກ​ອາບີຊາກ​ຄົນ​ຊູເນມ​ໃຫ້​ເປັນ​ເມຍ​ຂອງ​ອາໂດນີຢາ​ອ້າຍ​ຂອງ​ລູກ​ໄດ້​ບໍ່?” 22 ກະສັດ​ໂຊໂລໂມນ​ຕອບ​ແມ່​ວ່າ: “ແມ່​ມີ​ແຕ່​ຂໍ​ໃຫ້​ຍົກ​ອາບີຊາກ​ຄົນ​ຊູເນມ​ໃຫ້​ອາໂດນີຢາ​ຫວາ? ແມ່​ຄື​ບໍ່​ຂໍ​ຕຳແໜ່ງ​ກະສັດ​ໃຫ້​ລາວ​ນຳ​ເລີຍ​ສະ+ ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ+ແລະ​ປະໂລຫິດ​ອາບີອາທາ​ກັບ​ໂຢອາບ+ລູກ​ຊາຍ​ຂອງ​ເຊຣູຢາ​ກໍ​ຢູ່​ຝ່າຍ​ລາວ.”+

23 ກະສັດ​ໂຊໂລໂມນ​ຈຶ່ງ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ: “ຖ້າ​ຂ້ອຍ​ບໍ່​ຂ້າ​ອາໂດນີຢາ​ຍ້ອນ​ລາວ​ກ້າ​ມາ​ຂໍ​ສິ່ງ​ນີ້​ກັບ​ຂ້ອຍ​ກໍ​ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຂ້ອຍ​ໜັກ​ໆ​ໂລດ. 24 ຕອນ​ນີ້ ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ໃຫ້​ຂ້ອຍ​ໄດ້​ນັ່ງ​ເທິງ​ບັນລັງ​ດາວິດ​ພໍ່​ຂອງ​ຂ້ອຍ​ແລະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ຂ້ອຍໝັ້ນຄົງ+ ຜູ້​ທີ່​ເອົາ​ປະເທດນີ້​ໃຫ້​ຂ້ອຍ*+ແລະລູກ​ຫຼານຂອງ​ຂ້ອຍ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້ ມື້​ນີ້​ອາໂດນີຢາ​ຈະ​ຕ້ອງ​ຕາຍ.”+ 25 ທັນໃດ​ນັ້ນ ກະສັດ​ໂຊໂລໂມນ​ກໍ​ສັ່ງ​ໃຫ້​ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ​ໄປຂ້າ​ອາໂດນີຢາ ແລ້ວ​ອາໂດນີຢາ​ກໍ​ຕາຍ.

26 ສຳລັບ​ປະໂລຫິດ​ອາບີອາທາ+ ກະສັດ​ໂຊໂລໂມນ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ກັບ​ເມືອເຮືອນ*ຂອງ​ເຈົ້າ​ຢູ່​ອານາໂທດ.+ ທີ່​ຈິງ​ແລ້ວ​ເຈົ້າ​ສົມຄວນ​ຕາຍ ແຕ່​ມື້​ນີ້​ຂ້ອຍ​ຈະ​ບໍ່​ຂ້າເຈົ້າ ຍ້ອນ​ວ່າ​ຕອນ​ທີ່​ເຈົ້າ​ຢູ່​ກັບ​ດາວິດ​ພໍ່​ຂອງ​ຂ້ອຍ ເຈົ້າ​ໄດ້​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ+ແລະ​ໄດ້​ຮ່ວມ​ທຸກ​ກັບ​ພໍ່​ຂ້ອຍ​ຕະຫຼອດ.”+ 27 ໂຊໂລໂມນ​ປົດ​ອາບີອາທາ​ອອກ​ຈາກ​ຕຳແໜ່ງ​ປະໂລຫິດ​ທີ່​ຮັບ​ໃຊ້​ພະ​ເຢໂຫວາ. ຍ້ອນ​ໂຊໂລໂມນເຮັດ​ແບບ​ນີ້ຈຶ່ງ​ເຮັດ​ໃຫ້​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ເວົ້າ​ຢູ່​ເມືອງ​ຊີໂລ​+ກ່ຽວ​ກັບ​ຄອບຄົວ​ຂອງ​ເອລີ+ເກີດ​ຂຶ້ນ​ແທ້.

28 ເມື່ອ​ໂຢອາບ​ຮູ້​ເລື່ອງ​ທັງ​ໝົດ​ນີ້ ລາວ​ກໍ​ໜີ​ໄປ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ+ ແລະ​ໄປ​ຈັບ​ເຂົາ​ສັດ​ທີ່​ຢູ່​ແຈ​ຂອງ​ແທ່ນ​ບູຊາໄວ້​ແໜ້ນ​ໆ​. ເຖິງ​ວ່າ​ລາວ​ບໍ່​ໄດ້​ຢູ່​ຝ່າຍ​ອັບຊາໂລມ+ ແຕ່​ລາວ​ໄດ້​ຢູ່​ຝ່າຍ​ອາໂດນີຢາ.+ 29 ແລ້ວ​ກໍ​ມີ​ຄົນ​ໄປ​ບອກ​ກະສັດ​ໂຊໂລໂມນ​ວ່າ: “ໂຢອາບ​ໄດ້​ໜີ​ໄປ​ເຕັ້ນ​ສັກ​ສິດ​ຂອງ​ພະ​ເຢໂຫວາ ແລ້ວ​ໄປ​ຢູ່​ທາງ​ຂ້າງ​ຂອງ​ແທ່ນ​ບູຊາ.” ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ​ວ່າ: “ໄປ​ຂ້າ​ລາວ!” 30 ເບນາຢາ​ກໍ​ໄປ​ເຕັ້ນ​ສັກ​ສິດ​ຂອງ​ພະ​ເຢໂຫວາ ແລະ​ເວົ້າ​ກັບ​ໂຢອາບ​ວ່າ: “ກະສັດ​ບອກ​ວ່າ​ໃຫ້​ເຈົ້າ​ອອກ​ມາ​ດຽວນີ້!” ແຕ່​ໂຢອາບ​ຕອບ​ວ່າ: “ບໍ່ ຂ້ອຍ​ບໍ່​ອອກ​ໄປ! ຂ້ອຍຊິຕາຍ​ຢູ່​ນີ້.” ແລ້ວ​ເບນາຢາ​ກໍ​ກັບ​ໄປ​ບອກ​ກະສັດ​ຕາມ​ທີ່ໂຢອາບ​ເວົ້າ. 31 ກະສັດ​ຈຶ່ງ​ສັ່ງ​ເບນາຢາ​ວ່າ: “ໃຫ້​ເຈົ້າ​ເຮັດ​ຕາມ​ທີ່​ລາວ​ບອກ. ຂ້າ​ລາວ ແລ້ວ​ກໍ​ຝັງ​ລາວ ແລະຢ່າໃຫ້​ຂ້ອຍ​ກັບ​ຄອບຄົວ​ຂອງ​ພໍ່​ຂ້ອຍ​ຕ້ອງ​ຮັບຜິດຊອບໃນຄວາມ​ຜິດ​ຂອງ​ໂຢອາບ​ທີ່​ຂ້າ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຜິດ.+ 32 ພະ​ເຢໂຫວາ​ຢາກ​ໃຫ້​ໂຢອາບ​ຮັບຜິດຊອບ​ການ​ຕາຍ​ຂອງ​ລາວ​ເອງ ຍ້ອນ​ລາວ​ໄດ້​ຂ້າ​ຜູ້​ຊາຍ 2 ຄົນ​ທີ່​ດີ​ກວ່າ​ລາວ ເຊິ່ງ​ກໍ​ຄື​ອັບເນ​+ລູກ​ຊາຍ​ຂອງ​ເນ​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ອິດສະຣາເອນ+ ແລະ​ອາມາສາ​+ລູກ​ຊາຍ​ຂອງ​ເຢເທ​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ຢູດາ.+ ຕອນນັ້ນ ດາວິດ​ພໍ່​ຂອງ​ຂ້ອຍ​ກໍ​ບໍ່​ຮູ້​ເລື່ອງ​ນີ້. 33 ໂຢອາບ​ແລະ​ລູກ​ຫຼານ​ຂອງ​ລາວ​ຕ້ອງ​ຮັບຜິດຊອບ​ໃນຄວາມ​ຜິດນັ້ນ*ຕະຫຼອດໄປ.+ ແຕ່​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ດາວິດ ລູກ​ຫຼານ​ຂອງ​ລາວ ຄອບຄົວ​ຂອງ​ລາວ ແລະການ​ປົກຄອງ*ຂອງ​ລາວ​ມີ​ຄວາມ​ສະຫງົບ​ສຸກ​ຕະຫຼອດໄປ.” 34 ແລ້ວ​ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ​ກໍ​ໄປ​ຂ້າ​ໂຢອາບ ແລະ​ຝັງ​ລາວ​ໄວ້ໃກ້​ໆ​ເຮືອນ​ຂອງ​ລາວ​ໃນ​ບ່ອນ​ກັນດານ. 35 ຕໍ່ມາ ກະສັດ​ໂຊໂລໂມນໄດ້​ໃຫ້ເບນາຢາ​+ລູກ​ຊາຍ​ຂອງ​ເຢໂຮຢາດາ​ເປັນ​ຫົວ​ໜ້າ​ກອງ​ທັບ​ແທນ​ໂຢອາບ ແລະໄດ້​ໃຫ້​ປະໂລຫິດ​ຊາໂດກ​+ເຮັດ​ໜ້າ​ທີ່​ແທນ​ອາບີອາທາ.

36 ຈາກ​ນັ້ນ ກະສັດ​ໄດ້​ສົ່ງ​ຄົນ​ໄປ​ເອີ້ນ​ຊິເມອີ​+ໃຫ້​ມາ​ຫາ​ແລະ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ເຈົ້າ​ມາ​ປຸກ​ເຮືອນ​ຢູ່​ເຢຣູຊາເລັມ​ແລະ​ຢູ່​ນີ້​ເລີຍ ແລະຫ້າມ​ອອກ​ຈາກ​ເມືອງ​ນີ້​ເດັດຂາດ. 37 ມື້​ໃດ​ທີ່​ເຈົ້າ​ອອກ​ຈາກ​ເມືອງ​ນີ້​ແລະ​ຂ້າມ​ຮ່ອມ​ພູ​ກິດໂຣນ+ ເຈົ້າ​ຈະ​ຕາຍ​ແທ້​ໆ​. ເຈົ້າ​ຕ້ອງ​ຮັບຜິດຊອບ​ການ​ຕາຍຂອງ​ໂຕເອງ.”* 38 ຊິເມອີ​ຕອບ​ກະສັດ​ວ່າ: “ຂ້ອຍເຫັນ​ດີນຳ​ກະສັດ. ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຈະ​ເຮັດ​ຕາມ​ທີ່​ທ່ານ​ບອກ.” ຊິເມອີ​ໄດ້​ຢູ່​ເມືອງ​ເຢຣູຊາເລັມດົນ​ເຕີບ.

39 ແຕ່​ຫຼັງ​ຈາກ​ຊິເມອີ​ຢູ່​ຫັ້ນ​ໄດ້ 3 ປີ ທາດ 2 ຄົນ​ຂອງ​ລາວ​ໄດ້​ໜີ​ໄປ​ຫາ​ອາກີເຊ+​ກະສັດ​ຂອງ​ເມືອງ​ກັດ​ທີ່​ເປັນ​ລູກ​ຊາຍ​ຂອງ​ມາອາກາ. ເມື່ອ​ມີ​ຄົນ​ໄປ​ບອກ​ຊິເມອີ​ວ່າ: “ທາດ​ຂອງ​ເຈົ້າ​ໜີ​ໄປ​ເມືອງ​ກັດ​ແລ້ວ.” 40 ຊິເມອີ​ກໍ​ຟ້າວ​ເອົາ​ອານ​ໃສ່​ຫຼັງ​ລາ​ແລ້ວ​ຂີ່​ໄປ​ຫາ​ອາກີເຊ​ຢູ່​ເມືອງ​ກັດ​ເພື່ອ​ໄປ​ເອົາ​ທາດ​ຂອງ​ລາວ​ກັບ​ມາ. ເມື່ອ​ຊິເມອີ​ກັບ​ມາ​ຈາກ​ເມືອງ​ກັດ​ພ້ອມ​ກັບ​ທາດ​ຂອງ​ລາວ 41 ມີ​ຄົນ​ໄປ​ບອກ​ໂຊໂລໂມນ​ວ່າ: “ຊິເມອີ​ອອກ​ຈາກ​ເມືອງ​ເຢຣູຊາເລັມ​ໄປ​ເມືອງ​ກັດ​ແລະ​ໄດ້​ກັບ​ມາ​ແລ້ວ.” 42 ກະສັດ​ໂຊໂລໂມນ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ຊິເມອີ​ມາ​ຫາ​ແລະ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ໃຫ້​ເຈົ້າ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ເຕືອນ​ເຈົ້າ​ແລ້ວ​ແມ່ນ​ບໍ່​ວ່າ ‘ມື້​ໃດ​ທີ່​ເຈົ້າ​ອອກ​ຈາກ​ເມືອງ​ນີ້​ໄປ​ບ່ອນ​ອື່ນ ເຈົ້າ​ຈະ​ຕາຍ​ແທ້​ໆ​’ ແລະ​ເຈົ້າ​ກໍ​ເວົ້າ​ກັບ​ຂ້ອຍ​ແມ່ນ​ເບາະ​ວ່າ ‘ຂ້ອຍ​ເຫັນ​ດີ​ນຳ​ກະສັດ​ແລະ​ຈະ​ເຊື່ອ​ຟັງ​ທ່ານ’? + 43 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ທີ່​ສາບານ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ບໍ່​ເຮັດ​ຕາມ​ທີ່​ຂ້ອຍ​ສັ່ງ​ເຈົ້າ?” 44 ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ຊິເມອີ​ວ່າ: “ເຈົ້າ​ກໍ​ຮູ້​ດີ​ວ່າ​ເຈົ້າ​ໄດ້​ເຮັດ​ຊົ່ວ​ຫຼາຍ​ຢ່າງ​ຕໍ່​ດາວິດ​ພໍ່​ຂອງ​ຂ້ອຍ+ ແລະ​ພະ​ເຢໂຫວາ​ຈະ​ລົງໂທດ​ເຈົ້າ​ຍ້ອນ​ສິ່ງ​ທີ່​ເຈົ້າ​ເຮັດ.+ 45 ແຕ່​ພະ​ເຢໂຫວາ​ຈະອວຍພອນ​ຂ້ອຍ+ ແລະ​ລູກ​ຫຼານ​ຂອງ​ດາວິດ​ຈະ​ປົກຄອງ​ຢ່າງ​ໝັ້ນຄົງ​ຕະຫຼອດໄປ.” 46 ແລ້ວ​ໂຊໂລໂມນ​ກໍ​ສັ່ງ​ໃຫ້​ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາໄປ​ຂ້າ​ຊິເມອີ ແລ້ວ​ຊິເມອີ​ກໍ​ຕາຍ.+

ຕອນ​ທີ່​ໂຊໂລໂມນ​ເປັນ​ກະສັດ ປະເທດ​ຊາດກໍ​ໝັ້ນຄົງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌