ສຸພາສິດ
2 ລູກເອີ້ຍ ຖ້າລູກຍອມຮັບຄຳສອນຂອງພໍ່
ແລະເກັບຄຳສັ່ງ+ຂອງພໍ່ໄວ້ຄືກັບເກັບຊັບສົມບັດ
2 ໂດຍສົນໃຈຟັງສະຕິປັນຍາ+
ແລະເປີດໃຈເພື່ອຈະຮູ້ຈັກໄຈ້ແຍກ+
3 ຖ້າລູກຮ້ອງຫາຄວາມເຂົ້າໃຈ+
ແລະຮ້ອງຂໍໃຫ້ຮູ້ຈັກໄຈ້ແຍກ+
4 ຖ້າລູກຊອກຫາສິ່ງເຫຼົ່ານີ້ຄືກັບຊອກຫາເງິນ+
ແລະຖ້າລູກຂຸດຫາພວກມັນຄືກັບຂຸດຫາຊັບສົມບັດທີ່ເຊື່ອງໄວ້+
5 ລູກກໍຈະຮູ້ວ່າການຢ້ານຢຳພະເຢໂຫວາໝາຍເຖິງຫຍັງແທ້ໆ+
ແລະລູກກໍຈະພົບຄວາມຮູ້ຂອງພະເຈົ້າ.+
7 ເພິ່ນເກັບສະຕິປັນຍາທີ່ໃຊ້ໄດ້ແທ້ໄວ້ໃຫ້ຄົນທີ່ເຮັດສິ່ງທີ່ຖືກຕ້ອງ.
ເພິ່ນເປັນໂລ້ສຳລັບຄົນທີ່ສັດຊື່.+
8 ເພິ່ນເບິ່ງແຍງທາງຂອງຄົນທີ່ຍຸຕິທຳ
ແລະເພິ່ນປົກປ້ອງທາງຂອງຄົນທີ່ພັກດີຕໍ່ເພິ່ນ.+
9 ລູກຈະເຂົ້າໃຈວ່າສິ່ງໃດຖືກຕ້ອງແລະສິ່ງໃດທີ່ຍຸຕິທຳ.
ລູກຈະເຂົ້າໃຈວ່າທາງທີ່ຖືກຕ້ອງທີ່ລູກຄວນໄປແມ່ນທາງໃດ.+
10 ເມື່ອສະຕິປັນຍາເຂົ້າໄປໃນຫົວໃຈຂອງລູກ+
ແລະເມື່ອຄວາມຮູ້ເຮັດໃຫ້ລູກມີຄວາມສຸກ+
11 ຄວາມສາມາດໃນການຄິດຈະປົກປ້ອງລູກ+
ແລະຄວາມເຂົ້າໃຈຈະຄຸ້ມຄອງລູກ
12 ຈາກແນວທາງທີ່ບໍ່ດີ
ຈາກຄົນທີ່ບໍ່ເວົ້າຄວາມຈິງ+
13 ຈາກຄົນທີ່ຖິ້ມທາງທີ່ຖືກຕ້ອງ
ທີ່ໄປຍ່າງໃນທາງຂອງຄວາມມືດ+
14 ຈາກຄົນທີ່ມີຄວາມສຸກກັບການເຮັດຜິດ
ແລະມ່ວນຊື່ນກັບການເຮັດຊົ່ວ
15 ຈາກຄົນທີ່ຢູ່ໃນທາງຄົດບ້ຽວ
ແລະຈາກຄົນທີ່ໄວ້ໃຈບໍ່ໄດ້.
16 ມັນຈະຊ່ວຍລູກຈາກຜູ້ຍິງທີ່ຜິດສິນລະທຳ*
ຈາກຄຳເວົ້າຫວານໆ*ຂອງຜູ້ຍິງທີ່ຜິດສິນລະທຳ+
17 ເຊິ່ງເປັນຄົນທີ່ຖິ້ມຜົວ*ທີ່ເອົາກັນຕັ້ງແຕ່ຍັງໜຸ່ມ+
ແລະລືມສັນຍາທີ່ລາວໄດ້ເຮັດໄວ້ກັບພະເຈົ້າ
18 ຍ້ອນການໄປເຮືອນຂອງລາວກໍຄືກັບການໄປຕາຍ
ແລະທາງທີ່ຈະໄປເຮືອນຂອງລາວກໍພາໄປຂຸມຝັງສົບ.+
19 ຄົນທີ່ໄປນອນນຳລາວບໍ່ໄດ້ກັບມາຈັກຄົນ
ແລະເຂົາເຈົ້າບໍ່ໄດ້ກັບມາຢູ່ໃນທາງທີ່ເຮັດໃຫ້ໄດ້ຊີວິດ.+