ຂ່າວດີທີ່ຂຽນໂດຍໂຢຮັນ
13 ກ່ອນຈະຮອດເທດສະການປັດສະຄາ ພະເຢຊູຮູ້ວ່າຮອດເວລາແລ້ວ+ທີ່ເພິ່ນຈະຈາກໂລກນີ້ໄປຫາພະເຈົ້າຜູ້ເປັນພໍ່.+ ພະເຢຊູຮັກຄົນຂອງເພິ່ນທີ່ຢູ່ໃນໂລກນີ້ ແລະເພິ່ນຮັກເຂົາເຈົ້າຈົນຮອດມື້ທີ່ເພິ່ນຕາຍ.+ 2 ພະເຢຊູກັບພວກລູກສິດກິນເຂົ້າແລງນຳກັນ. ກ່ອນໜ້ານີ້ ມານຮ້າຍໄດ້ດົນໃຈຢູດາອິສະກາຣີອົດ+ລູກຊາຍຂອງຊີໂມນໃຫ້ທໍລະຍົດພະເຢຊູ.+ 3 ພະເຢຊູຮູ້ວ່າພະເຈົ້າຜູ້ເປັນພໍ່ໄດ້ມອບທຸກຢ່າງໄວ້ໃນມືເພິ່ນແລ້ວ. ເພິ່ນຮູ້ວ່າເພິ່ນມາຈາກພະເຈົ້າແລະກຳລັງຈະກັບໄປຫາພະເຈົ້າ.+ 4 ພະເຢຊູລຸກອອກຈາກໂຕະກິນເຂົ້າ ແກ້ເສື້ອຄຸມວາງໄວ້ ແລະຈັບເອົາຜ້າເຊັດໂຕມາມັດແອວ.+ 5 ຈາກນັ້ນ ເພິ່ນກໍເອົານ້ຳໃສ່ຊາມ ແລ້ວເລີ່ມລ້າງຕີນໃຫ້ລູກສິດ ແລະເອົາຜ້າທີ່ມັດຢູ່ແອວເຊັດຕີນເຂົາເຈົ້າໃຫ້ແຫ້ງ. 6 ເມື່ອມາຮອດຊີໂມນເປໂຕ ລາວຖາມພະເຢຊູວ່າ: “ນາຍເອີ້ຍ ທ່ານຈະລ້າງຕີນໃຫ້ຂ້ອຍບໍ?” 7 ພະເຢຊູຕອບວ່າ: “ຕອນນີ້ ເຈົ້າຍັງບໍ່ເຂົ້າໃຈດອກວ່າເປັນຫຍັງຂ້ອຍເຮັດແນວນີ້ ແຕ່ອີກຈັກໜ້ອຍເຈົ້າກໍຈະເຂົ້າໃຈ.” 8 ເປໂຕບອກວ່າ “ທ່ານຈະລ້າງຕີນໃຫ້ຂ້ອຍບໍ່ໄດ້ໄດ໋.” ພະເຢຊູຕອບລາວວ່າ: “ຖ້າບໍ່ໃຫ້ຂ້ອຍລ້າງ+ ເຈົ້າຈະມີສ່ວນຮ່ວມກັບຂ້ອຍບໍ່ໄດ້.” 9 ຊີໂມນເປໂຕເວົ້າວ່າ: “ນາຍເອີ້ຍ ຄັນຊັ້ນຢ່າລ້າງແຕ່ຕີນເທົ່ານັ້ນ ລ້າງມືກັບຫົວໃຫ້ຂ້ອຍນຳ.” 10 ພະເຢຊູບອກລາວວ່າ: “ຄົນທີ່ອາບນ້ຳແລ້ວກໍສະອາດໝົດໂຕ ລ້າງແຕ່ຕີນກໍພໍແລ້ວ. ພວກເຈົ້າສະອາດ ແຕ່ບໍ່ແມ່ນທຸກຄົນ.” 11 ພະເຢຊູຮູ້ວ່າໃຜຈະທໍລະຍົດເພິ່ນ+ ຍ້ອນແນວນີ້ເພິ່ນຈຶ່ງເວົ້າວ່າ: “ພວກເຈົ້າສະອາດ ແຕ່ບໍ່ແມ່ນທຸກຄົນ.”
12 ເມື່ອພະເຢຊູລ້າງຕີນພວກລູກສິດແລ້ວ ເພິ່ນກໍໃສ່ເສື້ອຄຸມແລະກັບໄປນັ່ງຢູ່ໂຕະກິນເຂົ້າ. ເພິ່ນຖາມເຂົາເຈົ້າວ່າ: “ເຂົ້າໃຈບໍວ່າເປັນຫຍັງຂ້ອຍເຮັດແບບນີ້ໃຫ້ພວກເຈົ້າ? 13 ພວກເຈົ້າເອີ້ນຂ້ອຍວ່າ ‘ອາຈານ’ ແລະ ‘ນາຍ’ ພວກເຈົ້າເອີ້ນແບບນັ້ນກໍຖືກແລ້ວ ຍ້ອນຂ້ອຍເປັນແບບນັ້ນແທ້ໆ.+ 14 ດັ່ງນັ້ນ ຖ້າຂ້ອຍທີ່ເປັນນາຍແລະເປັນອາຈານຍັງລ້າງຕີນໃຫ້ພວກເຈົ້າ+ ພວກເຈົ້າກໍຄວນຈະ*ລ້າງຕີນໃຫ້ກັນ.+ 15 ຂ້ອຍເຮັດເປັນຕົວຢ່າງໃຫ້ເບິ່ງແລ້ວ ພວກເຈົ້າກໍຄວນເຮັດຕາມ.+ 16 ຂ້ອຍຈະບອກໃຫ້ຮູ້ວ່າ ທາດບໍ່ໃຫຍ່ກວ່ານາຍ ແລະຄົນທີ່ຖືກໃຊ້ໄປກໍບໍ່ໃຫຍ່ກວ່າຄົນທີ່ໃຊ້ລາວໄປ. 17 ຖ້າພວກເຈົ້າຮູ້ເລື່ອງນີ້ແລ້ວເຮັດຕາມ ພວກເຈົ້າກໍຈະມີຄວາມສຸກ.+ 18 ຂ້ອຍບໍ່ໄດ້ເວົ້າເຖິງພວກເຈົ້າທຸກຄົນ. ຂ້ອຍຮູ້ຈັກຄົນທີ່ຂ້ອຍເລືອກໄວ້. ແຕ່ເລື່ອງທີ່ພະຄຳພີບອກໄວ້ຈະຕ້ອງເກີດຂຶ້ນແທ້ທີ່ວ່າ+ ‘ຄົນທີ່ກິນເຂົ້ານຳຂ້ອຍກໍຍັງຍົກສົ້ນຕີນໃສ່ຂ້ອຍ.’*+ 19 ຂ້ອຍບອກພວກເຈົ້າໄວ້ກ່ອນທີ່ເລື່ອງນີ້ຈະເກີດຂຶ້ນ ແລະເມື່ອມັນເກີດຂຶ້ນແທ້ ພວກເຈົ້າຈະເຊື່ອວ່າຂ້ອຍແມ່ນຄົນທີ່ພະຄຳພີເວົ້າເຖິງ.+ 20 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນທີ່ຕ້ອນຮັບຜູ້ທີ່ຂ້ອຍສົ່ງໄປກໍຕ້ອນຮັບຂ້ອຍ+ ແລະຄົນທີ່ຕ້ອນຮັບຂ້ອຍກໍຕ້ອນຮັບຜູ້ທີ່ໃຊ້ຂ້ອຍມາ.”+
21 ເມື່ອເວົ້າຮອດຕອນນີ້ ພະເຢຊູກໍສະເທືອນໃຈຫຼາຍແລະເວົ້າອອກມາວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຂ້ອຍ.”+ 22 ພວກລູກສິດກໍແນມເບິ່ງໜ້າກັນແລະສົງໄສວ່າເພິ່ນກຳລັງເວົ້າເຖິງໃຜ.+ 23 ລູກສິດຜູ້ໜຶ່ງທີ່ພະເຢຊູຮັກ+ໄດ້ນັ່ງເທີ້ງຢູ່ທາງຂ້າງເພິ່ນ. 24 ຊີໂມນເປໂຕຈຶ່ງງຶກຫົວໃສ່ຜູ້ນັ້ນແລະຖາມວ່າ: “ຮູ້ບໍເພິ່ນໝາຍເຖິງໃຜ?” 25 ລູກສິດຜູ້ນັ້ນຈຶ່ງເນີ້ງໂຕໄປໃກ້ເອິກຂອງພະເຢຊູແລະຖາມວ່າ: “ນາຍເອີ້ຍ ຜູ້ນັ້ນແມ່ນໃຜ?”+ 26 ພະເຢຊູຕອບວ່າ: “ຜູ້ນັ້ນແມ່ນຄົນທີ່ຂ້ອຍຈະເອົາເຂົ້າຈີ່ຈ້ຳໃນຖ້ວຍແລະຍື່ນໃຫ້ລາວ.”+ ແລ້ວເພິ່ນກໍເອົາເຂົ້າຈີ່ຈ້ຳໃນຖ້ວຍແລະຍື່ນໃຫ້ຢູດາລູກຊາຍຂອງຊີໂມນອິສະກາຣີອົດ. 27 ເມື່ອຢູດາຈັບເອົາເຂົ້າຈີ່ປ່ຽງນັ້ນແລ້ວ ຊາຕານກໍດົນໃຈລາວ.+ ພະເຢຊູຈຶ່ງເວົ້າກັບລາວວ່າ: “ເຈົ້າຈະເຮັດຫຍັງກໍໃຫ້ຟ້າວເຮັດໂລດ.” 28 ແຕ່ພວກລູກສິດຄົນອື່ນທີ່ນັ່ງຢູ່ໂຕະດຽວກັນບໍ່ຮູ້ວ່າເປັນຫຍັງເພິ່ນຈຶ່ງເວົ້າກັບຢູດາແບບນັ້ນ. 29 ບາງຄົນຄິດວ່າພະເຢຊູກຳລັງບອກລາວວ່າ: “ໄປຊື້ເຄື່ອງທີ່ຕ້ອງໃຊ້ໃນເທດສະການ” ຍ້ອນຢູດາເປັນຜູ້ຖືກ່ອງໃສ່ເງິນ+ ຫຼືບໍ່ກໍບອກລາວໃຫ້ເອົາເງິນໄປຊ່ວຍຄົນທຸກ. 30 ຫຼັງຈາກຈັບເອົາເຂົ້າຈີ່ປ່ຽງນັ້ນແລ້ວ ຢູດາກໍອອກໄປທັນທີ. ຕອນນັ້ນເປັນຕອນກາງຄືນ.+
31 ເມື່ອຢູດາອອກໄປແລ້ວ ພະເຢຊູເວົ້າວ່າ: “ຮອດເວລາແລ້ວທີ່ລູກມະນຸດຈະໄດ້ຮັບການຍົກຍ້ອງ+ ແລະພະເຈົ້າກໍຈະໄດ້ຮັບການຍົກຍ້ອງຍ້ອນເຫດການທີ່ຈະເກີດຂຶ້ນກັບລູກມະນຸດ. 32 ພະເຈົ້າຈະເປັນຜູ້ຍົກຍ້ອງລູກມະນຸດ+ແລະເພິ່ນຈະເຮັດທັນທີ. 33 ສ່ຽວ*ເອີ້ຍ ຂ້ອຍຈະຢູ່ກັບພວກເຈົ້າໄດ້ອີກບໍ່ດົນ. ພວກເຈົ້າຈະຊອກຫາຂ້ອຍ ແລະຄືກັບທີ່ຂ້ອຍເຄີຍບອກພວກຢິວວ່າ ‘ບ່ອນທີ່ຂ້ອຍຈະໄປນັ້ນ ພວກເຈົ້າໄປບໍ່ໄດ້’+ ຕອນນີ້ ຂ້ອຍກໍຈະບອກພວກເຈົ້າແບບນັ້ນຄືກັນ. 34 ຂ້ອຍໃຫ້ກົດໝາຍໃໝ່ກັບພວກເຈົ້າ. ໃຫ້ພວກເຈົ້າຮັກກັນ. ຂ້ອຍຮັກພວກເຈົ້າແບບໃດ+ ກໍໃຫ້ພວກເຈົ້າຮັກກັນແບບນັ້ນ.+ 35 ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.”+
36 ຊີໂມນເປໂຕຖາມພະເຢຊູວ່າ: “ນາຍເອີ້ຍ ທ່ານຈະໄປໃສ?” ເພິ່ນຕອບວ່າ: “ບ່ອນທີ່ຂ້ອຍຈະໄປນັ້ນ ຕອນນີ້ເຈົ້າຍັງໄປບໍ່ໄດ້ ແຕ່ເຈົ້າຈະໄປນຳຫຼັງຂ້ອຍ.”+ 37 ເປໂຕຖາມເພິ່ນວ່າ: “ນາຍເອີ້ຍ ເປັນຫຍັງຕອນນີ້ຂ້ອຍຈຶ່ງໄປບໍ່ໄດ້? ຂ້ອຍພ້ອມຈະສະລະຊີວິດເພື່ອທ່ານ.”+ 38 ພະເຢຊູຕອບລາວວ່າ: “ເຈົ້າພ້ອມຈະສະລະຊີວິດເພື່ອຂ້ອຍບໍ? ຂ້ອຍຈະບອກໃຫ້ຮູ້ວ່າ ກ່ອນໄກ່ຂັນ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+