ສຸພາສິດ
7 ລູກເອີ້ຍ ໃຫ້ເຮັດຕາມຄຳເວົ້າຂອງພໍ່.
ໃຫ້ຖືວ່າຄຳສັ່ງຂອງພໍ່ມີຄ່າຫຼາຍ.+
2 ໃຫ້ເຮັດຕາມຄຳສັ່ງ ແລ້ວລູກຈະມີຊີວິດຍືນຍາວແລະມີຄວາມສຸກ.+
ໃຫ້ປົກປ້ອງຄຳແນະນຳ*ຂອງພໍ່ຄືກັບປົກປ້ອງໜ່ວຍຕາຂອງລູກ.
3 ໃຫ້ມັດມັນໄວ້ຢູ່ນິ້ວມື້ຂອງລູກ
ແລະໃຫ້ຂຽນມັນໄວ້ຢູ່ຫົວໃຈຂອງລູກ.+
4 ໃຫ້ເວົ້າກັບສະຕິປັນຍາວ່າ: “ເຈົ້າເປັນເອື້ອຍຂອງຂ້ອຍ”
ແລະໃຫ້ເອີ້ນຄວາມເຂົ້າໃຈວ່າ: “ຍາດຕິພີ່ນ້ອງຂອງຂ້ອຍ.”
5 ສະຕິປັນຍາແລະຄວາມເຂົ້າໃຈຈະປົກປ້ອງລູກຈາກຜູ້ຍິງທີ່ຜິດສິນລະທຳ*+
ແລະຈະປົກປ້ອງລູກຈາກຜູ້ຍິງທີ່ຜິດສິນລະທຳທີ່ມັກເວົ້າຄຳຫວານໆ.*+
6 ເມື່ອພໍ່ແນມລົງໄປ
ຈາກປ່ອງຢ້ຽມ*ເຮືອນຂອງພໍ່
7 ພໍ່ກໍເຫັນພວກຄົນທີ່ຂາດປະສົບການ.
ພໍ່ເຫັນວ່າໃນພວກຄົນໜຸ່ມສາວມີຊາຍໜຸ່ມຄົນໜຶ່ງເປັນຄົນບໍ່ຮູ້ຈັກຄິດ.+
8 ລາວຍ່າງໄປທາງແຍກທີ່ຢູ່ໃກ້ເຮືອນຂອງຜູ້ຍິງຄົນໜຶ່ງ
ແລະລາວກໍຍ່າງກົງໄປເຮືອນຂອງຜູ້ຍິງຄົນນັ້ນ.
ຕອນທີ່ຟ້າໃກ້ຊິມືດ
10 ພໍ່ກໍເຫັນຜູ້ຍິງຄົນໜຶ່ງຍ່າງມາຫາລາວ.
ຜູ້ຍິງຄົນນັ້ນແຕ່ງໂຕຄືກັບຜູ້ຍິງຂາຍໂຕ*+ແລະເປັນຜູ້ຍິງທີ່ມີເລ່ລ່ຽມ.
11 ລາວເວົ້າສຽງດັງແລະບໍ່ເກງໃຈໃຜ.+
ລາວບໍ່ເຄີຍຢູ່ເຮືອນເລີຍ.
12 ບາງເທື່ອລາວກໍຢູ່ທາງນອກ. ບາງເທື່ອລາວກໍຢູ່ຕາມເດີ່ນຂອງເມືອງ.
ລາວມັກໄປຈອບເບິ່ງຢູ່ຕາມທາງແຍກ.+
13 ຜູ້ຍິງຄົນນັ້ນຈັບຊາຍໜຸ່ມມາຈູບ
ແລະເວົ້າກັບລາວແບບໜ້າບໍ່ອາຍວ່າ:
14 “ເຈົ້າຮູ້ບໍ? ຂ້ອຍເອົາເຄື່ອງບູຊາສ້າງຄວາມສະຫງົບສຸກ +ໄປໃຫ້ລະໄດ໋.
ມື້ນີ້ຂ້ອຍໄດ້ເຮັດຕາມທີ່ສາບານໄວ້ແລ້ວ.
15 ຂ້ອຍຈຶ່ງອອກມາຊອກຫາເຈົ້າ
ແລະຂ້ອຍກໍເຈິເຈົ້າແລ້ວ!
16 ຂ້ອຍໄດ້ເອົາຜ້າດີໆປູບ່ອນນອນຂອງຂ້ອຍໄວ້.
ມັນເປັນຜ້າລີນິນສີສັນສົດໃສຈາກເອຢິບພຸ້ນໄດ໋.+
17 ແລ້ວຂ້ອຍກໍໄດ້ເອົາມົດຍອບ* ໄມ້ເກດສະໜາ ແລະອົບເຊີຍ*+ໄປໃສ່ບ່ອນນອນຂອງຂ້ອຍນຳ.
18 ມາແມ້! ໃຫ້ພວກເຮົາມາດື່ມຈາກຈອກຂອງຄວາມຮັກຈົນຮອດຕອນເຊົ້າ.
ໃຫ້ພວກເຮົາມາມີຄວາມສຸກອັນຮ້ອນແຮງນຳກັນ
19 ເພາະຜົວຂ້ອຍບໍ່ຢູ່.
ລາວໄປຕ່າງແຂວງ.
20 ລາວເອົາຖົງເງິນໄປນຳ
ແລະລາວຈະບໍ່ກັບມາຈົນຮອດທ້າຍເດືອນພຸ້ນ.”
21 ຜູ້ຍິງຄົນນັ້ນເວົ້າອ້ອນຈົນຊາຍໜຸ່ມຫຼົງໄຫຼ.+
ຜູ້ຍິງຄົນນັ້ນໃຊ້ຄຳເວົ້າຫວານໆຍົ້ວຍວນລາວ.
22 ແລ້ວຊາຍໜຸ່ມກໍຍ່າງນຳຫຼັງຜູ້ຍິງຄົນນັ້ນໄປທັນທີຄືກັບງົວຍ່າງໄປໂຮງຂ້າສັດ
ຄືກັບຄົນໂງ່ທີ່ຖືກລ່າມໂສ້*ເພື່ອເອົາໄປລົງໂທດ.+
23 ລາວບໍ່ຮູ້ວ່າໂຕເອງກຳລັງຈະຕາຍຈົນລູກທະນູໄດ້ແທງຕັບຂອງລາວ.
ລາວເປັນຄືກັບນົກທີ່ຟ້າວບິນເຂົ້າໄປໃນແຮ້ວ.+
24 ລູກເອີ້ຍ ຟັງພໍ່ເດີ້.
ຂໍໃຫ້ລູກສົນໃຈຟັງສິ່ງທີ່ພໍ່ເວົ້າ.
25 ຢ່າຫຼົງໄປກັບການລໍ້ໃຈຂອງຜູ້ຍິງແບບນັ້ນ.
ຢ່ານຳລາວໄປຕາມບ່ອນຕ່າງໆ+
26 ຍ້ອນລາວໄດ້ເຮັດໃຫ້ຫຼາຍຄົນຕາຍ+
ແລະຄົນທີ່ລາວຂ້າກໍມີຈຳນວນຫຼາຍ.+
27 ການໄປເຮືອນຂອງລາວກໍເປັນຄືກັບການໄປຂຸມຝັງສົບ*
ການໄປບ່ອນນັ້ນກໍສ່ຳກັບໄປຕາຍ.