ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ດາວິດ​ກິນ​ເຂົ້າຈີ່​ທີ່​ຕັ້ງ​ໄວ້​ໃຫ້​ພະເຈົ້າ​ຢູ່​ເມືອງ​ໂນບ (1-​9)

      • ດາວິດ​ເຮັດ​ຄື​ຄົນ​ຜີ​ບ້າ​ຢູ່​ເມືອງ​ກັດ (10-​15)

1 ຊາມູເອນ 21:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:9, 19
  • +1ຊມ 18:13

1 ຊາມູເອນ 21:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:30; ລລວ 24:5, 9; ມທ 12:3, 4
  • +ອພຍ 19:15; ລລວ 15:16; 2ຊມ 11:11

1 ຊາມູເອນ 21:5

ໄຂເງື່ອນ

  • *

    ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 15:18

1 ຊາມູເອນ 21:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:7-9; ມຣກ 2:25, 26; ລກ 6:3, 4

1 ຊາມູເອນ 21:7

ໄຂເງື່ອນ

  • *

    ອາດ​ເປັນ​ຍ້ອນ​ຄຳ​ສາບານ​ທີ່​ເຮັດ​ໄວ້​ແລ້ວ ຍ້ອນ​ບໍ່​ສະອາດ​ຕາມ​ກົດໝາຍ ຫຼື​ຖືກ​ສົງໄສ​ວ່າ​ເປັນ​ຂີ້ທູດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:9; ພສ 52:ຫົວບົດ
  • +ປຖກ 36:1

1 ຊາມູເອນ 21:9

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:51, 54
  • +1ຊມ 17:2, 50
  • +ອພຍ 28:6

1 ຊາມູເອນ 21:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 27:1
  • +ຢຊ 11:22; 1ຊມ 5:8; 17:4; 27:2; ພສ 56:ຫົວບົດ

1 ຊາມູເອນ 21:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:6-8; 29:4, 5

1 ຊາມູເອນ 21:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 56:3, 6

1 ຊາມູເອນ 21:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:ຫົວບົດ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2024, ໜ້າ 2-3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 21:11ຊມ 22:9, 19
1ຊມ. 21:11ຊມ 18:13
1ຊມ. 21:4ອພຍ 25:30; ລລວ 24:5, 9; ມທ 12:3, 4
1ຊມ. 21:4ອພຍ 19:15; ລລວ 15:16; 2ຊມ 11:11
1ຊມ. 21:5ລລວ 15:18
1ຊມ. 21:6ລລວ 24:7-9; ມຣກ 2:25, 26; ລກ 6:3, 4
1ຊມ. 21:71ຊມ 22:9; ພສ 52:ຫົວບົດ
1ຊມ. 21:7ປຖກ 36:1
1ຊມ. 21:91ຊມ 17:51, 54
1ຊມ. 21:91ຊມ 17:2, 50
1ຊມ. 21:9ອພຍ 28:6
1ຊມ. 21:101ຊມ 27:1
1ຊມ. 21:10ຢຊ 11:22; 1ຊມ 5:8; 17:4; 27:2; ພສ 56:ຫົວບົດ
1ຊມ. 21:111ຊມ 18:6-8; 29:4, 5
1ຊມ. 21:12ພສ 56:3, 6
1ຊມ. 21:13ພສ 34:ຫົວບົດ
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 21:1-15

ຊາມູເອນ​ສະບັບ​ທີ​ໜຶ່ງ

21 ຫຼັງ​ຈາກ​ນັ້ນ ດາວິດ​ກໍ​ໄປ​ຫາ​ປະໂລຫິດ​ອາຮີເມເລັກ​ຢູ່​ເມືອງ​ໂນບ.+ ເມື່ອ​ອາຮີເມເລັກ​ເຫັນ​ດາວິດ​ກໍ​ຢ້ານ​ຫຼາຍ​ແລະ​ຖາມ​ດາວິດ​ວ່າ: “ເປັນ​ຫຍັງ​ເຈົ້າ​ມາ​ຜູ້​ດຽວ ບໍ່​ມີ​ໃຜ​ມາ​ນຳ​ເຈົ້າ​ບໍ?”+ 2 ດາວິດ​ຕອບ​ປະໂລຫິດ​ອາຮີເມເລັກ​ວ່າ: “ກະສັດ​ໃຊ້​ໃຫ້​ຂ້ອຍ​ມາ​ເຮັດ​ວຽກ​ບາງ​ຢ່າງ ແຕ່​ເພິ່ນ​ສັ່ງ​ວ່າ ‘ຢ່າ​ໃຫ້​ໃຜ​ຮູ້​ເດີ້​ວ່າ​ຂ້ອຍສົ່ງ​ເຈົ້າ​ໃຫ້​ໄປ​ເຮັດ​ຫຍັງ.’ ຂ້ອຍ​ນັດ​ກັບ​ພວກ​ລູກ​ນ້ອງ​ໄວ້​ແລ້ວ​ວ່າ​ຈະ​ໄປເຈິກັນ​ຢູ່​ໃສ. 3 ຖ້າ​ຕອນ​ນີ້​ເຈົ້າ​ມີ​ເຂົ້າຈີ່​ຫ້າ​ກ້ອນ ຂ້ອຍ​ຂໍ​ໄດ້​ບໍ່? ຫຼື​ອັນ​ອື່ນ​ກໍ​ໄດ້​ທີ່​ເຈົ້າ​ມີ​ຢູ່​ນີ້.” 4 ແຕ່​ປະໂລຫິດ​ຕອບ​ດາວິດ​ວ່າ: “ຢູ່​ນີ້ບໍ່​ມີ​ເຂົ້າຈີ່​ທຳມະດາ ມີ​ແຕ່​ເຂົ້າຈີ່​ບໍລິສຸດ.+ ພວກ​ລູກ​ນ້ອງ​ຂອງ​ເຈົ້າ​ກິນ​ໄດ້ ຖ້າ​ໄລຍະ​ນີ້​ເຂົາ​ເຈົ້າ​ບໍ່​ໄດ້​ນອນນຳຜູ້​ຍິງ.”+ 5 ດາວິດ​ຕອບ​ວ່າ: “ພວກ​ເຮົາ​ບໍ່​ໄດ້​ນອນ​ນຳ​ຜູ້​ຍິງ​ເລີຍ ຄື​ກັບ​ຕອນ​ກ່ອນ​ທີ່​ພວກ​ເຮົາ​ອອກໄປສູ້ຮົບ.+ ຖ້າ​ຕອນ​ທີ່​ເຮັດ​ໜ້າ​ທີ່​ຕາມ​ປົກກະຕິ​ພວກ​ເຮົາ​ຍັງ​ເຮັດ​ໃຫ້ໂຕເອງສະອາດ* ຕອນ​ທີ່​ເຮັດ​ວຽກ​ພິເສດ​ນີ້​ພວກ​ເຮົາ​ກໍ​ແຮ່ງ​ຕ້ອງ​ສະອາດ​ກວ່າ​ນັ້ນ​ອີກ!” 6 ປະໂລຫິດ​ຈຶ່ງ​ເອົາ​ເຂົ້າຈີ່​ບໍລິສຸດ+ໃຫ້​ດາວິດ ເພາະ​ບໍ່​ມີ​ເຂົ້າຈີ່​ແນວ​ອື່ນ. ເຂົ້າຈີ່​ນີ້​ບໍ່​ໄດ້​ຕັ້ງ​ໄວ້​ໃຫ້​ພະ​ເຢໂຫວາ​ແລ້ວ ຍ້ອນ​ໃນ​ມື້​ນັ້ນ​ເຂົາ​ເຈົ້າ​ໄດ້​ເອົາ​ເຂົ້າຈີ່​ໃໝ່​ມາ​ຕັ້ງ​ໄວ້​ແທນ.

7 ຕອນ​ນັ້ນ ຄົນ​ຂອງ​ຊາອູນ​ຜູ້​ໜຶ່ງ​ຖືກກັກໂຕ*ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເຕັ້ນ​ສັກສິດ. ລາວ​ຊື່​ໂດເອັກ+ແລະ​ເປັນ​ຄົນ​ເອໂດມ.+ ລາວ​ເປັນ​ຫົວ​ໜ້າ​ຄົນ​ລ້ຽງ​ແກະ​ຂອງ​ຊາອູນ.

8 ດາວິດ​ຖາມ​ອາຮີເມເລັກ​ວ່າ: “ເຈົ້າ​ມີ​ຫອກ​ຫຼື​ດາບ​ຢູ່​ນີ້ບໍ່? ຂ້ອຍ​ບໍ່​ໄດ້​ເອົາ​ດາບ​ຫຼື​ອາວຸດ​ຂອງ​ຂ້ອຍ​ມາ​ນຳ​ເພາະ​ກະສັດ​ສັ່ງ​ວ່າ​ໃຫ້​ຟ້າວ​ໄປ.” 9 ປະໂລຫິດ​ຕອບ​ວ່າ: “ຢູ່​ນີ້​ມີ​ແຕ່​ດາບ​ຂອງ​ໂກລີອາດ​+ຄົນ​ຟີລິດສະຕີນ​ທີ່​ເຈົ້າ​ຂ້າ​ລາວ​ຕາຍ​ຢູ່​ຮ່ອມພູ​ເອລາ.+ ດາບ​ນັ້ນ​ຫໍ່​ຢູ່​ໃນ​ຜ້າ​ວາງ​ໄວ້​ທາງ​ຫຼັງ​ເອໂຟດ.*+ ຖ້າ​ເຈົ້າ​ຢາກ​ໄດ້​ກໍ​ເອົາ​ໄປ​ໂລດ.” ດາວິດ​ເວົ້າ​ວ່າ: “ດາບ​ດວງ​ນີ້​ແຫຼະ​ຄັກ​ສຸດ. ຂ້ອຍ​ເອົາ​ໄປ​ເດີ້.”

10 ໃນ​ມື້​ນັ້ນດາວິດ​ກໍ​ໜີ​ຊາອູນ​ຕໍ່​ໄປ+ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ໄປ​ຫາ​ອາກີເຊ​ກະສັດ​ຂອງ​ເມືອງ​ກັດ.+ 11 ຄົນ​ຂອງ​ອາກີເຊ​ເວົ້າ​ກັບ​ລາວ​ວ່າ: “ນີ້​ແມ່ນ​ດາວິດ​ກະສັດ​ຂອງອິດສະຣາເອນຕົ໋ວ​ນິ. ບໍ່​ແມ່ນ​ຜູ້​ນີ້​ຫວາ​ທີ່​ເຂົາ​ເຈົ້າ​ເຕັ້ນ​ແລະ​ຮ້ອງ​ເພງ​ຍ້ອງຍໍ​ວ່າ

‘ຊາອູນ​ຂ້າ​ສັດຕູ​ໄດ້​ເປັນ​ພັນ​ໆ​

ແຕ່ດາວິດ​ຂ້າ​ສັດຕູ​ໄດ້​ເປັນ​ໝື່ນ​ໆ​’?”+

12 ດາວິດຄິດເຖິງຄຳເວົ້າ​ຂອງ​ເຂົາ​ເຈົ້າ ລາວ​ກໍ​ເລີຍ​ຢ້ານ+ອາກີເຊ​ກະສັດ​ຂອງ​ເມືອງ​ກັດ​ຫຼາຍ. 13 ດາວິດ​ຈຶ່ງ​ເຮັດ​ຄື​ຄົນ​ຜີ​ບ້າ.+ ຕອນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ລາວ​ຂຽນ​ໂລເລ​ໃສ່​ປະຕູ​ທາງເຂົ້າ​ເມືອງ​ແລະ​ເຮັດ​ນ້ຳ​ລາຍ​ຍ້ອຍ​ລົງ​ມາ​ຮອດ​ໜວດ​ຮອດ​ເຄົາ. 14 ແລ້ວ​ອາກີເຊ​ກໍ​ບອກ​ພວກ​ຂ້າລາຊະການ​ວ່າ: “ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ລາວ​ເປັນ​ບ້າ ເອົາ​ລາວ​ມາ​ຫາ​ຂ້ອຍ​ເຮັດ​ຫຍັງ? 15 ຂ້ອຍມີຄົນ​ຜີ​ບ້າ​ບໍ່​ພໍ​ຫວະ ພວກ​ເຈົ້າ​ຈຶ່ງເອົາ​ລາວມາ​ໃຫ້​ຂ້ອຍ​ຕື່ມ​ອີກ? ຄົນ​ແບບ​ນີ້​ເປັນ​ຕາ​ເອົາ​ເຂົ້າ​ມາ​ໃນ​ວັງ​ຂອງ​ຂ້ອຍ​ຫວະ!”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌