ຊາມູເອນສະບັບທີໜຶ່ງ
21 ຫຼັງຈາກນັ້ນ ດາວິດກໍໄປຫາປະໂລຫິດອາຮີເມເລັກຢູ່ເມືອງໂນບ.+ ເມື່ອອາຮີເມເລັກເຫັນດາວິດກໍຢ້ານຫຼາຍແລະຖາມດາວິດວ່າ: “ເປັນຫຍັງເຈົ້າມາຜູ້ດຽວ ບໍ່ມີໃຜມານຳເຈົ້າບໍ?”+ 2 ດາວິດຕອບປະໂລຫິດອາຮີເມເລັກວ່າ: “ກະສັດໃຊ້ໃຫ້ຂ້ອຍມາເຮັດວຽກບາງຢ່າງ ແຕ່ເພິ່ນສັ່ງວ່າ ‘ຢ່າໃຫ້ໃຜຮູ້ເດີ້ວ່າຂ້ອຍສົ່ງເຈົ້າໃຫ້ໄປເຮັດຫຍັງ.’ ຂ້ອຍນັດກັບພວກລູກນ້ອງໄວ້ແລ້ວວ່າຈະໄປເຈິກັນຢູ່ໃສ. 3 ຖ້າຕອນນີ້ເຈົ້າມີເຂົ້າຈີ່ຫ້າກ້ອນ ຂ້ອຍຂໍໄດ້ບໍ່? ຫຼືອັນອື່ນກໍໄດ້ທີ່ເຈົ້າມີຢູ່ນີ້.” 4 ແຕ່ປະໂລຫິດຕອບດາວິດວ່າ: “ຢູ່ນີ້ບໍ່ມີເຂົ້າຈີ່ທຳມະດາ ມີແຕ່ເຂົ້າຈີ່ບໍລິສຸດ.+ ພວກລູກນ້ອງຂອງເຈົ້າກິນໄດ້ ຖ້າໄລຍະນີ້ເຂົາເຈົ້າບໍ່ໄດ້ນອນນຳຜູ້ຍິງ.”+ 5 ດາວິດຕອບວ່າ: “ພວກເຮົາບໍ່ໄດ້ນອນນຳຜູ້ຍິງເລີຍ ຄືກັບຕອນກ່ອນທີ່ພວກເຮົາອອກໄປສູ້ຮົບ.+ ຖ້າຕອນທີ່ເຮັດໜ້າທີ່ຕາມປົກກະຕິພວກເຮົາຍັງເຮັດໃຫ້ໂຕເອງສະອາດ* ຕອນທີ່ເຮັດວຽກພິເສດນີ້ພວກເຮົາກໍແຮ່ງຕ້ອງສະອາດກວ່ານັ້ນອີກ!” 6 ປະໂລຫິດຈຶ່ງເອົາເຂົ້າຈີ່ບໍລິສຸດ+ໃຫ້ດາວິດ ເພາະບໍ່ມີເຂົ້າຈີ່ແນວອື່ນ. ເຂົ້າຈີ່ນີ້ບໍ່ໄດ້ຕັ້ງໄວ້ໃຫ້ພະເຢໂຫວາແລ້ວ ຍ້ອນໃນມື້ນັ້ນເຂົາເຈົ້າໄດ້ເອົາເຂົ້າຈີ່ໃໝ່ມາຕັ້ງໄວ້ແທນ.
7 ຕອນນັ້ນ ຄົນຂອງຊາອູນຜູ້ໜຶ່ງຖືກກັກໂຕ*ໄວ້ຕໍ່ໜ້າພະເຢໂຫວາຢູ່ເຕັ້ນສັກສິດ. ລາວຊື່ໂດເອັກ+ແລະເປັນຄົນເອໂດມ.+ ລາວເປັນຫົວໜ້າຄົນລ້ຽງແກະຂອງຊາອູນ.
8 ດາວິດຖາມອາຮີເມເລັກວ່າ: “ເຈົ້າມີຫອກຫຼືດາບຢູ່ນີ້ບໍ່? ຂ້ອຍບໍ່ໄດ້ເອົາດາບຫຼືອາວຸດຂອງຂ້ອຍມານຳເພາະກະສັດສັ່ງວ່າໃຫ້ຟ້າວໄປ.” 9 ປະໂລຫິດຕອບວ່າ: “ຢູ່ນີ້ມີແຕ່ດາບຂອງໂກລີອາດ+ຄົນຟີລິດສະຕີນທີ່ເຈົ້າຂ້າລາວຕາຍຢູ່ຮ່ອມພູເອລາ.+ ດາບນັ້ນຫໍ່ຢູ່ໃນຜ້າວາງໄວ້ທາງຫຼັງເອໂຟດ.*+ ຖ້າເຈົ້າຢາກໄດ້ກໍເອົາໄປໂລດ.” ດາວິດເວົ້າວ່າ: “ດາບດວງນີ້ແຫຼະຄັກສຸດ. ຂ້ອຍເອົາໄປເດີ້.”
10 ໃນມື້ນັ້ນດາວິດກໍໜີຊາອູນຕໍ່ໄປ+ ແລະໃນທີ່ສຸດລາວກໍໄປຫາອາກີເຊກະສັດຂອງເມືອງກັດ.+ 11 ຄົນຂອງອາກີເຊເວົ້າກັບລາວວ່າ: “ນີ້ແມ່ນດາວິດກະສັດຂອງອິດສະຣາເອນຕົ໋ວນິ. ບໍ່ແມ່ນຜູ້ນີ້ຫວາທີ່ເຂົາເຈົ້າເຕັ້ນແລະຮ້ອງເພງຍ້ອງຍໍວ່າ
‘ຊາອູນຂ້າສັດຕູໄດ້ເປັນພັນໆ
ແຕ່ດາວິດຂ້າສັດຕູໄດ້ເປັນໝື່ນໆ’?”+
12 ດາວິດຄິດເຖິງຄຳເວົ້າຂອງເຂົາເຈົ້າ ລາວກໍເລີຍຢ້ານ+ອາກີເຊກະສັດຂອງເມືອງກັດຫຼາຍ. 13 ດາວິດຈຶ່ງເຮັດຄືຄົນຜີບ້າ.+ ຕອນທີ່ຢູ່ໃນເມືອງນັ້ນລາວຂຽນໂລເລໃສ່ປະຕູທາງເຂົ້າເມືອງແລະເຮັດນ້ຳລາຍຍ້ອຍລົງມາຮອດໜວດຮອດເຄົາ. 14 ແລ້ວອາກີເຊກໍບອກພວກຂ້າລາຊະການວ່າ: “ພວກເຈົ້າກໍເຫັນແລ້ວວ່າລາວເປັນບ້າ ເອົາລາວມາຫາຂ້ອຍເຮັດຫຍັງ? 15 ຂ້ອຍມີຄົນຜີບ້າບໍ່ພໍຫວະ ພວກເຈົ້າຈຶ່ງເອົາລາວມາໃຫ້ຂ້ອຍຕື່ມອີກ? ຄົນແບບນີ້ເປັນຕາເອົາເຂົ້າມາໃນວັງຂອງຂ້ອຍຫວະ!”