ຂ່າວດີທີ່ຂຽນໂດຍມັດທາຍ
27 ເມື່ອຮອດຕອນເຊົ້າ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວທຸກຄົນກໍມາປະຊຸມປຶກສາກັນເພື່ອຈະຕັດສິນປະຫານພະເຢຊູ.+ 2 ເຂົາເຈົ້າມັດມືເພິ່ນ ແລ້ວສົ່ງໄປໃຫ້ປີລາດທີ່ເປັນເຈົ້າແຂວງ.+
3 ເມື່ອຢູດາຜູ້ທີ່ທໍລະຍົດເຫັນວ່າພະເຢຊູຖືກຕັດສິນລົງໂທດ ລາວກໍຮູ້ສຶກເສຍໃຈ. ລາວຈຶ່ງເອົາຫຼຽນເງິນ 30 ຫຼຽນໄປສົ່ງຄືນໃຫ້ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວ.+ 4 ລາວເວົ້າວ່າ: “ຂ້ອຍເຮັດຜິດແລ້ວທີ່ມອບຄົນທີ່ບໍ່ມີຄວາມຜິດໃຫ້ພວກເຈົ້າ.” ເຂົາເຈົ້າບອກວ່າ: “ກະເລື່ອງຂອງເຈົ້າ ບໍ່ກ່ຽວກັບພວກຂ້ອຍ.” 5 ຢູດາຈຶ່ງໂຍນຫຼຽນເງິນໄວ້ໃນວິຫານ ແລ້ວໄປແຂວນຄໍຕາຍ.+ 6 ພວກຫົວໜ້າປະໂລຫິດເອົາເງິນນັ້ນມາແລະເວົ້າວ່າ: “ເງິນນີ້ເປື້ອນເລືອດ ເຮົາຊິເອົາມາລວມກັບເງິນຂອງວິຫານບໍ່ໄດ້.” 7 ເຂົາເຈົ້າຈຶ່ງປຶກສາກັນ ແລ້ວເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນໝໍ້ເພື່ອໃຊ້ເປັນບ່ອນຝັງສົບຂອງຄົນຕ່າງຖິ່ນ. 8 ບ່ອນນັ້ນຈຶ່ງຖືກເອີ້ນວ່າ “ນາເລືອດ”+ ຈົນຮອດທຸກມື້ນີ້. 9 ດັ່ງນັ້ນ ສິ່ງທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເຢເຣມີຢາກໍເກີດຂຶ້ນແທ້ທີ່ວ່າ: “ເຂົາເຈົ້າເອົາຫຼຽນເງິນ 30 ຫຼຽນທີ່ພວກອິດສະຣາເອນບາງຄົນໄດ້ຕັ້ງເປັນຄ່າໂຕຂອງຜູ້ນັ້ນ 10 ໄປຊື້ນາຂອງຊ່າງປັ້ນໝໍ້ຕາມທີ່ພະເຢໂຫວາ*ສັ່ງຂ້ອຍໄວ້.”+
11 ເມື່ອພະເຢຊູຢືນຢູ່ຕໍ່ໜ້າປີລາດ ລາວຈຶ່ງຖາມພະເຢຊູວ່າ: “ເຈົ້າເປັນກະສັດຂອງຄົນຢິວບໍ?” ພະເຢຊູຕອບວ່າ: “ແມ່ນແລ້ວ.”*+ 12 ແຕ່ເມື່ອພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກ່າວຫາພະເຢຊູ ເພິ່ນພັດບໍ່ຕອບຫຍັງເລີຍ.+ 13 ປີລາດຈຶ່ງຖາມພະເຢຊູວ່າ: “ເຈົ້າບໍ່ໄດ້ຍິນບໍທີ່ເຂົາເຈົ້າກ່າວຫາເຈົ້າໃນຫຼາຍເລື່ອງ?” 14 ແຕ່ພະເຢຊູກໍບໍ່ຕອບປີລາດຈັກຄຳ ລາວຈຶ່ງແປກໃຈຫຼາຍ.
15 ໃນຍາມເທດສະການປັດສະຄາ ມີທຳນຽມທີ່ເຈົ້າແຂວງຈະໃຫ້ປະຊາຊົນເລືອກປ່ອຍໂຕນັກໂທດໄດ້ຄົນໜຶ່ງ.+ 16 ຕອນນັ້ນ ມີນັກໂທດທີ່ມີຊື່ສຽງຜູ້ໜຶ່ງຊື່ບາຣາບາ. 17 ເມື່ອປະຊາຊົນມາລວມກັນ ປີລາດຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າຢາກໃຫ້ຂ້ອຍປ່ອຍຜູ້ໃດ ບາຣາບາຫຼືເຢຊູທີ່ຄົນເອີ້ນວ່າພະຄລິດ?” 18 ປີລາດຮູ້ວ່າພວກນັ້ນສົ່ງພະເຢຊູມາໃຫ້ລາວຍ້ອນຄວາມອິດສາ. 19 ນອກຈາກນັ້ນ ຕອນທີ່ລາວນັ່ງຢູ່ບັນລັງຕັດສິນ ເມຍຂອງລາວໃຊ້ຄົນມາບອກວ່າ: “ຢ່າເຮັດຫຍັງໃຫ້ຜູ້ຊາຍທີ່ບໍລິສຸດຄົນນີ້. ຂ້ອຍຝັນກ່ຽວກັບລາວແລະມັນເປັນຕາຢ້ານຫຼາຍ.” 20 ແຕ່ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວໄດ້ຍົວະປະຊາຊົນໃຫ້ຂໍປີລາດປ່ອຍບາຣາບາ+ແລະຂ້າພະເຢຊູ.+ 21 ປີລາດຖາມປະຊາຊົນອີກເທື່ອໜຶ່ງວ່າ: “ສອງຄົນນີ້ ພວກເຈົ້າຢາກໃຫ້ຂ້ອຍປ່ອຍຜູ້ໃດ?” ເຂົາເຈົ້າຕອບວ່າ: “ບາຣາບາ.” 22 ປີລາດຈຶ່ງຖາມເຂົາເຈົ້າວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບເຢຊູທີ່ຄົນເອີ້ນວ່າພະຄລິດ?” ເຂົາເຈົ້າເວົ້າວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+ 23 ປີລາດເວົ້າວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+
24 ເມື່ອເຫັນວ່າບໍ່ໄດ້ຜົນແລະເລີ່ມມີຄວາມວຸ່ນວາຍຂຶ້ນ ປີລາດຈຶ່ງເອົານ້ຳມາລ້າງມືຕໍ່ໜ້າປະຊາຊົນແລະເວົ້າວ່າ: “ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບການຕາຍຂອງຜູ້ນີ້. ພວກເຈົ້າຕ້ອງຮັບຜິດຊອບເອງ.” 25 ເຂົາເຈົ້າຕອບເປັນສຽງດຽວກັນວ່າ: “ພວກເຮົາກັບລູກຈະຮັບຜິດຊອບຕໍ່ການຕາຍຂອງລາວ.”+ 26 ປີລາດຈຶ່ງປ່ອຍບາຣາບາໃຫ້ເຂົາເຈົ້າ. ຈາກນັ້ນກໍສັ່ງທະຫານໃຫ້ເອົາແສ້ຟາດພະເຢຊູ+ແລ້ວກໍໃຫ້ເຂົາເຈົ້າເອົາເພິ່ນໄປປະຫານເທິງເສົາ.+
27 ພວກທະຫານຂອງປີລາດຈຶ່ງເອົາພະເຢຊູເຂົ້າໄປໃນເຮືອນຂອງປີລາດ ແລະເຂົາເຈົ້າໄດ້ເອີ້ນທະຫານມາໝົດກອງທັບເພື່ອລ້ອມເພິ່ນໄວ້.+ 28 ເຂົາເຈົ້າແກ້ເສື້ອຂອງພະເຢຊູອອກ ແລ້ວເອົາເສື້ອຄຸມສີແດງສົດມາໃສ່ໃຫ້ເພິ່ນ.+ 29 ພວກທະຫານເອົາໜາມສານເປັນມົງກຸດແລະສຸບໃສ່ຫົວເພິ່ນ ເອົາໄມ້ອໍ້ໃສ່ມືເບື້ອງຂວາຂອງເພິ່ນ ແລະເຂົາເຈົ້າກໍຄູ້ເຂົ່າລົງຕໍ່ໜ້າພະເຢຊູແລະເຍາະເຍີ້ຍເພິ່ນວ່າ: “ຂໍກົ້ມຄຳນັບກະສັດຂອງຄົນຢິວ!” 30 ຈາກນັ້ນ ເຂົາເຈົ້າກໍຖົ່ມນ້ຳລາຍໃສ່ພະເຢຊູ+ແລະເອົາໄມ້ອໍ້ນັ້ນມາຕີຫົວເພິ່ນ. 31 ເມື່ອເຍາະເຍີ້ຍຈົນສົມໃຈແລ້ວ ເຂົາເຈົ້າກໍແກ້ເສື້ອຄຸມສີແດງສົດອອກ ແລະເອົາເສື້ອຄຸມຂອງເພິ່ນມາໃສ່ໃຫ້ເພິ່ນ. ຈາກນັ້ນກໍເອົາເພິ່ນໄປຄຶງໄວ້ເທິງເສົາ.+
32 ຕອນທີ່ກຳລັງອອກໄປຈາກເມືອງ ພວກທະຫານໄດ້ເຈິຜູ້ໜຶ່ງຊື່ຊີໂມນທີ່ເປັນຄົນກີເຣເນ ເຂົາເຈົ້າຈຶ່ງສັ່ງລາວໃຫ້ແບກເສົາທໍລະມານ*ຂອງພະເຢຊູ.+ 33 ເມື່ອມາຮອດບ່ອນໜຶ່ງທີ່ຊື່ໂຄລະໂຄທາ ທີ່ແປວ່າຫົວກະໂຫຼກ+ 34 ເຂົາເຈົ້າເອົາເຫຼົ້າແວງປະສົມກັບນ້ຳບີ*ໃຫ້ພະເຢຊູກິນ+ ແຕ່ເມື່ອຊີມແລ້ວເພິ່ນກໍບໍ່ຍອມກິນ. 35 ເມື່ອພວກທະຫານຄຶງພະເຢຊູໄວ້ເທິງເສົາແລ້ວ ເຂົາເຈົ້າກໍເອົາເສື້ອຄຸມຂອງເພິ່ນມາຈົກສະຫຼາກ+ 36 ແລະນັ່ງເຝົ້າເພິ່ນຢູ່ຫັ້ນ. 37 ຢູ່ເທິງຫົວຂອງພະເຢຊູ ເຂົາເຈົ້າຍັງຕອກປ້າຍທີ່ຂຽນຂໍ້ກ່າວຫາເພິ່ນໄວ້ຢູ່ເສົາ. ປ້າຍນັ້ນຂຽນວ່າ: “ນີ້ແມ່ນເຢຊູກະສັດຂອງຄົນຢິວ.”+
38 ຈາກນັ້ນ ເຂົາເຈົ້າກໍເອົາໂຈນ 2 ຄົນມາຄຶງໄວ້ເທິງເສົາທາງຂ້າງພະເຢຊູ. ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍ.+ 39 ຄົນທີ່ຍ່າງກາຍໄປກາຍມາກໍແກວ່ງຫົວ+ແລະເວົ້າດູຖູກພະເຢຊູວ່າ:+ 40 “ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້+ ຊ່ວຍໂຕເອງໃຫ້ລອດກ່ອນແມະ! ຖ້າເຈົ້າເປັນລູກຂອງພະເຈົ້າ*ກະລົງມາຈາກເສົາທໍລະມານທະແມ້!”+ 41 ພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວກໍເຍາະເຍີ້ຍສຽດສີພະເຢຊູແບບດຽວກັນ. ເຂົາເຈົ້າເວົ້າວ່າ:+ 42 “ລາວຊ່ວຍຄົນອື່ນໄດ້ ແຕ່ຊ່ວຍໂຕເອງບໍ່ໄດ້ຊ້ຳ! ຖ້າລາວເປັນກະສັດຂອງອິດສະຣາເອນ+ກະລົງມາຈາກເສົາທໍລະມານດຽວນີ້ແມ້ ແລ້ວພວກເຮົາຈະເຊື່ອລາວ. 43 ລາວອົດສາຫວັງເພິ່ງພະເຈົ້າແລະຍັງອ້າງວ່າ ‘ຂ້ອຍເປັນລູກຂອງພະເຈົ້າ.’+ ຖ້າພະເຈົ້າຢູ່ກັບລາວກໍໃຫ້ເພິ່ນມາຊ່ວຍລາວດຽວນີ້ໂລດ.”+ 44 ຂະໜາດວ່າໂຈນທີ່ຖືກຄຶງເທິງເສົາທີ່ຢູ່ທາງຂ້າງກໍຍັງເວົ້າດູຖູກພະເຢຊູຄືກັນ.+
45 ຕັ້ງແຕ່ປະມານຕອນທ່ຽງ*ຈົນຮອດບ່າຍ 3 ໂມງ* ທ້ອງຟ້າກໍມືດ.+ 46 ເມື່ອຮອດປະມານບ່າຍ 3 ໂມງ ພະເຢຊູຮ້ອງສຽງດັງວ່າ: “ເອລີ ເອລີ ລາມາສະບັກທານີ?” ທີ່ແປວ່າ “ພະເຈົ້າ ພະເຈົ້າຂອງລູກ ເປັນຫຍັງຈຶ່ງຖິ້ມລູກ?”+ 47 ເມື່ອບາງຄົນທີ່ຢືນຢູ່ຫັ້ນໄດ້ຍິນກໍເວົ້າວ່າ: “ລາວກຳລັງເອີ້ນເອລີຢາ.”+ 48 ມີຜູ້ໜຶ່ງຟ້າວແລ່ນໄປເອົາຟອງນ້ຳຈຸບເຫຼົ້າແວງສົ້ມແລະສຽບໃສ່ໄມ້ອໍ້ ແລ້ວຍື່ນໃຫ້ພະເຢຊູກິນ.+ 49 ແຕ່ຄົນອື່ນເວົ້າວ່າ: “ຢ່າຟ້າວເຮັດຫຍັງໃຫ້ລາວ! ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ວຍລາວບໍ່.” 50 ພະເຢຊູຮ້ອງສຽງດັງອີກເທື່ອໜຶ່ງແລ້ວເພິ່ນກໍຕາຍ.+
51 ໃນຕອນນັ້ນ ຜ້າກັ້ງໃນຫ້ອງບໍລິສຸດຂອງວິຫານ+ໄດ້ຈີກເປັນ 2 ຕ່ອນ+ຕັ້ງແຕ່ເທິງລົງລຸ່ມ+ ແລ້ວກໍມີແຜ່ນດິນໄຫວ ແມ່ນແຕ່ກ້ອນຫີນໃຫຍ່ໆກໍຍະອອກ. 52 ບ່ອນຝັງສົບເປີດອອກແລະສົບຄົນຂອງພະເຈົ້າຫຼາຍສົບກໍຟົ້ງອອກມາ 53 ແລະມີຫຼາຍຄົນໄດ້ເຫັນສົບເຫຼົ່ານັ້ນ (ຄົນທີ່ໄປແຖວບ່ອນຝັງສົບນັ້ນກໍເຂົ້າໄປໃນເມືອງບໍລິສຸດ*ຫຼັງຈາກພະເຢຊູຄືນມາຈາກຕາຍແລ້ວ).* 54 ເມື່ອນາຍຮ້ອຍກັບຄົນອື່ນທີ່ເຝົ້າເບິ່ງພະເຢຊູເຫັນແຜ່ນດິນໄຫວກັບສິ່ງຕ່າງໆທີ່ເກີດຂຶ້ນກໍຢ້ານຫຼາຍແລະເວົ້າວ່າ: “ຜູ້ນີ້ເປັນລູກຂອງພະເຈົ້າແທ້ໆ.”+
55 ຢູ່ຫັ້ນມີຜູ້ຍິງຫຼາຍຄົນເຝົ້າເບິ່ງເຫດການຢູ່ຫ່າງໆ. ເຂົາເຈົ້າຕິດຕາມຮັບໃຊ້ພະເຢຊູມາຕັ້ງແຕ່ແຂວງຄາລີເລ.+ 56 ມາຣິອາຄົນມັກດາເລນ ມາຣິອາທີ່ເປັນແມ່ຂອງຢາໂກໂບກັບໂຢເຊ ແລະແມ່ຂອງຢາໂກໂບກັບໂຢຮັນທີ່ເປັນເມຍຂອງເຊເບດາຍ*ກໍຢູ່ໃນກຸ່ມນັ້ນຄືກັນ.+
57 ຕອນຄ້າຍແລງ ລູກສິດຜູ້ໜຶ່ງຂອງພະເຢຊູຊື່ໂຢເຊັບທີ່ເປັນເສດຖີຢູ່ເມືອງອາຣີມາທາຍ+ 58 ໄດ້ໄປຂໍສົບພະເຢຊູຈາກປີລາດ.+ ປີລາດກໍສັ່ງໃຫ້ເອົາສົບໃຫ້ລາວ.+ 59 ໂຢເຊັບເອົາຜ້າລີນິນເນື້ອດີແລະສະອາດມາພັນສົບ+ 60 ແລະວາງສົບໄວ້ໃນບ່ອນຝັງສົບໃໝ່ຂອງລາວ+ທີ່ເຈາະໄວ້ແລ້ວໃນຫີນ. ຈາກນັ້ນ ລາວກໍກິ້ງຫີນໃຫຍ່ໆມາອັດທາງເຂົ້າບ່ອນຝັງສົບໄວ້ ແລ້ວລາວກໍໄປ. 61 ແຕ່ມາຣິອາຄົນມັກດາເລນກັບມາຣິອາອີກຄົນໜຶ່ງຍັງນັ່ງເຝົ້າຢູ່ໜ້າບ່ອນຝັງສົບ.+
62 ເຫດການທັງໝົດນີ້ເກີດຂຶ້ນໃນມື້ກຽມ*ວັນຊະບາໂຕ.+ ມື້ຕໍ່ມາ ພວກຫົວໜ້າປະໂລຫິດກັບພວກຟາຣີຊາຍກໍພາກັນໄປຫາປີລາດ. 63 ເຂົາເຈົ້າເວົ້າວ່າ: “ທ່ານເອີ້ຍ ພວກເຮົາຈື່ໄດ້ວ່າຄົນຫຼອກລວງຜູ້ນັ້ນເຄີຍເວົ້າຕອນທີ່ລາວຍັງມີຊີວິດຢູ່ວ່າ ‘ຂ້ອຍຈະຄືນມາຈາກຕາຍຫຼັງຈາກຕາຍໄປແລ້ວ 3 ມື້.’+ 64 ດັ່ງນັ້ນ ຂໍໃຫ້ທ່ານສັ່ງຄົນໄປເຝົ້າບ່ອນຝັງສົບຂອງລາວຈົນຮອດມື້ທີ 3 ເພື່ອບໍ່ໃຫ້ພວກລູກສິດມາລັກເອົາສົບໄປ+ ແລ້ວບອກປະຊາຊົນວ່າ ‘ລາວຖືກປຸກໃຫ້ຄືນມາຈາກຕາຍແລ້ວ!’ ຖ້າເປັນແນວນັ້ນ ການຫຼອກລວງເທື່ອນີ້ຈະຮ້າຍແຮງກວ່າເທື່ອທຳອິດ.” 65 ປີລາດບອກເຂົາເຈົ້າວ່າ: “ເອົາທະຫານຍາມໄປເຝົ້າບ່ອນຝັງສົບໃຫ້ຫຼາຍໆເທົ່າທີ່ຈະເຮັດໄດ້.” 66 ເຂົາເຈົ້າຈຶ່ງໄປບ່ອນນັ້ນ ຈ້ຳກາໃສ່ຫີນທີ່ອັດທາງເຂົ້າບ່ອນຝັງສົບ ແລະຈັດເວນຍາມເຝົ້າບ່ອນຝັງສົບໄວ້ຢ່າງແໜ້ນໜາ.