ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສຸພາສິດ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມສຸພາສິດ

      • ສະຕິປັນຍາ​ເວົ້າ (1-36)

        • “ຂ້ອຍ​ເປັນ​ຜູ້​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ” (22)

        • ‘ຂ້ອຍ​ຢູ່​ຂ້າງ​ໆ​ພະເຈົ້າ​ແລະ​ເປັນ​ນາຍ​ຊ່າງ​ຂອງ​ເພິ່ນ’ (30)

        • “ຂ້ອຍ​ຮັກ​ມະນຸດ​ຫຼາຍ” (31)

ສຸພາສິດ 8:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 1:20, 21

ສຸພາສິດ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:27

ສຸພາສິດ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:20

ສຸພາສິດ 8:5

ໄຂເງື່ອນ

  • *

    ຫຼື “ຫົວໃຈ​ທີ່​ເຂົ້າ​ໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 19:7

ສຸພາສິດ 8:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 19:9, 10; 119:72, 127; ສພສ 3:13-15

ສຸພາສິດ 8:11

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2401

ສຸພາສິດ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 2:11; 5:1, 2

ສຸພາສິດ 8:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 97:10; 101:3; ສພສ 16:6; ຣມ 12:9
  • +ພສ 101:5; 1ປຕ 5:5
  • +ສພສ 4:24

ສຸພາສິດ 8:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 2:7
  • +ສພສ 4:7
  • +ສພສ 24:5

ສຸພາສິດ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 72:1

ສຸພາສິດ 8:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 2:4, 5

ສຸພາສິດ 8:18

ໄຂເງື່ອນ

  • *

    ຫຼື “ສິ່ງ​ທີ່​ຕົກ​ທອດ​ມາ​ຈາກ​ປູ່ຍ່າຕານາຍ”

ສຸພາສິດ 8:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:13, 14

ສຸພາສິດ 8:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:1-3, 14
  • +ກລຊ 1:15-17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 130-131

ສຸພາສິດ 8:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 5:2
  • +ຢຮ 8:58; 17:5

ສຸພາສິດ 8:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:2

ສຸພາສິດ 8:27

ໄຂເງື່ອນ

  • *

    ຫຼື “ຕັ້ງ”

  • *

    ແປ​ຕາມ​ໂຕ​ວ່າ “ວົງມົນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 33:6; ຢຣມ 10:12
  • +ປຖກ 1:6, 7; ໂຢບ 26:10

ສຸພາສິດ 8:28

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ແຂງແຮງ”

ສຸພາສິດ 8:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 38:8-11; ພສ 33:7; 104:6-9; ຢຣມ 5:22

ສຸພາສິດ 8:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:26; ຢຮ 1:1, 3; 17:5; ກລຊ 1:15, 16
  • +ອຊຢ 42:1; ມທ 3:17
  • +ໂຢບ 38:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 130-132

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 15

ສຸພາສິດ 8:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ສຸພາສິດ 8:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:11; 4:13; ຮຣ 12:7, 9

ສຸພາສິດ 8:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 13:14

ສຸພາສິດ 8:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 5:23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ສພສ. 8:1ສພສ 1:20, 21
ສພສ. 8:2ມທ 10:27
ສພສ. 8:3ກຈກ 20:20
ສພສ. 8:5ພສ 19:7
ສພສ. 8:10ພສ 19:9, 10; 119:72, 127; ສພສ 3:13-15
ສພສ. 8:12ສພສ 2:11; 5:1, 2
ສພສ. 8:13ພສ 97:10; 101:3; ສພສ 16:6; ຣມ 12:9
ສພສ. 8:13ພສ 101:5; 1ປຕ 5:5
ສພສ. 8:13ສພສ 4:24
ສພສ. 8:14ສພສ 2:7
ສພສ. 8:14ສພສ 4:7
ສພສ. 8:14ສພສ 24:5
ສພສ. 8:15ພສ 72:1
ສພສ. 8:17ສພສ 2:4, 5
ສພສ. 8:19ສພສ 3:13, 14
ສພສ. 8:22ຢຮ 1:1-3, 14
ສພສ. 8:22ກລຊ 1:15-17
ສພສ. 8:23ມກ 5:2
ສພສ. 8:23ຢຮ 8:58; 17:5
ສພສ. 8:24ປຖກ 1:2
ສພສ. 8:27ພສ 33:6; ຢຣມ 10:12
ສພສ. 8:27ປຖກ 1:6, 7; ໂຢບ 26:10
ສພສ. 8:29ໂຢບ 38:8-11; ພສ 33:7; 104:6-9; ຢຣມ 5:22
ສພສ. 8:30ປຖກ 1:26; ຢຮ 1:1, 3; 17:5; ກລຊ 1:15, 16
ສພສ. 8:30ອຊຢ 42:1; ມທ 3:17
ສພສ. 8:30ໂຢບ 38:7
ສພສ. 8:33ສພສ 3:11; 4:13; ຮຣ 12:7, 9
ສພສ. 8:35ສພສ 13:14
ສພສ. 8:36ສພສ 5:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
ສຸພາສິດ 8:1-36

ສຸພາສິດ

8 ສະຕິ​ປັນຍາ​ກຳລັງ​ເອີ້ນ​ຢູ່.

ຄວາມ​ເຂົ້າໃຈ​ກຳລັງ​ຮ້ອງ​ສຽງ​ດັງ.+

 2 ເຈົ້າ​ຈະ​ໄດ້​ຍິນ​ສຽງ​ຂອງ​ສະຕິປັນຍາ

ຈາກ​ໂນນພູ+​ຕາມ​ຫົນທາງ​ແລະ​ຢູ່​ຕາມ​ທາງແຍກ.

 3 ຢູ່​ທາງ​ຂ້າງ​ປະຕູ​ເມືອງ

ແລະ​ຢູ່​ທາງເຂົ້າ​ເມືອງ

ສະຕິປັນຍາ​ຮ້ອງ​ສຽງ​ດັງ​ບໍ່​ຢຸດ​ບໍ່​ເຊົາ​ວ່າ:+

 4 “ປະຊາຊົນ​ເອີ້ຍ ຂ້ອຍ​ກຳລັງ​ເອີ້ນ​ພວກເຈົ້າ.

ຂ້ອຍ​ກຳລັງ​ຮ້ອງ​ພວກເຈົ້າ​ທຸກຄົນ.

 5 ພວກ​ຄົນ​ທີ່​ຂາດ​ປະສົບການ​ເອີ້ຍ ໃຫ້​ຮຽນຮູ້​ທີ່​ຈະ​ຄິດ​ຢ່າງ​ຮອບຄອບ.+

ພວກເຈົ້າ​ທີ່​ເປັນ​ຄົນ​ໂງ່​ເອີ້ຍ ໃຫ້​ພະຍາຍາມ​ເພື່ອ​ຈະ​ໄດ້​ຄວາມ​ເຂົ້າໃຈ.*

 6 ໃຫ້​ຟັງ​ເດີ້ ຍ້ອນ​ສິ່ງ​ທີ່​ຂ້ອຍ​ເວົ້າ​ສຳຄັນ​ຫຼາຍ.

ຂ້ອຍ​ເວົ້າ​ແຕ່​ສິ່ງ​ທີ່​ຖືກຕ້ອງ.

 7 ຂ້ອຍ​ເວົ້າ​ຄວາມຈິງ​ກັບ​ຄົນອື່ນ​ດ້ວຍ​ນ້ຳສຽງ​ທີ່​ມ່ວນ​ໆ​.

ປາກ​ຂອງ​ຂ້ອຍ​ຊັງ​ຄຳເວົ້າ​ຫຼອກລວງ.

 8 ທຸກສິ່ງ​ທີ່​ຂ້ອຍ​ເວົ້າ​ເປັນ​ສິ່ງ​ທີ່​ຖືກຕ້ອງ.

ບໍ່​ມີ​ສິ່ງ​ໃດ​ບິດເບືອນ​ຫຼື​ເຮັດ​ໃຫ້​ຫຼົງຜິດ​ເລີຍ.

 9 ຄຳເວົ້າ​ຂອງ​ຂ້ອຍ​ຈະແຈ້ງ​ສຳລັບ​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ

ແລະ​ຖືກຕ້ອງ​ສຳລັບ​ຄົນ​ທີ່​ມີ​ຄວາມຮູ້.

10 ໃຫ້​ເລືອກ​ເອົາ​ການ​ສັ່ງສອນ​ຂອງ​ຂ້ອຍ​ແທນທີ່​ຈະ​ເລືອກ​ເອົາ​ເງິນ

ແລະ​ເລືອກ​ເອົາ​ຄວາມຮູ້​ແທນທີ່​ຈະ​ເລືອກ​ເອົາ​ຄຳ​ທີ່​ດີ​ທີ່ສຸດ+

11 ຍ້ອນ​ສະຕິ​ປັນຍາ​ດີ​ກວ່າ​ປະກາລັງ*

ແລະ​ສິ່ງ​ອື່ນ​ໆ​ທັງໝົດ​ທີ່​ຄົນ​ຢາກ​ໄດ້​ກໍ​ທຽບ​ກັບ​ສະຕິ​ປັນຍາ​ບໍ່​ໄດ້​ເລີຍ.

12 ຂ້ອຍ​ແມ່ນ​ສະຕິ​ປັນຍາ​ແລະ​ຂ້ອຍ​ຢູ່​ກັບ​ຄວາມ​ຮອບຄອບ.

ຂ້ອຍ​ມີ​ຄວາມ​ຮູ້​ແລະ​ມີ​ຄວາມ​ສາມາດ​ໃນ​ການ​ຄິດ.+

13 ການ​ຢ້ານຢຳ​ພະ​ເຢໂຫວາ​ໝາຍເຖິງ​ການ​ຊັງ​ສິ່ງ​ຊົ່ວ.+

ຂ້ອຍ​ຊັງ​ການ​ຍົກຍ້ອງ​ໂຕເອງ ຄວາມ​ຍິ່ງ+ ການ​ເຮັດ​ຊົ່ວ ແລະ​ການ​ເວົ້າ​ຕົວະ.+

14 ຂ້ອຍ​ມີ​ຄຳແນະນຳ​ທີ່​ດີ​ແລະ​ສະຕິ​ປັນຍາ​ທີ່​ໃຊ້​ໄດ້​ແທ້.+

ຄວາມ​ເຂົ້າໃຈ+​ແລະ​ອຳນາດ+​ກໍ​ເປັນ​ຂອງ​ຂ້ອຍ.

15 ພວກ​ກະສັດ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຂ້ອຍ​ກໍ​ປົກຄອງ​ໄດ້​ຍາວນານ

ແລະ​ພວກເຈົ້າ​ໜ້າທີ່​ລະດັບ​ສູງ​ກໍ​ອອກ​ກົດໝາຍ​ທີ່​ຍຸຕິທຳ.+

16 ພວກ​ເຈົ້ານາຍ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຂ້ອຍ​ກໍ​ປົກຄອງ​ໄດ້ດົນ

ແລະ​ພວກ​ເຈົ້າເມືອງ​ກໍ​ຕັດສິນ​ຢ່າງ​ຍຸຕິທຳ.

17 ຂ້ອຍ​ຮັກ​ຄົນ​ທີ່​ຮັກ​ຂ້ອຍ

ແລະ​ຄົນ​ທີ່​ຊອກຫາ​ຂ້ອຍ​ກໍ​ຈະ​ພົບ​ຂ້ອຍ.+

18 ຄວາມ​ລ່ຳລວຍ​ແລະ​ກຽດຕິຍົດ​ກໍ​ຢູ່​ກັບ​ຂ້ອຍ.

ຄວາມ​ຮັ່ງມີ​ທີ່​ໝັ້ນຄົງ*​ແລະ​ຄວາມ​ຍຸຕິທຳ​ກໍ​ຢູ່​ກັບ​ຂ້ອຍ​ຄືກັນ.

19 ສິ່ງ​ທີ່​ຂ້ອຍ​ເອົາ​ໃຫ້​ດີ​ກວ່າ​ຄຳ​ທີ່​ດີ​ທີ່ສຸດ

ແລະ​ສິ່ງ​ທີ່​ເຈົ້າ​ໄດ້​ຈາກ​ຂ້ອຍ​ກໍ​ດີ​ກວ່າ​ເງິນ​ທີ່​ດີ​ທີ່ສຸດ.+

20 ຂ້ອຍ​ຍ່າງ​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ.

ຂ້ອຍ​ຍ່າງ​ຢູ່​ກາງ​ຫົນທາງ​ຂອງ​ຄວາມ​ຍຸຕິທຳ.

21 ຂ້ອຍ​ໃຫ້​ມໍລະດົກ​ທີ່​ມີຄ່າ​ຫຼາຍ​ກັບ​ຄົນ​ທີ່​ຮັກ​ຂ້ອຍ

ແລະ​ຂ້ອຍ​ເຮັດ​ໃຫ້​ສາງ​ຂອງ​ເຂົາເຈົ້າ​ເຕັມ.

22 ຂ້ອຍ​ເປັນ​ຜູ້​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ.+

ຂ້ອຍ​ເປັນ​ຜົນງານ​ທຳອິດ​ຂອງ​ເພິ່ນ​ຕັ້ງແຕ່​ດົນນານ​ມາ​ແລ້ວ.+

23 ຕັ້ງແຕ່​ບູຮານ​ເພິ່ນ​ໃຫ້​ຕຳແໜ່ງ​ທີ່​ມີ​ກຽດ​ກັບ​ຂ້ອຍ+

ຕັ້ງແຕ່​ຕອນ​ເລີ່ມຕົ້ນ ກ່ອນ​ຈະ​ມີ​ໂລກ​ນີ້.+

24 ຂ້ອຍ​ເກີດ​ມາ​ຕັ້ງແຕ່​ຕອນ​ທີ່​ຍັງ​ບໍ່​ມີ​ນ້ຳເລິກ+

ຕັ້ງແຕ່​ຕອນ​ທີ່​ຍັງ​ບໍ່​ມີ​ນ້ຳພຸ.

25 ຂ້ອຍ​ເກີດ​ມາ​ກ່ອນ​ໂນນ​ພູ​ຕ່າງ​ໆ​ທັງໝົດ

ກ່ອນ​ທີ່​ພູ​ຕ່າງ​ໆ​ຈະ​ຖືກ​ຕັ້ງ​ໃນ​ບ່ອນ​ຂອງ​ພວກມັນ

26 ກ່ອນ​ທີ່​ພະເຈົ້າ​ຈະ​ສ້າງ​ແຜ່ນດິນ​ແລະ​ທົ່ງພຽງ

ແລະ​ກ່ອນ​ທີ່​ເພິ່ນ​ຈະ​ສ້າງ​ຂີ້ດິນ​ເມັດ​ທຳອິດ.

27 ຂ້ອຍ​ຢູ່​ກັບ​ເພິ່ນ​ຕອນ​ທີ່​ເພິ່ນ​ສ້າງ*​ສະຫວັນ+

ຕອນທີ່​ເພິ່ນ​ກຳນົດ​ເສັ້ນ​ຂອບຟ້າ*​ເທິງ​ໜ້າ​ນ້ຳ+

28 ຕອນ​ທີ່​ເພິ່ນ​ສ້າງ*​ຂີ້ເຝື້ອ​ເທິງ​ຟ້າ

ຕອນ​ທີ່​ເພິ່ນ​ສ້າງ​ນ້ຳອອກບໍ່​ຢູ່​ບ່ອນ​ເລິກ​ໆ​

29 ຕອນ​ທີ່​ເພິ່ນ​ກັ້ນ​ຂອບເຂດ​ໃຫ້​ທະເລ

ແລະ​ສັ່ງ​ຄື້ນ​ນ້ຳ​ບໍ່​ໃຫ້​ໄປ​ກາຍ​ບ່ອນ​ທີ່​ເພິ່ນ​ກຳນົດ​ໄວ້+

ຕອນ​ທີ່​ເພິ່ນ​ວາງ​ຮາກຖານ​ຂອງ​ໂລກ

30 ຕອນ​ນັ້ນ​ຂ້ອຍ​ຢູ່​ຂ້າງ​ໆ​ເພິ່ນ​ແລະ​ເປັນ​ນາຍຊ່າງ​ຂອງ​ເພິ່ນ.+

ຂ້ອຍ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມສຸກ+​ທຸກ​ໆ​ມື້.

ຂ້ອຍ​ມີ​ຄວາມສຸກ​ຕະຫຼອດ​ເວລາ​ທີ່​ໄດ້​ຢູ່​ນຳ​ເພິ່ນ.+

31 ຂ້ອຍ​ດີໃຈ​ຫຼາຍ​ທີ່​ເພິ່ນ​ກຽມ​ໂລກ​ໃຫ້​ຄົນ​ຢູ່

ແລະ​ຂ້ອຍ​ຮັກ​ມະນຸດ​ຫຼາຍ.

32 ລູກ​ເອີ້ຍ ຕອນນີ້​ໃຫ້​ຟັງ​ຂ້ອຍ​ເດີ້.

ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ຂ້ອຍ​ເວົ້າ​ຈະ​ມີ​ຄວາມສຸກ.

33 ໃຫ້​ຟັງ​ການ​ສັ່ງສອນ+​ແລະ​ເປັນ​ຄົນ​ສະຫຼາດ​ຂຶ້ນ

ແລະ​ຢ່າ​ປະຖິ້ມ​ມັນ​ເດັດຂາດ.

34 ຄົນ​ທີ່​ມາ​ເຮືອນ​ຂອງ​ຂ້ອຍ​ແຕ່​ເຊົ້າ​ໆ​ທຸກມື້

ແລະ​ມາ​ຖ້າ​ຢູ່​ປະຕູ​ຂອງ​ຂ້ອຍ

ເພື່ອ​ຈະ​ຟັງ​ຂ້ອຍ​ກໍ​ມີ​ຄວາມສຸກ.

35 ຄົນ​ທີ່​ຊອກຫາ​ຂ້ອຍ​ຈະ​ໄດ້​ຊີວິດ+

ແລະ​ພະ​ເຢໂຫວາ​ຈະ​ພໍໃຈ​ລາວ

36 ແຕ່​ຄົນ​ທີ່​ບໍ່​ສົນໃຈ​ຂ້ອຍ​ກໍ​ທຳຮ້າຍ​ໂຕເອງ

ແລະ​ຄົນ​ທີ່​ຊັງ​ຂ້ອຍ​ກໍ​ເອົາ​ຄວາມຕາຍ​ມາ​ໃຫ້​ໂຕເອງ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌