ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 34
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຄຳ​ພະຍາກອນ​ກ່ຽວ​ກັບ​ຄົນ​ລ້ຽງ​ແກະ​ຂອງ​ອິດສະຣາເອນ (1-​10)

      • ພະ​ເຢໂຫວາ​ເບິ່ງແຍງ​ແກະ​ຂອງ​ເພິ່ນ (11-​31)

        • “ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ” ຈະ​ລ້ຽງ​ພວກ​ມັນ (23)

        • ‘ສັນຍາ​ວ່າ​ຈະ​ໃຫ້​ມີ​ຄວາມ​ສະຫງົບສຸກ’ (25)

ເອເຊກຽນ 34:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:1; ມກ 3:1, 11; ຊຟຢ 3:3; ຊຄຢ 11:17; ມທ 23:13
  • +ອຊຢ 40:11; ຢຮ 21:15

ເອເຊກຽນ 34:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ນ້ຳມັນ​ສັດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:16; ຢຣມ 22:17; ມກ 3:3; ຊຄຢ 11:4, 5
  • +ອຊຢ 56:11

ເອເຊກຽນ 34:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 15:4
  • +ຢຣມ 22:13

ເອເຊກຽນ 34:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:2; 50:6; ມທ 9:36

ເອເຊກຽນ 34:10

ໄຂເງື່ອນ

  • *

    ຫຼື “ເຮົາ​ຈະ​ຂໍ​ແກະ​ຂອງ​ເຮົາ​ຄືນ​ມາ​ຈາກ​ມື​ເຂົາເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 52:24-27

ເອເຊກຽນ 34:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:34, 35; ພສ 80:1; ອຊຢ 56:8

ເອເຊກຽນ 34:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:11
  • +ຢອ 2:1, 2; ຊຟຢ 1:14, 15

ເອເຊກຽນ 34:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:3; ອຊກ 11:17; ອມ 9:14; ມກ 7:14

ເອເຊກຽນ 34:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 25:6; 30:23; ຢຣມ 31:12
  • +ຢຣມ 33:12

ເອເຊກຽນ 34:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:15
  • +ຊຟຢ 3:13

ເອເຊກຽນ 34:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 4:6; ມທ 15:24; ລກ 15:4

ເອເຊກຽນ 34:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 10:3

ເອເຊກຽນ 34:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:11; ຢຣມ 23:3

ເອເຊກຽນ 34:23

ໄຂເງື່ອນ

  • *

    ໝາຍເຖິງ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ດາວິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 10:11; ຮຣ 13:20; 1ປຕ 5:4; ພນມ 7:17
  • +ອຊຢ 11:1; ຢຣມ 30:9
  • +ອຊກ 37:24; ຮຊອ 3:5

ເອເຊກຽນ 34:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:45; ຢຣມ 31:1
  • +ພສ 2:6; ອຊຢ 9:6; ຢຣມ 23:5; ມກ 5:2; ລກ 1:32; ກຈກ 5:31

ເອເຊກຽນ 34:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 37:26
  • +ລລວ 26:6; ອຊຢ 11:6-9; 35:9; 65:25; ຮຊອ 2:18
  • +ຢຣມ 23:6; 33:16

ເອເຊກຽນ 34:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 56:7; ອຊກ 20:40; ມກ 4:1
  • +ປຖກ 12:2, 3; ພບຍ 28:12; ຊຄຢ 8:13

ເອເຊກຽນ 34:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:4; ພສ 85:12; ອຊຢ 35:2; ອຊກ 36:30
  • +ລລວ 26:13

ເອເຊກຽນ 34:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 30:10; 46:27

ເອເຊກຽນ 34:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 36:29
  • +ອຊກ 36:15

ເອເຊກຽນ 34:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 37:27

ເອເຊກຽນ 34:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:52; 100:3; ອຊຢ 40:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 34:2ຢຣມ 23:1; ມກ 3:1, 11; ຊຟຢ 3:3; ຊຄຢ 11:17; ມທ 23:13
ອຊກ. 34:2ອຊຢ 40:11; ຢຮ 21:15
ອຊກ. 34:32ກສ 21:16; ຢຣມ 22:17; ມກ 3:3; ຊຄຢ 11:4, 5
ອຊກ. 34:3ອຊຢ 56:11
ອຊກ. 34:4ລກ 15:4
ອຊກ. 34:4ຢຣມ 22:13
ອຊກ. 34:5ຢຣມ 23:2; 50:6; ມທ 9:36
ອຊກ. 34:10ຢຣມ 52:24-27
ອຊກ. 34:111ຊມ 17:34, 35; ພສ 80:1; ອຊຢ 56:8
ອຊກ. 34:12ອຊຢ 40:11
ອຊກ. 34:12ຢອ 2:1, 2; ຊຟຢ 1:14, 15
ອຊກ. 34:13ຢຣມ 23:3; ອຊກ 11:17; ອມ 9:14; ມກ 7:14
ອຊກ. 34:14ອຊຢ 25:6; 30:23; ຢຣມ 31:12
ອຊກ. 34:14ຢຣມ 33:12
ອຊກ. 34:15ຢຣມ 3:15
ອຊກ. 34:15ຊຟຢ 3:13
ອຊກ. 34:16ມກ 4:6; ມທ 15:24; ລກ 15:4
ອຊກ. 34:17ຊຄຢ 10:3
ອຊກ. 34:22ອຊຢ 40:11; ຢຣມ 23:3
ອຊກ. 34:23ຢຮ 10:11; ຮຣ 13:20; 1ປຕ 5:4; ພນມ 7:17
ອຊກ. 34:23ອຊຢ 11:1; ຢຣມ 30:9
ອຊກ. 34:23ອຊກ 37:24; ຮຊອ 3:5
ອຊກ. 34:24ອພຍ 29:45; ຢຣມ 31:1
ອຊກ. 34:24ພສ 2:6; ອຊຢ 9:6; ຢຣມ 23:5; ມກ 5:2; ລກ 1:32; ກຈກ 5:31
ອຊກ. 34:25ອຊກ 37:26
ອຊກ. 34:25ລລວ 26:6; ອຊຢ 11:6-9; 35:9; 65:25; ຮຊອ 2:18
ອຊກ. 34:25ຢຣມ 23:6; 33:16
ອຊກ. 34:26ອຊຢ 56:7; ອຊກ 20:40; ມກ 4:1
ອຊກ. 34:26ປຖກ 12:2, 3; ພບຍ 28:12; ຊຄຢ 8:13
ອຊກ. 34:27ລລວ 26:4; ພສ 85:12; ອຊຢ 35:2; ອຊກ 36:30
ອຊກ. 34:27ລລວ 26:13
ອຊກ. 34:28ຢຣມ 30:10; 46:27
ອຊກ. 34:29ອຊກ 36:29
ອຊກ. 34:29ອຊກ 36:15
ອຊກ. 34:30ອຊກ 37:27
ອຊກ. 34:31ພສ 78:52; 100:3; ອຊຢ 40:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 34:1-31

ເອເຊກຽນ

34 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ພວກ​ຄົນ​ລ້ຽງ​ແກະ​ຂອງ​ອິດສະຣາເອນ. ເຈົ້າ​ຕ້ອງ​ພະຍາກອນ​ແລະ​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ພວກ​ຄົນ​ລ້ຽງ​ແກະ​ຂອງ​ອິດສະຣາເອນ​ທີ່​ລ້ຽງ​ແຕ່​ໂຕເອງ ພວກເຈົ້າ​ຈະ​ຕ້ອງ​ຈິບຫາຍ!+ ຄົນ​ລ້ຽງ​ແກະ​ຕ້ອງ​ເບິ່ງແຍງ​ຝູງ​ແກະ​ບໍ່​ແມ່ນ​ບໍ?+ 3 ພວກເຈົ້າ​ກິນ​ຊີ້ນ​ສັດ​ສ່ວນ​ທີ່​ດີ​ທີ່ສຸດ* ນຸ່ງ​ເຄື່ອງ​ທີ່​ເຮັດ​ຈາກ​ຂົນແກະ ແລະ​ຂ້າ​ສັດ​ໂຕ​ທີ່​ຕຸ້ຍ​ໆ​+ ແຕ່​ພວກ​ເຈົ້າ​ພັດ​ບໍ່​ໄດ້​ລ້ຽງ​ຝູງ​ແກະ.+ 4 ໂຕ​ທີ່​ອ່ອນແອ​ພວກ​ເຈົ້າ​ບໍ່​ໄດ້​ຊ່ວຍ​ໃຫ້​ແຂງແຮງ ໂຕ​ທີ່​ບໍ່​ສະບາຍ​ພວກເຈົ້າ​ບໍ່​ໄດ້​ປົວ ໂຕ​ທີ່​ບາດເຈັບ​ພວກ​ເຈົ້າ​ບໍ່​ໄດ້​ເອົາ​ຜ້າ​ພັນ​ໃຫ້ ໂຕ​ທີ່​ຫຼົງ​ທາງ​ພວກ​ເຈົ້າ​ບໍ່​ໄດ້​ພາ​ກັບ​ມາ+ ແລະ​ໂຕ​ທີ່​ເສຍ​ພວກ​ເຈົ້າ​ກໍ​ບໍ່​ໄດ້​ໄປ​ຊອກຫາ ແຕ່​ພວກເຈົ້າ​ກົດຂີ່​ແລະ​ຂົ່ມເຫງ​ພວກ​ມັນ.+ 5 ພວກ​ມັນ​ຈຶ່ງ​ກະຈັດ​ກະຈາຍ​ກັນ​ໄປ​ຍ້ອນ​ບໍ່​ມີ​ຜູ້​ລ້ຽງ.+ ພວກ​ມັນ​ກະຈັດ​ກະຈາຍ​ກັນ​ໄປ​ແລະ​ຖືກ​ສັດ​ປ່າ​ກິນ. 6 ແກະ​ຂອງ​ເຮົາ​ຫຼົງ​ຢູ່​ຕາມ​ພູ​ທຸກ​ໜ່ວຍ. ແກະ​ຂອງ​ເຮົາ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທົ່ວ​ໂລກ ແລະ​ບໍ່​ມີ​ໃຜ​ຊອກຫາ​ພວກ​ມັນ.

7 ພວກເຈົ້າ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. 8 ‘“ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ຈັດການ​ກັບ​ເລື່ອງ​ນີ້. ແກະ​ຂອງ​ເຮົາ​ຖືກ​ສັດປ່າ​ກິນ​ຍ້ອນ​ບໍ່​ມີ​ຜູ້​ລ້ຽງ. ຜູ້​ລ້ຽງ​ແກະ​ຂອງ​ເຮົາ​ບໍ່​ໄດ້​ໄປ​ຊອກຫາ​ແກະ​ຂອງ​ເຮົາ. ເຂົາເຈົ້າ​ລ້ຽງ​ແຕ່​ໂຕເອງ ແຕ່​ບໍ່​ໄດ້​ລ້ຽງ​ແກະ​ຂອງ​ເຮົາ.”’ 9 ພວກ​ເຈົ້າ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. 10 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ລົງໂທດ​ພວກ​ຄົນ​ລ້ຽງ​ແກະ. ເຮົາ​ຈະ​ໃຫ້​ເຂົາເຈົ້າ​ຮັບຜິດຊອບ​ຕໍ່​ແກະ​ຂອງ​ເຮົາ.* ເຮົາ​ຈະ​ບໍ່​ໃຫ້​ເຂົາເຈົ້າ​ລ້ຽງ​ແກະ​ຂອງ​ເຮົາ​ອີກ+ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ລ້ຽງ​ໂຕເອງ​ອີກ​ຕໍ່ໄປ. ເຮົາ​ຈະ​ຊ່ວຍ​ແກະ​ຂອງ​ເຮົາ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ກິນ​ແກະ​ຂອງ​ເຮົາ​ອີກ​ຕໍ່ໄປ.’”

11 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ໄປ​ຊອກຫາ​ແກະ​ຂອງ​ເຮົາ​ເອງ ແລະ​ເຮົາ​ຈະ​ເບິ່ງແຍງ​ພວກ​ມັນ.+ 12 ເຮົາ​ຈະ​ເບິ່ງແຍງ​ແກະ​ຂອງ​ເຮົາ​ຄື​ກັບ​ຄົນ​ລ້ຽງ​ແກະ​ທີ່​ຊອກ​ແລະ​ເບິ່ງແຍງ​ແກະ​ຂອງ​ລາວ+​ທີ່​ກະຈັດ​ກະຈາຍ​ກັນ​ໄປ​ໃນ​ມື້​ທີ່​ມືດ​ຄຶ້ມ​ແລະ​ມີ​ຂີ້ເຝື້ອ​ຕຶບໜາ.+ 13 ເຮົາ​ຈະ​ພາ​ພວກ​ມັນ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ແລະ​ລວບລວມ​ພວກ​ມັນ​ຈາກ​ແຜ່ນດິນ​ຕ່າງ​ໆ​. ເຮົາ​ຈະ​ພາ​ພວກ​ມັນ​ກັບ​ມາ​ແຜ່ນດິນ​ຂອງ​ໂຕເອງ​ແລະ​ລ້ຽງ​ພວກ​ມັນ​ຢູ່​ຕາມ​ພູ​ຂອງ​ອິດສະຣາເອນ+ ຕາມ​ແຄມ​ແມ່​ນ້ຳ ແລະ​ຕາມ​ບ່ອນ​ທີ່​ຄົນ​ອາໄສ​ຢູ່. 14 ເຮົາ​ຈະ​ລ້ຽງ​ພວກ​ມັນ​ຢູ່​ທົ່ງ​ຫຍ້າ​ທີ່​ງາມ​ໆ​ ແລະ​ພວກ​ມັນ​ຈະ​ກິນ​ຫຍ້າ​ຢູ່​ຕາມ​ພູ​ຂອງ​ອິດສະຣາເອນ.+ ພວກ​ມັນ​ຈະ​ນອນ​ຢູ່​ຫັ້ນ​ແລະ​ກິນ​ຫຍ້າ​ທີ່​ຂຽວ​ໆ​+​ຢູ່​ເທິງ​ພູ​ຂອງ​ອິດສະຣາເອນ.”

15 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ເບິ່ງແຍງ​ແກະ​ຂອງ​ເຮົາ+ ແລະ​ເຮົາ​ຈະ​ໃຫ້​ພວກ​ມັນ​ມີ​ບ່ອນ​ນອນ.+ 16 ໂຕ​ທີ່​ເສຍ​ເຮົາ​ຈະ​ຊອກຫາ+ ໂຕ​ທີ່​ຫຼົງ​ເຮົາ​ຈະ​ພາ​ກັບຄືນມາ ໂຕ​ທີ່​ບາດເຈັບ​ເຮົາ​ຈະ​ພັນ​ບາດ​ໃຫ້ ແລະ​ໂຕ​ທີ່​ອ່ອນແອ​ເຮົາ​ຈະ​ຊ່ວຍ​ໃຫ້​ແຂງແຮງ ແຕ່​ໂຕ​ທີ່​ຕຸ້ຍ​ແລະ​ແຂງແຮງ​ເຮົາ​ຈະ​ຈັດການ​ພວກ​ມັນ. ເຮົາ​ຈະ​ຕັດສິນ​ແລະ​ລົງໂທດ​ພວກ​ມັນ.”

17 ພວກເຈົ້າ​ທີ່​ເປັນ​ແກະ​ຂອງ​ເຮົາ ເຮົາ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ຕັດສິນ​ແກະ​ຂອງ​ເຮົາ ແລະ​ເຮົາ​ຈະ​ຕັດສິນ​ແກະ​ໂຕ​ຜູ້​ກັບ​ແບ້​ໂຕ​ຜູ້.+ 18 ພວກເຈົ້າ​ໄດ້​ກິນ​ຫຍ້າ​ໃນ​ທົ່ງ​ຫຍ້າ​ທີ່​ດີ​ທີ່ສຸດ​ແລ້ວ ແຕ່​ກໍ​ຍັງ​ບໍ່​ພໍ​ບໍ? ພວກເຈົ້າ​ຕ້ອງ​ຢຽບ​ຫຍ້າ​ທີ່​ເຫຼືອ​ຢູ່​ໃນ​ທົ່ງ​ໃຫ້​ມຸ່ນ​ນຳ​ບໍ? ຫຼັງ​ຈາກ​ໄດ້​ກິນ​ນ້ຳ​ທີ່​ສະອາດ​ແລ້ວ ພວກເຈົ້າ​ຕ້ອງ​ຢຽບ​ນ້ຳ​ໃຫ້​ເປື້ອນ​ອີກ​ບໍ? 19 ແກະ​ຂອງ​ເຮົາ​ຄວນ​ໄດ້​ກິນ​ຫຍ້າ​ທີ່​ຖືກ​ຢຽບ​ຈົນ​ມຸ່ນ ແລະ​ກິນ​ນ້ຳ​ທີ່​ຖືກ​ຢຽບ​ຈົນ​ເປື້ອນ​ບໍ?”

20 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ກັບ​ພວກ​ແກະ​ວ່າ “ເຮົາ​ຈະ​ຕັດສິນ​ແກະ​ຕຸ້ຍ​ກັບ​ແກະ​ຈ່ອຍ. 21 ພວກເຈົ້າ​ເອົາ​ໂຕ​ດັນ​ແລະ​ເອົາ​ເຂົາ​ຍູ້​ແກະ​ໂຕ​ທີ່​ບໍ່​ສະບາຍ​ໃຫ້​ພວກ​ມັນ​ກະຈັດ​ກະຈາຍ​ກັນ​ໄປ. 22 ເຮົາ​ຈະ​ຊ່ວຍ​ແກະ​ຂອງ​ເຮົາ ແລະ​ພວກ​ມັນ​ຈະ​ບໍ່​ເປັນ​ເຫຍື່ອ​ຂອງ​ສັດ​ອີກ​ຕໍ່ໄປ.+ ເຮົາ​ຈະ​ຕັດສິນ​ພວກ​ມັນ. 23 ເຮົາ​ຈະ​ກຽມ​ຜູ້​ລ້ຽງ​ແກະ​ຜູ້​ໜຶ່ງ​ໃຫ້​ພວກ​ມັນ.+ ຜູ້​ນັ້ນ​ແມ່ນ​ດາວິດ*​ຜູ້​ຮັບໃຊ້​ຂອງ​ເຮົາ.+ ລາວ​ຈະ​ລ້ຽງ​ແລະ​ເບິ່ງແຍງ​ພວກ​ມັນ.+ 24 ເຮົາ​ເຢໂຫວາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ມັນ+ ແລະ​ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ​ຈະ​ເປັນ​ຫົວໜ້າ​ພວກ​ມັນ.+ ເຮົາ​ເຢໂຫວາ​ເວົ້າ​ໄວ້​ແບບ​ນີ້.

25 ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກ​ມັນ​ເພື່ອ​ພວກ​ມັນ​ຈະ​ມີ​ຄວາມ​ສະຫງົບສຸກ.+ ເຮົາ​ຈະ​ບໍ່​ໃຫ້​ມີ​ສັດ​ປ່າ​ທີ່​ດຸ​ຮ້າຍ​ໃນ​ແຜ່ນດິນ+ ເພື່ອ​ພວກ​ມັນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ບ່ອນ​ກັນດານ​ແລະ​ນອນ​ຢູ່​ໃນ​ປ່າ​ໄດ້.+ 26 ເຮົາ​ຈະ​ອວຍພອນ​ໃຫ້​ພວກ​ມັນ​ແລະ​ອວຍພອນ​ໃຫ້​ເຂດ​ທີ່​ຢູ່​ອ້ອມແອ້ມ​ໂນນ​ພູ​ຂອງ​ເຮົາ+ ແລະ​ເຮົາ​ຈະ​ໃຫ້​ຝົນ​ຕົກ​ຖືກ​ຍາມ. ພອນ​ນັ້ນ​ຈະ​ຫຼາຍ​ຄື​ກັບ​ຝົນ​ຕົກ​ລົງ​ມາ.+ 27 ຕົ້ນໄມ້​ຢູ່​ທົ່ງ​ຈະ​ເປັນ​ໝາກ ແລະ​ຈະ​ມີ​ພືດ​ຜັກ​ປົ່ງ​ຂຶ້ນ​ຫຼາຍ​ຢູ່​ຕາມ​ດິນ+ ແລະ​ພວກ​ມັນ​ຈະ​ໄດ້​ຢູ່​ໃນ​ແຜ່ນດິນ​ນັ້ນ​ຢ່າງ​ປອດໄພ. ພວກ​ມັນ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ ເມື່ອ​ເຮົາ​ຫັກ​ແອກ​ຂອງ​ພວກ​ມັນ+​ແລະ​ຊ່ວຍ​ພວກ​ມັນ​ບໍ່​ໃຫ້​ເປັນ​ທາດ. 28 ພວກ​ມັນ​ຈະ​ບໍ່​ເປັນ​ເຫຍື່ອ​ຂອງ​ຊາດ​ຕ່າງ​ໆ​ອີກ​ຕໍ່ໄປ​ແລະ​ສັດ​ປ່າ​ຈະ​ບໍ່​ກິນ​ພວກ​ມັນ. ພວກ​ມັນ​ຈະ​ຢູ່​ຢ່າງ​ປອດໄພ​ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ພວກ​ມັນ​ຢ້ານ.+

29 ເຮົາ​ຈະ​ເອົາ​ແຜ່ນດິນ​ໜຶ່ງ​ໃຫ້​ເຂົາເຈົ້າ. ແຜ່ນດິນ​ນັ້ນ​ຈະ​ມີ​ຊື່ສຽງ​ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ປູກ. ໃນ​ແຜ່ນດິນ​ນັ້ນ ເຂົາເຈົ້າ​ຈະ​ບໍ່​ຕາຍ​ຍ້ອນ​ຄວາມ​ອຶດຢາກ+ ແລະ​ຊາດ​ຕ່າງ​ໆ​ຈະ​ບໍ່​ເຮັດ​ໃຫ້​ເຂົາເຈົ້າ​ອັບອາຍ​ອີກ​ຕໍ່ໄປ.+ 30 ‘ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ​ຢູ່​ນຳ​ເຂົາເຈົ້າ ແລະ​ເຂົາເຈົ້າ​ແມ່ນ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.”’

31 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ພວກ​ເຈົ້າ​ທີ່​ເປັນ​ແກະ​ຂອງ​ເຮົາ​ທີ່​ເຮົາ​ເບິ່ງແຍງ+ ພວກເຈົ້າ​ເປັນ​ພຽງ​ມະນຸດ ແຕ່​ເຮົາ​ເປັນ​ພະເຈົ້າ​ຂອງ​ພວກເຈົ້າ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌