ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ໂຊໂລ​ຂົ່ມເຫງ​ຄລິດສະຕຽນ (1-3)

      • ວຽກ​ປະກາດ​ຂອງ​ຟີລິບ​ໃນ​ເມືອງ​ຊາມາເຣຍ​ເກີດ​ຜົນ​ດີ (4-13)

      • ເປໂຕ​ກັບ​ໂຢຮັນ​ຖືກ​ສົ່ງ​ໄປ​ເມືອງ​ຊາມາເຣຍ (14-17)

      • ຊີໂມນ​ຂໍ​ຊື້​ພະລັງ​ບໍລິສຸດ (18-25)

      • ຂ້າລາຊະການ​ຄົນ​ເອທິໂອເປຍ (26-40)

ກິດຈະການ 8:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:58
  • +ມທ 10:23; ກຈກ 11:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2020, ໜ້າ 18

ກິດຈະການ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:1, 2; 22:4; 26:10; ຄລຕ 1:13; ຟລປ 3:5, 6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 52

ກິດຈະການ 8:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 52

ກິດຈະການ 8:5

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເມືອງ​ໜຶ່ງ​ໃນ​ຊາມາເຣຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 4:39-42; ກຈກ 1:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 52

ກິດຈະການ 8:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 52-53

ກິດຈະການ 8:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:1; ມຣກ 6:7

ກິດຈະການ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:1
  • +ມທ 28:19; ກຈກ 18:8

ກິດຈະການ 8:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 6:5

ກິດຈະການ 8:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 54

ກິດຈະການ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:19

ກິດຈະການ 8:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 10:47, 48; 19:2, 3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 56

ກິດຈະການ 8:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 6:5, 6; 19:6; 2ຕມ 1:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 56

ກິດຈະການ 8:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:8; ກຈກ 10:45

ກິດຈະການ 8:22

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 8:24

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 8:25

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:35; ກຈກ 1:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 54

ກິດຈະການ 8:26

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 1:7, 14; ພນມ 14:6

ກິດຈະການ 8:27

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂັນທີ.” ເບິ່ງ​ຄຳ​ວ່າ “ຂັນທີ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

  • *

    ນີ້​ແມ່ນ​ຕຳແໜ່ງ​ລາຊີນີ​ຂອງ​ເອທິໂອເປຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 6:32, 33

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2024, ໜ້າ 19

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 8-9

    ຫໍສັງເກດການ (ສຶກສາ)

    3/2020, ໜ້າ 2

ກິດຈະການ 8:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2024, ໜ້າ 19

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 8-9

ກິດຈະການ 8:30

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2024, ໜ້າ 19

    ສອນດ້ວຍຮັກ, ບົດຮຽນ 2

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 1

ກິດຈະການ 8:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2024, ໜ້າ 19

    ສອນດ້ວຍຮັກ, ບົດຮຽນ 2

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 1

ກິດຈະການ 8:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 2:23

ກິດຈະການ 8:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:59
  • +ອຊຢ 53:7, 8; ດນອ 9:26; ຟລປ 2:8

ກິດຈະການ 8:36

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 8-9

    ປະກາດຖີ່ຖ້ວນ ໜ້າ 12, 58

ກິດຈະການ 8:37

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ3

ກິດຈະການ 8:38

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 58

ກິດຈະການ 8:39

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 8:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 8:1ກຈກ 7:58
ກຈກ. 8:1ມທ 10:23; ກຈກ 11:19
ກຈກ. 8:3ກຈກ 9:1, 2; 22:4; 26:10; ຄລຕ 1:13; ຟລປ 3:5, 6
ກຈກ. 8:4ກຈກ 11:19
ກຈກ. 8:5ຢຮ 4:39-42; ກຈກ 1:8
ກຈກ. 8:7ມທ 10:1; ມຣກ 6:7
ກຈກ. 8:12ລກ 8:1
ກຈກ. 8:12ມທ 28:19; ກຈກ 18:8
ກຈກ. 8:13ກຈກ 6:5
ກຈກ. 8:14ກຈກ 11:1
ກຈກ. 8:15ມທ 16:19
ກຈກ. 8:16ກຈກ 10:47, 48; 19:2, 3
ກຈກ. 8:17ກຈກ 6:5, 6; 19:6; 2ຕມ 1:6
ກຈກ. 8:20ມທ 10:8; ກຈກ 10:45
ກຈກ. 8:25ມທ 9:35; ກຈກ 1:8
ກຈກ. 8:26ຮຣ 1:7, 14; ພນມ 14:6
ກຈກ. 8:272ຂຄ 6:32, 33
ກຈກ. 8:321ປຕ 2:23
ກຈກ. 8:33ມທ 26:59
ກຈກ. 8:33ອຊຢ 53:7, 8; ດນອ 9:26; ຟລປ 2:8
ກຈກ. 8:40ກຈກ 21:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 8:1-40

ກິດຈະການຂອງອັກຄະສາວົກ

8 ໂຊໂລ​ເຫັນດີ​ກັບ​ການ​ຂ້າ​ຊະເຕຟາໂນ.+

ຕັ້ງແຕ່​ມື້​ນັ້ນ ພີ່ນ້ອງ​ໃນ​ປະຊາຄົມ​ຢູ່​ເມືອງ​ເຢຣູຊາເລັມ​ກໍ​ເລີ່ມ​ຖືກ​ຂົ່ມເຫງ​ຢ່າງ​ໜັກ. ລູກສິດ​ທຸກ​ຄົນ​ຍົກເວັ້ນ​ພວກ​ອັກຄະ​ສາວົກກໍ​ກະຈັດ​ກະຈາຍກັນ​ໄປ​ທົ່ວ​ແຂວງ​ຢູດາຍ​ແລະ​ຊາມາເຣຍ.+ 2 ຄົນ​ທີ່​ຢ້ານຢຳ​ພະເຈົ້າກໍ​ມາ​ເອົາ​ສົບ​ຂອງ​ຊະເຕຟາໂນ​ໄປ​ຝັງ ແລະ​ເຂົາເຈົ້າ​ພາກັນ​ຮ້ອງໄຫ້​ເສຍ​ໃຈ​ໃຫ້​ລາວ​ຫຼາຍ. 3 ໂຊໂລ​ເລີ່ມ​ກວາດລ້າງ​ປະຊາຄົມ. ລາວ​ບຸກ​ເຂົ້າ​ໄປຕາມ​ບ້ານ​ເຮືອນ ແລ້ວ​ກໍ​ລາກ​ເອົາ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ໄປ​ຂັງ​ຄຸກ.+

4 ສ່ວນ​ຄົນ​ທີ່​ກະຈັດ​ກະຈາຍ​ໄປ​ກໍ​ປະກາດ​ຂ່າວດີ​ເລື່ອງ​ຄຳສອນ​ຂອງ​ພະເຈົ້າ​ຢູ່​ທຸກ​ບ່ອນ​ທີ່​ເຂົາເຈົ້າ​ໄປ.+ 5 ຟີລິບ​ໄປ​ເມືອງ​ຊາມາເຣຍ*+​ແລະ​ປະກາດ​ເລື່ອງ​ພະຄລິດ​ໃຫ້​ຄົນ​ທີ່​ຢູ່​ຫັ້ນ​ຟັງ. 6 ເມື່ອ​ໄດ້​ຍິນ​ຟີລິບ​ເວົ້າ​ແລະ​ເຫັນ​ລາວ​ເຮັດ​ການ​ອັດສະຈັນ ທຸກ​ຄົນ​ກໍ​ຕັ້ງໃຈ​ຟັງ​ລາວ. 7 ມີ​ຫຼາຍ​ຄົນ​ຖືກ​ປີສາດ​ສິງ. ພວກ​ປີສາດ​ຮ້ອງ​ສຽງ​ດັງ​ແລ້ວ​ກໍ​ອອກ​ໄປ​ຈາກ​ເຂົາເຈົ້າ+ ສ່ວນ​ຫຼາຍ​ຄົນ​ທີ່​ເປັນ​ອຳມະພາດ​ແລະ​ເປັນ​ລ່ອຍ​ກໍ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ. 8 ຄົນ​ໃນ​ເມືອງນັ້ນ​ຈຶ່ງ​ມີ​ຄວາມສຸກ​ຫຼາຍ.

9 ໃນ​ເມືອງ​ນັ້ນ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ຊີໂມນ ລາວ​ໃຊ້​ຄາຖາ​ອາຄົມ​ຈົນ​ເຮັດ​ໃຫ້​ຄົນ​ຊາມາເຣຍ​ຮູ້ສຶກ​ງຶດ. ລາວ​ບອກ​ວ່າ​ໂຕເອງ​ເປັນ​ຄົນ​ພິເສດ. 10 ທຸກ​ຄົນ​ຕັ້ງແຕ່​ຄົນ​ຕ່ຳຕ້ອຍ​ທີ່ສຸດ​ຈົນ​ຮອດ​ຄົນ​ສຳຄັນ​ທີ່ສຸດ​ກໍ​ຟັງ​ລາວ​ແລະ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ໄດ້​ຮັບ​ລິດເດດ​ຍິ່ງໃຫຍ່​ຈາກ​ພະເຈົ້າ.” 11 ຄົນ​ສົນໃຈ​ຟັງ​ລາວ​ຍ້ອນ​ລາວ​ເຮັດ​ໃຫ້​ຄົນ​ງຶດ​ໃນ​ຄາຖາ​ອາຄົມ​ຂອງ​ລາວ​ມາ​ແຕ່​ດົນ​ແລ້ວ. 12 ແຕ່​ເມື່ອ​ຟີລິບ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ+​ແລະ​ເລື່ອງ​ຊື່​ຂອງ​ພະ​ເຢຊູ​ຄລິດ ທັງ​ຜູ້​ຊາຍ​ແລະ​ຜູ້ຍິງ​ກໍ​ເຊື່ອ​ແລະ​ໄດ້​ຮັບ​ບັບເຕມາ.+ 13 ຊີໂມນ​ກໍ​ເຂົ້າ​ມາ​ເປັນ​ລູກສິດ​ຄື​ກັນ. ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ລາວ​ກໍ​ຕິດຕາມ​ຟີລິບ​ຕໍ່​ໆ​ໄປ.+ ລາວ​ຮູ້ສຶກ​ງຶດ​ເມື່ອ​ໄດ້​ເຫັນ​ການ​ອັດສະຈັນ​ແລະ​ປາຕິຫານ​ທີ່​ຟີລິບ​ເຮັດ.

14 ເມື່ອ​ພວກ​ອັກຄະສາວົກ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຂ່າວ​ວ່າ​ຄົນ​ຊາມາເຣຍ​ຍອມຮັບ​ຄຳສອນ​ຂອງ​ພະເຈົ້າ+ ເຂົາເຈົ້າ​ຈຶ່ງ​ສົ່ງ​ເປໂຕ​ກັບ​ໂຢຮັນໄປ​ຫັ້ນ. 15 ຕອນ​ທີ່ 2 ຄົນ​ນັ້ນ​ໄປ​ຮອດ ເຂົາເຈົ້າ​ກໍ​ອະທິດຖານ​ເພື່ອ​ຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ+ 16 ຍ້ອນ​ຍັງ​ບໍ່​ມີ​ຈັກ​ຄົນ​ໄດ້​ຮັບ​ພະລັງ​ບໍລິສຸດ ເຂົາເຈົ້າ​ມີ​ແຕ່​ຮັບ​ບັບເຕມາ​ໃນ​ນາມ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ເທົ່າ​ນັ້ນ.+ 17 ເມື່ອ​ເປໂຕ​ກັບ​ໂຢຮັນ​ວາງ​ມື​ເທິງ​ເຂົາເຈົ້າ+ ເຂົາເຈົ້າ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ.

18 ເມື່ອ​ຊີໂມນ​ເຫັນ​ວ່າ​ຄົນ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ​ໂດຍ​ທີ່​ອັກຄະສາວົກ 2 ຄົນ​ນັ້ນ​ວາງ​ມື​ເທິງ​ເຂົາເຈົ້າ ລາວ​ຈຶ່ງ​ສະເໜີ​ເງິນ​ໃຫ້ 19 ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ຂ້ອຍ​ມີ​ລິດເດດ​ແບບ​ນີ້​ຄື​ກັນ ເພື່ອ​ທຸກ​ຄົນ​ທີ່​ຂ້ອຍ​ວາງ​ມື​ເທິງ​ເຂົາເຈົ້າ​ຈະ​ໄດ້​ຮັບ​ພະລັງບໍລິສຸດ.” 20 ແຕ່​ເປໂຕ​ເວົ້າ​ກັບ​ລາວ​ວ່າ: “ເງິນ​ຂອງ​ເຈົ້າ​ຈະ​ຈິບຫາຍ​ໄປ​ພ້ອມ​ກັບ​ເຈົ້າ ຍ້ອນ​ເຈົ້າ​ຄິດ​ວ່າ​ຈະ​ໃຊ້​ເງິນ​ຊື້​ສິ່ງ​ທີ່​ພະເຈົ້າ​ໃຫ້​ລ້າ​ໆ​.+ 21 ເຈົ້າ​ບໍ່​ມີ​ທາງ​ຈະ​ໄດ້​ສິ່ງ​ນີ້​ຍ້ອນ​ພະເຈົ້າ​ເຫັນ​ວ່າ​ໃຈ​ເຈົ້າ​ບໍ່​ສັດຊື່. 22 ໃຫ້​ກັບໃຈ​ແລະ​ເຊົາ​ຄິດ​ຊົ່ວ​ແບບ​ນີ້ ແລະ​ອ້ອນວອນ​ພະ​ເຢໂຫວາ.* ເພິ່ນ​ອາດ​ຈະ​ຍົກ​ໂທດ​ໃຫ້​ເຈົ້າ​ທີ່ມີ​ຄວາມ​ຄິດ​ຜິດ​ໆ​ແບບ​ນີ້ 23 ຍ້ອນ​ຂ້ອຍ​ເຫັນ​ວ່າ​ໃຈ​ຂອງ​ເຈົ້າ​ເປັນ​ຄື​ກັບ​ຢາພິດ​ແລະ​ມີ​ແຕ່​ຄວາມ​ຊົ່ວ.” 24 ຊີໂມນ​ກໍ​ເວົ້າ​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ອ້ອນວອນ​ພະ​ເຢໂຫວາ*​ເພື່ອ​ຂ້ອຍ​ແດ່. ຢ່າ​ໃຫ້​ສິ່ງ​ທີ່​ພວກ​ເຈົ້າ​ເວົ້າ​ນັ້ນເກີດ​ຂຶ້ນ​ກັບ​ຂ້ອຍເລີຍ.”

25 ເມື່ອ​ເປໂຕ​ກັບ​ໂຢຮັນ​ເວົ້າ​ເລື່ອງ​ຄຳສອນ​ຂອງ​ພະ​ເຢໂຫວາ*​ແລະ​ປະກາດ​ຢ່າງ​ທົ່ວ​ເຖິງ​ແລ້ວ ເຂົາເຈົ້າ​ກໍ​ກັບ​ໄປ​ເມືອງ​ເຢຣູຊາເລັມ. ຕອນ​ທີ່​ເມືອ ເຂົາເຈົ້າໄດ້​ປະກາດ​ຂ່າວດີ​ຢູ່​ຫຼາຍ​ໆ​ບ້ານ​ຂອງ​ຄົນ​ຊາມາເຣຍ.+

26 ທູດສະຫວັນ​ຂອງ​ພະ​ເຢໂຫວາ*+​ບອກ​ຟີລິບ​ວ່າ: “ໃຫ້​ຟ້າວ​ໄປ​ທາງ​ທິດໃຕ້​ຕາມ​ທາງ​ລົງ​ຈາກ​ເມືອງ​ເຢຣູຊາເລັມ​ໄປ​ເມືອງ​ຄາຊາ” (ເຊິ່ງເປັນ​ທາງ​ທີ່​ຢູ່​ບ່ອນ​ກັນດານ). 27 ຟີລິບ​ກໍ​ຟ້າວ​ໄປ​ແລະ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ. ລາວ​ເປັນ​ຂ້າລາຊະການ*​ຄົນ​ເອທິໂອເປຍ​ທີ່​ມີ​ຕຳແໜ່ງ​ສູງ​ຂອງ​ລາຊີນີ​ກັນດາເກ*​ຂອງ​ເອທິໂອເປຍ ແລະ​ເປັນ​ຜູ້​ເບິ່ງແຍງ​ຊັບສິນ​ທັງໝົດ​ຂອງ​ລາຊີນີ. ລາວ​ໄປ​ນະມັດສະການ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ.+ 28 ຕອນ​ທີ່ກັບ​ເມືອ ລາວ​ນັ່ງ​ຢູ່​ລົດ​ມ້າ​ແລະ​ກຳລັງ​ອ່ານ​ອອກ​ສຽງ​ຂໍ້​ຄວາມ​ໃນ​ປຶ້ມ​ຂອງ​ຜູ້​ພະຍາກອນ​ເອຊາຢາ. 29 ພະລັງ​ຂອງ​ພະເຈົ້າ​ບອກ​ຟີລິບ​ວ່າ: “ເຂົ້າ​ໄປ​ໃກ້​ໆ​ລົດ​ມ້າ​ຄັນ​ນັ້ນ.” 30 ຟີລິບ​ກໍ​ແລ່ນ​ໄປ​ທາງ​ຂ້າງ​ລົດ​ມ້າ​ແລະ​ໄດ້​ຍິນ​ຂ້າລາຊະການ​ຄົນ​ນັ້ນ​ອ່ານ​ປຶ້ມ​ຂອງ​ຜູ້ພະຍາກອນ​ເອຊາຢາ. ຟີລິບ​ຖາມ​ລາວ​ວ່າ: “ເຈົ້າ​ເຂົ້າໃຈ​ເລື່ອງ​ທີ່​ອ່ານ​ບໍ?” 31 ລາວ​ຕອບ​ວ່າ: “ຄັນ​ບໍ່​ມີ​ໃຜ​ອະທິບາຍ​ໃຫ້​ຟັງ ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ແນວໃດ?” ແລ້ວ​ລາວ​ກໍ​ຊວນ​ຟີລິບ​ໃຫ້​ຂຶ້ນ​ລົດ​ມ້າ​ໄປ​ນຳ​ກັນ. 32 ຂໍ້​ຄວາມ​ໃນ​ພະຄຳພີ​ທີ່​ລາວ​ອ່ານ​ຢູ່​ນັ້ນ​ບອກ​ວ່າ: “ລາວ​ຖືກ​ພາ​ໄປ​ຄື​ກັບ​ແກະ​ທີ່​ຖືກ​ພາ​ໄປ​ຂ້າ. ລາວ​ເປັນ​ຄື​ກັບ​ແກະ​ນ້ອຍ​ທີ່​ມິດ​ຢູ່​ຕອນ​ທີ່​ຖືກ​ຕັດ​ຂົນ. ລາວ​ບໍ່​ເວົ້າ​ຫຍັງ​ຈັກ​ຄຳ​ເລີຍ.+ 33 ລາວ​ຖືກ​ດູຖູກ​ແລະ​ຖືກ​ຕັດສິນ​ແບບ​ບໍ່​ຍຸຕິທຳ.+ ບໍ່​ມີ​ໃຜ​ຈະ​ເລົ່າ​ລາຍລະອຽດ​ເລື່ອງ​ຄວາມ​ເປັນ​ມາ​ຂອງ​ລາວ​ໄດ້ ຍ້ອນ​ຊີວິດ​ຂອງ​ລາວ​ດັບສູນ​ໄປ​ຈາກ​ໂລກ​ນີ້​ແລ້ວ.”+

34 ຂ້າລາຊະການ​ຄົນ​ນັ້ນ​ຖາມ​ຟີລິບ​ວ່າ: “ບອກ​ຂ້ອຍ​ແດ່​ວ່າ​ຜູ້​ພະຍາກອນ​ເວົ້າ​ເຖິງ​ໃຜ? ເວົ້າ​ເຖິງ​ໂຕ​ລາວ​ເອງ​ຫຼື​ຄົນອື່ນ?” 35 ແລ້ວ​ຟີລິບ​ກໍ​ບອກ​ຂ່າວດີ​ເລື່ອງ​ພະ​ເຢຊູ​ໃຫ້​ລາວ​ຟັງ ເລີ່ມ​ຈາກ​ພະຄຳພີ​ຂໍ້​ນີ້. 36 ຕອນ​ທີ່​ກຳລັງ​ນັ່ງ​ລົດ​ໄປ​ຕາມ​ທາງ ເຂົາເຈົ້າ​ກໍ​ມາ​ຮອດ​ບ່ອນ​ໜຶ່ງ​ທີ່​ມີ​ໜອງ​ນ້ຳ ຂ້າລາຊະການ​ຄົນ​ນັ້ນ​ຈຶ່ງ​ເວົ້າ​ວ່າ: “ເບິ່ງ​ແມ້! ຢູ່​ນີ້ມີ​ນ້ຳ ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?” 37*​—— 38 ລາວ​ຈຶ່ງ​ສັ່ງ​ໃຫ້​ຈອດ​ລົດ​ມ້າ ແລ້ວ​ຟີລິບ​ກໍ​ລົງ​ໄປ​ໃນ​ນ້ຳ​ກັບ​ລາວ ແລະ​ໃຫ້​ບັບເຕມາ​ລາວ. 39 ເມື່ອ​ທັງ​ສອງ​ຄົນ​ຂຶ້ນ​ຈາກ​ນ້ຳ​ແລ້ວ ພະລັງ​ຂອງ​ພະ​ເຢໂຫວາ*​ກໍ​ພາ​ຟີລິບ​ໄປ​ທັນທີ ແລະ​ຂ້າລາຊະການ​ຄົນ​ນັ້ນ​ບໍ່​ໄດ້​ເຫັນ​ຟີລິບ​ອີກ​ເລີຍ ແຕ່​ລາວ​ເດີນທາງ​ຕໍ່​ໄປ​ຢ່າງ​ມີ​ຄວາມສຸກ. 40 ສ່ວນ​ຟີລິບ​ກໍ​ໄປ​ຢູ່​ເມືອງ​ອາຊະໂດດ. ລາວ​ໄປ​ປະກາດ​ຂ່າວດີ​ໃນ​ທຸກ​ເມືອງ​ທົ່ວ​ເຂດ​ນັ້ນ​ຈົນ​ຮອດ​ເມືອງ​ກາຍຊາເຣຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌