ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 17
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ລັກສະນະ​ຂອງ​ພະ​ເຢຊູ​ປ່ຽນ​ໄປ (1-13)

      • ມີ​ຄວາມ​ເຊື່ອ​ສ່ຳ​ກັບ​ເມັດ​ມັດສະຕາດ (14-21)

      • ພະ​ເຢຊູ​ບອກ​ອີກ​ເທື່ອ​ໜຶ່ງ​ວ່າ​ຈະ​ຕ້ອງ​ຕາຍ (22, 23)

      • ໃຊ້​ເງິນ​ຫຼຽນ​ຈາກ​ປາກ​ປາ​ເພື່ອ​ຈ່າຍ​ພາສີ (24-27)

ມັດທາຍ 17:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 9:2-8; ລກ 9:28-36

ມັດທາຍ 17:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:13, 16

ມັດທາຍ 17:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 2:7; ອຊຢ 42:1; ມທ 3:17; 2ປຕ 1:17, 18
  • +ພບຍ 18:15; ມຣກ 9:7; ລກ 9:35; ກຈກ 3:22, 23; ຮຣ 2:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 51

    ຫໍສັງເກດການ (ສຶກສາ)

    3/2019, ໜ້າ 10

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 6

    ຮຽນຈາກຄູ ໜ້າ 15

ມັດທາຍ 17:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:20; ມຣກ 9:9

ມັດທາຍ 17:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 9:11

ມັດທາຍ 17:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:3; ມລກ 4:5, 6; ມທ 11:13, 14; ມຣກ 9:12; ລກ 1:17

ມັດທາຍ 17:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 9:13
  • +ມທ 16:21; ລກ 23:24, 25

ມັດທາຍ 17:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 9:37

ມັດທາຍ 17:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 9:17-29; ລກ 9:38-42

ມັດທາຍ 17:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:5, 20

ມັດທາຍ 17:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:13; 9:22; 15:28; ຢຮ 4:51, 52

ມັດທາຍ 17:20

ໄຂເງື່ອນ

  • *

    ເມັດ​ພືດ​ນ້ອຍ​ໆ​ຊະນິດ​ໜຶ່ງ​ທີ່​ມີ​ຢູ່​ແຖວ​ອິດສະຣາເອນ. ເມື່ອ​ໃຫຍ່​ເຕັມທີ​ຕົ້ນ​ຂອງ​ມັນ​ສູງ​ຮອດ 4 ແມັດ​ແລະ​ມີ​ງ່າ​ແຜ່​ອອກ​ໄປ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:21; ມຣກ 11:23; ລກ 17:6

ມັດທາຍ 17:21

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ3

ມັດທາຍ 17:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 20:18; ລກ 9:44, 45

ມັດທາຍ 17:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:21; ມຣກ 9:31

ມັດທາຍ 17:24

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເກັບ​ຫຼຽນ 2 ດັກມາ.” ນີ້​ແມ່ນ​ຄ່າ​ແຮງງານ​ສຳລັບ​ການ​ເຮັດ​ວຽກ​ປະມານ 2 ມື້. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:13, 14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 111-112

    ສະບັບແປໂລກໃໝ່ ໜ້າ 2498

ມັດທາຍ 17:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 111-112

ມັດທາຍ 17:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 111-112

ມັດທາຍ 17:27

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫຼຽນ​ສະເຕເຕີ” ເຊິ່ງ​ມີ​ຄ່າ​ເທົ່າ​ກັບ 4 ດັກມາ. ນີ້​ແມ່ນ​ຄ່າ​ແຮງງານ​ສຳລັບ​ການ​ເຮັດ​ວຽກ​ປະມານ 4 ມື້. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 10:32; 2ກຣ 6:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2498

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 17:1ມຣກ 9:2-8; ລກ 9:28-36
ມທ. 17:2ພນມ 1:13, 16
ມທ. 17:5ພສ 2:7; ອຊຢ 42:1; ມທ 3:17; 2ປຕ 1:17, 18
ມທ. 17:5ພບຍ 18:15; ມຣກ 9:7; ລກ 9:35; ກຈກ 3:22, 23; ຮຣ 2:3
ມທ. 17:9ມທ 16:20; ມຣກ 9:9
ມທ. 17:10ມຣກ 9:11
ມທ. 17:11ອຊຢ 40:3; ມລກ 4:5, 6; ມທ 11:13, 14; ມຣກ 9:12; ລກ 1:17
ມທ. 17:12ມຣກ 9:13
ມທ. 17:12ມທ 16:21; ລກ 23:24, 25
ມທ. 17:14ລກ 9:37
ມທ. 17:15ມຣກ 9:17-29; ລກ 9:38-42
ມທ. 17:17ພບຍ 32:5, 20
ມທ. 17:18ມທ 8:13; 9:22; 15:28; ຢຮ 4:51, 52
ມທ. 17:20ມທ 21:21; ມຣກ 11:23; ລກ 17:6
ມທ. 17:22ມທ 20:18; ລກ 9:44, 45
ມທ. 17:23ມທ 16:21; ມຣກ 9:31
ມທ. 17:24ອພຍ 30:13, 14
ມທ. 17:271ກຣ 10:32; 2ກຣ 6:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 17:1-27

ຂ່າວດີທີ່ຂຽນໂດຍມັດທາຍ

17 ຫົກ​ມື້​ຕໍ່​ມາ ພະ​ເຢຊູ​ພາ​ເປໂຕ​ແລະ​ຢາໂກໂບ​ກັບ​ໂຢຮັນ​ທີ່​ເປັນ​ອ້າຍ​ນ້ອງ​ກັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ໆ​.+ 2 ແລ້ວ​ລັກສະນະ​ຂອງ​ພະ​ເຢຊູ​ກໍ​ປ່ຽນ​ໄປ​ຕໍ່​ໜ້າ​ເຂົາເຈົ້າ. ໜ້າ​ຂອງ​ເພິ່ນ​ມີ​ແສງ​ຄື​ກັບ​ຕາເວັນ ແລະ​ເຄື່ອງນຸ່ງ​ຂອງ​ເພິ່ນ​ກໍ​ຂາວ​ເຈີດຈ້າ.+ 3 ທັນໃດ​ນັ້ນ ເຂົາເຈົ້າ​ກໍ​ເຫັນ​ໂມເຊ​ກັບ​ເອລີຢາ​ກຳລັງ​ລົມ​ກັບ​ພະ​ເຢຊູ. 4 ເປໂຕ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ດີ​ແທ້​ໆ​ທີ່​ພວກ​ເຮົາ​ໄດ້​ມາ​ຢູ່​ນີ້. ຖ້າ​ທ່ານ​ຕ້ອງການ ຂ້ອຍ​ຈະ​ປຸກ​ເຕັ້ນ​ໄວ້​ຢູ່​ນີ້ 3 ຫຼັງ ໃຫ້​ທ່ານ​ຫຼັງ​ໜຶ່ງ ໂມເຊ​ຫຼັງ​ໜຶ່ງ ແລະ​ເອລີຢາ​ຫຼັງ​ໜຶ່ງ.” 5 ເປໂຕ​ເວົ້າ​ບໍ່​ທັນ​ສຸດ​ຄວາມ​ກໍ​ມີ​ຂີ້ເຝື້ອ​ທີ່​ຂາວ​ເຈີດຈ້າ​ມາ​ປົກ​ຄຸມ​ເຂົາເຈົ້າ ແລະ​ມີ​ສຽງ​ເວົ້າ​ອອກ​ມາ​ຈາກ​ຂີ້ເຝື້ອ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ທີ່​ເຮົາ​ຮັກ. ເຮົາ​ພໍໃຈ​ລາວ​ຫຼາຍ.+ ພວກ​ເຈົ້າ​ຕ້ອງ​ເຊື່ອຟັງ​ລາວ.”+ 6 ເມື່ອ​ເຂົາເຈົ້າ​ໄດ້​ຍິນ​ກໍ​ໝູບ​ໜ້າ​ລົງ​ພື້ນ​ແລະ​ຢ້ານ​ຫຼາຍ. 7 ພະ​ເຢຊູ​ເຂົ້າ​ມາ​ໃກ້​ແລະ​ຈັບ​ເຂົາເຈົ້າ ແລ້ວ​ເວົ້າ​ວ່າ: “ລຸກ​ຂຶ້ນ ບໍ່​ຕ້ອງ​ຢ້ານ.” 8 ເມື່ອ​ເຂົາເຈົ້າ​ເງີຍ​ໜ້າ​ຂຶ້ນ​ກໍ​ບໍ່​ເຫັນ​ຜູ້​ໃດ​ນອກ​ຈາກ​ພະ​ເຢຊູ. 9 ຕອນ​ທີ່​ລົງ​ມາ​ຈາກ​ພູ ພະ​ເຢຊູ​ສັ່ງ​ເຂົາເຈົ້າ​ວ່າ: “ຢ່າ​ບອກ​ຜູ້​ໃດ​ເດີ້​ເລື່ອງ​ທີ່​ພວກ​ເຈົ້າ​ເຫັນ ຈົນ​ກວ່າ​ລູກ​ມະນຸດ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.”+

10 ລູກສິດ 3 ຄົນ​ນັ້ນ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ຄັນຊັ້ນ ເປັນ​ຫຍັງ​ພວກ​ຄູ​ສອນ​ສາສະໜາ​ບອກ​ວ່າ​ເອລີຢາ​ຕ້ອງ​ມາ​ກ່ອນ​ພະຄລິດ?”+ 11 ພະ​ເຢຊູ​ບອກ​ວ່າ: “ເອລີຢາ​ຕ້ອງ​ມາ​ແທ້​ໆ​ແລະ​ຈະ​ເຮັດ​ໃຫ້​ທຸກ​ຢ່າງ​ກັບ​ມາ​ດີ​ຄື​ເກົ່າ.+ 12 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ເອລີຢາ​ມາ​ແລ້ວ​ແຕ່​ເຂົາເຈົ້າ​ບໍ່​ຮູ້​ວ່າ​ແມ່ນ​ລາວ. ເຂົາເຈົ້າ​ຈຶ່ງ​ທຳຮ້າຍ​ລາວ​ຕາມ​ທີ່​ເຂົາເຈົ້າ​ຕ້ອງການ+ ແລະ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ລູກ​ມະນຸດ​ຕ້ອງ​ທົນທຸກ​ທໍລະມານ​ຄື​ກັນ.”+ 13 ພວກ​ລູກສິດ​ຈຶ່ງ​ເຂົ້າ​ໃຈ​ວ່າ​ພະ​ເຢຊູ​ກຳລັງ​ເວົ້າ​ເຖິງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ.

14 ເມື່ອ​ພະ​ເຢຊູ​ກັບ​ລູກສິດ​ທັງ​ສາມ​ຄົນ​ຍ່າງ​ມາ​ບ່ອນ​ທີ່​ຄົນ​ຢູ່​ຫຼາຍ​ໆ​+ ຜູ້​ຊາຍ​ຄົນ​ໜຶ່ງ​ກໍ​ເຂົ້າ​ມາ​ຫາ​ເພິ່ນ. ລາວ​ຄູ້ເຂົ່າ​ລົງ​ແລະ​ອ້ອນວອນ​ວ່າ: 15 “ນາຍ​ເອີ້ຍ ຂໍ​ໃຫ້​ອີ່ຕົນ​ລູກ​ຊາຍ​ຂອງ​ຂ້ອຍ​ແດ່. ລາວ​ເປັນ​ພະຍາດ​ບ້າໝູ​ແລະ​ບໍ່​ສະບາຍ​ແຮງ. ລາວ​ຊັກ​ຈົນ​ລົ້ມ​ໃສ່​ກອງ​ໄຟ​ແລະ​ຕົກ​ລົງ​ນ້ຳ​ເລື້ອຍ​ໆ​.+ 16 ຂ້ອຍ​ພາ​ລາວ​ມາ​ຫາ​ລູກສິດ​ຂອງ​ທ່ານ​ແລ້ວ ແຕ່​ເຂົາເຈົ້າ​ປົວ​ບໍ່​ໄດ້.” 17 ພະ​ເຢຊູ​ຈຶ່ງ​ເວົ້າ​ວ່າ: “ຄົນ​ສະໄໝ​ນີ້​ທີ່​ຂາດ​ຄວາມ​ເຊື່ອ​ແລະ​ບໍ່​ມີ​ສິນລະທຳ​ເອີ້ຍ+ ຂ້ອຍ​ຈະ​ຕ້ອງ​ຢູ່​ກັບ​ພວກ​ເຈົ້າ​ອີກ​ດົນ​ສ່ຳ​ໃດ? ຂ້ອຍ​ຈະ​ຕ້ອງ​ອົດທົນ​ກັບ​ພວກ​ເຈົ້າ​ໄປ​ອີກ​ດົນ​ປານ​ໃດ? ໃສ໋ ເອົາ​ເດັກນ້ອຍ​ມາ​ໃຫ້​ຂ້ອຍ​ເບິ່ງ​ດຸ.” 18 ແລ້ວ​ພະ​ເຢຊູ​ໄດ້​ສັ່ງ​ໃຫ້​ປີສາດ​ອອກ​ຈາກ​ເດັກນ້ອຍ​ຄົນ​ນັ້ນ ແລະ​ມັນ​ກໍ​ອອກ​ໄປ. ທັນໃດ​ນັ້ນ ເດັກນ້ອຍ​ຄົນ​ນັ້ນ​ກໍ​ດີ​ເປັນ​ປົກກະຕິ.+ 19 ຫຼັງ​ຈາກນັ້ນ ພວກ​ລູກສິດ​ໄດ້​ເຂົ້າ​ມາ​ຫາ​ພະ​ເຢຊູ​ເປັນ​ສ່ວນ​ໂຕ​ແລະ​ຖາມ​ວ່າ: “ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ໄລ່​ປີສາດ​ໂຕ​ນັ້ນ​ອອກ​ບໍ່​ໄດ້?” 20 ເພິ່ນ​ຕອບ​ເຂົາເຈົ້າ​ວ່າ: “ກໍ​ຍ້ອນ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ໜ້ອຍ. ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ສ່ຳ​ກັບ​ເມັດ​ມັດສະຕາດ* ເມື່ອ​ພວກ​ເຈົ້າ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ ‘ຍ້າຍ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ໄປ​ແລະ​ຈະ​ບໍ່​ມີ​ສິ່ງ​ໃດ​ທີ່​ພວກ​ເຈົ້າ​ເຮັດ​ບໍ່​ໄດ້.”+ 21*​——

22 ເມື່ອ​ຢູ່​ນຳ​ກັນ​ໃນ​ແຂວງ​ຄາລີເລ ພະ​ເຢຊູ​ບອກ​ພວກ​ລູກສິດ​ວ່າ: “ລູກ​ມະນຸດ​ຈະ​ຕ້ອງ​ຖືກ​ທໍລະຍົດ​ແລະ​ຖືກ​ພວກ​ສັດຕູ​ຈັບ.+ 23 ພວກ​ນັ້ນ​ຈະ​ຂ້າ​ເພິ່ນ ແລ້ວ​ໃນ​ມື້​ທີ 3 ເພິ່ນ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.”+ ເມື່ອ​ພວກ​ລູກສິດ​ໄດ້​ຍິນ​ແນວ​ນັ້ນ​ກໍ​ໂສກເສົ້າ​ຫຼາຍ.

24 ເມື່ອ​ພະ​ເຢຊູ​ກັບ​ລູກສິດ​ມາ​ຮອດ​ເມືອງ​ກາເປນາອູມ ພວກ​ຄົນ​ເກັບ​ຄ່າ​ພາສີ​ວິຫານ*​ເຂົ້າ​ມາ​ຖາມ​ເປໂຕ​ວ່າ: “ອາຈານ​ຂອງ​ເຈົ້າ​ບໍ່​ເສຍ​ຄ່າ​ພາສີ​ວິຫານ​ບໍ?”+ 25 ເປໂຕ​ຕອບ​ວ່າ: “ເສຍ​ແທ້.” ແຕ່​ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພະ​ເຢຊູ​ເວົ້າ​ຂຶ້ນ​ກ່ອນ​ວ່າ: “ຊີໂມນ ເຈົ້າ​ຄິດ​ແນວ​ໃດ? ກະສັດ​ໃນ​ໂລກ​ນີ້​ເກັບ​ພາສີ​ຈາກ​ຜູ້​ໃດ ຈາກ​ລູກ​ຂອງ​ໂຕເອງ​ຫຼື​ຈາກ​ຄົນ​ອື່ນ?” 26 ເປໂຕ​ຕອບ​ວ່າ: “ຈາກ​ຄົນ​ອື່ນ.” ພະ​ເຢຊູ​ຈຶ່ງ​ບອກ​ລາວ​ວ່າ: “ຖ້າ​ເປັນ​ແນວ​ນັ້ນ ລູກ​ກະສັດ​ກໍ​ບໍ່​ຕ້ອງ​ເສຍ​ພາສີ​ແມ່ນ​ບໍ? 27 ແຕ່​ເພື່ອ​ຈະ​ບໍ່​ມີ​ບັນຫາ​ກັບ​ເຂົາເຈົ້າ+ ໃຫ້​ເຈົ້າ​ໄປ​ຊິດ​ເບັດ​ຢູ່​ທະເລ. ເມື່ອ​ໄດ້​ປາ​ໂຕ​ທຳອິດ​ກໍ​ໃຫ້​ອ້າ​ປາກ​ມັນ ແລະ​ເຈົ້າ​ຈະ​ເຫັນ​ຫຼຽນ​ເງິນ*​ຫຼຽນ​ໜຶ່ງ ແລ້ວ​ເອົາ​ຫຼຽນ​ນັ້ນ​ໄປ​ຈ່າຍ​ໃຫ້​ເຂົາເຈົ້າ​ເປັນ​ຄ່າ​ພາສີ​ຂອງ​ພວກ​ເຮົາ 2 ຄົນ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌