ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງໂສກເສົ້າ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງໂສກເສົ້າ

      • ເຢເຣມີຢາ​ສະແດງ​ຄວາມ​ຮູ້ສຶກ​ແລະ​ຄວາມ​ຫວັງ​ຂອງ​ລາວ

        • ‘ລູກ​ຈະ​ລໍ​ຖ້າ​ພະອົງ​ດ້ວຍ​ຄວາມ​ອົດທົນ’ (21)

        • ຄວາມ​ເມດຕາ​ຂອງ​ພະເຈົ້າ​ມີ​ທຸກ​ໆ​ມື້ (22, 23)

        • ພະເຈົ້າ​ເຮັດ​ດີ​ຕໍ່​ຄົນ​ທີ່​ຫວັງ​ເພິ່ງ​ເພິ່ນ (25)

        • ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ຕັ້ງແຕ່​ຍັງ​ໜຸ່ມ (27)

        • ພະເຈົ້າ​ເອົາ​ຂີ້ເຝື້ອ​ມາ​ບັງ​ໄວ້​ບໍ່​ໃຫ້​ຄຳ​ອະທິດຖານ​ໄປ​ຮອດ​ເພິ່ນ (43, 44)

ເພງໂສກເສົ້າ 3:ຫົວບົດ

ໄຂເງື່ອນ

  • *

    ເພງ​ນີ້​ແຕ່ງ​ແບບ​ລຽງ​ລຳດັບ​ຕາມ​ໂຕ​ອັກສອນ​ໃນ​ພາສາ​ເຮັບເຣີ. ເບິ່ງ​ຄຳ​ວ່າ “ລຽງ​ລຳດັບ​ຕາມ​ໂຕ​ອັກສອນ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ເພງໂສກເສົ້າ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 29; ຢຣມ 13:16

ເພງໂສກເສົ້າ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 63:10

ເພງໂສກເສົ້າ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 8:14; 9:15; ສສ 3:19

ເພງໂສກເສົ້າ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:7

ເພງໂສກເສົ້າ 3:8

ໄຂເງື່ອນ

  • *

    ຫຼື “ຂັດຂວາງ; ບໍ່​ສົນໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:4; 102:2; ອຊຢ 1:15; ມກ 3:4

ເພງໂສກເສົ້າ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 63:17

ເພງໂສກເສົ້າ 3:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 38:39, 40; ຮຊອ 5:14; ອມ 5:18, 19

ເພງໂສກເສົ້າ 3:11

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຮັດ​ໃຫ້​ຂ້ອຍ​ນອນ​ຢູ່​ລ້າ​ໆ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:8; 32:43

ເພງໂສກເສົ້າ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:15; 23:15

ເພງໂສກເສົ້າ 3:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 102:9; ຢຣມ 6:26

ເພງໂສກເສົ້າ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:32; ພສ 137:1
  • +ຢຣມ 9:15; ສສ 3:5

ເພງໂສກເສົ້າ 3:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 113:5-7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 199-200

ເພງໂສກເສົ້າ 3:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 130:6-8; ມກ 7:7

ເພງໂສກເສົ້າ 3:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:8
  • +ນຮຢ 9:31; ຢຣມ 30:11; ມກ 7:18

ເພງໂສກເສົ້າ 3:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 30:5
  • +ພບຍ 32:4; ພສ 36:5

ເພງໂສກເສົ້າ 3:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 16:5; 73:26; 142:5
  • +ພສ 130:6-8

ເພງໂສກເສົ້າ 3:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 25:3; 130:5; ອຊຢ 25:9; 30:18; ມກ 7:7
  • +1ຂຄ 28:9; ອຊຢ 26:9; ຊຟຢ 2:3

ເພງໂສກເສົ້າ 3:26

ໄຂເງື່ອນ

  • *

    ຫຼື “ລໍ​ຖ້າ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ພະ​ເຢໂຫວາ​ດ້ວຍ​ຄວາມ​ອົດທົນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:7
  • +ພສ 116:6

ເພງໂສກເສົ້າ 3:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 119:71

ເພງໂສກເສົ້າ 3:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 39:8, 9; ສສ 3:39

ເພງໂສກເສົ້າ 3:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 16:63
  • +ຢອ 2:12-14

ເພງໂສກເສົ້າ 3:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:12; 31:37; 32:40; ມກ 7:18

ເພງໂສກເສົ້າ 3:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 30:5; 103:9, 11; ອຊຢ 54:7; ຢຣມ 31:20

ເພງໂສກເສົ້າ 3:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:7; ອຊກ 33:11; 2ປຕ 3:9

ເພງໂສກເສົ້າ 3:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 102:19, 20

ເພງໂສກເສົ້າ 3:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 12:5; ສພສ 17:15

ເພງໂສກເສົ້າ 3:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 103:10; ມກ 7:9

ເພງໂສກເສົ້າ 3:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 1:5
  • +ພບຍ 4:30; ອຊຢ 55:7; ຢອ 2:13

ເພງໂສກເສົ້າ 3:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:29; 2ຂຄ 7:14; 34:27

ເພງໂສກເສົ້າ 3:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:26
  • +2ກສ 24:3, 4; ດນອ 9:5, 12

ເພງໂສກເສົ້າ 3:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:8
  • +ພບຍ 4:26; ສສ 2:2; ອຊກ 9:10

ເພງໂສກເສົ້າ 3:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:4; ສພສ 15:29; 28:9; ອຊຢ 1:15; ມກ 3:4; ຊຄຢ 7:13

ເພງໂສກເສົ້າ 3:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 2:16

ເພງໂສກເສົ້າ 3:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:66, 67
  • +ອຊຢ 51:19; ຢຣມ 4:6

ເພງໂສກເສົ້າ 3:48

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:1

ເພງໂສກເສົ້າ 3:49

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:17; ສສ 1:16

ເພງໂສກເສົ້າ 3:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:14; 102:19-21; ອຊຢ 63:15

ເພງໂສກເສົ້າ 3:51

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 11:22

ເພງໂສກເສົ້າ 3:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 130:1; ຢນ 2:1, 2

ເພງໂສກເສົ້າ 3:58

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:34

ເພງໂສກເສົ້າ 3:59

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:36, 37

ເພງໂສກເສົ້າ 3:61

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 74:18

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ສສ. 3:2ພບຍ 28:15, 29; ຢຣມ 13:16
ສສ. 3:3ອຊຢ 63:10
ສສ. 3:5ຢຣມ 8:14; 9:15; ສສ 3:19
ສສ. 3:7ຢຣມ 39:7
ສສ. 3:8ພສ 80:4; 102:2; ອຊຢ 1:15; ມກ 3:4
ສສ. 3:9ອຊຢ 63:17
ສສ. 3:10ໂຢບ 38:39, 40; ຮຊອ 5:14; ອມ 5:18, 19
ສສ. 3:11ຢຣມ 6:8; 32:43
ສສ. 3:15ຢຣມ 9:15; 23:15
ສສ. 3:16ພສ 102:9; ຢຣມ 6:26
ສສ. 3:19ນຮຢ 9:32; ພສ 137:1
ສສ. 3:19ຢຣມ 9:15; ສສ 3:5
ສສ. 3:20ພສ 113:5-7
ສສ. 3:21ພສ 130:6-8; ມກ 7:7
ສສ. 3:22ອຊຣ 9:8
ສສ. 3:22ນຮຢ 9:31; ຢຣມ 30:11; ມກ 7:18
ສສ. 3:23ພສ 30:5
ສສ. 3:23ພບຍ 32:4; ພສ 36:5
ສສ. 3:24ພສ 16:5; 73:26; 142:5
ສສ. 3:24ພສ 130:6-8
ສສ. 3:25ພສ 25:3; 130:5; ອຊຢ 25:9; 30:18; ມກ 7:7
ສສ. 3:251ຂຄ 28:9; ອຊຢ 26:9; ຊຟຢ 2:3
ສສ. 3:26ພສ 37:7
ສສ. 3:26ພສ 116:6
ສສ. 3:27ພສ 119:71
ສສ. 3:28ພສ 39:8, 9; ສສ 3:39
ສສ. 3:29ອຊກ 16:63
ສສ. 3:29ຢອ 2:12-14
ສສ. 3:31ຢຣມ 3:12; 31:37; 32:40; ມກ 7:18
ສສ. 3:32ພສ 30:5; 103:9, 11; ອຊຢ 54:7; ຢຣມ 31:20
ສສ. 3:33ອຊຢ 55:7; ອຊກ 33:11; 2ປຕ 3:9
ສສ. 3:34ພສ 102:19, 20
ສສ. 3:35ພສ 12:5; ສພສ 17:15
ສສ. 3:39ພສ 103:10; ມກ 7:9
ສສ. 3:40ຮກ 1:5
ສສ. 3:40ພບຍ 4:30; ອຊຢ 55:7; ຢອ 2:13
ສສ. 3:41ພບຍ 4:29; 2ຂຄ 7:14; 34:27
ສສ. 3:42ນຮຢ 9:26
ສສ. 3:422ກສ 24:3, 4; ດນອ 9:5, 12
ສສ. 3:43ສພສ 15:8
ສສ. 3:43ພບຍ 4:26; ສສ 2:2; ອຊກ 9:10
ສສ. 3:44ພສ 80:4; ສພສ 15:29; 28:9; ອຊຢ 1:15; ມກ 3:4; ຊຄຢ 7:13
ສສ. 3:46ສສ 2:16
ສສ. 3:47ພບຍ 28:66, 67
ສສ. 3:47ອຊຢ 51:19; ຢຣມ 4:6
ສສ. 3:48ຢຣມ 9:1
ສສ. 3:49ຢຣມ 14:17; ສສ 1:16
ສສ. 3:50ພສ 80:14; 102:19-21; ອຊຢ 63:15
ສສ. 3:51ຢຣມ 11:22
ສສ. 3:55ພສ 130:1; ຢນ 2:1, 2
ສສ. 3:58ຢຣມ 50:34
ສສ. 3:59ຢຣມ 51:36, 37
ສສ. 3:61ພສ 74:18
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
  • 58
  • 59
  • 60
  • 61
  • 62
  • 63
  • 64
  • 65
  • 66
ຄຳພີໄບເບິນສະບັບແປໂລກໃໝ່
ເພງໂສກເສົ້າ 3:1-66

ເພງໂສກເສົ້າ

א [ອາເລບ]*

3 ຂ້ອຍ​ເປັນ​ຜູ້​ທີ່​ເຫັນ​ຄົນອື່ນ​ທົນທຸກ​ຍ້ອນ​ໄມ້​ແສ້​ຂອງ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ.

 2 ເພິ່ນ​ໄລ່​ຂ້ອຍ​ໜີ​ແລະ​ເຮັດ​ໃຫ້​ຂ້ອຍ​ຍ່າງ​ຢູ່​ໃນ​ຄວາມ​ມືດ​ບໍ່​ແມ່ນ​ຢູ່​ໃນ​ຄວາມ​ສະຫວ່າງ.+

 3 ເພິ່ນ​ເດ່​ມື​ຂອງ​ເພິ່ນ​ມາ​ຕໍ່ສູ້​ຂ້ອຍ​ຕະຫຼອດ.+

ב [ເບດ]

 4 ເພິ່ນ​ເຮັດ​ໃຫ້​ຊີ້ນ​ແລະ​ຜິວໜັງ​ຂອງ​ຂ້ອຍ​ເປື່ອຍ​ໄປ.

ເພິ່ນ​ຫັກ​ກະດູກ​ຂອງ​ຂ້ອຍ.

 5 ເພິ່ນ​ກັກ​ໂຕ​ຂ້ອຍ​ໄວ້. ເພິ່ນ​ເອົາ​ຢາພິດ​ຂົມ​ໆ​ແລະ​ຄວາມ​ຍາກ​ລຳບາກ​ມາ​ລ້ອມ​ຂ້ອຍ.+

 6 ເພິ່ນ​ບັງຄັບ​ຂ້ອຍ​ໃຫ້​ນັ່ງ​ຢູ່​ໃນ​ບ່ອນ​ມືດ​ຄື​ກັບ​ຄົນ​ທີ່​ຕາຍ​ມາ​ດົນ​ແລ້ວ.

ג [ກີເມວ]

 7 ເພິ່ນ​ເຮັດ​ກຳແພງ​ລ້ອມ​ຂ້ອຍ​ເພື່ອ​ຂ້ອຍ​ຈະ​ໜີ​ໄປ​ບໍ່​ໄດ້.

ເພິ່ນ​ເອົາ​ໂສ້​ທອງແດງ​ໜັກ​ໆ​ມາ​ລ່າມ​ຂ້ອຍ​ໄວ້.+

 8 ເມື່ອ​ຂ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຢ່າງ​ໝົດຫວັງ ເພິ່ນ​ກໍ​ບໍ່​ຟັງ*​ຄຳ​ອະທິດຖານ​ຂອງ​ຂ້ອຍ.+

 9 ເພິ່ນ​ເອົາ​ຫີນ​ທີ່​ຕັດ​ເປັນ​ກ້ອນ​ມາ​ຕັນ​ທາງ​ຂ້ອຍ​ໄວ້.

ເພິ່ນ​ເຮັດ​ໃຫ້​ທາງ​ຂອງ​ຂ້ອຍ​ຄົດບ້ຽວ.+

ד [ດາເລດ]

10 ເພິ່ນ​ດັກ​ທຳຮ້າຍ​ຂ້ອຍ​ຄື​ກັບ​ໂຕ​ໝີ​ໂຕ​ສິງ​ທີ່​ດັກ​ຊຸ້ມ​ຢູ່.+

11 ເພິ່ນ​ບັງຄັບ​ຂ້ອຍ​ໃຫ້​ອອກ​ຈາກ​ທາງ​ແລະ​ຈີກ​ຂ້ອຍ​ເປັນ​ຕ່ອນ​ໆ​.*

ເພິ່ນ​ໄດ້​ປະຖິ້ມ​ຂ້ອຍ​ແລ້ວ.+

12 ເພິ່ນ​ຫ້າງ​ທະນູ​ຂອງ​ເພິ່ນ​ແລະ​ເອົາ​ຂ້ອຍ​ເປັນ​ເປົ້າ.

ה [ເຮ]

13 ເພິ່ນ​ເອົາ​ລູກທະນູ​ຈາກ​ບັ້ງ​ຂອງ​ເພິ່ນ​ແທງ​ໝາກ​ໄຂ່ຫຼັງ​ຂອງ​ຂ້ອຍ.

14 ຂ້ອຍ​ຖືກ​ຊາດ​ຕ່າງ​ໆ​ຫົວຂວັນ​ໃສ່​ແລະ​ເຂົາເຈົ້າ​ຮ້ອງເພງ​ເຍາະເຍີ້ຍ​ຂ້ອຍ​ໝົດ​ມື້.

15 ເພິ່ນ​ເອົາ​ແນວ​ຂົມ​ໆ​ແລະ​ຕົ້ນໄມ້​ຂົມ​ໃຫ້​ຂ້ອຍ​ກິນ​ເລື້ອຍ​ໆ​.+

ו [ວາວ]

16 ເພິ່ນ​ໃຫ້​ຂ້ອຍ​ຫຍ້ຳ​ຂີ້ຫີນ​ນ້ອຍ​ໆ​ຈົນ​ແຂ້ວ​ແຕກ.

ເພິ່ນ​ຍູ້​ຂ້ອຍ​ລົງ​ໄປ​ຢູ່​ກອງ​ຂີ້ເທົ່າ.+

17 ພະອົງ​ເຮັດ​ໃຫ້​ລູກ​ບໍ່​ມີ​ຄວາມ​ສະຫງົບສຸກ. ລູກ​ລືມ​ໄປ​ແລ້ວ​ວ່າ​ຄວາມສຸກ​ເປັນ​ແນວໃດ.

18 ລູກ​ຈຶ່ງ​ເວົ້າ​ວ່າ: “ລູກ​ບໍ່​ມີ​ສະຫງ່າ​ລາສີ​ແລ້ວ. ລູກ​ບໍ່​ຫວັງ​ຫຍັງ​ຈາກ​ພະ​ເຢໂຫວາ​ອີກ​ແລ້ວ.”

ז [ຊາຢິນ]

19 ຂໍ​ພະອົງ​ຈື່​ຄວາມທຸກ​ຂອງ​ລູກ​ແລະ​ຈື່​ວ່າ​ລູກ​ບໍ່​ມີ​ບ່ອນ​ຢູ່.+ ຂໍ​ພະອົງ​ຈື່​ວ່າ​ລູກ​ກິນ​ຕົ້ນໄມ້​ຂົມ​ແລະ​ຢາພິດ​ທີ່​ຂົມ​ໆ​.+

20 ພະອົງ​ຈະ​ຈື່​ໄດ້​ແນ່ນອນ​ແລະ​ຈະ​ມາ​ຊ່ວຍ​ລູກ.+

21 ລູກ​ຄິດເຖິງ​ເລື່ອງ​ນີ້ ລູກ​ຈຶ່ງ​ຈະ​ລໍ​ຖ້າ​ພະອົງ​ດ້ວຍ​ຄວາມ​ອົດທົນ.+

ח [ເຮດ]

22 ຍ້ອນ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ ພວກເຮົາ​ຈຶ່ງ​ບໍ່​ເຈິ​ຈຸດຈົບ.+

ຄວາມ​ເມດຕາ​ຂອງ​ພະອົງ​ບໍ່​ມີ​ມື້​ໝົດ.+

23 ພະອົງ​ເມດຕາ​ພວກເຮົາ​ທຸກ​ໆ​ມື້.+ ພະອົງ​ໄວ້ໃຈ​ໄດ້​ສະເໝີ.+

24 ຂ້ອຍ​ເວົ້າ​ວ່າ: “ພະ​ເຢໂຫວາ​ເປັນ​ສ່ວນແບ່ງ​ຂອງ​ຂ້ອຍ.+ ຍ້ອນ​ແນວ​ນີ້ ຂ້ອຍ​ຈະ​ລໍ​ຖ້າ​ເພິ່ນ​ດ້ວຍ​ຄວາມ​ອົດທົນ.”+

ט [ເທດ]

25 ພະ​ເຢໂຫວາ​ເຮັດ​ດີ​ຕໍ່​ຄົນ​ທີ່​ຫວັງ​ເພິ່ງ​ເພິ່ນ+​ແລະ​ຄົນ​ທີ່​ຊອກຫາ​ເພິ່ນ​ສະເໝີ.+

26 ມັນ​ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຢູ່​ມິດ​ໆ​+​ແລະ​ລໍ​ຖ້າ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ພະເຢໂຫວາ.*+

27 ມັນ​ເປັນ​ເລື່ອງ​ທີ່​ດີ​ທີ່​ຄົນ​ເຮົາ​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ຕັ້ງແຕ່​ຍັງ​ໜຸ່ມ.+

י [ໂຢດ]

28 ໃຫ້​ລາວ​ນັ່ງ​ມິດ​ໆ​ຢູ່​ຄົນ​ດຽວ ບໍ່​ວ່າ​ພະເຈົ້າ​ຈະ​ຍອມ​ໃຫ້​ລາວ​ເຈິ​ຫຍັງ​ກໍ​ຕາມ.+

29 ໃຫ້​ລາວ​ໝູບ​ໜ້າ​ລົງ​ພື້ນ+ ຍ້ອນ​ອາດຈະ​ມີ​ຄວາມຫວັງ​ທີ່​ລາວ​ຈະ​ຖືກ​ຊ່ວຍ​ໃຫ້​ລອດ.+

30 ໃຫ້​ລາວ​ປິ່ນ​ແກ້ມ​ໃຫ້​ຄົນ​ທີ່​ຕົບ​ລາວ. ໃຫ້​ລາວ​ຍອມຮັບ​ເອົາ​ການ​ດູຖູກ​ຢ່າງ​ເຕັມທີ.

כ [ຄາບ]

31 ພະ​ເຢໂຫວາ​ຈະ​ບໍ່​ຖິ້ມ​ພວກເຮົາ​ຕະຫຼອດໄປ.+

32 ເຖິງ​ວ່າ​ເພິ່ນ​ເຮັດ​ໃຫ້​ພວກເຮົາ​ໂສກເສົ້າ ແຕ່​ເພິ່ນ​ກໍ​ຈະ​ເມດຕາ​ພວກເຮົາ​ຍ້ອນ​ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ.+

33 ເພິ່ນ​ບໍ່​ຢາກ​ເຮັດ​ໃຫ້​ມະນຸດ​ທຸກ​ລຳບາກ​ຫຼື​ເສຍ​ໃຈ.+

ל [ລາເມດ]

34 ການ​ກົດຂີ່​ຂົ່ມເຫງ​ນັກໂທດ​ທັງໝົດ​ທີ່​ຢູ່​ໃນ​ໂລກ+

35 ການ​ບໍ່​ໃຫ້​ຄວາມ​ຍຸຕິທຳ​ກັບ​ຄົນ​ໜຶ່ງ​ຕໍ່​ໜ້າ​ພະເຈົ້າ​ສູງສຸດ+

36 ການ​ສໍ້ໂກງ​ຄົນໜຶ່ງ​ໃນ​ຄະດີ​ຂອງ​ລາວ

ພະ​ເຢໂຫວາ​ຈະ​ບໍ່​ຍອມ​ທົນ​ກັບ​ການ​ເຮັດ​ສິ່ງ​ເຫຼົ່ານີ້.

מ [ເມັມ]

37 ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ສັ່ງ ໃຜ​ຈະ​ເວົ້າ​ແລະ​ເຮັດ​ໃຫ້​ເກີດຂຶ້ນ​ຕາມ​ນັ້ນ​ໄດ້?

38 ແນວ​ທີ່​ດີ​ແລະ​ແນວ​ທີ່​ບໍ່​ດີ​ຈະ​ບໍ່​ໄດ້​ອອກ​ມາ​ນຳກັນ

ຈາກ​ປາກ​ຂອງ​ພະເຈົ້າ​ສູງສຸດ.

39 ມະນຸດ​ຈະ​ຈົ່ມ​ກ່ຽວກັບ​ຜົນ​ຈາກ​ການ​ເຮັດ​ຜິດ​ຂອງ​ໂຕເອງ​ໄດ້​ຈັ່ງ​ໃດ?+

נ [ນູນ]

40 ໃຫ້​ພວກເຮົາ​ກວດ​ເບິ່ງ​ວິທີ​ໃຊ້​ຊີວິດ​ຂອງ​ໂຕເອງ​ຢ່າງ​ລະອຽດ+​ແລະ​ກັບມາ​ຫາ​ພະ​ເຢໂຫວາ.+

41 ໃຫ້​ພວກເຮົາ​ຍົກ​ມື​ຂຶ້ນ​ແລະ​ອະທິດຖານ​ຫາ​ພະເຈົ້າ​ຜູ້​ຢູ່​ໃນ​ສະຫວັນ​ຢ່າງ​ຈິງໃຈ​ແລະ​ເວົ້າ​ວ່າ:+

42 “ພວກເຮົາ​ໄດ້​ເຮັດ​ຜິດ​ແລະ​ກະບົດ​ຕໍ່​ພະອົງ+​ແລະ​ພະອົງ​ບໍ່​ຍົກ​ໂທດ​ໃຫ້​ພວກເຮົາ.+

ס [ຊາເມກ]

43 ພະອົງ​ໃຈຮ້າຍ ພະອົງ​ຈຶ່ງ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ພວກເຮົາ.+

ພະອົງ​ໄລ່ລ່າ​ພວກເຮົາ​ແລະ​ຂ້າ​ພວກເຮົາ​ແບບ​ບໍ່​ອີ່ຕົນ.+

44 ພະອົງ​ເອົາ​ຂີ້ເຝື້ອ​ມາ​ຂວາງ​ໄວ້​ເພື່ອ​ຄຳ​ອະທິດຖານ​ຂອງ​ພວກເຮົາ​ຈະ​ບໍ່​ໄປ​ຮອດ​ພະອົງ.+

45 ພະອົງ​ເຮັດ​ໃຫ້​ພວກເຮົາ​ເປັນ​ຄື​ກັບ​ຂີ້ເຫຍື້ອ​ແລະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ບໍ່​ຍອມຮັບ​ພວກເຮົາ.”

פ [ເພ]

46 ພວກ​ສັດຕູ​ທັງໝົດ​ຂອງ​ພວກເຮົາ​ເວົ້າ​ຕໍ່ຕ້ານ​ພວກເຮົາ.+

47 ພວກເຮົາ​ຮູ້ສຶກ​ຢ້ານ​ແລະ​ທົນ​ທຸກ​ຕະຫຼອດ.+ ພວກເຮົາ​ຖືກ​ປະຖິ້ມ​ແລະ​ຖືກ​ທຳລາຍ.+

48 ນ້ຳຕາ​ຂ້ອຍ​ໄຫຼ​ຄື​ກັບ​ແມ່ນ້ຳ​ເມື່ອ​ຂ້ອຍ​ໄດ້​ຍິນ​ກ່ຽວກັບ​ຄວາມ​ຈິບຫາຍ​ຂອງ​ຄົນ​ຊາດດຽວກັນ​ກັບ​ຂ້ອຍ.+

ע [ອາຢິນ]

49 ຂ້ອຍ​ຈະ​ຮ້ອງໄຫ້​ບໍ່​ຢຸດ​ບໍ່​ເຊົາ+

50 ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ແນມ​ລົງ​ມາ​ເບິ່ງ​ຈາກ​ສະຫວັນ.+

51 ຂ້ອຍ​ຮູ້ສຶກ​ທຸກໃຈ​ເມື່ອ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ຂ້ອຍ.+

צ [ຊາເດ]

52 ພວກ​ສັດຕູ​ໄລ່ລ່າ​ຂ້ອຍ​ໂດຍ​ບໍ່​ມີ​ເຫດຜົນ​ຄື​ກັບ​ລ່າ​ນົກ.

53 ເຂົາເຈົ້າ​ໂຍນ​ຂ້ອຍ​ລົງ​ໃນ​ຂຸມ​ເພື່ອ​ຈະ​ຂ້າ​ຂ້ອຍ. ເຂົາເຈົ້າ​ດຶກ​ກ້ອນ​ຫີນ​ໃສ່​ຂ້ອຍ​ບໍ່​ເຊົາ.

54 ນ້ຳ​ໄຫຼ​ຖ້ວມ​ຫົວ​ຂ້ອຍ​ແລະ​ຂ້ອຍ​ກໍ​ເວົ້າ​ວ່າ: “ຂ້ອຍ​ບໍ່​ລອດ​ແລ້ວ.”

ק [ໂຄບ]

55 ພະ​ເຢໂຫວາ​ເອີ້ຍ ລູກ​ຮ້ອງ​ອອກ​ຊື່​ພະອົງ​ຈາກ​ຂຸມ​ເລິກ.+

56 ຂໍ​ພະອົງ​ຟັງ​ສຽງ​ຂອງ​ລູກ. ຂໍ​ພະອົງ​ຢ່າ​ປິດ​ຫູ​ໄວ້​ຈາກ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ແລະ​ສຽງ​ຮ້ອງ​ຂໍ​ການ​ບັນເທົາ​ທຸກ​ຂອງ​ລູກ.

57 ພະອົງ​ເຂົ້າ​ມາ​ໃກ້​ລູກ​ໃນ​ມື້​ທີ່​ລູກ​ຮ້ອງ​ຫາ​ພະອົງ. ພະອົງ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ​ເດີ້.”

ר [ເຣດ]

58 ພະ​ເຢໂຫວາ​ເອີ້ຍ ພະອົງ​ໄດ້​ສູ້​ຄະດີ​ໃຫ້​ລູກ. ພະອົງ​ໄດ້​ໄຖ່​ຊີວິດ​ລູກ​ແລ້ວ.+

59 ພະ​ເຢໂຫວາ​ເອີ້ຍ ພະອົງ​ເຫັນ​ແລ້ວ​ວ່າ​ເຂົາເຈົ້າ​ເຮັດ​ຜິດ​ຕໍ່​ລູກ​ແນວໃດ.

ຂໍ​ພະອົງ​ໃຫ້​ຄວາມ​ຍຸຕິທຳ​ກັບ​ລູກ.+

60 ພະອົງ​ກໍ​ເຫັນ​ແລ້ວ​ວ່າ​ເຂົາເຈົ້າ​ວາງແຜນ​ຮ້າຍ​ແລະ​ແກ້ແຄ້ນ​ລູກ​ແນວໃດ.

ש [ຊິນ]

61 ພະ​ເຢໂຫວາ​ເອີ້ຍ ພະອົງ​ໄດ້​ຍິນ​ຄຳ​ເຍາະເຍີ້ຍ​ແລະ​ແຜນ​ຊົ່ວ​ຂອງ​ເຂົາເຈົ້າ​ແລ້ວ.+

62 ພວກ​ຜູ້​ຕໍ່ຕ້ານ​ລູກ​ໄດ້​ພາກັນ​ລັກ​ວາງແຜນ​ໝົດ​ມື້​ເພື່ອ​ຈະ​ທຳຮ້າຍ​ລູກ.

63 ຂໍ​ພະອົງ​ເບິ່ງ​ເຂົາເຈົ້າ​ແມ້ ບໍ່​ວ່າ​ຈະ​ນັ່ງ​ຫຼື​ຈະ​ຢືນ ເຂົາເຈົ້າ​ກໍ​ຮ້ອງ​ເພງ​ເຍາະເຍີ້ຍ​ລູກ.

ת [ເທົາ]

64 ພະ​ເຢໂຫວາ​ເອີ້ຍ ພະອົງ​ຈະ​ຕອບແທນ​ເຂົາເຈົ້າ​ຕາມ​ການ​ກະທຳ​ຂອງ​ເຂົາເຈົ້າ.

65 ພະອົງ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ຄົນ​ຫົວແຂງ​ຄື​ກັບ​ທີ່​ພະອົງ​ໄດ້​ສາບແຊ່ງ​ເຂົາເຈົ້າ.

66 ພະ​ເຢໂຫວາ ພະອົງ​ຈະ​ໄລ່ລ່າ​ເຂົາເຈົ້າ​ດ້ວຍ​ຄວາມ​ໃຈຮ້າຍ​ແລະ​ທຳລາຍ​ເຂົາເຈົ້າ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌