ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 13
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ຄຳ​ເຕືອນ​ແລະ​ຄຳ​ແນະນຳ​ປິດ​ທ້າຍ (1-14)

        • ‘ໃຫ້​ພວກ​ເຈົ້າ​ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ​ວ່າ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຢູ່​ບໍ’ (5)

        • ປັບ​ຄວາມ​ຄິດ; ຄິດ​ໃຫ້​ສອດ​ຄ່ອງ​ກັນ (11)

2 ໂກຣິນໂທ 13:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 19:15; ມທ 18:16

2 ໂກຣິນໂທ 13:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 6:4; 1ປຕ 3:18
  • +2ຕມ 2:11, 12
  • +1ກຣ 6:14

2 ໂກຣິນໂທ 13:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 11:28; ຄລຕ 6:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2024, ໜ້າ 12-13

    ຫໍສັງເກດການ (ສຶກສາ)

    1/2023, ໜ້າ 10

    ຫໍສັງເກດການ (ສຶກສາ)

    1/2018, ໜ້າ 10

2 ໂກຣິນໂທ 13:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 4:21

2 ໂກຣິນໂທ 13:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:3, 4
  • +ຟລປ 2:2
  • +1ທຊ 5:13; ຢກບ 3:17; 1ປຕ 3:11; 2ປຕ 3:14
  • +1ກຣ 14:33

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2020, ໜ້າ 18-23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 13:1ພບຍ 19:15; ມທ 18:16
2ກຣ. 13:4ຣມ 6:4; 1ປຕ 3:18
2ກຣ. 13:42ຕມ 2:11, 12
2ກຣ. 13:41ກຣ 6:14
2ກຣ. 13:51ກຣ 11:28; ຄລຕ 6:4
2ກຣ. 13:101ກຣ 4:21
2ກຣ. 13:112ກຣ 1:3, 4
2ກຣ. 13:11ຟລປ 2:2
2ກຣ. 13:111ທຊ 5:13; ຢກບ 3:17; 1ປຕ 3:11; 2ປຕ 3:14
2ກຣ. 13:111ກຣ 14:33
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 13:1-14

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

13 ນີ້​ເປັນ​ເທື່ອ​ທີ 3 ແລ້ວ​ທີ່​ຂ້ອຍ​ຕັ້ງໃຈ​ຈະ​ໄປ​ຫາ​ພວກ​ເຈົ້າ. “ທຸກ​ເລື່ອງ​ທີ່​ລົມ​ກັນ​ຕ້ອງ​ມີ​ພະຍານ 2 ຫຼື 3 ຄົນ​ຢືນຢັນ.”+ 2 ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ໄດ້​ຢູ່​ນຳ​ພວກ​ເຈົ້າ​ຕອນນີ້ ແຕ່​ຂໍ​ໃຫ້​ຟັງ​ຂ້ອຍ​ຄື​ກັບ​ວ່າ​ຂ້ອຍ​ໄດ້​ມາ​ຢູ່​ກັບ​ພວກ​ເຈົ້າ​ເປັນ​ເທື່ອ​ທີ 2. ຂ້ອຍ​ເຕືອນ​ຄົນ​ທີ່​ເຄີຍ​ເຮັດ​ຜິດ​ແລະ​ຄົນ​ອື່ນ​ໆ​ໄວ້​ແລ້ວ ແລະ​ຂ້ອຍ​ຂໍ​ເຕືອນ​ອີກ​ເທື່ອ​ໜຶ່ງ​ວ່າ​ຂ້ອຍ​ຈະ​ບໍ່​ຍົກເວັ້ນຄົນ​ທີ່​ເຮັດ​ຜິດ​ເລີຍ. 3 ພວກ​ເຈົ້າ​ຈະ​ໄດ້​ເຫັນ​ຫຼັກຖານ​ວ່າ​ສິ່ງ​ທີ່​ຂ້ອຍ​ເວົ້າ​ມາ​ຈາກ​ພະຄລິດ​ແທ້​ໆ​. ເມື່ອ​ປະຕິບັດ​ກັບ​ພວກ​ເຈົ້າ ເພິ່ນ​ບໍ່​ອ່ອນແອ ແຕ່​ເພິ່ນ​ເຂັ້ມແຂງ. 4 ແມ່ນ​ຢູ່​ວ່າ​ພະຄລິດ​ຖືກ​ປະຫານ​ເທິງ​ເສົາ​ໃນ​ສະພາບ​ທີ່​ອ່ອນແອ ແຕ່​ຕອນນີ້​ເພິ່ນ​ມີ​ຊີວິດ​ຢູ່​ຍ້ອນ​ລິດເດດ​ຂອງ​ພະເຈົ້າ.+ ຕອນນີ້ ພວກ​ເຮົາ​ກໍ​ຢູ່​ໃນ​ສະພາບ​ທີ່​ອ່ອນແອ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ເປັນ ແຕ່​ພວກ​ເຮົາ​ຈະ​ມີ​ຊີວິດ​ຢູ່​ກັບ​ເພິ່ນ+​ຍ້ອນ​ລິດເດດ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ໂຕ​ພວກ​ເຈົ້າ.+

5 ໃຫ້​ພວກ​ເຈົ້າ​ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ​ວ່າ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຂອງ​ຄລິດສະຕຽນ​ຢູ່​ບໍ. ໃຫ້​ກວດ​ເບິ່ງ​ໂຕເອງ​ຢູ່​ເລື້ອຍ​ໆ​ເພື່ອ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ແນວໃດ​ແທ້​ໆ​.+ ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ​ພະ​ເຢຊູ​ຄລິດ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພວກ​ເຈົ້າ? ຖ້າ​ເພິ່ນ​ບໍ່​ໄດ້​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພວກ​ເຈົ້າ​ກໍ​ໝາຍ​ຄວາມ​ວ່າ​ພະເຈົ້າ​ບໍ່​ຍອມຮັບ​ພວກ​ເຈົ້າ. 6 ແຕ່​ຂ້ອຍ​ຫວັງ​ວ່າ​ພວກ​ເຈົ້າ​ຈະ​ເຊື່ອ​ວ່າ​ພະເຈົ້າ​ຍອມຮັບ​ພວກ​ເຮົາ.

7 ພວກ​ເຮົາ​ອະທິດຖານ​ຕໍ່​ພະເຈົ້າ​ຂໍ​ຢ່າ​ໃຫ້​ພວກ​ເຈົ້າ​ເຮັດ​ຫຍັງ​ຜິດ. ບໍ່​ແມ່ນ​ເພື່ອ​ໃຫ້​ຄົນ​ອື່ນ​ຍອມຮັບ​ພວກ​ເຮົາ ແຕ່​ເພື່ອ​ໃຫ້​ພວກ​ເຈົ້າ​ເຮັດ​ຄວາມ​ດີ ເຖິງ​ວ່າ​ຄົນອື່ນ​ຈະ​ບໍ່​ຍອມຮັບ​ພວກ​ເຮົາ​ກໍ​ບໍ່​ເປັນຫຍັງ. 8 ພວກ​ເຮົາ​ບໍ່​ມີ​ທາງ​ຂັດຂວາງ​ຄວາມຈິງ​ໄດ້ ມີ​ແຕ່​ຈະ​ເຮັດ​ເພື່ອ​ຄວາມຈິງ. 9 ພວກ​ເຮົາ​ດີໃຈ​ຖ້າ​ພວກ​ເຈົ້າ​ຈະ​ເຂັ້ມແຂງ ແຕ່​ພວກ​ເຮົາ​ອ່ອນແອ. ພວກ​ເຮົາ​ຈຶ່ງ​ອະທິດຖານ​ຂໍ​ໃຫ້​ພວກ​ເຈົ້າ​ປັບ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ໃໝ່. 10 ດັ່ງນັ້ນ ຂ້ອຍ​ຂຽນ​ເລື່ອງ​ທັງໝົດ​ນີ້​ຕອນ​ທີ່​ບໍ່​ຢູ່​ກັບ​ພວກເຈົ້າ ເພື່ອ​ຂ້ອຍ​ຈະ​ບໍ່​ຕ້ອງ​ໃຊ້​ມາດຕະການ​ເຂັ້ມ​ງວດ​ຕອນ​ທີ່​ຂ້ອຍ​ໄປ​ຫາ​ພວກ​ເຈົ້າ ຍ້ອນ​ຜູ້​ເປັນ​ນາຍ​ໃຫ້​ອຳນາດ​ຂ້ອຍ+​ເພື່ອ​ເສີມສ້າງ​ພວກ​ເຈົ້າ ບໍ່​ແມ່ນ​ເພື່ອ​ທຳລາຍ.

11 ສຸດທ້າຍ​ນີ້ ພີ່ນ້ອງ​ເອີ້ຍ ຂໍ​ໃຫ້​ຊົມຊື່ນ​ຍິນດີ​ສະເໝີ ປັບ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ໃໝ່ ມີ​ກຳລັງ​ໃຈ+ ຄິດ​ໃຫ້​ສອດຄ່ອງ​ກັນ+ ແລະ​ໃຊ້​ຊີວິດ​ຢ່າງ​ສະຫງົບ​ສຸກ​ຕໍ່​ໆ​ໄປ.+ ແລ້ວ​ພະເຈົ້າ​ຜູ້​ມີ​ຄວາມ​ຮັກ​ແລະ​ເປັນ​ຜູ້​ໃຫ້​ສັນຕິສຸກ+​ຈະ​ຢູ່​ກັບ​ພວກ​ເຈົ້າ. 12 ຂໍ​ໃຫ້​ຈູບ​ທັກທາຍ​ກັນ​ແບບ​ພີ່ນ້ອງ. 13 ຜູ້​ບໍລິສຸດ​ທຸກ​ຄົນ​ຝາ​ກ​ຄວາມຄິດ​ຮອດ​ໄປ​ເຖິງ​ພວກ​ເຈົ້າ.

14 ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະເຈົ້າ​ແລະ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ ແລະ​ຂໍ​ໃຫ້​ພະລັງ​ບໍລິສຸດ​ທີ່​ພວກ​ເຮົາ​ໄດ້​ຮັບ​ຮ່ວມ​ກັນ​ຢູ່​ກັບ​ພວກ​ເຈົ້າ​ທຸກ​ຄົນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌