ເຊຄາຣີຢາ
2 ຂ້ອຍເງີຍໜ້າຂຶ້ນແລະເຫັນຜູ້ຊາຍຄົນໜຶ່ງຖືສາຍແທກ+ຢູ່ໃນມື. 2 ຂ້ອຍຖາມລາວວ່າ: “ເຈົ້າຈະໄປໃສ?”
ລາວຕອບວ່າ: “ຈະໄປແທກເມືອງເຢຣູຊາເລັມເບິ່ງວ່າມັນກວ້າງມັນຍາວເທົ່າໃດ?”+
3 ແລ້ວທູດສະຫວັນທີ່ລົມນຳຂ້ອຍກໍອອກໄປ ແລະທູດສະຫວັນອີກອົງໜຶ່ງກໍມາຫາລາວ. 4 ທູດສະຫວັນອົງນັ້ນເວົ້າກັບລາວວ່າ: “ໃຫ້ແລ່ນໄປບອກຜູ້ຊາຍຄົນນັ້ນແດ່ວ່າ ‘“ເມືອງເຢຣູຊາເລັມຈະມີຄົນຢູ່+ແລະຈະເປັນເມືອງທີ່ບໍ່ມີກຳແພງ ຍ້ອນຄົນແລະຝູງສັດທີ່ອາໄສຢູ່ຫັ້ນຈະມີຈຳນວນຫຼາຍຂຶ້ນ.”+ 5 ພະເຢໂຫວາເວົ້າວ່າ “ເຮົາຈະເປັນກຳແພງໄຟອ້ອມເມືອງນີ້+ ແລະເຮົາຈະເປັນສະຫງ່າລາສີຂອງເມືອງນີ້.”’”+
6 ພະເຢໂຫວາບອກວ່າ: “ໄວໆ ໃຫ້ຟ້າວມາ! ໃຫ້ໜີອອກມາຈາກປະເທດທາງທິດເໜືອ.”+
ພະເຢໂຫວາບອກວ່າ: “ເຮົາເຄີຍເຮັດໃຫ້ພວກເຈົ້າກະຈັດກະຈາຍໄປທຸກທິດທຸກທາງ.+
7 ຄົນເມືອງຊີໂອນເອີ້ຍ ໃຫ້ພວກເຈົ້າໜີອອກມາຈາກບາບີໂລນເດີ້.+ 8 ຫຼັງຈາກພະເຢໂຫວາຜູ້ບັນຊາການກອງທັບສະແດງຄວາມຍິ່ງໃຫຍ່*ຂອງເພິ່ນແລ້ວ ເພິ່ນກໍສົ່ງຂ້ອຍໄປຫາພວກຊາດຕ່າງໆທີ່ເຄີຍປຸ້ນພວກເຈົ້າແລະບອກວ່າ+ ‘ໃຜທີ່ແຕະຕ້ອງພວກເຈົ້າກໍສ່ຳກັບແຕະຕ້ອງໜ່ວຍຕາຂອງເຮົາ.+ 9 ເຮົາຈະຍົກກຳປັ້ນ*ໃສ່ເຂົາເຈົ້າ ແລະເຂົາເຈົ້າຈະຖືກພວກທາດຂອງໂຕເອງປຸ້ນ.’+ ແລ້ວພວກເຈົ້າຈະຮູ້ວ່າພະເຢໂຫວາຜູ້ບັນຊາການກອງທັບໄດ້ສົ່ງຂ້ອຍມາ.”
10 ພະເຢໂຫວາບອກວ່າ: “ຄົນເມືອງຊີໂອນເອີ້ຍ ໃຫ້ໂຫ່ຮ້ອງດີໃຈ+ຍ້ອນເຮົາກຳລັງຈະມາ.+ ເຮົາຈະມາຢູ່ກັບພວກເຈົ້າ.+ 11 ໃນມື້ນັ້ນ ຄົນຈາກຫຼາຍໆຊາດຈະມາຫາເຮົາ+ແລະເຂົາເຈົ້າຈະເປັນຄົນຂອງເຮົາ ແລະເຮົາເຢໂຫວາຈະຢູ່ນຳພວກເຈົ້າ.” ແລ້ວພວກເຈົ້າຈະຮູ້ວ່າພະເຢໂຫວາຜູ້ບັນຊາການກອງທັບໄດ້ສົ່ງຂ້ອຍມາຫາພວກເຈົ້າ. 12 ພະເຢໂຫວາຈະເອົາຢູດາມາເປັນຊັບສົມບັດຂອງເພິ່ນຢູ່ບ່ອນບໍລິສຸດແລະເພິ່ນຈະເລືອກເຢຣູຊາເລັມອີກເທື່ອໜຶ່ງ.+ 13 ຂໍໃຫ້ທຸກຄົນມິດຢູ່ຊື່ໆເມື່ອຢູ່ຕໍ່ໜ້າພະເຢໂຫວາ ເພາະເພິ່ນຈະລົງມືເຮັດບາງຢ່າງຈາກບ່ອນບໍລິສຸດຂອງເພິ່ນ.