ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາຣະໂກ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາຣະໂກ

      • ພະ​ເຢຊູ​ໄລ່​ພວກ​ປີສາດ​ໃຫ້​ເຂົ້າ​ໄປ​ສິງ​ໃນ​ຝູງ​ໝູ (1-20)

      • ລູກ​ສາວ​ຂອງ​ຢາອີໂຣ​ແລະ​ຜູ້​ຍິງ​ທີ່​ບາຍ​ເສື້ອ​ຄຸມ​ຂອງ​ພະ​ເຢຊູ (21-43)

ມາຣະໂກ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:28; ລກ 8:26, 27

ມາຣະໂກ 5:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:28-30

ມາຣະໂກ 5:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:29; ຢກບ 2:19

ມາຣະໂກ 5:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:17, 18

ມາຣະໂກ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:31

ມາຣະໂກ 5:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:7, 8; ພບຍ 14:8
  • +ມທ 8:30-33; ລກ 8:32-34

ມາຣະໂກ 5:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:35-37

ມາຣະໂກ 5:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:34

ມາຣະໂກ 5:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:38, 39

ມາຣະໂກ 5:19

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2024, ໜ້າ 10-11

    ຫໍສັງເກດການ

    15/3/2014, ໜ້າ 3

ມາຣະໂກ 5:20

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2393

ມາຣະໂກ 5:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:40

ມາຣະໂກ 5:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:18; ລກ 8:41, 42

ມາຣະໂກ 5:23

ໄຂເງື່ອນ

  • *

    ຫຼື “ລູກ​ສາວ​ຂ້ອຍ​ກຳລັງ​ຊິ​ຕາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 4:40

ມາຣະໂກ 5:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 15:25
  • +ມທ 9:20-22; ລກ 8:43, 44

ມາຣະໂກ 5:26

ໄຂເງື່ອນ

  • *

    ຫຼື “ລາວ​ເຈັບ​ປວດ​ຫຼາຍ”

ມາຣະໂກ 5:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:36; ມຣກ 6:56

ມາຣະໂກ 5:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:21

ມາຣະໂກ 5:29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ມາຣະໂກ 5:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 5:17; 6:19
  • +ລກ 8:45-48

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ມາຣະໂກ 5:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 7:50; 8:48
  • +ມທ 9:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ມາຣະໂກ 5:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:49

ມາຣະໂກ 5:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:50; ຢຮ 11:39, 40

ມາຣະໂກ 5:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:1; 26:36, 37

ມາຣະໂກ 5:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:23-26; ລກ 8:51-56

ມາຣະໂກ 5:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:52; ຢຮ 11:11

ມາຣະໂກ 5:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:25; ລກ 7:14; 8:54; ກຈກ 9:40

ມາຣະໂກ 5:43

ໄຂເງື່ອນ

  • *

    ຫຼື “ສັ່ງ​ເຂົາເຈົ້າ​ຢ່າງ​ໜັກແໜ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 1:42-44; 7:35, 36

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມຣກ. 5:1ມທ 8:28; ລກ 8:26, 27
ມຣກ. 5:6ລກ 8:28-30
ມຣກ. 5:7ມທ 8:29; ຢກບ 2:19
ມຣກ. 5:8ກຈກ 16:17, 18
ມຣກ. 5:10ລກ 8:31
ມຣກ. 5:11ລລວ 11:7, 8; ພບຍ 14:8
ມຣກ. 5:11ມທ 8:30-33; ລກ 8:32-34
ມຣກ. 5:14ລກ 8:35-37
ມຣກ. 5:17ມທ 8:34
ມຣກ. 5:18ລກ 8:38, 39
ມຣກ. 5:21ລກ 8:40
ມຣກ. 5:22ມທ 9:18; ລກ 8:41, 42
ມຣກ. 5:23ລກ 4:40
ມຣກ. 5:25ລລວ 15:25
ມຣກ. 5:25ມທ 9:20-22; ລກ 8:43, 44
ມຣກ. 5:27ມທ 14:36; ມຣກ 6:56
ມຣກ. 5:28ມທ 9:21
ມຣກ. 5:30ລກ 5:17; 6:19
ມຣກ. 5:30ລກ 8:45-48
ມຣກ. 5:34ລກ 7:50; 8:48
ມຣກ. 5:34ມທ 9:22
ມຣກ. 5:35ລກ 8:49
ມຣກ. 5:36ລກ 8:50; ຢຮ 11:39, 40
ມຣກ. 5:37ມທ 17:1; 26:36, 37
ມຣກ. 5:38ມທ 9:23-26; ລກ 8:51-56
ມຣກ. 5:39ລກ 8:52; ຢຮ 11:11
ມຣກ. 5:41ມທ 9:25; ລກ 7:14; 8:54; ກຈກ 9:40
ມຣກ. 5:43ມຣກ 1:42-44; 7:35, 36
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
ຄຳພີໄບເບິນສະບັບແປໂລກໃໝ່
ມາຣະໂກ 5:1-43

ຂ່າວດີທີ່ຂຽນໂດຍມາຣະໂກ

5 ແລ້ວ​ພະ​ເຢຊູ​ກໍ​ໄປ​ອີກ​ຟາກ​ໜຶ່ງ​ໃນ​ເຂດ​ຂອງ​ຄົນ​ເຄຣາຊາ.+ 2 ທັນທີ​ທີ່​ພະ​ເຢຊູ​ອອກ​ຈາກ​ເຮືອ ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ປີສາດ​ສິງ​ໄດ້​ອອກ​ມາ​ຈາກ​ປ່າຊ້າ​ແລ້ວ​ເຈິ​ເພິ່ນ. 3 ລາວ​ຢູ່​ປ່າຊ້າ ແລະ​ຈົນ​ຮອດ​ປານ​ນີ້​ກໍ​ຍັງ​ບໍ່​ມີ​ໃຜ​ຈັບ​ລາວ​ມັດ​ໄວ້​ໄດ້ ຂະໜາດ​ວ່າ​ເອົາ​ໂສ້​ລ່າມ​ໄວ້​ກໍ​ບໍ່​ຢູ່. 4 ລາວ​ຖືກ​ລ່າມ​ໂສ້​ຢູ່​ແຂນ​ຢູ່​ຂາ​ຫຼາຍ​ເທື່ອ ແຕ່​ທຸກ​ເທື່ອ​ລາວ​ກໍ​ດຶງ​ໂສ້​ຈົນ​ຂາດ ແລະ​ບໍ່​ມີ​ໃຜ​ມີ​ແຮງ​ພໍ​ທີ່​ຈະ​ປາບ​ລາວ​ໄດ້. 5 ລາວ​ຮ້ອງ​ຢູ່​ຕາມ​ປ່າຊ້າ​ແລະ​ຕາມ​ພູ​ໝົດ​ມື້​ໝົດ​ຄືນ ແລະ​ເອົາ​ຫີນ​ປາດ​ໂຕເອງ. 6 ແຕ່​ເມື່ອ​ລາວ​ແນມ​ເຫັນ​ພະ​ເຢຊູ​ແຕ່​ໄກ ລາວ​ກໍ​ແລ່ນ​ເຂົ້າ​ມາ​ໝູບ​ລົງ​ຕໍ່​ໜ້າ​ເພິ່ນ.+ 7 ລາວ​ຮ້ອງ​ສຽງ​ດັງ​ວ່າ: “ເຢຊູ ລູກ​ຂອງ​ພະເຈົ້າ​ສູງ​ສຸດ ມາວຸ່ນວາຍ​ກັບ​ຂ້ອຍ​ເຮັດ​ຫຍັງ? ສາບານ​ໃນ​ນາມ​ພະເຈົ້າ​ກ່ອນ​ແມ້​ວ່າ​ເຈົ້າ​ຈະ​ບໍ່​ທໍລະມານ​ຂ້ອຍ.”+ 8 ປີສາດ​ເວົ້າ​ແບບ​ນັ້ນ​ຫຼັງ​ຈາກ​ພະ​ເຢຊູ​ສັ່ງ​ມັນ​ວ່າ: “ປີສາດ​ຊົ່ວ ອອກ​ມາ​ຈາກ​ລາວ​ດຽວ​ນີ້.”+ 9 ເພິ່ນ​ຖາມ​ມັນ​ວ່າ: “ເຈົ້າ​ຊື່​ຫຍັງ?” ມັນ​ຕອບ​ວ່າ: “ຂ້ອຍ​ຊື່​ກອງທັບ ຍ້ອນ​ພວກ​ຂ້ອຍ​ມີ​ຫຼາຍ​ໂຕ.” 10 ມັນ​ຂໍຮ້ອງ​ພະ​ເຢຊູ​ຫຼາຍ​ເທື່ອ​ບໍ່​ໃຫ້​ໄລ່​ພວກ​ມັນ​ອອກ​ໄປ​ຈາກ​ເຂດ​ນັ້ນ.+

11 ຕອນ​ນັ້ນ ມີ​ໝູ​ຝູງ​ໃຫຍ່+​ກຳລັງ​ຫາ​ກິນ​ຢູ່​ພູ.+ 12 ພວກ​ປີສາດ​ຈຶ່ງ​ຂໍຮ້ອງ​ພະ​ເຢຊູ​ວ່າ: “ຂໍ​ໃຫ້​ພວກ​ຂ້ອຍ​ເຂົ້າ​ໄປ​ສິງ​ຢູ່​ໃນ​ໝູ​ຝູງ​ນັ້ນ​ສະ.” 13 ເພິ່ນ​ກໍ​ໃຫ້​ພວກ​ມັນ​ເຮັດ​ຕາມ​ນັ້ນ. ພວກ​ປີສາດ​ຈຶ່ງ​ອອກ​ຈາກ​ຜູ້​ຊາຍ​ຄົນ​ນັ້ນ ແລ້ວ​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ. ໝູ​ປະມານ 2.000 ໂຕ​ໄດ້​ໂດດ​ຈາກ​ໜ້າ​ຜາ​ລົງ​ໄປ​ໃນ​ທະເລ​ແລະ​ຈົມ​ນ້ຳ​ຕາ​ຍ. 14 ສ່ວນ​ຄົນ​ລ້ຽງ​ໝູ​ກໍ​ແລ່ນ​ໜີ​ແລະ​ໄປ​ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃຫ້​ຄົນ​ທີ່​ຢູ່​ໃນ​ເມືອງ​ແລະ​ຄົນ​ທີ່​ຢູ່​ນອກ​ເມືອງ​ຟັງ ຄົນ​ຈຶ່ງ​ອອກ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ.+ 15 ແລ້ວ​ເຂົາເຈົ້າ​ກໍ​ມາ​ຫາ​ພະ​ເຢຊູ​ແລະ​ເຫັນ​ຄົນ​ທີ່​ເຄີຍ​ຖືກ​ປີສາດ​ເປັນ​ກອງທັບ​ເຂົ້າ​ສິງ. ຕອນນີ້ ລາວ​ນັ່ງ​ຢູ່ ນຸ່ງ​ເຄື່ອງ​ຮຽບຮ້ອຍ ແລະ​ມີ​ສະຕິ​ດີ. ເມື່ອ​ເຂົາເຈົ້າ​ເຫັນ​ແນວ​ນັ້ນ​ກໍ​ຢ້ານ​ຫຼາຍ. 16 ຄົນ​ທີ່​ເຫັນ​ເຫດການ​ກໍ​ເລົ່າ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ຟັງ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ຖືກ​ປີສາດ​ສິງ​ແລະ​ໝູ​ຝູງ​ນັ້ນ. 17 ເຂົາເຈົ້າ​ຈຶ່ງ​ຂໍຮ້ອງ​ພະ​ເຢຊູ​ໃຫ້​ອອກ​ໄປ​ຈາກ​ເຂດ​ນັ້ນ.+

18 ເມື່ອ​ພະ​ເຢຊູ​ກຳລັງ​ຂຶ້ນ​ເຮືອ ຜູ້​ຊາຍ​ທີ່​ເຄີຍ​ຖືກ​ປີສາດ​ສິງ​ກໍ​ຂໍ​ໄປ​ນຳ​ເພິ່ນ.+ 19 ແຕ່​ພະ​ເຢຊູ​ບໍ່​ໃຫ້​ລາວ​ໄປ​ນຳ​ແລະ​ບອກ​ລາວ​ວ່າ: “ໃຫ້​ເມືອ​ເຮືອນ​ເດີ້ ແລະ​ໄປ​ຫາ​ພີ່ນ້ອງ​ຂອງ​ເຈົ້າ. ເລົ່າ​ໃຫ້​ເຂົາເຈົ້າ​ຟັງ​ວ່າ​ພະ​ເຢໂຫວາ*​ໄດ້​ເຮັດ​ຫຍັງ​ເພື່ອ​ເຈົ້າ​ແດ່ ແລະ​ເພິ່ນ​ອີ່ຕົນ​ເຈົ້າ​ຫຼາຍ​ສ່ຳ​ໃດ.” 20 ລາວ​ຈຶ່ງ​ໄປ​ແລະ​ເລີ່ມ​ບອກ​ຄົນ​ອື່ນ​ໆ​ໃນ​ເຂດ​ເດກາໂປລີ*​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເພື່ອ​ລາວ ແລະ​ທຸກ​ຄົນ​ທີ່​ໄດ້​ຍິນ​ກໍ​ຮູ້ສຶກ​ງຶດ​ຫຼາຍ.

21 ເມື່ອ​ພະ​ເຢຊູ​ນັ່ງ​ເຮືອ​ກັບ​ມາ​ຮອດ​ອີກ​ຟາກ​ໜຶ່ງ ມີ​ຄົນ​ບັກ​ຫຼາຍ​ໆ​ມາ​ຫາ​ເພິ່ນ​ຕອນ​ທີ່​ເພິ່ນ​ຍັງ​ຢູ່​ແຄມ​ທະເລ.+ 22 ມີ​ຜູ້​ໜຶ່ງ​ທີ່​ເປັນ​ຫົວໜ້າ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ຊື່​ຢາອີໂຣ​ໄດ້​ມາ​ຫາ​ພະ​ເຢຊູ. ເມື່ອ​ເຫັນ​ເພິ່ນ​ແລ້ວ ລາວ​ກໍ​ໝູບ​ລົງ​ຢູ່​ຕີນ​ເພິ່ນ+ 23 ແລະ​ອ້ອນວອນ​ເພິ່ນ​ຫຼາຍ​ເທື່ອ​ວ່າ: “ລູກ​ສາວ​ຂ້ອຍ​ບໍ່​ສະບາຍ​ແຮງ* ຂໍ​ທ່ານ​ມາ​ວາງ​ມື​ເທິງ​ລາວ+ ເພື່ອ​ລາວ​ຈະ​ດີ​ເປັນ​ປົກກະຕິ​ແລະ​ມີ​ຊີວິດ​ຢູ່.” 24 ພະ​ເຢຊູ​ຈຶ່ງ​ໄປ​ນຳ​ລາວ. ມີ​ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ​ນຳ​ຫຼັງ​ເພິ່ນ​ໄປ​ແລະ​ບຽດ​ກັນ​ຢູ່​ອ້ອມ​ເພິ່ນ.

25 ຕອນ​ນັ້ນ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ເປັນ​ພະຍາດ​ຕົກ​ເລືອດ+​ໄດ້ 12 ປີ​ແລ້ວ.+ 26 ລາວ​ທໍລະມານ​ຫຼາຍ*​ຍ້ອນ​ໄປ​ປົວ​ກັບ​ໝໍ​ຫຼາຍ​ຄົນ ແລະ​ເສຍ​ເງິນ​ເສຍ​ຄຳ​ຫຼາຍ​ຈົນ​ໝົດ​ໂຕ ແຕ່​ກໍ​ບໍ່​ເຊົາ. ຊ້ຳບໍ່ໜຳ​ຍັງ​ເປັນ​ໜັກ​ກວ່າ​ເກົ່າ​ອີກ. 27 ເມື່ອ​ໄດ້​ຍິນ​ຂ່າວ​ເລື່ອງ​ພະ​ເຢຊູ ລາວ​ຈຶ່ງ​ຍ່າງ​ຜ່າ​ຄົນ​ບັກ​ຫຼາຍ​ໆ​ເຂົ້າ​ມາ​ທາງ​ຫຼັງ​ເພິ່ນ​ແລະ​ບາຍ​ເສື້ອ​ຄຸມຂອງ​ເພິ່ນ.+ 28 ລາວ​ຄິດ​ວ່າ: “ຖ້າ​ຂ້ອຍ​ໄດ້​ບາຍ​ແຕ່​ເສື້ອ​ຄຸມ​ຂອງ​ເພິ່ນ ຂ້ອຍ​ຊິ​ເຊົາ​ແນ່ນອນ.”+ 29 ທັນໃດ​ນັ້ນ ເລືອດ​ກໍ​ເຊົາ​ໄຫຼ ແລະ​ລາວ​ຮູ້ສຶກ​ໄດ້​ວ່າ​ໂຕເອງ​ເຊົາ​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ທໍລະມານ​ແລ້ວ.

30 ພະ​ເຢຊູ​ເອງ​ກໍ​ຮູ້ສຶກ​ໄດ້​ທັນທີ​ວ່າ​ພະລັງ+​ໄດ້​ອອກ​ຈາກ​ໂຕ​ເພິ່ນ. ເພິ່ນ​ຈຶ່ງ​ຫຼຽວ​ເບິ່ງ​ອ້ອມແອ້ມ​ແລ້ວ​ຖາມ​ວ່າ: “ຜູ້​ໃດ​ບາຍ​ເສື້ອ​ຂ້ອຍ?”+ 31 ພວກ​ລູກສິດ​ຕອບ​ວ່າ: “ທ່ານ​ກໍ​ເຫັນ​ແລ້ວ​ວ່າ​ມີ​ຄົນ​ບັກຫຼາຍ​ໆ​ບຽດ​ທ່ານ​ຢູ່ ແລ້ວ​ເປັນ​ຫຍັງ​ຈຶ່ງ​ຖາມ​ວ່າ ‘ຜູ້​ໃດ​ບາຍ​ຂ້ອຍ?’” 32 ແຕ່​ພະ​ເຢຊູ​ຍັງ​ຫຼຽວ​ເບິ່ງ​ອ້ອມແອ້ມ​ເພື່ອ​ຈະ​ຊອກ​ວ່າ​ຜູ້​ໃດ​ບາຍ​ເຄື່ອງນຸ່ງ​ເພິ່ນ. 33 ເມື່ອ​ຜູ້​ຍິງ​ຄົນ​ນັ້ນ​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ໂຕເອງ​ກໍ​ຢ້ານ​ຈົນ​ໂຕ​ສັ່ນ ລາວ​ຈຶ່ງ​ເຂົ້າ​ມາ​ໝູບ​ລົງ​ຕໍ່​ໜ້າ​ພະ​ເຢຊູ​ແລະ​ບອກ​ຄວາມ​ຈິງ​ທຸກ​ຢ່າ​ງ. 34 ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ຄວາມ​ເຊື່ອ​ຂອງ​ລູກ​ເຮັດ​ໃຫ້​ລູກ​ເຊົາ​ພະຍາດ​ແລ້ວ. ໃຫ້​ລູກ​ສະບາຍ​ໃຈ​ເດີ້.+ ຕອນນີ້ ລູກ​ເຊົາ​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ທໍລະມານ​ແລ້ວ.”+

35 ພະ​ເຢຊູ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ກໍ​ມີ​ຄົນ​ຈາກ​ເຮືອນ​ຂອງ​ຢາອີໂຣ​ມາ​ບອກ​ລາວ​ວ່າ: “ລູກ​ສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ບໍ່​ຕ້ອງ​ລົບກວນ​ອາຈານ​ດອກ.”+ 36 ແຕ່​ພະ​ເຢຊູ​ໄດ້​ຍິນ​ທີ່​ເຂົາເຈົ້າ​ລົມ​ກັນ ເພິ່ນ​ຈຶ່ງ​ບອກ​ຢາອີໂຣ​ວ່າ: “ບໍ່​ຕ້ອງ​ຢ້ານ ຂໍ​ພຽງ​ແຕ່​ເຈົ້າ​ມີ​ຄວາມ​ເຊື່ອ.”+ 37 ພະ​ເຢຊູ​ບໍ່​ໄດ້​ໃຫ້​ຜູ້​ໃດ​ໄປ​ນຳ ນອກ​ຈາກ​ເປໂຕ ແລະ​ຢາໂກໂບ​ກັບ​ໂຢຮັນ​ທີ່​ເປັນ​ອ້າຍ​ນ້ອງ​ກັນ.+

38 ເມື່ອ​ເຂົາເຈົ້າ​ມາ​ຮອດ​ເຮືອນ​ຂອງ​ຢາອີໂຣ ພະ​ເຢຊູ​ກໍ​ເຫັນ​ທຸກ​ຄົນ​ຮ້ອງໄຫ້​ສຽງ​ບັກ​ດັງ​ໆ​.+ 39 ເພິ່ນ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພາກັນ​ຮ້ອງໄຫ້​ເຮັດ​ຫຍັງ? ເດັກນ້ອຍ​ຜູ້​ນີ້​ບໍ່​ໄດ້​ຕາຍ ແຕ່​ລາວ​ນອນ​ຫຼັບ​ຊື່​ໆ​.”+ 40 ເຂົາເຈົ້າ​ຈຶ່ງ​ຫົວຂວັນ​ເພິ່ນ. ແຕ່​ພະ​ເຢຊູ​ໃຫ້​ເຂົາເຈົ້າ​ອອກ​ໄປ​ກ່ອນ ແລ້ວ​ພາ​ພໍ່​ແມ່​ຂອງ​ເດັກນ້ອຍ​ກັບ​ພວກ​ລູກສິດ​ທີ່​ມາ​ນຳ​ເຂົ້າ​ໄປ​ບ່ອນ​ທີ່​ເດັກນ້ອຍ​ນອນ​ຢູ່. 41 ເພິ່ນ​ຈັບ​ມື​ລາວ​ແລ້ວ​ເວົ້າ​ວ່າ: “ຕາລີທາກຸມ” ທີ່​ແປ​ວ່າ: “ນາງ​ນ້ອຍ ຂ້ອຍ​ບອກ​ໃຫ້​ເຈົ້າ​ລຸກ​ຂຶ້ນ!”+ 42 ທັນໃດ​ນັ້ນ ເດັກນ້ອຍ​ຄົນ​ນັ້ນ​ກໍ​ລຸກ​ຂຶ້ນ​ຍ່າ​ງ. (ລາວ​ອາຍຸ 12 ປີ.) ເຂົາເຈົ້າ​ພາກັນ​ຕື່ນເຕັ້ນ​ດີໃຈ​ຫຼາຍ. 43 ແຕ່​ພະ​ເຢຊູ​ສັ່ງ​ເຂົາເຈົ້າ​ຫຼາຍ​ເທື່ອ*​ວ່າ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ກັບ​ຜູ້​ໃດ.+ ແລ້ວ​ເພິ່ນ​ກໍ​ບອກ​ເຂົາເຈົ້າ​ໃຫ້​ເອົາ​ເຂົ້າ​ມາ​ໃຫ້​ເດັກນ້ອຍ​ກິນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌