ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 36
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຄຳ​ພະຍາກອນ​ກ່ຽວ​ກັບ​ພູ​ຢູ່​ອິດສະຣາເອນ (1-​15)

      • ການ​ຟື້ນຟູ​ອິດສະຣາເອນ (16-​38)

        • ‘ເຮົາ​ຈະ​ເຮັດ​ໃຫ້​ຊື່​ທີ່​ຍິ່ງໃຫຍ່​ຂອງ​ເຮົາ​ບໍລິສຸດ’ (23)

        • “ເປັນ​ຄື​ກັບ​ສວນ​ເອເດັນ” (35)

ເອເຊກຽນ 36:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:1; ອຊກ 35:10

ເອເຊກຽນ 36:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:37; 1ກສ 9:7; ສສ 2:15; ດນອ 9:16

ເອເຊກຽນ 36:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:9
  • +ພສ 79:4; ອຊກ 34:28

ເອເຊກຽນ 36:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 3:8
  • +ອບດ 12
  • +ອຊກ 25:12, 13; 35:10, 11; ອມ 1:11

ເອເຊກຽນ 36:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 74:10; 123:4

ເອເຊກຽນ 36:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:9; 49:17

ເອເຊກຽນ 36:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 44:23; 51:3; ອຊກ 36:30

ເອເຊກຽນ 36:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 8:4
  • +ອຊຢ 51:3; ຢຣມ 30:18, 19; ອມ 9:14

ເອເຊກຽນ 36:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:27
  • +ອຊຢ 54:7; ຢຣມ 30:18
  • +ຮກ 2:9
  • +ຮຊອ 2:20; ຢອ 3:17

ເອເຊກຽນ 36:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:44; ອບດ 17
  • +ອຊຢ 65:23

ເອເຊກຽນ 36:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 54:4; 60:14; ມກ 7:8; ຊຟຢ 2:8; 3:19

ເອເຊກຽນ 36:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 106:38; ອຊຢ 24:5; ຢຣມ 2:7; 16:18
  • +ລລວ 12:2; ອຊຢ 64:6

ເອເຊກຽນ 36:18

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:24, 25
  • +ອຊກ 23:37

ເອເຊກຽນ 36:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:38; ອຊກ 22:15

ເອເຊກຽນ 36:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 52:5; ຣມ 2:24

ເອເຊກຽນ 36:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 74:18; ອຊຢ 48:9; ອຊກ 20:9

ເອເຊກຽນ 36:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 106:7, 8

ເອເຊກຽນ 36:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:16; ອຊກ 20:41
  • +ພສ 102:13-15

ເອເຊກຽນ 36:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:3; ອຊຢ 43:5; ຢຣມ 23:3; ອຊກ 34:13; ຮຊອ 1:11

ເອເຊກຽນ 36:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 19:13; ພສ 51:7
  • +ອຊຢ 4:4; ຢຣມ 33:8
  • +ອຊກ 6:4

ເອເຊກຽນ 36:26

ໄຂເງື່ອນ

  • *

    ໝາຍເຖິງ​ຫົວໃຈ​ທີ່​ຍອມຮັບ​ຄຳ​ແນະນຳ​ຈາກ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:39
  • +ພສ 51:10; ອຊກ 11:19, 20
  • +ຊຄຢ 7:12

ເອເຊກຽນ 36:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:33

ເອເຊກຽນ 36:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 30:22; ອຊກ 37:25, 27

ເອເຊກຽນ 36:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 34:29

ເອເຊກຽນ 36:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 34:27

ເອເຊກຽນ 36:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:6; ນຮຢ 9:26; ຢຣມ 31:18; ອຊກ 6:9

ເອເຊກຽນ 36:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:5; ດນອ 9:19

ເອເຊກຽນ 36:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 8:8
  • +ອຊຢ 58:12; ຢຣມ 33:10, 11; ອມ 9:14

ເອເຊກຽນ 36:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:8
  • +ອຊຢ 51:3

ເອເຊກຽນ 36:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 28:26; 37:14

ເອເຊກຽນ 36:38

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຄື​ກັບ​ການ​ເຜົາ​ແກະ​ເປັນ​ຝູງ​ເພື່ອ​ເປັນ​ເຄື່ອງ​ບູຊາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 30:18, 19
  • +ອພຍ 23:17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 36:2ຢຣມ 49:1; ອຊກ 35:10
ອຊກ. 36:3ພບຍ 28:37; 1ກສ 9:7; ສສ 2:15; ດນອ 9:16
ອຊກ. 36:4ຢຣມ 25:9
ອຊກ. 36:4ພສ 79:4; ອຊກ 34:28
ອຊກ. 36:5ຊຟຢ 3:8
ອຊກ. 36:5ອບດ 12
ອຊກ. 36:5ອຊກ 25:12, 13; 35:10, 11; ອມ 1:11
ອຊກ. 36:6ພສ 74:10; 123:4
ອຊກ. 36:7ຢຣມ 25:9; 49:17
ອຊກ. 36:8ອຊຢ 44:23; 51:3; ອຊກ 36:30
ອຊກ. 36:10ຊຄຢ 8:4
ອຊກ. 36:10ອຊຢ 51:3; ຢຣມ 30:18, 19; ອມ 9:14
ອຊກ. 36:11ຢຣມ 31:27
ອຊກ. 36:11ອຊຢ 54:7; ຢຣມ 30:18
ອຊກ. 36:11ຮກ 2:9
ອຊກ. 36:11ຮຊອ 2:20; ຢອ 3:17
ອຊກ. 36:12ຢຣມ 32:44; ອບດ 17
ອຊກ. 36:12ອຊຢ 65:23
ອຊກ. 36:15ອຊຢ 54:4; 60:14; ມກ 7:8; ຊຟຢ 2:8; 3:19
ອຊກ. 36:17ພສ 106:38; ອຊຢ 24:5; ຢຣມ 2:7; 16:18
ອຊກ. 36:17ລລວ 12:2; ອຊຢ 64:6
ອຊກ. 36:18ອຊຢ 42:24, 25
ອຊກ. 36:18ອຊກ 23:37
ອຊກ. 36:19ລລວ 26:38; ອຊກ 22:15
ອຊກ. 36:20ອຊຢ 52:5; ຣມ 2:24
ອຊກ. 36:21ພສ 74:18; ອຊຢ 48:9; ອຊກ 20:9
ອຊກ. 36:22ພສ 106:7, 8
ອຊກ. 36:23ອຊຢ 5:16; ອຊກ 20:41
ອຊກ. 36:23ພສ 102:13-15
ອຊກ. 36:24ພບຍ 30:3; ອຊຢ 43:5; ຢຣມ 23:3; ອຊກ 34:13; ຮຊອ 1:11
ອຊກ. 36:25ຈຊບ 19:13; ພສ 51:7
ອຊກ. 36:25ອຊຢ 4:4; ຢຣມ 33:8
ອຊກ. 36:25ອຊກ 6:4
ອຊກ. 36:26ຢຣມ 32:39
ອຊກ. 36:26ພສ 51:10; ອຊກ 11:19, 20
ອຊກ. 36:26ຊຄຢ 7:12
ອຊກ. 36:27ຢຣມ 31:33
ອຊກ. 36:28ຢຣມ 30:22; ອຊກ 37:25, 27
ອຊກ. 36:29ອຊກ 34:29
ອຊກ. 36:30ອຊກ 34:27
ອຊກ. 36:31ອຊຣ 9:6; ນຮຢ 9:26; ຢຣມ 31:18; ອຊກ 6:9
ອຊກ. 36:32ພບຍ 9:5; ດນອ 9:19
ອຊກ. 36:33ຊຄຢ 8:8
ອຊກ. 36:33ອຊຢ 58:12; ຢຣມ 33:10, 11; ອມ 9:14
ອຊກ. 36:35ປຖກ 2:8
ອຊກ. 36:35ອຊຢ 51:3
ອຊກ. 36:36ອຊກ 28:26; 37:14
ອຊກ. 36:38ຢຣມ 30:18, 19
ອຊກ. 36:38ອພຍ 23:17
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 36:1-38

ເອເຊກຽນ

36 “ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ພູ​ຢູ່​ອິດສະຣາເອນ​ວ່າ ‘ພູ​ໃນ​ອິດສະຣາເອນ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. 2 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ຈັ່ງ​ຊີ້ “ສັດຕູ​ໄດ້​ເວົ້າ​ໃຫ້​ພວກ​ເຈົ້າ​ວ່າ ‘ແມ່ນ​ແຕ່​ໂນນ​ພູ​ທີ່​ເກົ່າ​ແກ່​ກໍ​ເປັນ​ຂອງ​ພວກ​ເຮົາ​ແລ້ວ.’”’+

3 ໃຫ້​ເຈົ້າ​ພະຍາກອນ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້ “ເຂົາເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ຮ້າງ​ເປົ່າ​ແລະ​ໂຈມຕີ​ພວກເຈົ້າ​ຈາກ​ທຸກ​ທິດ​ທຸກ​ທາງ ເພື່ອ​ພວກ​ເຈົ້າ​ຈະ​ເປັນ​ຊັບ​ສົມບັດ​ຂອງ​ຄົນ​ທີ່​ລອດ​ຊີວິດ​ຢູ່​ໃນ​ຊາດ​ຕ່າງ​ໆ​ ແລະ​ເພື່ອ​ພວກ​ເຈົ້າ​ຈະ​ຖືກ​ຄົນອື່ນ​ເວົ້າ​ໃສ່​ຮ້າຍ​ຕະຫຼອດ.+ 4 ພູ​ໃນ​ອິດສະຣາເອນ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ. ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ກັບ​ພູ​ແລະ​ໂນນ​ພູ ເວົ້າ​ກັບ​ແມ່​ນ້ຳ​ແລະ​ຮ່ອມພູ ເວົ້າ​ກັບ​ຊາກ​ຫັກພັງ​ທີ່​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ+ ແລະ​ເວົ້າ​ກັບ​ເມືອງ​ຕ່າງ​ໆ​ເຊິ່ງ​ຖືກ​ຄົນ​ທີ່​ລອດ​ຊີວິດ​ໃນ​ຊາດ​ອື່ນ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເວົ້າ​ເຍາະເຍີ້ຍ ຖືກ​ປຸ້ນ​ເອົາ​ເຄື່ອງ​ໄປ ແລະ​ຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ.+ 5 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ຕັດສິນ​ຄົນ​ທີ່​ລອດ​ຊີວິດ​ໃນ​ຊາດ​ຕ່າງ​ໆ​ແລະ​ພວກ​ເອໂດມ​ທັງໝົດ ຍ້ອນ​ເຮົາ​ໃຈຮ້າຍ​ຫຼາຍ.+ ເຂົາເຈົ້າ​ດີໃຈ​ຫຼາຍ​ແລະ​ເວົ້າ​ເຍາະເຍີ້ຍ+​ຕອນ​ທີ່​ມາ​ຍຶດ​ເອົາ​ທົ່ງ​ຫຍ້າ​ກັບ​ປຸ້ນ​ແຜ່ນດິນ​ຂອງ​ເຮົາ ແລະ​ເວົ້າ​ວ່າ​ແຜ່ນດິນ​ນັ້ນ​ເປັນ​ຂອງ​ເຂົາເຈົ້າ.’”’+

6 ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ແຜ່ນດິນ​ອິດສະຣາເອນ ແລະ​ບອກ​ພູ​ກັບ​ໂນນ​ພູ ແລະ​ແມ່​ນ້ຳ​ກັບ​ຮ່ອມພູ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ຊາດ​ອື່ນ​ໆ​ເຮັດ​ໃຫ້​ພວກເຈົ້າ​ອັບອາຍ​ຂາຍໜ້າ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ໃຈຮ້າຍ​ຫຼາຍ ແລະ​ເຮົາ​ຈະ​ບອກ​ເຂົາເຈົ້າ​ວ່າ​ເຮົາ​ຈະ​ຈັດການ​ກັບ​ເຂົາເຈົ້າ​ແນວໃດ.”’+

7 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຍົກ​ມື​ສາບານ​ວ່າ ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ຈະ​ຕ້ອງ​ອັບອາຍ​ຂາຍໜ້າ​ເອງ.+ 8 ແຕ່​ພູ​ໃນ​ອິດສະຣາເອນ​ເອີ້ຍ ພວກ​ເຈົ້າ​ຈະ​ມີ​ຕົ້ນໄມ້​ທີ່​ແຕກ​ງ່າ​ຫຼາຍ​ໆ​ແລະ​ເປັນ​ໝາກ​ດົກ​ໃຫ້​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ+ ຍ້ອນ​ອີກ​ບໍ່​ດົນ​ເຂົາເຈົ້າ​ຈະ​ກັບ​ມາ. 9 ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ​ແລະ​ຈະ​ເບິ່ງແຍງ​ພວກ​ເຈົ້າ. ປະຊາຊົນ​ຂອງ​ເຮົາ​ຈະ​ປູກ​ຝັງ​ແລະ​ຫວ່ານ​ເມັດ​ພືດ​ໃສ່​ພວກ​ເຈົ້າ. 10 ເຮົາ​ຈະ​ໃຫ້​ຄົນ​ຂອງ​ພວກ​ເຈົ້າ​ເຊິ່ງ​ແມ່ນ​ຊາດ​ອິດສະຣາເອນ​ທັງໝົດ​ມີ​ຈຳນວນ​ຫຼາຍ​ຂຶ້ນ. ເມືອງ​ຕ່າງ​ໆ​ຈະ​ມີ​ຄົນ​ອາໄສ​ຢູ່+ ແລະ​ຊາກ​ຫັກພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່.+ 11 ເຮົາ​ຈະ​ເຮັດ​ໃຫ້​ຄົນ​ຂອງ​ພວກ​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​ ແລະ​ເຮົາ​ຈະ​ໃຫ້​ຝູງ​ສັດ​ຂອງ​ພວກເຈົ້າ​ອອກ​ແມ່​ແພ່​ລູກ​ຫຼາຍ​ໆ​.+ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ຄົນ​ມາ​ຢູ່​ຄື​ກັບ​ແຕ່​ກ່ອນ+ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ​ຫຼາຍ​ກວ່າ​ແຕ່​ກີ້+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 12 ເຮົາ​ຈະ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ຍ່າງ​ຢູ່​ເທິງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ເປັນ​ຂອງ​ເຂົາເຈົ້າ.+ ພວກ​ເຈົ້າ​ຈະ​ເປັນ​ມໍລະດົກ​ຂອງ​ເຂົາເຈົ້າ ແລະ​ລູກ​ຂອງ​ເຂົາເຈົ້າ​ຈະ​ບໍ່​ຕາຍ​ຍ້ອນ​ພວກເຈົ້າ​ອີກ.’”+

13 “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຂົາເຈົ້າ​ເວົ້າ​ໃຫ້​ພວກ​ເຈົ້າ​ແບບ​ນີ້ “ພວກ​ເຈົ້າ​ເປັນ​ແຜ່ນດິນ​ທີ່​ກິນ​ຄົນ ແລະ​ຂ້າ​ລູກ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ນຳ​ພວກ​ເຈົ້າ.”’ 14 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຍ້ອນ​ແນວ​ນີ້ ພວກ​ເຈົ້າ​ຈະ​ບໍ່​ໄດ້​ກິນ​ຄົນ​ແລະ​ບໍ່ໄດ້​ຂ້າ​ລູກ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ນຳ​ພວກ​ເຈົ້າ​ອີກ​ຕໍ່ໄປ’. 15 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ບໍ່​ໃຫ້​ຊາດ​ຕ່າງ​ໆ​ດູຖູກ​ພວກ​ເຈົ້າ ແລະ​ຈະ​ບໍ່​ໃຫ້​ຄົນ​ເຍາະເຍີ້ຍ​ພວກ​ເຈົ້າ​ອີກ​ຕໍ່ໄປ.+ ພວກ​ເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ຢູ່​ນຳ​ພວກ​ເຈົ້າ​ສະດຸດ​ແລະ​ລົ້ມ​ລົງ​ອີກ.’”

16 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 17 “ລູກ​ມະນຸດ ຕອນ​ທີ່​ພວກ​ອິດສະຣາເອນ​ຢູ່​ແຜ່ນດິນ​ຂອງ​ເຂົາເຈົ້າ ເຂົາເຈົ້າ​ເຮັດ​ໃຫ້​ແຜ່ນດິນ​ນັ້ນ​ບໍ່​ສະອາດ​ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.+ ສຳລັບ​ເຮົາ​ແລ້ວ ການ​ກະທຳ​ຂອງ​ເຂົາເຈົ້າ​ບໍ່​ສະອາດ​ຄື​ກັບ​ຜູ້ຍິງ​ທີ່​ເປັນ​ປະຈຳເດືອນ.+ 18 ເຮົາ​ໃຈຮ້າຍ​ໃຫ້​ເຂົາເຈົ້າ​ຫຼາຍ ຍ້ອນ​ເຂົາເຈົ້າ​ຂ້າ​ຄົນ​ໃນ​ແຜ່ນດິນ​ນັ້ນ+ ແລະ​ເຮັດ​ໃຫ້​ແຜ່ນດິນ​ບໍ່​ສະອາດ​ຍ້ອນ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ເຂົາເຈົ້າ.+ 19 ເຮົາ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນຳ​ຫຼາຍ​ໆ​ຊາດ ແລະ​ເຮົາ​ໄລ່​ເຂົາເຈົ້າ​ໄປ​ຢູ່​ແຜ່ນດິນ​ຕ່າງ​ໆ​.+ ເຮົາ​ໄດ້​ຕັດສິນ​ເຂົາເຈົ້າ​ຕາມ​ການ​ກະທຳ​ຂອງ​ເຂົາເຈົ້າ. 20 ແຕ່​ເມື່ອ​ເຂົາເຈົ້າ​ໄປ​ຢູ່​ນຳ​ຊາດ​ເຫຼົ່າ​ນັ້ນ ຄົນ​ອື່ນ​ໄດ້​ເຍາະ​ເຍີ້ຍ​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ+​ໂດຍ​ເວົ້າ​ໃຫ້​ເຂົາເຈົ້າ​ວ່າ ‘ພວກ​ນີ້​ເປັນ​ຄົນ​ຂອງ​ພະ​ເຢໂຫວາ​ຕົ໋ວ ແຕ່​ເປັນຫຍັງ​ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ເພິ່ນ​ເອົາ​ໃຫ້​ເຂົາເຈົ້າ?’ 21 ຍ້ອນ​ພວກ​ອິດສະຣາເອນ​ເຮັດ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ບໍ່​ສະອາດ​ໃນ​ຊາດ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄປ​ຢູ່​ນຳ ເຮົາ​ຈຶ່ງ​ຈະ​ຈັດການ​ເລື່ອງ​ນີ້.”+

22 “ໃຫ້​ເຈົ້າ​ບອກ​ພວກ​ອິດສະຣາເອນ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ພວກ​ອິດສະຣາເອນ​ເອີ້ຍ ເຮົາ​ຈະ​ຈັດການ​ເລື່ອງ​ນີ້ ບໍ່​ແມ່ນ​ຍ້ອນ​ເຫັນ​ແກ່​ພວກເຈົ້າ ແຕ່​ຍ້ອນ​ເຫັນ​ແກ່​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ທີ່​ພວກເຈົ້າ​ເຮັດ​ໃຫ້​ບໍ່​ສະອາດ​ໃນ​ຊາດ​ຕ່າງ​ໆ​ທີ່​ພວກເຈົ້າ​ໄປ​ຢູ່​ນຳ.”’+ 23 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ຄົນ​ໃນ​ຊາດ​ຕ່າງ​ໆ​ຮູ້​ວ່າ​ຊື່​ທີ່​ຍິ່ງໃຫຍ່​ຂອງ​ເຮົາ​ບໍລິສຸດ+ ເຖິງ​ວ່າ​ພວກ​ເຈົ້າ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ນັບຖື​ຊື່​ນັ້ນ. ແລ້ວ​ທຸກ​ຊາດ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ+ ເມື່ອ​ເຮົາ​ເຮັດ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ. 24 ເຮົາ​ຈະ​ພາ​ພວກເຈົ້າ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ຈະ​ລວບລວມ​ພວກເຈົ້າ​ກັບ​ມາ​ຈາກ​ແຜ່ນດິນ​ຕ່າງ​ໆ​. ແລ້ວ​ເຮົາ​ຈະ​ພາ​ພວກເຈົ້າ​ກັບ​ມາ​ຢູ່​ແຜ່ນດິນ​ຂອງ​ໂຕເອງ.+ 25 ເຮົາ​ຈະ​ຊິດ​ນ້ຳ​ທີ່​ສະອາດ​ໃສ່​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ສະອາດ.+ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ສະອາດ​ຈາກ​ແນວ​ເປື້ອນ​ໆ​ທຸກ​ຢ່າງ​ທີ່​ພວກ​ເຈົ້າ​ເຮັດ+ ແລະ​ຈາກ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ເຈົ້າ.+ 26 ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ຫົວໃຈ​ໃໝ່+​ແລະ​ມີ​ຄວາມຄິດ​ໃໝ່.+ ເຮົາ​ຈະ​ເອົາ​ຫົວໃຈ​ທີ່​ແຂງ​ຄື​ຫີນ+​ອອກ​ຈາກ​ໂຕ​ພວກ​ເຈົ້າ ແລະ​ເຮົາ​ຈະ​ເອົາ​ຫົວໃຈ​ທີ່​ອ່ອນໂຍນ*​ມາ​ໃສ່​ແທນ. 27 ເຮົາ​ຈະ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເຮົາ​ເພື່ອ​ປ່ຽນ​ຄວາມຄິດ​ຂອງ​ພວກ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ+​ແລະ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ. 28 ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ເຮົາ​ເອົາ​ໃຫ້​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ.’+

29 ‘ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ແນວ​ທີ່​ບໍ່​ສະອາດ​ທຸກ​ຢ່າງ. ເຮົາ​ຈະ​ເຮັດ​ໃຫ້​ມີ​ເຂົ້າ​ອຸດົມ​ສົມບູນ​ແລະ​ບໍ່​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ອຶດຢາກ.+ 30 ເຮົາ​ຈະ​ເຮັດ​ໃຫ້​ຕົ້ນໄມ້​ເປັນ​ໝາກ​ດົກ ແລະ​ເຮົາ​ຈະ​ເຮັດ​ໃຫ້​ມີ​ຜົນລະປູກ​ຢູ່​ໄຮ່​ຢູ່​ສວນ​ຫຼາຍ​ໆ​ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ອັບອາຍ​ຕໍ່​ໜ້າ​ຊາດ​ຕ່າງ​ໆ​ຍ້ອນ​ຄວາມ​ອຶດຢາກ​ອີກ​ຕໍ່ໄປ.+ 31 ພວກ​ເຈົ້າ​ຈະ​ຈື່​ແນວ​ຊົ່ວ​ໆ​ທີ່​ພວກເຈົ້າ​ເຄີຍ​ເຮັດ ແລະ​ພວກ​ເຈົ້າ​ຈະ​ຊັງ​ໂຕ​ເອງ​ຍ້ອນ​ຄວາມ​ຜິດ​ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຈົ້າ​ເຄີຍ​ເຮັດ​ນັ້ນ.+ 32 ແຕ່​ພວກ​ອິດສະຣາເອນ​ເອີ້ຍ ໃຫ້​ພວກ​ເຈົ້າ​ຮູ້​ເດີ້​ວ່າ ເຮົາ​ເຮັດ​ແນວ​ນີ້​ບໍ່​ແມ່ນ​ຍ້ອນ​ເຫັນ​ແກ່​ພວກ​ເຈົ້າ.+ ພວກ​ເຈົ້າ​ຕ້ອງ​ອັບອາຍ​ຂາຍໜ້າ​ຍ້ອນ​ການ​ກະທຳ​ຂອງ​ພວກ​ເຈົ້າ​ເອງ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.

33 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃນ​ມື້​ທີ່​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ສະອາດ​ຈາກ​ຄວາມ​ຜິດ​ທຸກ​ຢ່າງ​ຂອງ​ພວກ​ເຈົ້າ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ມີ​ຄົນ​ອາໄສ​ຢູ່+ ແລະ​ຊາກ​ຫັກພັງ​ຕ່າງ​ໆ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່.+ 34 ແຜ່ນດິນ​ທີ່​ຄົນ​ກາຍໄປ​ກາຍມາ​ແນມ​ເຫັນ​ວ່າ​ຮ້າງ​ເປົ່າ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ກາຍ​ເປັນ​ບ່ອນ​ທີ່​ມີ​ຜົນລະປູກ. 35 ຄົນ​ຈະ​ເວົ້າ​ວ່າ “ແຜ່ນດິນ​ທີ່​ເຄີຍ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ ຕອນນີ້​ເປັນ​ຄື​ກັບ​ສວນ​ເອເດັນ+ ແລະ​ເມືອງ​ທີ່​ເຄີຍ​ເປັນ​ຊາກ​ຫັກພັງ​ແລະ​ຮ້າງ​ເປົ່າ ຕອນນີ້​ເປັນ​ບ່ອນ​ທີ່​ປອດ​ໄພ​ແລະ​ມີ​ຄົນ​ອາໄສ​ຢູ່.”+ 36 ແລ້ວ​ຊາດ​ຕ່າງ​ໆ​ທີ່​ເຫຼືອ​ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ເຢໂຫວາ​ໄດ້​ສ້າງ​ສິ່ງ​ທີ່​ເປັນ​ຊາກ​ຫັກພັງ​ຄືນ​ໃໝ່​ແລະ​ເຮັດ​ໃຫ້​ແຜ່ນດິນ​ທີ່​ເຄີຍ​ຮ້າງ​ເປົ່າ​ເປັນ​ບ່ອນ​ທີ່​ປູກ​ຝັງ​ໄດ້. ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແບບ​ນີ້ ແລະ​ເຮົາ​ໄດ້​ເຮັດ​ຕາມ​ທີ່​ເວົ້າ​ໄວ້​ແລ້ວ.’+

37 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ຍອມ​ໃຫ້​ພວກ​ອິດສະຣາເອນ​ຂໍ​ໃຫ້​ຄົນ​ຂອງ​ເຂົາເຈົ້າ​ມີ​ຈຳນວນ​ຫຼາຍ​ຂຶ້ນ​ຄື​ກັບ​ຝູງ​ແກະ ແລະ​ເຮົາ​ຈະ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ຂໍ. 38 ເມືອງ​ຕ່າງ​ໆ​ທີ່​ເຄີຍ​ເປັນ​ຊາກ​ຫັກພັງ​ຈະ​ມີ​ຄົນ​ບັກ​ຫຼາຍ​ໆ​+​ຄື​ກັບ​ຕອນ​ທີ່​ຄົນ​ບໍລິສຸດ​ເຕັມ​ເມືອງ​ເຢຣູຊາເລັມ*​ໃນ​ຍາມ​ເທດສະການ​ຕ່າງ​ໆ​+ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌