ໂຢຊວຍ
21 ພວກຫົວໜ້າໃນຈຸ້ມເຈື້ອຂອງຕະກູນເລວີໄດ້ມາຫາປະໂລຫິດເອເລອາຊາ+ກັບໂຢຊວຍລູກຊາຍຂອງນູນ ແລະພວກຫົວໜ້າຕະກູນຕ່າງໆຂອງຄົນອິດສະຣາເອນ 2 ແລະລົມນຳເຂົາເຈົ້າຢູ່ເມືອງຊີໂລ+ໃນແຜ່ນດິນການາອານວ່າ: “ພະເຢໂຫວາໄດ້ສັ່ງຜ່ານທາງໂມເຊວ່າໃຫ້ເອົາເມືອງຕ່າງໆກັບທົ່ງຫຍ້າຂອງເມືອງເຫຼົ່ານັ້ນໃຫ້ພວກເຮົາ ເພື່ອພວກເຮົາຈະໃຊ້ສຳລັບລ້ຽງຝູງສັດ.”+ 3 ພວກອິດສະຣາເອນກໍເລີຍເອົາເມືອງຕ່າງໆກັບທົ່ງຫຍ້າຂອງເມືອງເຫຼົ່ານັ້ນຈາກດິນມູນທີ່ເຂົາເຈົ້າໄດ້ ໃຫ້ພວກເລວີຕາມທີ່ພະເຢໂຫວາໄດ້ສັ່ງ.+
4 ສະຫຼາກທຳອິດຕົກເປັນຂອງລູກຫຼານຂອງໂກຮາດ.+ ພວກເລວີທີ່ເປັນລູກຫຼານຂອງປະໂລຫິດອາໂຣນໄດ້ 13 ເມືອງຈາກຕະກູນຢູດາ+ ຕະກູນຊີເມໂອນ+ ແລະຕະກູນເບັນຢາມິນ.+
5 ລູກຫຼານຂອງໂກຮາດສ່ວນທີ່ເຫຼືອໄດ້ອີກ 10 ເມືອງ. ເມືອງເຫຼົ່ານີ້ເຂົາເຈົ້າໄດ້ຈາກດິນມູນຂອງຕະກູນເອຟຣາຢິມ+ ຕະກູນດານ ແລະເຄິ່ງໜຶ່ງຂອງຕະກູນມານາເຊ.+
6 ລູກຫຼານຂອງເກໂຊນ+ຈົກສະຫຼາກໄດ້ 13 ເມືອງ. ເມືອງເຫຼົ່ານີ້ເຂົາເຈົ້າໄດ້ຈາກດິນມູນຂອງຕະກູນອິດຊາຄາ ຕະກູນອາເຊ ຕະກູນນັບທາລີ ແລະເຄິ່ງໜຶ່ງຂອງຕະກູນມານາເຊໃນບາຊານ.+
7 ພວກລູກຫຼານຂອງເມຣາຣີ+ກັບຄອບຄົວເຂົາເຈົ້າຈົກສະຫຼາກໄດ້ 12 ເມືອງ. ເມືອງເຫຼົ່ານີ້ເຂົາເຈົ້າໄດ້ຈາກດິນມູນຂອງຕະກູນຣູເບັນ ຕະກູນຄາດ ແລະຕະກູນເຊບູລູນ.+
8 ພວກອິດສະຣາເອນເອົາເມືອງຕ່າງໆກັບທົ່ງຫຍ້າຂອງເມືອງເຫຼົ່ານັ້ນໃຫ້ຕະກູນເລວີໂດຍການຈົກສະຫຼາກ ຕາມທີ່ພະເຢໂຫວາໄດ້ສັ່ງຜ່ານທາງໂມເຊ.+
9 ຕໍ່ໄປນີ້ແມ່ນເມືອງຕ່າງໆທີ່ຕະກູນຢູດາກັບຕະກູນຊີເມໂອນເອົາໃຫ້.+ 10 ລູກຫຼານຂອງອາໂຣນທີ່ເປັນລູກຫຼານຂອງໂກຮາດໃນຕະກູນເລວີໄດ້ເມືອງເຫຼົ່ານີ້ ຍ້ອນເຂົາເຈົ້າໄດ້ຈົກສະຫຼາກເປັນກຸ່ມທຳອິດ. 11 ເມືອງທີ່ເຂົາເຈົ້າໄດ້ມີຄື: ເມືອງກີຣິອາດອາຣະບາ+ (ອາຣະບາເປັນພໍ່ຂອງອານາກ.) ເຊິ່ງມີອີກຊື່ໜຶ່ງວ່າເມືອງເຮັບໂຣນ+ທີ່ຢູ່ເຂດພູຂອງຢູດາ ແລະທົ່ງຫຍ້າຂອງເມືອງນັ້ນ. 12 ແຕ່ເຂົາເຈົ້າເອົາໄຮ່ກັບສວນແລະເມືອງນ້ອຍໆທີ່ຢູ່ອ້ອມແອ້ມເມືອງເຮັບໂຣນໃຫ້ເປັນມໍລະດົກຂອງກາເລັບລູກຊາຍຂອງເຢຟຸນເນ.+
13 ສອງຕະກູນນີ້ເອົາເມືອງເຮັບໂຣນ+ກັບທົ່ງຫຍ້າຂອງເມືອງນັ້ນໃຫ້ລູກຫຼານຂອງປະໂລຫິດອາໂຣນ ເຊິ່ງໃຊ້ເປັນເມືອງລີ້ໄພສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ.+ ເຂົາເຈົ້າຍັງເອົາເມືອງຕ່າງໆໃຫ້ນຳອີກຄື: ເມືອງລິບນາ+ກັບທົ່ງຫຍ້າຂອງເມືອງນັ້ນ 14 ເມືອງຢັດຕີ+ກັບທົ່ງຫຍ້າຂອງເມືອງນັ້ນ ເມືອງເອຊະເຕມົວ+ກັບທົ່ງຫຍ້າຂອງເມືອງນັ້ນ 15 ເມືອງໂຮໂລນ+ກັບທົ່ງຫຍ້າຂອງເມືອງນັ້ນ ເມືອງເດບີ+ກັບທົ່ງຫຍ້າຂອງເມືອງນັ້ນ 16 ເມືອງອາອິນ+ກັບທົ່ງຫຍ້າຂອງເມືອງນັ້ນ ເມືອງຢູຕາ+ກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງເບັດເຊເມັດກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 9 ເມືອງທີ່ 2 ຕະກູນນີ້ເອົາໃຫ້ລູກຫຼານຂອງອາໂຣນ.
17 ສ່ວນເມືອງຕ່າງໆທີ່ຕະກູນເບັນຢາມິນເອົາໃຫ້ມີຄື: ເມືອງກິເບໂອນ+ກັບທົ່ງຫຍ້າຂອງເມືອງນັ້ນ ເມືອງເຄບາກັບທົ່ງຫຍ້າຂອງເມືອງນັ້ນ+ 18 ເມືອງອານາໂທດ+ກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງອັນໂມນກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງ.
19 ເມືອງຕ່າງໆທີ່ 3 ຕະກູນນີ້ເອົາໃຫ້ລູກຫຼານຂອງປະໂລຫິດອາໂຣນ ລວມທັງໝົດມີ 13 ເມືອງ ແລະມີທົ່ງຫຍ້າຂອງເມືອງເຫຼົ່ານັ້ນນຳ.+
20 ຕໍ່ໄປນີ້ແມ່ນເມືອງຕ່າງໆທີ່ຕະກູນເອຟຣາຢິມເອົາໃຫ້ລູກຫຼານຂອງໂກຮາດສ່ວນທີ່ເຫຼືອໂດຍການຈົກສະຫຼາກ. 21 ເຂົາເຈົ້າເອົາເມືອງເຊເຄັມ+ກັບທົ່ງຫຍ້າຂອງເມືອງນັ້ນທີ່ຢູ່ເຂດພູຂອງຕະກູນເອຟຣາຢິມໃຫ້ ເຊິ່ງໃຊ້ເປັນເມືອງລີ້ໄພສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ.+ ເຂົາເຈົ້າຍັງເອົາເມືອງຕ່າງໆໃຫ້ນຳອີກຄື: ເມືອງເກເຊ+ກັບທົ່ງຫຍ້າຂອງເມືອງນັ້ນ 22 ເມືອງກິບຊາຢິມກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງເບັດໂຮໂຣນ+ກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງທີ່ເຂົາເຈົ້າເອົາໃຫ້ລູກຫຼານຂອງໂກຮາດ.
23 ເມືອງຕ່າງໆທີ່ຕະກູນດານເອົາໃຫ້ມີຄື: ເມືອງເອນເຕເກກັບທົ່ງຫຍ້າຂອງເມືອງນັ້ນ ເມືອງກິດເບໂທນກັບທົ່ງຫຍ້າຂອງເມືອງນັ້ນ 24 ເມືອງອາຢາໂລນ+ກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງກັດຣິມໂມນກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງ.
25 ເມືອງຕ່າງໆທີ່ເຄິ່ງໜຶ່ງຂອງຕະກູນມານາເຊເອົາໃຫ້ມີຄື: ເມືອງຕາອານັກ+ກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງກັດຣິມໂມນກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 2 ເມືອງ.
26 ເມືອງຕ່າງໆທີ່ລູກຫຼານຂອງໂກຮາດສ່ວນທີ່ເຫຼືອໄດ້ຮັບ ລວມທັງໝົດມີ 10 ເມືອງ ແລະມີທົ່ງຫຍ້າຂອງເມືອງເຫຼົ່ານັ້ນນຳ.
27 ເມືອງຕ່າງໆທີ່ເຄິ່ງໜຶ່ງຂອງຕະກູນມານາເຊເອົາໃຫ້ພວກທີ່ເປັນລູກຫຼານຂອງເກໂຊນ+ມີຄື: ເມືອງໂກລານ+ກັບທົ່ງຫຍ້າຂອງເມືອງນັ້ນທີ່ຢູ່ເຂດບາຊານ ເຊິ່ງໃຊ້ເປັນເມືອງລີ້ໄພສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ແລະເມືອງເບເອັດເຕຣາກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 2 ເມືອງ.
28 ເມືອງຕ່າງໆທີ່ຕະກູນອິດຊາຄາ+ເອົາໃຫ້ມີຄື: ເມືອງກີຊີໂອນກັບທົ່ງຫຍ້າຂອງເມືອງນັ້ນ ເມືອງດາເບຣາດ+ກັບທົ່ງຫຍ້າຂອງເມືອງນັ້ນ 29 ເມືອງຢາຣະມຸດກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງເອັນກັນນີມກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງ.
30 ເມືອງຕ່າງໆທີ່ຕະກູນອາເຊ+ເອົາໃຫ້ມີຄື: ເມືອງມີຊານກັບທົ່ງຫຍ້າຂອງເມືອງນັ້ນ ເມືອງອັບໂດນກັບທົ່ງຫຍ້າຂອງເມືອງນັ້ນ 31 ເມືອງເຮັນກາດ+ກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງເຣໂຮບ+ກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງ.
32 ເມືອງຕ່າງໆທີ່ຕະກູນນັບທາລີເອົາໃຫ້ມີຄື: ເມືອງເກເດັດ+ກັບທົ່ງຫຍ້າຂອງເມືອງນັ້ນທີ່ຢູ່ເຂດພູຄາລີເລ ເຊິ່ງໃຊ້ເປັນເມືອງລີ້ໄພ+ສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ. ເຂົາເຈົ້າຍັງເອົາເມືອງຮຳມົດໂດເຣກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງກາຣະຕານກັບທົ່ງຫຍ້າຂອງເມືອງນັ້ນໃຫ້ນຳ. ລວມທັງໝົດມີ 3 ເມືອງ.
33 ເມືອງຕ່າງໆທີ່ລູກຫຼານຂອງເກໂຊນໄດ້ຮັບ ລວມທັງໝົດມີ 13 ເມືອງ ແລະມີທົ່ງຫຍ້າຂອງເມືອງເຫຼົ່ານັ້ນນຳ.
34 ເມືອງຕ່າງໆທີ່ຕະກູນເຊບູລູນ+ເອົາໃຫ້ພວກເລວີທີ່ເປັນລູກຫຼານຂອງເມຣາຣີ+ມີຄື: ເມືອງໂຢກເນອາມ+ກັບທົ່ງຫຍ້າຂອງເມືອງນັ້ນ ເມືອງກາຣະກັບທົ່ງຫຍ້າຂອງເມືອງນັ້ນ 35 ເມືອງຕາດິມນາກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງນາຮາລານ+ກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງ.
36 ເມືອງຕ່າງໆທີ່ຕະກູນຣູເບັນເອົາໃຫ້ມີຄື: ເມືອງເບເຊ+ກັບທົ່ງຫຍ້າຂອງເມືອງນັ້ນ ເມືອງຢາຮາດກັບທົ່ງຫຍ້າຂອງເມືອງນັ້ນ+ 37 ເມືອງເກເດໂມດກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງເມຟະອາດກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງ.
38 ເມືອງຕ່າງໆທີ່ຕະກູນຄາດເອົາໃຫ້ມີຄື:+ ເມືອງຣາໂມດໃນກິລຽດ+ກັບທົ່ງຫຍ້າຂອງເມືອງນັ້ນ ເຊິ່ງໃຊ້ເປັນເມືອງລີ້ໄພສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ. ເຂົາເຈົ້າຍັງເອົາເມືອງຕ່າງໆໃຫ້ນຳອີກຄື: ເມືອງມາຮານາຢິມ+ກັບທົ່ງຫຍ້າຂອງເມືອງນັ້ນ 39 ເມືອງເຮັດຊະໂບນ+ກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງຢາເຊ+ກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 4 ເມືອງ.
40 ເມືອງຕ່າງໆທີ່ພວກເລວີທີ່ເປັນລູກຫຼານຂອງເມຣາຣີໄດ້ຮັບຕາມການຈົກສະຫຼາກ ລວມທັງໝົດມີ 12 ເມືອງ ແລະມີທົ່ງຫຍ້າຂອງເມືອງເຫຼົ່ານັ້ນນຳ.
41 ເມືອງຕ່າງໆທີ່ຕະກູນເລວີໄດ້ຈາກດິນມູນຂອງພວກອິດສະຣາເອນ ລວມທັງໝົດມີ 48 ເມືອງ ແລະມີທົ່ງຫຍ້າຂອງເມືອງເຫຼົ່ານັ້ນນຳ.+ 42 ແຕ່ລະເມືອງມີທົ່ງຫຍ້າອ້ອມເມືອງຄືກັນໝົດ.
43 ພະເຢໂຫວາໄດ້ເອົາແຜ່ນດິນໃຫ້ພວກອິດສະຣາເອນຕາມທີ່ເພິ່ນໄດ້ສັນຍາວ່າຈະເອົາໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າ.+ ເຂົາເຈົ້າກໍໄດ້ເຂົ້າໄປຢູ່ແລະປົກຄອງແຜ່ນດິນນັ້ນ.+ 44 ນອກຈາກນັ້ນ ຄືກັບທີ່ພະເຢໂຫວາໄດ້ສັນຍາກັບປູ່ຍ່າຕານາຍຂອງເຂົາເຈົ້າ+ ເພິ່ນໄດ້ໃຫ້ເຂົາເຈົ້າຢູ່ໃນແຜ່ນນັ້ນຢ່າງສະຫງົບສຸກ. ບໍ່ມີສັດຕູຈັກຄົນຕໍ່ສູ້ຊະນະເຂົາເຈົ້າໄດ້.+ ພະເຢໂຫວາເຮັດໃຫ້ເຂົາເຈົ້າເອົາຊະນະສັດຕູໄດ້ໝົດ.+ 45 ຄຳສັນຍາດີໆທີ່ພະເຢໂຫວາເຮັດກັບພວກອິດສະຣາເອນ ບໍ່ມີຈັກເລື່ອງທີ່ບໍ່ສຳເລັດ. ຄຳສັນຍາຂອງເພິ່ນທຸກຢ່າງໄດ້ເກີດຂຶ້ນແທ້.+