ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ນາທານ​ຕຳໜິ​ດາວິດ (1-​15ກ)

      • ລູກ​ຊາຍ​ຂອງ​ບັດເຊບາ​ຕາຍ (15ຂ-​23)

      • ບັດເຊບາ​ໄດ້​ລູກ​ຊາຍ​ຊື່​ໂຊໂລໂມນ (24, 25)

      • ເມືອງ​ຣັບບາ​ຂອງ​ພວກ​ອຳໂມນ​ຖືກ​ຍຶດ (26-​31)

2 ຊາມູເອນ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:8; 1ຂຄ 17:1; 29:29
  • +ພສ 51:ຫົວບົດ

2 ຊາມູເອນ 12:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 5:13; 15:16

2 ຊາມູເອນ 12:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:3

2 ຊາມູເອນ 12:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:4

2 ຊາມູເອນ 12:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 6:13

2 ຊາມູເອນ 12:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:1

2 ຊາມູເອນ 12:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:13; 2ຊມ 7:8
  • +1ຊມ 18:10, 11; 19:10; 23:14

2 ຊາມູເອນ 12:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:13, 14; 15:26, 28
  • +2ຊມ 3:7; 1ກສ 2:22
  • +2ຊມ 2:4; 5:5
  • +2ຊມ 7:19

2 ຊາມູເອນ 12:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:13
  • +2ຊມ 11:15, 27
  • +ອພຍ 20:14, 17

2 ຊາມູເອນ 12:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ດາບ​ຈະ​ບໍ່​ອອກ​ໄປ​ຈາກ​ເຮືອນ​ຂອງ​ເຈົ້າ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:18; 2ຊມ 13:32; 18:33; ຄລຕ 6:7

2 ຊາມູເອນ 12:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:15, 19; 13:10-15; 15:14
  • +ອພຍ 21:24; ໂຢບ 31:9-11; 34:11
  • +2ຊມ 16:21, 22

2 ຊາມູເອນ 12:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:4, 15

2 ຊາມູເອນ 12:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 39:9; ພສ 32:5; 38:3; 51:ຫົວບົດ; 51:4; ສພສ 28:13
  • +ອພຍ 34:6; ພສ 32:1
  • +ລລວ 20:10; ພສ 103:10

2 ຊາມູເອນ 12:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:22; ຢນ 3:8, 9

2 ຊາມູເອນ 12:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 3:3; 2ຊມ 14:2
  • +2ຊມ 6:17

2 ຊາມູເອນ 12:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:16; ຢອ 1:14
  • +ອຊຢ 38:3, 5; ຢອ 2:13, 14; ອມ 5:15; ຢນ 3:8, 9

2 ຊາມູເອນ 12:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 9:6
  • +ໂຢບ 30:23; ປຍຈ 3:20; ກຈກ 2:29, 34; 13:36
  • +ປຍຈ 9:5, 10

2 ຊາມູເອນ 12:24

ໄຂເງື່ອນ

  • *

    ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ສະຫງົບສຸກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:3
  • +1ຂຄ 3:5, 9; 22:9; 28:5; ມທ 1:6
  • +2ຊມ 7:12; 1ຂຄ 29:1

2 ຊາມູເອນ 12:25

ໄຂເງື່ອນ

  • *

    ແປ​ວ່າ “ເປັນ​ທີ່​ຮັກ​ຂອງ​ພະ​ເຢໂຫວາ.” ໃນ​ພາສາ​ຕົ້ນ​ສະບັບ​ໃຊ້​ຊື່​ຫຍໍ້​ຂອງ​ພະເຈົ້າ​ວ່າ “ຢາ.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:4, 5; 12:1; 1ກສ 1:8

2 ຊາມູເອນ 12:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:11; ຢຊ 13:24, 25
  • +ພບຍ 23:3, 6
  • +2ຊມ 11:25; 1ຂຄ 20:1

2 ຊາມູເອນ 12:27

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເມືອງ​ແຫ່ງ​ນ້ຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:1

2 ຊາມູເອນ 12:28

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເມືອງ​ນັ້ນ​ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂ້ອຍ”

2 ຊາມູເອນ 12:30

ໄຂເງື່ອນ

  • *

    ອາດ​ເປັນ​ຮູບ​ພະ​ຂອງ​ພວກ​ອຳໂມນ. ຢູ່​ຂໍ້​ອື່ນ​ເອີ້ນ​ວ່າ​ພະ​ໂມເລັກ​ຫຼື​ພະ​ມີເລກອມ.

  • *

    34,2 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:11, 12
  • +1ຂຄ 20:2, 3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 12:11ກສ 1:8; 1ຂຄ 17:1; 29:29
2ຊມ. 12:1ພສ 51:ຫົວບົດ
2ຊມ. 12:22ຊມ 5:13; 15:16
2ຊມ. 12:32ຊມ 11:3
2ຊມ. 12:42ຊມ 11:4
2ຊມ. 12:5ພບຍ 6:13
2ຊມ. 12:6ອພຍ 22:1
2ຊມ. 12:71ຊມ 16:13; 2ຊມ 7:8
2ຊມ. 12:71ຊມ 18:10, 11; 19:10; 23:14
2ຊມ. 12:81ຊມ 13:13, 14; 15:26, 28
2ຊມ. 12:82ຊມ 3:7; 1ກສ 2:22
2ຊມ. 12:82ຊມ 2:4; 5:5
2ຊມ. 12:82ຊມ 7:19
2ຊມ. 12:9ອພຍ 20:13
2ຊມ. 12:92ຊມ 11:15, 27
2ຊມ. 12:9ອພຍ 20:14, 17
2ຊມ. 12:10ຈຊບ 14:18; 2ຊມ 13:32; 18:33; ຄລຕ 6:7
2ຊມ. 12:112ຊມ 12:15, 19; 13:10-15; 15:14
2ຊມ. 12:11ອພຍ 21:24; ໂຢບ 31:9-11; 34:11
2ຊມ. 12:112ຊມ 16:21, 22
2ຊມ. 12:122ຊມ 11:4, 15
2ຊມ. 12:13ປຖກ 39:9; ພສ 32:5; 38:3; 51:ຫົວບົດ; 51:4; ສພສ 28:13
2ຊມ. 12:13ອພຍ 34:6; ພສ 32:1
2ຊມ. 12:13ລລວ 20:10; ພສ 103:10
2ຊມ. 12:162ຊມ 12:22; ຢນ 3:8, 9
2ຊມ. 12:20ນຣ 3:3; 2ຊມ 14:2
2ຊມ. 12:202ຊມ 6:17
2ຊມ. 12:222ຊມ 12:16; ຢອ 1:14
2ຊມ. 12:22ອຊຢ 38:3, 5; ຢອ 2:13, 14; ອມ 5:15; ຢນ 3:8, 9
2ຊມ. 12:23ປຍຈ 9:6
2ຊມ. 12:23ໂຢບ 30:23; ປຍຈ 3:20; ກຈກ 2:29, 34; 13:36
2ຊມ. 12:23ປຍຈ 9:5, 10
2ຊມ. 12:242ຊມ 11:3
2ຊມ. 12:241ຂຄ 3:5, 9; 22:9; 28:5; ມທ 1:6
2ຊມ. 12:242ຊມ 7:12; 1ຂຄ 29:1
2ຊມ. 12:252ຊມ 7:4, 5; 12:1; 1ກສ 1:8
2ຊມ. 12:26ພບຍ 3:11; ຢຊ 13:24, 25
2ຊມ. 12:26ພບຍ 23:3, 6
2ຊມ. 12:262ຊມ 11:25; 1ຂຄ 20:1
2ຊມ. 12:272ຊມ 11:1
2ຊມ. 12:302ຊມ 8:11, 12
2ຊມ. 12:301ຂຄ 20:2, 3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 12:1-31

ຊາມູເອນ​ສະບັບ​ທີ​ສອງ

12 ພະ​ເຢໂຫວາ​ຈຶ່ງ​ສົ່ງ​ນາທານ​+ໄປ​ຫາ​ດາວິດ.+ ນາທານ​ເວົ້າ​ກັບ​ດາວິດ​ວ່າ: “ໃນ​ເມືອງ​ໜຶ່ງ​ມີ​ຜູ້​ຊາຍ 2 ຄົນ ຄົນ​ໜຶ່ງ​ຮັ່ງ ແລະ​ອີກ​ຄົນ​ໜຶ່ງ​ທຸກ. 2 ຄົນຮັ່ງນັ້ນ​ມີ​ແກະ​ແລະ​ງົວ​ບັກ​ຫຼາຍ​ໆ​+ 3 ແຕ່​ຄົນ​ທຸກ​ມີ​ແຕ່​ແກະນ້ອຍ​ໂຕ​ແມ່​ໂຕ​ດຽວ​ທີ່​ລາວ​ຊື້​ມາ.+ ລາວ​ລ້ຽງ​ມັນ​ແລະ​ມັນ​ກໍ​ໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ເຖິງ​ວ່າ​ມີ​ອາຫານ​ໜ້ອຍ ແຕ່​ລາວ​ກໍ​ແບ່ງ​ໃຫ້​ມັນ​ກິນ. ລາວ​ໃຫ້​ມັນ​ກິນ​ນ້ຳ​ຈອກ​ດຽວ​ກັບ​ລາວ ແລະ​ອູ້ມ​ມັນ​ນອນ. ມັນ​ເປັນ​ຄື​ກັບ​ລູກສາວ​ຂອງ​ລາວ. 4 ຕໍ່ມາ ມີ​ແຂກ​ມາ​ຢາມ​ຄົນ​ທີ່​ຮັ່ງ ແຕ່​ລາວ​ບໍ່​ຢາກ​ຂ້າ​ແກະ​ແລະ​ງົວ​ຂອງ​ໂຕເອງ​ເພື່ອ​ເຮັດ​ອາຫານ​ໃຫ້​ແຂກ​ກິນ ລາວ​ຈຶ່ງ​ໄປ​ເອົາ​ແກະ​ໂຕ​ດຽວ​ຂອງ​ຄົນ​ທຸກ​ມາ​ຂ້າເພື່ອ​ເຮັດ​ອາຫານໃຫ້​ແຂກ​ກິນ.”+

5 ເມື່ອ​ດາວິດ​ໄດ້​ຍິນ​ແນວ​ນັ້ນ​ກໍ​ໃຈ​ຮ້າຍ​ຫຼາຍ​ໃຫ້​ຜູ້​ຊາຍທີ່​ຮັ່ງນັ້ນ ແລະ​ເວົ້າ​ກັບ​ນາທານ​ວ່າ: “ຂ້ອຍ​ຂໍສາບານຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​+ວ່າ ຜູ້​ຊາຍ​ຄົນ​ນີ້ຕ້ອງ​ຕາຍ! 6 ລາວ​ຕ້ອງ​ຈ່າຍ​ໃຫ້​ເຈົ້າ​ຂອງ​ແກະ 4 ເທົ່າ+ ຍ້ອນ​ສິ່ງ​ທີ່​ລາວ​ເຮັດ​ໂຫດ​ຮ້າຍໂພດ.”

7 ນາທານ​ຈຶ່ງ​ບອກ​ດາວິດ​ວ່າ: “ຜູ້​ຊາຍ​ທີ່ຮັ່ງ​ແມ່ນ​ທ່ານ​ຫັ້ນ​ແຫຼະ! ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ກະສັດ​ປົກຄອງ​ພວກ​ອິດສະຣາເອນ+ ແລະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊາອູນ.+ 8 ເຮົາເຕັມໃຈ​ຍົກ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເປັນ​ຂອງນາຍ​ເຈົ້າ​+ລວມ​ທັງ​ເມຍ​ຂອງ​ລາວ+ໃຫ້​ເຈົ້າ ແລະ​ໃຫ້​ເຈົ້າ​ປົກຄອງ​ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ.+ ບໍ່​ແມ່ນ​ແຕ່​ສ່ຳ​ນັ້ນ ເຮົາ​ຍັງ​ຢາກ​ເຮັດ​ໃຫ້​ເຈົ້າ​ຫຼາຍ​ກວ່າ​ນັ້ນ​ອີກ.+ 9 ເປັນ​ຫຍັງ​ເຈົ້າ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ສິ່ງ​ທີ່​ເພິ່ນ​ເບິ່ງ​ວ່າ​ຊົ່ວ? ເຈົ້າ​ຂ້າ​ອູຣີຢາ​ຄົນ​ເຮດ.+ ເຈົ້າ​ສົ່ງ​ລາວ​ໄປ​ໃຫ້​ພວກ​ອຳໂມນ​ຂ້າ+ ແລ້ວ​ເອົາ​ເມຍ​ຂອງ​ລາວ​ມາ​ເປັນ​ເມຍ​ຂອງ​ເຈົ້າ.+ 10 ຕັ້ງ​ແຕ່​ນີ້​ເປັນ​ຕົ້ນ​ໄປ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ​ຕາຍ​ຢ່າງໂຫດ​ຫ້ຽມ*+ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ຟັງ​ເຮົາ​ໂດຍ​ເອົາ​ເມຍ​ຂອງ​ອູຣີຢາ​ຄົນ​ເຮດ​ມາ​ເປັນ​ເມຍ​ຂອງ​ເຈົ້າ.’ 11 ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ໃຫ້​ຄອບຄົວ​ຂອງ​ເຈົ້າ​ເຈິ​ຄວາມ​ຫຍຸ້ງຍາກ​ລຳບາກ+ ແລະ​ເຈົ້າ​ຈະ​ເຫັນ​ເລື່ອງ​ນີ້​ກັບ​ຕາ​ໂຕເອງ. ເຮົາ​ຈະ​ເອົາ​ພວກ​ເມຍ​ຂອງ​ເຈົ້າ​ໄປ​ໃຫ້​ຜູ້​ຊາຍ​ຄົນ​ອື່ນ+ ແລະ​ລາວ​ຈະ​ນອນ​ກັບ​ພວກ​ເມຍ​ຂອງ​ເຈົ້າຕໍ່​ໜ້າ​ຄົນ​ອື່ນ.+ 12 ເຖິງ​ວ່າ​ເຈົ້າໄດ້​ເຮັດ​ຜິດແບບ​ລັບ​ໆ​+ ແຕ່ເຮົາ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ຕໍ່​ໜ້າ​ພວກ​ອິດສະຣາເອນ​ທຸກ​ຄົນ.’”

13 ດາວິດ​ບອກ​ນາທານ​ວ່າ: “ຂ້ອຍ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ແລ້ວ.”+ ນາທານ​ຕອບ​ດາວິດ​ວ່າ: “ພະ​ເຢໂຫວາ​ໃຫ້​ອະໄພ​ທ່ານ​ແລ້ວ.+ ທ່ານ​ຈະ​ບໍ່​ຕາຍ.+ 14 ແຕ່​ຍ້ອນ​ທ່ານ​ບໍ່​ໄດ້​ຄິດເຖິງ​ພະ​ເຢໂຫວາ​ເລີຍ ລູກ​ຊາຍ​ຂອງ​ທ່ານ​ທີ່​ຫາ​ກໍ​ເກີດ​ຈະ​ຕ້ອງ​ຕາຍ​ແນ່ນອນ.”

15 ຫຼັງ​ຈາກ​ນັ້ນ ນາທານ​ກໍ​ກັບ​ເມືອ​ເຮືອນ​ຂອງ​ລາວ.

ພະ​ເຢໂຫວາ​ເຮັດ​ໃຫ້​ລູກ​ຂອງ​ດາວິດ​ທີ່​ໄດ້​ກັບ​ເມຍ​ຂອງ​ອູຣີຢາບໍ່​ສະບາຍ​ແຮງ. 16 ດາວິດ​ຈຶ່ງ​ອ້ອນວອນ​ພະເຈົ້າ​ທ່ຽງແທ້​ໃຫ້​ຊ່ວຍ​ລູກ​ຊາຍ​ຂອງ​ລາວ. ດາວິດ​ບໍ່​ຍອມ​ກິນ​ເຂົ້າ​ເລີຍ. ລາວເຂົ້າ​ໄປ​ໃນ​ຫ້ອງ​ແລະ​ນອນ​ຢູ່​ພື້ນ​ໝົດຄືນ.+ 17 ພວກ​ຜູ້​ເຖົ້າ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ໄດ້​ມາ​ຢືນ​ໃກ້​ໆ​ດາວິດ​ແລະ​ພະຍາຍາມ​ໃຫ້​ລາວ​ລຸກ​ຂຶ້ນ. ແຕ່​ດາວິດ​ບໍ່​ຍອມ​ລຸກ​ແລະ​ບໍ່​ຍອມ​ກິນ​ຫຍັງນຳ​ເຂົາ​ເຈົ້າເລີຍ. 18 ໃນ​ມື້​ທີ 7 ເດັກ​ນ້ອຍ​ຄົນ​ນັ້ນ​ກໍ​ຕາຍ ແຕ່​ຄົນ​ຂອງ​ດາວິດ​ບໍ່​ກ້າ​ບອກ​ລາວ. ເຂົາ​ເຈົ້າ​ລົມ​ກັນ​ວ່າ: “ຕອນ​ທີ່​ລູກ​ລາວ​ບໍ່​ທັນ​ຕາຍ ພວກ​ເຮົາ​ເວົ້າ​ຫຍັງ​ລາວ​ກໍ​ຍັງ​ບໍ່​ຟັງ. ເຮົາ​ຊິ​ກ້າ​ບອກ​ບໍ​ວ່າ​ລູກ​ລາວ​ຕາຍ​ແລ້ວ? ລາວ​ອາດ​ຈະ​ເຮັດ​ແນວ​ທີ່​ບໍ່​ດີ​ກະໄດ້.”

19 ເມື່ອ​ດາວິດ​ເຫັນ​ເຂົາ​ເຈົ້າ​ຊິ່ມ​ກັນ ລາວ​ກໍ​ຮູ້​ເລີຍ​ວ່າ​ລູກ​ຕາຍ​ແລ້ວ. ດາວິດ​ຈຶ່ງ​ຖາມ​ວ່າ: “ລູກ​ຂ້ອຍ​ຕາຍ​ແລ້ວ​ແມ່ນ​ບໍ່?” ເຂົາ​ເຈົ້າ​ຕອບ​ວ່າ: “ແມ່ນ​ແລ້ວ.” 20 ຈາກ​ນັ້ນ ດາວິດ​ກໍ​ລຸກ​ຂຶ້ນ ໄປ​ອາບ​ນ້ຳ ເອົາ​ນ້ຳມັນ​ທາ​ໂຕ+ ປ່ຽນ​ເຄື່ອງນຸ່ງ ແລ້ວ​ໄປ​ເຕັ້ນ​ສັກສິດ​+ຂອງ​ພະ​ເຢໂຫວາ​ແລະ​ນະມັດສະການ​ເພິ່ນ. ຫຼັງ​ຈາກ​ນັ້ນ ດາວິດ​ກັບ​ໄປ​ວັງ​ແລະ​ບອກ​ໃຫ້​ຄົນ​ເອົາ​ເຂົ້າ​ມາ​ໃຫ້​ລາວ​ກິນ. 21 ຄົນ​ຂອງ​ດາວິດ​ຖາມ​ວ່າ: “ເປັນ​ຫຍັງ​ຕອນ​ທີ່​ລູກ​ຂອງ​ທ່ານ​ຍັງ​ບໍ່​ຕາຍ ທ່ານ​ຄື​ອົດ​ເຂົ້າ​ແລະ​ໂສກເສົ້າ​ເສຍໃຈ​ບໍ່​ເຊົາ ແຕ່​ເມື່ອ​ລູກ​ຕາຍ ທ່ານ​ພັດ​ລຸກ​ຂຶ້ນ​ມາ​ກິນ​ເຂົ້າ?” 22 ດາວິດ​ຕອບ​ວ່າ: “ຕອນ​ທີ່​ລູກ​ຍັງ​ບໍ່​ຕາຍ ຂ້ອຍ​ອົດ​ເຂົ້າ​+ແລະ​ຮ້ອງ​ໄຫ້​ບໍ່​ເຊົາ ຍ້ອນ​ຄິດ​ວ່າ​ພະ​ເຢໂຫວາ​ອາດ​ຈະ​ອີ່ຕົນ​ຂ້ອຍ​ແລະ​ຊ່ວຍ​ລູກ​ຂອງ​ຂ້ອຍ​ບໍ່​ໃຫ້​ຕາຍ.+ 23 ແຕ່​ຕອນ​ນີ້​ລາວ​ຕາຍ​ແລ້ວ ຂ້ອຍ​ຊິ​ອົດ​ເຂົ້າ​ເຮັດ​ຫຍັງ? ຂ້ອຍ​ເຮັດ​ໃຫ້​ລາວ​ມີ​ຊີວິດ​ອີກ​ໄດ້​ບໍ?+ ມື້​ໜຶ່ງ​ຂ້ອຍ​ກໍ​ຕ້ອງຕາຍ​ຄື​ກັນ+ ແຕ່​ລາວ​ຈະ​ບໍ່​ກັບ​ມາ​ຫາ​ຂ້ອຍ​ແລ້ວ.”+

24 ຈາກ​ນັ້ນ ດາວິດ​ກໍ​ປອບ​ໃຈ​ບັດເຊບາ​ເມຍ​ຂອງ​ລາວ.+ ດາວິດ​ນອນ​ນຳ​ບັດເຊບາ ແລ້ວ​ບັດເຊບາກໍ​ໄດ້ລູກ​ຊາຍ​ຜູ້​ໜຶ່ງ​ຊື່​ໂຊໂລໂມນ.*+ ພະ​ເຢໂຫວາ​ຮັກ​ໂຊໂລໂມນ​ຫຼາຍ+ 25 ເພິ່ນ​ຈຶ່ງ​ສົ່ງ​ຂ່າວ​ມາ​ທາງ​ຜູ້ພະຍາກອນ​ນາທານ​+ໃຫ້​ຕັ້ງ​ຊື່​ເດັກ​ນ້ອຍ​ຄົນ​ນີ້​ວ່າ​ເຢດີດີຢາ* ຍ້ອນ​ພະ​ເຢໂຫວາ​ຮັກ​ລາວ​ຫຼາຍ.

26 ຕອນ​ນັ້ນ ໂຢອາບ​ຍັງ​ຕໍ່ສູ້​ຢູ່​ເມືອງ​ຣັບບາ+ຂອງ​ພວກ​ອຳໂມນ+ ແລະ​ໄດ້​ຍຶດ​ສ່ວນ​ໜຶ່ງ​ຂອງ​ເມືອງ​ນັ້ນ​ທີ່​ກະສັດ​ຢູ່.+ 27 ໂຢອາບ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ດາວິດ​ວ່າ: “ຂ້ອຍ​ຕໍ່ສູ້​ກັບ​ເມືອງ​ຣັບບາ​+ຢູ່​ແລະ​ຍຶດ​ແຫຼ່ງ​ນ້ຳ​ຂອງ​ເມືອງ*​ໄດ້​ແລ້ວ. 28 ຕອນ​ນີ້​ໃຫ້​ທ່ານ​ເອົາ​ທະຫານ​ມາ​ລ້ອມ​ແລະ​ຍຶດ​ເອົາ​ເມືອງ​ນີ້ ເພາະ​ຖ້າ​ທ່ານ​ບໍ່​ມາ ຂ້ອຍ​ຈະ​ຕ້ອງ​ຍຶດ​ເມືອງ​ນີ້​ເອງ​ແລະ​ຄົນ​ອື່ນ​ຈະ​ພາກັນ​ຍ້ອງ​ຂ້ອຍ.”*

29 ດາວິດ​ຈຶ່ງ​ພາ​ທະຫານ​ທັງ​ໝົດ​ໄປ​ຕໍ່ສູ້​ຢູ່​ເມືອງ​ຣັບບາ​ແລະ​ຍຶດ​ເມືອງ​ນັ້ນ​ໄດ້. 30 ດາວິດ​ປົດ​ມົງກຸດ​ອອກ​ຈາກ​ຫົວ​ຂອງຮູບພະ​ມັນກາມ* ແລ້ວ​ເອົາ​ມາ​ສຸບ​ໃສ່​ຫົວ​ໂຕເອງ. ມົງກຸດ​ນັ້ນເຮັດ​ດ້ວຍ​ຄຳ​ໜັກ 1 ຕະລັນ*​ແລະ​ປະດັບ​ດ້ວຍ​ເພັດນິນຈິນດາ​ຫຼາຍ. ດາວິດ​ກັບ​ພວກ​ທະຫານ​ໄດ້​ຍຶດ​ເອົາ​ເຄື່ອງ​ຫຼາຍ​ແທ້​ຫຼາຍ​ວ່າ+ຈາກ​ເມືອງ​ນັ້ນ.+ 31 ດາວິດໃຫ້​ຄົນ​ໃນ​ເມືອງ​ນັ້ນມາ​ເຮັດ​ວຽກ​ໃຫ້​ລາວ. ລາວ​ໃຫ້​ເຂົາ​ເຈົ້າ​ເອົາ​ເລື່ອຍ​ຕັດ​ຫີນ ໃຫ້​ເຮັດ​ວຽກ​ໂດຍ​ໃຊ້​ພ້າ​ກັບ​ຂວານ ແລະ​ເຮັດ​ດິນ​ຈີ່. ລາວ​ເຮັດ​ແບບ​ນີ້​ກັບ​ທຸກ​ເມືອງ​ຂອງ​ພວກ​ອຳໂມນ. ໃນ​ທີ່​ສຸດ ດາວິດ​ກັບ​ພວກ​ທະຫານ​ທັງ​ໝົດ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌