ຂ່າວຄາວສະບັບທີໜຶ່ງ
17 ເມື່ອດາວິດຍ້າຍມາຢູ່ໃນວັງຂອງໂຕເອງແລ້ວ ລາວກໍເວົ້າກັບຜູ້ພະຍາກອນນາທານ+ວ່າ: “ຕອນນີ້ຂ້ອຍຢູ່ໃນວັງທີ່ສ້າງດ້ວຍໄມ້ຊີດ້າ*+ ແຕ່ຫີບສັນຍາຂອງພະເຢໂຫວາຍັງຢູ່ໃນເຕັ້ນທີ່ເຮັດຈາກຜ້າ.”+ 2 ນາທານຕອບດາວິດວ່າ: “ໃຫ້ທ່ານເຮັດຕາມທີ່ທ່ານຢາກເຮັດ ເພາະພະເຈົ້າທ່ຽງແທ້ຢູ່ກັບທ່ານ.”
3 ໃນຄືນນັ້ນພະເຈົ້າເວົ້າກັບນາທານວ່າ: 4 “ໃຫ້ເຈົ້າໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ‘ພະເຢໂຫວາເວົ້າແບບນີ້ “ເຈົ້າຈະບໍ່ໄດ້ເປັນຜູ້ສ້າງວິຫານໃຫ້ເຮົາຢູ່.+ 5 ຕັ້ງແຕ່ມື້ທີ່ເຮົາພາພວກອິດສະຣາເອນອອກມາຈາກເອຢິບ ເຮົາຢູ່ໃນເຕັ້ນຕະຫຼອດແລະຍ້າຍຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ.+ 6 ຕະຫຼອດເວລາທີ່ເຮົາຢູ່ກັບພວກອິດສະຣາເອນ ເຮົາບໍ່ເຄີຍຖາມພວກຜູ້ຕັດສິນທີ່ເຮົາແຕ່ງຕັ້ງໃຫ້ເບິ່ງແຍງປະຊາຊົນຂອງເຮົາຈັກເທື່ອວ່າ ‘ເປັນຫຍັງຈຶ່ງບໍ່ສ້າງບ່ອນຢູ່ທີ່ເປັນໄມ້ຊີດ້າໃຫ້ເຮົາ?’”’
7 ໃຫ້ເຈົ້າບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບເວົ້າຈັ່ງຊີ້ “ກ່ອນໜ້ານີ້ເຈົ້າເປັນຄົນລ້ຽງແກະຢູ່ທົ່ງຫຍ້າ ແຕ່ເຮົາໃຫ້ເຈົ້າມາເປັນຜູ້ນຳພວກອິດສະຣາເອນປະຊາຊົນຂອງເຮົາ.+ 8 ບໍ່ວ່າເຈົ້າຈະໄປໃສ ເຮົາກໍຈະຢູ່ນຳເຈົ້າ.+ ເຮົາຈະທຳລາຍສັດຕູຂອງເຈົ້າທັງໝົດ+ແລະຈະເຮັດໃຫ້ເຈົ້າມີຊື່ສຽງໄປທົ່ວໂລກ.+ 9 ເຮົາຈະເລືອກບ່ອນໜຶ່ງໃຫ້ພວກອິດສະຣາເອນປະຊາຊົນຂອງເຮົາ. ເຂົາເຈົ້າຈະຢູ່ຫັ້ນໂດຍບໍ່ມີໃຜລົບກວນແລະຈະບໍ່ຖືກພວກຄົນຊົ່ວຂົ່ມເຫງຄືກັບສະໄໝແຕ່ກີ້.+ 10 ຕອນທີ່ເຮົາໃຫ້ພວກຜູ້ຕັດສິນປົກຄອງພວກອິດສະຣາເອນປະຊາຊົນຂອງເຮົາ+ ເຮົາຈະເອົາຊະນະພວກສັດຕູທັງໝົດຂອງເຈົ້າ.+ ເຮົາຍັງໄດ້ບອກເຈົ້າວ່າ ‘ເຮົາເຢໂຫວາຈະໃຫ້ລູກຫຼານຂອງເຈົ້າເປັນກະສັດ.’*
11 ເມື່ອເຈົ້າຕາຍແລະໄປຢູ່ກັບປູ່ຍ່າຕານາຍຂອງເຈົ້າ ເຮົາຈະໃຫ້ລູກຫຼານຂອງເຈົ້າເຊິ່ງກໍຄືລູກຊາຍຄົນໜຶ່ງຂອງເຈົ້າ+ເປັນກະສັດຕໍ່ຈາກເຈົ້າ ແລະເຮົາຈະເຮັດໃຫ້ການປົກຄອງຂອງລາວໝັ້ນຄົງ.+ 12 ລາວຈະເປັນຜູ້ສ້າງບ່ອນຢູ່ໃຫ້ເຮົາ+ ແລະເຮົາຈະເຮັດໃຫ້ການປົກຄອງຂອງລາວຕັ້ງໝັ້ນຄົງຕະຫຼອດໄປ.+ 13 ເຮົາຈະເປັນພໍ່ຂອງລາວແລະລາວຈະເປັນລູກຂອງເຮົາ.+ ເຮົາຈະຮັກລາວຕະຫຼອດໄປແລະຈະບໍ່ປະຖິ້ມລາວ+ຄືກັບທີ່ເຮົາໄດ້ປະຖິ້ມກະສັດທີ່ປົກຄອງກ່ອນເຈົ້າ.+ 14 ເຮົາຈະແຕ່ງຕັ້ງລາວຢູ່ໃນວິຫານຂອງເຮົາເພື່ອໃຫ້ລາວເປັນກະສັດຂອງເຮົາຕະຫຼອດໄປ+ ແລະເຮົາຈະເຮັດໃຫ້ບັນລັງຂອງລາວຕັ້ງຢູ່ຕະຫຼອດໄປ.”’”+
15 ທຸກເລື່ອງທີ່ພະເຈົ້າບອກຜ່ານທາງນິມິດ ນາທານໄດ້ເລົ່າໃຫ້ດາວິດຟັງທັງໝົດ.
16 ເມື່ອໄດ້ຍິນແບບນັ້ນ ກະສັດດາວິດກໍນັ່ງລົງແລະອະທິດຖານຫາພະເຢໂຫວາວ່າ: “ພະເຢໂຫວາພະເຈົ້າ ລູກບໍ່ມີຄວາມສຳຄັນຫຍັງເລີຍແລະຄອບຄົວຂອງລູກກໍບໍ່ສົມຄວນໄດ້ຮັບກຽດຈາກພະອົງຫຼາຍປານນີ້.+ 17 ແຕ່ພະອົງຍັງບອກໃຫ້ລູກຮູ້ເລື່ອງລູກຫຼານຂອງລູກໃນອະນາຄົດທີ່ຢູ່ໄກແສນໄກ.+ ພະເຢໂຫວາພະເຈົ້າ ພະອົງເບິ່ງລູກຄືກັບລູກເປັນຄົນທີ່ມີຕຳແໜ່ງສູງ.* 18 ພະອົງຮູ້ຈັກລູກດີທຸກຢ່າງ.+ ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງບໍ່ຮູ້ຊິເວົ້າຫຍັງຕື່ມອີກກ່ຽວກັບກຽດທີ່ພະອົງໃຫ້ລູກ. 19 ພະເຢໂຫວາ ພະອົງເຮັດສິ່ງທີ່ຍິ່ງໃຫຍ່ທັງໝົດນີ້ແລະເປີດເຜີຍຄວາມຍິ່ງໃຫຍ່ຂອງພະອົງ+ ຍ້ອນວ່ານີ້ເປັນສິ່ງທີ່ພະອົງຕ້ອງການແລະຍ້ອນເຫັນແກ່ຜູ້ຮັບໃຊ້ຂອງພະອົງ. 20 ພະເຢໂຫວາ ບໍ່ມີໃຜຄືກັບພະອົງ+ແລະບໍ່ມີພະເຈົ້າອື່ນນອກຈາກພະອົງ.+ ທຸກສິ່ງທີ່ພວກເຮົາໄດ້ຍິນຢືນຢັນເຖິງເລື່ອງນີ້. 21 ມີຊາດໃດໃນໂລກນີ້ທີ່ຄືກັບພວກອິດສະຣາເອນປະຊາຊົນຂອງພະອົງບໍ?+ ພະເຈົ້າທ່ຽງແທ້ໄດ້ໄຖ່ເຂົາເຈົ້າມາເປັນປະຊາຊົນຂອງພະອົງ.+ ພະອົງສ້າງຊື່ສຽງໃຫ້ໂຕເອງໂດຍການເຮັດສິ່ງທີ່ເປັນຕາງຶດແລະອັດສະຈັນ.+ ພະອົງໄລ່ຊາດຕ່າງໆອອກໄປຕໍ່ໜ້າປະຊາຊົນ+ທີ່ພະອົງໄຖ່ອອກຈາກເອຢິບ. 22 ພະເຢໂຫວາ ພະອົງເຮັດໃຫ້ພວກອິດສະຣາເອນເປັນປະຊາຊົນຂອງພະອົງຕະຫຼອດໄປ+ ແລະພະອົງກໍເປັນພະເຈົ້າຂອງເຂົາເຈົ້າ.+ 23 ພະເຢໂຫວາພະເຈົ້າ ຂໍໃຫ້ຄຳສັນຍາທີ່ພະອົງເຮັດກັບລູກແລະຄອບຄົວຂອງລູກເປັນຈິງຕະຫຼອດໄປ ແລະຂໍພະອົງເຮັດຕາມທີ່ສັນຍາໄວ້ທຸກຢ່າງ.+ 24 ຂໍໃຫ້ຊື່ຂອງພະອົງໄດ້ຮັບການຍ້ອງຍໍ+ຕະຫຼອດໄປເພື່ອທຸກຄົນຈະເວົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບເປັນພະເຈົ້າຂອງອິດສະຣາເອນ’ ແລະຂໍໃຫ້ການປົກຄອງຂອງລູກຫຼານຂອງລູກໝັ້ນຄົງຕໍ່ໆໄປ.+ 25 ພະເຈົ້າຂອງລູກ ພະອົງບອກລູກທີ່ເປັນຜູ້ຮັບໃຊ້ຂອງພະອົງແລ້ວວ່າຈະໃຫ້ລູກຫຼານຂອງລູກເປັນກະສັດ ຍ້ອນແນວນີ້ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງຈຶ່ງກ້າອະທິດຖານຫາພະອົງແບບນີ້. 26 ພະເຢໂຫວາ ພະອົງເປັນພະເຈົ້າທ່ຽງແທ້ແລະພະອົງໄດ້ສັນຍາວ່າຈະໃຫ້ສິ່ງດີໆເຫຼົ່ານີ້ກັບລູກທີ່ເປັນຜູ້ຮັບໃຊ້ຂອງພະອົງ. 27 ພະເຢໂຫວາ ຖ້າພະອົງເຫັນວ່າດີກໍຂໍໃຫ້ພະອົງອວຍພອນລູກຫຼານຂອງລູກຕໍ່ໆໄປ ແລະຂໍໃຫ້ລູກຫຼານຂອງລູກປົກຄອງຕໍ່ໜ້າພະອົງຕະຫຼອດໄປ. ພະອົງໄດ້ອວຍພອນລູກຫຼານຂອງລູກແລ້ວ ແລະຂໍໃຫ້ພະອົງອວຍພອນຕະຫຼອດໄປ.”