ເຢເຣມີຢາ
35 ໃນສະໄໝຂອງເຢໂຮຢາກີມ+ລູກຊາຍຂອງໂຢສີຢາກະສັດຂອງຢູດາ ພະເຢໂຫວາໄດ້ມາບອກເຢເຣມີຢາວ່າ: 2 “ໃຫ້ເຈົ້າໄປຫາຄອບຄົວຂອງເຣກາບ.+ ໃຫ້ໄປເວົ້າກັບເຂົາເຈົ້າແລະພາເຂົາເຈົ້າມາຫ້ອງກິນເຂົ້າ*ຢູ່ວິຫານຂອງພະເຢໂຫວາແລະເອົາເຫຼົ້າແວງໃຫ້ເຂົາເຈົ້າກິນ.”
3 ຂ້ອຍຈຶ່ງໄດ້ພາຢາອາຊານີຢາທີ່ເປັນລູກຊາຍຂອງເຢເຣມີຢາແລະເປັນຫຼານຊາຍຂອງຮາບາຊີນີຢາ ອ້າຍນ້ອງຂອງລາວ ລູກຊາຍທຸກຄົນຂອງລາວ ແລະຄອບຄົວຂອງເຣກາບທັງໝົດ 4 ໄປວິຫານຂອງພະເຢໂຫວາ. ຂ້ອຍພາເຂົາເຈົ້າໄປຫ້ອງກິນເຂົ້າຂອງພວກລູກຊາຍຂອງຮານານ ເຊິ່ງເປັນລູກຊາຍຂອງອິກດາລີຢາຄົນຂອງພະເຈົ້າທ່ຽງແທ້. ຫ້ອງນັ້ນຕິດກັບຫ້ອງກິນເຂົ້າຂອງພວກເຈົ້ານາຍ ເຊິ່ງຢູ່ທາງເທິງຫ້ອງກິນເຂົ້າຂອງມາອາເສຢາລູກຊາຍຂອງຊາລຶມທີ່ເປັນຄົນຍາມປະຕູ. 5 ຈາກນັ້ນ ຂ້ອຍກໍເອົາຈອກທີ່ມີເຫຼົ້າແວງຢູ່ເຕັມມາຕັ້ງຢູ່ຕໍ່ໜ້າພວກຜູ້ຊາຍໃນຄອບຄົວຂອງເຣກາບແລະບອກເຂົາເຈົ້າວ່າ: “ກິນໂລດເດີ້.”
6 ແຕ່ເຂົາເຈົ້າເວົ້າວ່າ: “ພວກເຮົາຈະບໍ່ກິນເຫຼົ້າແວງນີ້ຍ້ອນເຢໂຮນາດາບ*+ລູກຊາຍຂອງເຣກາບທີ່ເປັນປູ່ຍ່າຕານາຍຂອງພວກເຮົາສັ່ງໄວ້ວ່າ ‘ຫ້າມພວກເຈົ້າກັບລູກຊາຍຂອງພວກເຈົ້າກິນເຫຼົ້າແວງເດັດຂາດ. 7 ຫ້າມພວກເຈົ້າປຸກເຮືອນ ປູກຝັງຫຼືຊື້ສວນໝາກລະແຊັງ. ແຕ່ພວກເຈົ້າຕ້ອງຢູ່ໃນເຕັ້ນເພື່ອພວກເຈົ້າຈະມີຊີວິດຍືນຍາວໃນແຜ່ນດິນທີ່ພວກເຈົ້າອາໄສຢູ່ຄືຄົນຕ່າງຊາດ.’ 8 ພວກເຮົາຈຶ່ງເຊື່ອຟັງເຢໂຮນາດາບລູກຊາຍຂອງເຣກາບທີ່ເປັນປູ່ຍ່າຕານາຍຂອງພວກເຮົາໃນທຸກເລື່ອງທີ່ລາວສັ່ງໄວ້. ພວກເຮົາທຸກຄົນກັບເມຍແລະລູກຊາຍລູກສາວຂອງພວກເຮົາບໍ່ເຄີຍກິນເຫຼົ້າແວງເລີຍ. 9 ພວກເຮົາບໍ່ໄດ້ປຸກເຮືອນຫຼືປູກຝັງ ບໍ່ເຄີຍມີສວນໝາກລະແຊັງຫຼືທົ່ງນາເປັນຂອງໂຕເອງເລີຍ. 10 ພວກເຮົາອາໄສຢູ່ໃນເຕັ້ນແລະເຊື່ອຟັງທຸກສິ່ງທີ່ໂຢນາດາບທີ່ເປັນປູ່ຍ່າຕານາຍຂອງພວກເຮົາໄດ້ສັ່ງໄວ້. 11 ຕອນທີ່ເນບູກາດເນັດຊາ*ກະສັດຂອງບາບີໂລນມາໂຈມຕີແຜ່ນດິນຂອງພວກເຮົາ+ ພວກເຮົາກໍລົມກັນວ່າ ‘ໄປ ໃຫ້ພວກເຮົາໜີກອງທັບຂອງພວກການເດອາແລະພວກຊີເຣຍໄປເມືອງເຢຣູຊາເລັມ’ ແລະຕອນນີ້ພວກເຮົາກໍໄດ້ອາໄສຢູ່ເມືອງເຢຣູຊາເລັມ.”
12 ພະເຢໂຫວາໄດ້ເວົ້າກັບເຢເຣມີຢາອີກວ່າ: 13 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ໃຫ້ເຈົ້າໄປເວົ້າກັບຄົນຢູດາແລະຄົນໃນເມືອງເຢຣູຊາເລັມແນວນີ້ ພະເຢໂຫວາບອກວ່າ “ເຮົາໄດ້ບອກພວກເຈົ້າຢູ່ເລື້ອຍໆວ່າໃຫ້ເຊື່ອຟັງເຮົາບໍ່ແມ່ນບໍ?+ 14 ເຢໂຮນາດາບລູກຊາຍຂອງເຣກາບໄດ້ສັ່ງລູກຫຼານຂອງລາວບໍ່ໃຫ້ກິນເຫຼົ້າແວງ ແລ້ວເຂົາເຈົ້າກໍເຮັດຕາມໂດຍບໍ່ກິນເຫຼົ້າແວງຈົນຮອດທຸກມື້ນີ້. ເຂົາເຈົ້າເຊື່ອຟັງຄຳສັ່ງຂອງປູ່ຍ່າຕານາຍຂອງເຂົາເຈົ້າ.+ ແຕ່ພວກເຈົ້າພັດບໍ່ເຊື່ອຟັງເຮົາ ທັງໆທີ່ເຮົາໄດ້ບອກພວກເຈົ້າເທື່ອແລ້ວເທື່ອອີກ.*+ 15 ເຮົາໄດ້ສົ່ງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າເທື່ອແລ້ວເທື່ອອີກ*+ເພື່ອບອກວ່າ ‘ຂໍໃຫ້ພວກເຈົ້າແຕ່ລະຄົນເຊົາເຮັດຊົ່ວ+ແລະໃຫ້ເຮັດສິ່ງທີ່ຖືກຕ້ອງ! ຢ່າໄປຮັບໃຊ້ແລະນະມັດສະການພະເຈົ້າອື່ນເພື່ອພວກເຈົ້າຈະໄດ້ຢູ່ໃນແຜ່ນດິນທີ່ເຮົາເອົາໃຫ້ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າ.’+ ແຕ່ພວກເຈົ້າບໍ່ໄດ້ສົນໃຈແລະບໍ່ຟັງຄວາມເຮົາເລີຍ. 16 ລູກຫຼານຂອງເຢໂຮນາດາບລູກຊາຍຂອງເຣກາບຍັງໄດ້ເຮັດຕາມຄຳສັ່ງທີ່ປູ່ຍ່າຕານາຍຂອງເຂົາເຈົ້າໄດ້ສັ່ງໄວ້+ ແຕ່ຄົນພວກນີ້ບໍ່ໄດ້ເຊື່ອຟັງເຮົາເລີຍ.”’
17 ດັ່ງນັ້ນ ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບ ພະເຈົ້າຂອງອິດສະຣາເອນຈຶ່ງບອກວ່າ ‘ເຮົາຈະເຮັດໃຫ້ຄົນຢູດາກັບຄົນທັງໝົດທີ່ຢູ່ເມືອງເຢຣູຊາເລັມເຈິຄວາມຈິບຫາຍທີ່ເຮົາເຄີຍເຕືອນເຂົາເຈົ້າໄວ້ແລ້ວ.+ ຍ້ອນເຮົາເວົ້າກັບເຂົາເຈົ້າ ແຕ່ເຂົາເຈົ້າກໍບໍ່ຟັງ ແລະເຮົາເອີ້ນເຂົາເຈົ້າຕັ້ງຫຼາຍເທື່ອ ແຕ່ເຂົາເຈົ້າກໍບໍ່ຕອບ.’”+
18 ແລ້ວເຢເຣມີຢາກໍເວົ້າກັບຄອບຄົວຂອງເຣກາບວ່າ: “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ຍ້ອນພວກເຈົ້າເຊື່ອຟັງເຢໂຮນາດາບປູ່ຍ່າຕານາຍຂອງພວກເຈົ້າແລະເຮັດຕາມຄຳສັ່ງທຸກຢ່າງຂອງລາວ ລາວສັ່ງໄວ້ແນວໃດ ພວກເຈົ້າກໍເຮັດແນວນັ້ນ. 19 ດັ່ງນັ້ນ ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນຈຶ່ງບອກວ່າ “ລູກຫຼານຂອງເຢໂຮນາດາບລູກຊາຍຂອງເຣກາບຈະໄດ້ຮັບໃຊ້ຢູ່ຕໍ່ໜ້າເຮົາຕະຫຼອດໄປ.”’”