ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ຕັ້ງຕາມເພງດອກລິນລີ້.* ມັດຄິວ*ຂອງລູກຫຼານໂກຣາ.+ ເພງແຫ່ງຄວາມຮັກ.
45 ໃຈຂອງຂ້ອຍມີຄວາມສຸກຍ້ອນມີເລື່ອງດີໆເກີດຂຶ້ນ.
ຂ້ອຍເວົ້າວ່າ: “ເພງຂອງຂ້ອຍ*ເປັນເພງກ່ຽວກັບກະສັດອົງໜຶ່ງ.”+
ຂໍໃຫ້ລີ້ນຂອງຂ້ອຍເປັນຄືກັບບິກ+ຂອງຜູ້ຄັດລອກທີ່ຊຳນານ.+
2 ກະສັດເອີ້ຍ ເຈົ້າເປັນຜູ້ຊາຍທີ່ຫຼໍ່ທີ່ສຸດ.
ເຈົ້າເປັນຄົນທີ່ເວົ້າມ່ວນຫຼາຍ.+
ຍ້ອນແນວນີ້ ພະເຈົ້າຈຶ່ງອວຍພອນເຈົ້າຕະຫຼອດໄປ.+
3 ທະຫານທີ່ກ້າຫານເອີ້ຍ+ ໃຫ້ເອົາດາບຂອງເຈົ້າມາເໜັບໄວ້ຢູ່ແອວ.+
ເຈົ້າເປັນຄົນທີ່ມີກຽດຕິຍົດແລະມີສະຫງ່າລາສີ.+
4 ໃຫ້ເຈົ້າອອກໄປຢ່າງມີກຽດແລະໄປເອົາໄຊຊະນະ.*+
ໃຫ້ຂີ່ມ້າຂອງເຈົ້າໄປຕໍ່ສູ້ເພື່ອຄົນຖ່ອມ ເພື່ອຄວາມຈິງ ແລະເພື່ອຄວາມຍຸຕິທຳ+
ແລະມືຂວາຂອງເຈົ້າຈະເຮັດໃຫ້ເກີດ*ສິ່ງທີ່ເປັນຕາງຶດຫຼາຍຢ່າງ.
5 ກະສັດເອີ້ຍ ລູກທະນູຂອງເຈົ້າບັກແຫຼມໆແລະເຮັດໃຫ້ຫຼາຍຄົນລົ້ມຕາຍຕໍ່ໜ້າເຈົ້າ.+
ມັນສຽບຊອດຫົວໃຈສັດຕູຂອງເຈົ້າ.+
6 ພະເຈົ້າເປັນບັນລັງຂອງເຈົ້າຕະຫຼອດໄປ.+
ຄ້ອນຂອງກະສັດໃນການປົກຄອງຂອງເຈົ້າກໍເປັນຄ້ອນຂອງຄວາມຍຸຕິທຳ.+
7 ກະສັດເອີ້ຍ ເຈົ້າຮັກຄວາມຖືກຕ້ອງ+ແລະຊັງຄວາມຊົ່ວ.+
ຍ້ອນແນວນີ້ ພະເຈົ້າຂອງເຈົ້າຈຶ່ງແຕ່ງຕັ້ງເຈົ້າ+ດ້ວຍນ້ຳມັນແຫ່ງຄວາມຍິນດີ+ຫຼາຍກວ່າພວກໝູ່ຂອງເຈົ້າ.
8 ເຄື່ອງນຸ່ງທັງໝົດຂອງເຈົ້າມີກິ່ນຫອມຂອງມົດຍອບ* ໄມ້ເກດສະໜາ ແລະແຄັດເຊຍ.*
ເຄື່ອງດົນຕີທີ່ມີສາຍຢູ່ໃນວັງງາຊ້າງທີ່ຍິ່ງໃຫຍ່ຂອງເຈົ້າເຮັດໃຫ້ເຈົ້າມ່ວນຊື່ນຫຼາຍ.
9 ໃນພວກຜູ້ຍິງທີ່ມີກຽດຂອງເຈົ້າມີລູກສາວຂອງພວກກະສັດຢູ່ນຳ.
ລາຊີນີກໍຢືນຢູ່ເບື້ອງຂວາມືຂອງເຈົ້າແລະໃສ່ເຄື່ອງປະດັບທີ່ເປັນຄຳຈາກໂອຟີ.+
10 ຟັງເດີ້ລູກສາວເອີ້ຍ ໃຫ້ຕັ້ງໃຈແລະຫງ່ຽງຫູຟັງ.
ໃຫ້ລືມຄົນຂອງເຈົ້າແລະລືມຄົນໃນຄອບຄົວຂອງພໍ່ເຈົ້າ.
11 ຄວາມງາມຂອງເຈົ້າຖືກໃຈກະສັດຫຼາຍ.
ໃຫ້ເຈົ້າໝູບລົງຕໍ່ໜ້າກະສັດ
ຍ້ອນກະສັດເປັນນາຍຂອງເຈົ້າ.
12 ຄົນ*ຈາກເມືອງຕີເຣຈະເອົາຂອງຂວັນມາໃຫ້ເຈົ້າ.
ພວກເສດຖີຈະພະຍາຍາມເອົາໃຈເຈົ້າ.
13 ຢູ່ໃນວັງ ລູກສາວຂອງກະສັດແຕ່ງໂຕງາມຫຼາຍ.
ເຄື່ອງນຸ່ງຂອງລາວກໍແສ່ວດ້ວຍສາຍຄຳ.
14 ຕອນທີ່ລາວຖືກພາໄປຫາກະສັດ ລາວນຸ່ງເຄື່ອງຫຼູຫຼາທີ່ຕ່ຳຢ່າງດີ.*
ພວກຜູ້ຍິງບໍລິສຸດທີ່ນຳລາວໄປກໍຖືກພາມາຢູ່ຕໍ່ໜ້າກະສັດຄືກັນ.
15 ເຂົາເຈົ້າຈະເຂົ້າໄປໃນວັງຂອງກະສັດ.
ຕອນທີ່ເຂົາເຈົ້າຖືກພາມາ ທຸກຄົນທີ່ຢູ່ຫັ້ນຈະມີຄວາມສຸກຄວາມຍິນດີ.
16 ກະສັດເອີ້ຍ ລູກຊາຍຂອງເຈົ້າຈະມາແທນທີ່ປູ່ຍ່າຕານາຍຂອງເຈົ້າ.
ເຈົ້າຈະແຕ່ງຕັ້ງເຂົາເຈົ້າໃຫ້ເປັນເຈົ້ານາຍຢູ່ທົ່ວໂລກ.+
17 ຂ້ອຍຈະເຮັດໃຫ້ຄົນທຸກຍຸກທຸກສະໄໝຮູ້ຈັກຊື່ຂອງເຈົ້າ+
ເພື່ອຄົນຈາກຊາດຕ່າງໆຈະສັນລະເສີນເຈົ້າຕະຫຼອດໄປ.