ອົບພະຍົບ
14 ພະເຢໂຫວາເວົ້າກັບໂມເຊວ່າ: 2 “ບອກພວກອິດສະຣາເອນໃຫ້ກັບຄືນແລະໄປຕັ້ງຄ້າຍຢູ່ບ່ອນໜຶ່ງກ່ອນຈະຮອດປີຮາຮີໂຣດ ຢູ່ລະຫວ່າງມິກໂດນກັບທະເລ ບ່ອນທີ່ຈະແນມເຫັນບາອານເຊໂຟນ.+ ໃຫ້ພວກເຈົ້າຕັ້ງຄ້າຍຢູ່ແຄມທະເລ. 3 ແລ້ວຟາໂຣ*ຊິເວົ້າວ່າ ‘ພວກອິດສະຣາເອນຫຼົງທາງແລ້ວ. ພວກມັນອອກຈາກບ່ອນກັນດານບໍ່ໄດ້ແລ້ວ.’ 4 ເຮົາຈະປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ+ ແລະລາວຈະໄລ່ນຳຫຼັງພວກອິດສະຣາເອນໄປ. ເຮົາຈະເອົາຊະນະຟາໂຣກັບກອງທັບທັງໝົດຂອງລາວ+ ແລະພວກເອຢິບຈະຮູ້ວ່າ ເຮົາແມ່ນເຢໂຫວາ.”+ ແລ້ວພວກອິດສະຣາເອນກໍຕັ້ງຄ້າຍຕາມທີ່ເພິ່ນບອກ.
5 ເມື່ອກະສັດເອຢິບໄດ້ຍິນວ່າພວກອິດສະຣາເອນອອກໄປແລ້ວ ກະສັດເອຢິບກັບພວກຄົນຮັບໃຊ້ຂອງລາວກໍປ່ຽນໃຈທັນທີ+ແລະເວົ້າວ່າ: “ເປັນຫຍັງພວກເຮົາຈຶ່ງປ່ອຍໃຫ້ພວກອິດສະຣາເອນໄປ ແທນທີ່ຈະໃຫ້ພວກມັນເປັນທາດພວກເຮົາຕໍ່ໄປ?” 6 ແລ້ວກະສັດເອຢິບກໍກຽມລົດຮົບແລະພາທະຫານໄລ່ນຳຫຼັງພວກອິດສະຣາເອນ.+ 7 ລາວເອົາລົດຮົບທີ່ດີທີ່ສຸດ 600 ຄັນແລະລົດຮົບອື່ນໆທັງໝົດຂອງເອຢິບໄປ ມີທະຫານຢູ່ເທິງລົດຮົບເຫຼົ່ານັ້ນທຸກຄັນ. 8 ພະເຢໂຫວາປ່ອຍໃຫ້ກະສັດເອຢິບເປັນຄົນຫົວແຂງຕໍ່ໄປ. ລາວໄລ່ນຳຫຼັງພວກອິດສະຣາເອນທີ່ກຳລັງເດີນທາງດ້ວຍຄວາມໝັ້ນໃຈ.+ 9 ແລ້ວພວກເອຢິບກໍໄລ່ນຳຫຼັງພວກອິດສະຣາເອນ.+ ຕອນນັ້ນ ພວກອິດສະຣາເອນຕັ້ງຄ້າຍຢູ່ແຄມທະເລ ກ່ອນທີ່ຈະຮອດປີຮາຮີໂຣດ ເຊິ່ງແນມເຫັນບາອານເຊໂຟນ.
10 ແລ້ວລົດຮົບຂອງກະສັດ ທະຫານມ້າ ແລະທະຫານກໍເຂົ້າມາໃກ້ຄ້າຍຂອງພວກອິດສະຣາເອນ. ເມື່ອພວກອິດສະຣາເອນເຫັນຟາໂຣກັບກອງທັບເອຢິບໃກ້ຊິມາຮອດແລ້ວ ເຂົາເຈົ້າກໍຢ້ານຫຼາຍແລະໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍ.+ 11 ເຂົາເຈົ້າເວົ້າໃຫ້ໂມເຊວ່າ: “ຢູ່ເອຢິບບໍ່ມີບ່ອນຝັງສົບແລ້ວເບາະ! ເຈົ້າຈຶ່ງພາພວກເຮົາມາຕາຍຢູ່ບ່ອນກັນດານນີ້?+ ເຈົ້າພາພວກເຮົາອອກມາຈາກເອຢິບເຮັດຫຍັງ? 12 ຕອນຢູ່ເອຢິບພວກເຮົາກໍບອກເຈົ້າແລ້ວບໍ່ແມ່ນບໍວ່າ ‘ຢ່າມາຫຍຸ້ງກັບພວກເຮົາ! ປ່ອຍໃຫ້ພວກເຮົາຮັບໃຊ້ພວກເອຢິບ.’ ໃຫ້ພວກເຮົາເປັນທາດຂອງພວກເຂົາກະຍັງຊິດີກວ່າມາຕາຍຢູ່ບ່ອນກັນດານນີ້.”+ 13 ໂມເຊຕອບພວກອິດສະຣາເອນວ່າ: “ບໍ່ຕ້ອງຢ້ານເດີ້.+ ໃຫ້ຢືນຢູ່ຊື່ໆແລະເບິ່ງວ່າມື້ນີ້ພະເຢໂຫວາຈະຊ່ວຍພວກເຈົ້າໃຫ້ລອດແນວໃດ.+ ພວກເອຢິບທີ່ພວກເຈົ້າເຫັນໃນມື້ນີ້ ພວກເຈົ້າຈະບໍ່ເຫັນພວກເຂົາອີກເລີຍ.+ 14 ພະເຢໂຫວາຈະຕໍ່ສູ້ໃຫ້ພວກເຈົ້າ+ແລະພວກເຈົ້າຈະຢືນຢູ່ງຽບໆ.”
15 ພະເຢໂຫວາເວົ້າກັບໂມເຊວ່າ: “ເປັນຫຍັງພວກເຈົ້າຮ້ອງຂໍໃຫ້ເຮົາຊ່ວຍ? ບອກພວກອິດສະຣາເອນວ່າໃຫ້ເດີນທາງຕໍ່ໄປໄດ້ແລ້ວ. 16 ໃຫ້ເຈົ້າຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລ ແລ້ວນ້ຳທະເລກໍຈະແຍກອອກຈາກກັນ ເພື່ອໃຫ້ພວກອິດສະຣາເອນຍ່າງໄປເທິງພື້ນທະເລທີ່ແຫ້ງ. 17 ແຕ່ເຮົາຈະປ່ອຍໃຫ້ພວກເອຢິບເປັນຄົນຫົວແຂງຕໍ່ໄປ ພວກເຂົາຊິໄລ່ນຳຫຼັງພວກອິດສະຣາເອນ. ເຮົາຈະເອົາຊະນະຟາໂຣກັບກອງທັບທັງໝົດຂອງລາວ ພ້ອມກັບລົດຮົບແລະທະຫານມ້າຂອງລາວ ເພື່ອເຮັດໃຫ້ເຮົາໄດ້ຮັບກຽດ.+ 18 ເມື່ອເຮົາຊະນະຟາໂຣກັບກອງທັບຂອງລາວ ພ້ອມກັບລົດຮົບແລະທະຫານມ້າເພື່ອເຮັດໃຫ້ເຮົາໄດ້ຮັບກຽດແລ້ວ ທຸກຄົນກໍຈະຮູ້ວ່າເຮົາແມ່ນເຢໂຫວາ.”+
19 ແລ້ວທູດສະຫວັນຂອງພະເຈົ້າທ່ຽງແທ້+ທີ່ນຳໜ້າພວກອິດສະຣາເອນກໍຍ້າຍໄປຢູ່ທາງຫຼັງຂອງເຂົາເຈົ້າ ແລະເສົາຂີ້ເຝື້ອທີ່ຢູ່ທາງໜ້າຂອງເຂົາເຈົ້າກໍຍ້າຍໄປຢູ່ທາງຫຼັງຄືກັນ.+ 20 ເສົາຂີ້ເຝື້ອນີ້ຕັ້ງຢູ່ລະຫວ່າງຄ້າຍຂອງພວກເອຢິບກັບຄ້າຍຂອງພວກອິດສະຣາເອນ.+ ເສົາຂີ້ເຝື້ອນີ້ເຮັດໃຫ້ເບື້ອງພວກເອຢິບມືດ ແຕ່ເບື້ອງພວກອິດສະຣາເອນແຈ້ງ.+ ຕະຫຼອດຄືນນັ້ນ ພວກເອຢິບບໍ່ໄດ້ຫຍັບເຂົ້າມາໃກ້ພວກອິດສະຣາເອນເລີຍ.
21 ໂມເຊໄດ້ຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລ+ ແລ້ວພະເຢໂຫວາກໍເຮັດໃຫ້ມີລົມແຮງຈາກທາງທິດຕາເວັນອອກພັດໃສ່ທະເລໝົດຄືນ. ນ້ຳກໍແຍກຈາກກັນ+ແລະເຮັດໃຫ້ພື້ນທະເລກາຍເປັນດິນແຫ້ງ.+ 22 ພວກອິດສະຣາເອນຍ່າງຂ້າມທະເລຜ່ານທາງດິນແຫ້ງນັ້ນ.+ ນ້ຳໃນທະເລໄດ້ຕັ້ງເປັນກຳແພງຢູ່ເບື້ອງຊ້າຍແລະເບື້ອງຂວາຂອງເຂົາເຈົ້າ.+ 23 ກອງທັບເອຢິບທັງໝົດ ທັງພວກທະຫານມ້າ ພວກທະຫານ ແລະລົດຮົບຂອງຟາໂຣກໍໄລ່ນຳຫຼັງພວກອິດສະຣາເອນໄປເທິງດິນແຫ້ງຂອງທະເລນັ້ນ.+ 24 ເມື່ອໃກ້ຊິແຈ້ງ* ພະເຢໂຫວາເບິ່ງພວກທະຫານເອຢິບຈາກເສົາທີ່ເປັນໄຟແລະຂີ້ເຝື້ອ+ ແລະເພິ່ນກໍເຮັດໃຫ້ພວກທະຫານເອຢິບສັບສົນວຸ່ນວາຍ. 25 ເພິ່ນເຮັດໃຫ້ກົງລົດຮົບຂອງພວກທະຫານເອຢິບຫຼຸດອອກເພື່ອເຮັດໃຫ້ພວກເຂົາຂັບໄປຍາກ. ພວກເອຢິບຈຶ່ງເວົ້າວ່າ: “ໃຫ້ພວກເຮົາຖອຍໜີໄປຈາກພວກອິດສະຣາເອນໄວໆ ຍ້ອນພະເຢໂຫວາຢູ່ຝ່າຍພວກເຂົາແລະຕໍ່ສູ້ພວກເຮົາຢູ່.”+
26 ແລ້ວພະເຢໂຫວາກໍບອກໂມເຊວ່າ: “ໃຫ້ເຈົ້າຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລເພື່ອນ້ຳຈະເຊົາແຍກຈາກກັນ ແລ້ວໄຫຼທັບພວກເອຢິບ ພວກລົດຮົບ ແລະພວກທະຫານມ້າ.” 27 ໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລທັນທີ. ຕອນໃກ້ຊິແຈ້ງນ້ຳທະເລກໍໄຫຼກັບມາຄືເກົ່າ. ເມື່ອພວກເອຢິບພະຍາຍາມໜີຈາກນ້ຳ ພະເຢໂຫວາກໍຖິ້ມພວກເຂົາໄວ້ຢູ່ກາງທະເລ.+ 28 ນ້ຳທະເລໄຫຼມາທັບພວກລົດຮົບ ພວກທະຫານມ້າ ແລະກອງທັບທັງໝົດຂອງຟາໂຣ.+ ບໍ່ມີໃຜລອດຈັກຄົນ.+
29 ແຕ່ພວກອິດສະຣາເອນຍ່າງຢູ່ເທິງພື້ນທະເລທີ່ເປັນດິນແຫ້ງ+ແລະນ້ຳກໍຕັ້ງເປັນກຳແພງຢູ່ເບື້ອງຊ້າຍແລະເບື້ອງຂວາຂອງເຂົາເຈົ້າ.+ 30 ໃນມື້ນັ້ນ ພະເຢໂຫວາຊ່ວຍພວກອິດສະຣາເອນໃຫ້ລອດຈາກພວກເອຢິບ+ ແລະພວກອິດສະຣາເອນກໍເຫັນຊາກສົບຂອງພວກເອຢິບຄ້າງຢູ່ຕາມແຄມຝັ່ງ. 31 ເມື່ອພວກອິດສະຣາເອນເຫັນພະເຢໂຫວາທຳລາຍພວກເອຢິບດ້ວຍລິດເດດອັນຍິ່ງໃຫຍ່ຂອງເພິ່ນ ເຂົາເຈົ້າກໍຢ້ານຢຳພະເຢໂຫວາແລະເຊື່ອໝັ້ນໃນພະເຢໂຫວາກັບໂມເຊຜູ້ຮັບໃຊ້ຂອງເພິ່ນ.+