ເພງສັນລະເສີນ
99 ພະເຢໂຫວາເປັນກະສັດແລ້ວ+ ໃຫ້ປະເທດຕ່າງໆຢ້ານຈົນໂຕສັ່ນ.
ເພິ່ນນັ່ງຢູ່ບັນລັງເທິງ*ເຄຣູບ+ ໃຫ້ໂລກສັ່ນສະເທືອນ.
2 ພະເຢໂຫວາມີລິດເດດຫຼາຍຢູ່ຊີໂອນ.
ເພິ່ນຍິ່ງໃຫຍ່ແລະຊາດຕ່າງໆກໍຢູ່ໃຕ້ອຳນາດຂອງເພິ່ນ.+
3 ໃຫ້ເຂົາເຈົ້າສັນລະເສີນຊື່ທີ່ຍິ່ງໃຫຍ່ຂອງພະອົງ+
ຍ້ອນຊື່ຂອງພະອົງບໍລິສຸດແລະສົມຄວນໄດ້ຮັບຄວາມນັບຖື.
4 ພະອົງເປັນກະສັດຜູ້ຍິ່ງໃຫຍ່ແລະຮັກຄວາມຍຸຕິທຳ.+
ພະອົງເຮັດສິ່ງທີ່ຖືກຕ້ອງສະເໝີ.
ພະອົງເອົາຄວາມຍຸຕິທຳແລະຄວາມຖືກຕ້ອງ+ມາໃຫ້ຢາໂຄບ.
5 ໃຫ້ສັນລະເສີນພະເຢໂຫວາພະເຈົ້າຂອງພວກເຮົາ+ແລະໝູບລົງ*ຢູ່ບ່ອນວາງຕີນຂອງເພິ່ນ.+
ເພິ່ນເປັນພະເຈົ້າອົງບໍລິສຸດ.+
6 ໂມເຊກັບອາໂຣນເປັນປະໂລຫິດຂອງເພິ່ນ+
ແລະຊາມູເອນກໍເປັນຜູ້ໜຶ່ງທີ່ອະທິດຖານໂດຍໃຊ້ຊື່ຂອງເພິ່ນ.+
ເຂົາເຈົ້າຮ້ອງຫາພະເຢໂຫວາ
ແລະເພິ່ນກໍຕອບເຂົາເຈົ້າ.+
7 ເພິ່ນເວົ້າກັບເຂົາເຈົ້າຈາກເສົາຂີ້ເຝື້ອ.+
ເຂົາເຈົ້າເຮັດຕາມກົດໝາຍແລະຂໍ້ເຕືອນໃຈທີ່ເພິ່ນໃຫ້ເຂົາເຈົ້າ.+
8 ພະເຢໂຫວາພະເຈົ້າຂອງພວກເຮົາເອີ້ຍ ພະອົງໄດ້ຕອບເຂົາເຈົ້າ.+
ພະອົງເປັນພະເຈົ້າທີ່ຍົກໂທດໃຫ້ເຂົາເຈົ້າ.+