ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 28
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ຂຶ້ນ​ຝັ່ງ​ຢູ່​ເກາະ​ເມລີເຕ (1-6)

      • ໂປໂລ​ປົວ​ພໍ່​ຂອງ​ປົບລີໂອ (7-10)

      • ເດີນ​ທາງ​ຕໍ່​ໄປ​ຮອດ​ເມືອງ​ໂຣມ (11-16)

      • ໂປໂລ​ເວົ້າ​ກັບ​ຄົນ​ຢິວ​ຢູ່​ເມືອງ​ໂຣມ (17-29)

      • ໂປໂລ​ປະກາດ​ຢ່າງ​ກ້າຫານ 2 ປີ (30, 31)

ກິດຈະການ 28:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 27:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 209-210

ກິດຈະການ 28:2

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ບໍ່​ໄດ້​ເວົ້າ​ພາສາ​ກຣີກ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 209-210

ກິດຈະການ 28:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 210

ກິດຈະການ 28:4

ໄຂເງື່ອນ

  • *

    ຄຳ​ພາສາ​ກຣີກ​ແມ່ນ​ດີ​ເຄ ອາດ​ໝາຍເຖິງ​ເທບ​ທິດາ​ທີ່​ແກ້ແຄ້ນ​ຕາມ​ຄວາມ​ຍຸຕິທຳ ຫຼື​ອາດ​ໝາຍເຖິງ​ຄວາມ​ຍຸຕິທຳ​ທີ່​ເປັນ​ນາມມະທຳ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 210

ກິດຈະການ 28:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 210

ກິດຈະການ 28:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 210

ກິດຈະການ 28:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 4:38, 39

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 210

ກິດຈະການ 28:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:8

ກິດຈະການ 28:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 211

ກິດຈະການ 28:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 211

ກິດຈະການ 28:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 211

ກິດຈະການ 28:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 211-212

ກິດຈະການ 28:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:3, 4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 212-213

    ຫໍສັງເກດການ (ສຶກສາ)

    11/2020, ໜ້າ 17

ກິດຈະການ 28:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 213

ກິດຈະການ 28:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:33
  • +ກຈກ 24:11, 12; 25:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 213-214

ກິດຈະການ 28:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:10
  • +ກຈກ 23:26, 29; 25:24, 25; 26:31, 32

ກິດຈະການ 28:19

ໄຂເງື່ອນ

  • *

    ຫຼື “ຈັກກະພັດ​ໂຣມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:11, 12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 213-214

ກິດຈະການ 28:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:6; 26:6; ອຟຊ 6:19, 20; 2ຕມ 1:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 214

ກິດຈະການ 28:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 213-214

ກິດຈະການ 28:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:14
  • +ລກ 2:34; ຢຮ 15:19

ກິດຈະການ 28:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:2, 3
  • +ຢຮ 5:46
  • +ກຈກ 26:22, 23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 215

ກິດຈະການ 28:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 215

ກິດຈະການ 28:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 11:8

ກິດຈະການ 28:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:9, 10; ມທ 13:14, 15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 215

ກິດຈະການ 28:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 3:4, 6; ກຈກ 13:45, 46; 22:21; ຣມ 11:11
  • +ພສ 67:2; 98:3; ອຊຢ 11:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 215

ກິດຈະການ 28:29

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ3

ກິດຈະການ 28:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 28:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 215-217

ກິດຈະການ 28:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 6:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 215-217

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 28:1ກຈກ 27:26
ກຈກ. 28:8ລກ 4:38, 39
ກຈກ. 28:9ມທ 10:8
ກຈກ. 28:152ກຣ 1:3, 4
ກຈກ. 28:17ກຈກ 21:33
ກຈກ. 28:17ກຈກ 24:11, 12; 25:8
ກຈກ. 28:18ກຈກ 24:10
ກຈກ. 28:18ກຈກ 23:26, 29; 25:24, 25; 26:31, 32
ກຈກ. 28:19ກຈກ 25:11, 12
ກຈກ. 28:20ກຈກ 23:6; 26:6; ອຟຊ 6:19, 20; 2ຕມ 1:16
ກຈກ. 28:22ກຈກ 24:14
ກຈກ. 28:22ລກ 2:34; ຢຮ 15:19
ກຈກ. 28:23ກຈກ 17:2, 3
ກຈກ. 28:23ຢຮ 5:46
ກຈກ. 28:23ກຈກ 26:22, 23
ກຈກ. 28:26ຣມ 11:8
ກຈກ. 28:27ອຊຢ 6:9, 10; ມທ 13:14, 15
ກຈກ. 28:28ລກ 3:4, 6; ກຈກ 13:45, 46; 22:21; ຣມ 11:11
ກຈກ. 28:28ພສ 67:2; 98:3; ອຊຢ 11:10
ກຈກ. 28:30ກຈກ 28:16
ກຈກ. 28:31ອຟຊ 6:19
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 28:1-31

ກິດຈະການຂອງອັກຄະສາວົກ

28 ເມື່ອ​ປອດໄພ​ແລ້ວ ພວກ​ເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນັ້ນ​ຊື່​ເມລີເຕ.+ 2 ຄົນ​ພື້ນເມືອງ*​ທີ່​ຢູ່​ຫັ້ນ​ດີ​ຕໍ່​ພວກ​ເຮົາ​ຫຼາຍ​ແທ້​ໆ​. ຕອນ​ນັ້ນ​ຝົນ​ຕົກ​ແລະ​ອາກາດ​ໜາວ ເຂົາເຈົ້າ​ຈຶ່ງ​ດັງ​ໄຟ​ໃຫ້​ແລະ​ຕ້ອນຮັບ​ພວກ​ເຮົາ​ຢ່າງ​ອົບອຸ່ນ. 3 ໂປໂລ​ເກັບ​ງ່າ​ໄມ້​ແຫ້ງ​ຫອບ​ໜຶ່ງ​ມາ​ສຸມ​ໄຟ ແລ້ວງູ​ພິດ​ໂຕ​ໜຶ່ງ​ທີ່​ຖືກ​ຄວາມ​ຮ້ອນ​ກໍ​ເລືອ​ອອກ​ມາ​ກັດ​ມື​ໂປໂລ​ແລະ​ຄາ​ຢູ່​ຫັ້ນ. 4 ເມື່ອ​ຄົນ​ພື້ນເມືອງ​ເຫັນ​ງູ​ພິດ​ໂຕ​ນັ້ນ​ຫ້ອຍ​ຢູ່​ມື​ຂອງ​ໂປໂລ ເຂົາເຈົ້າ​ກໍ​ພາ​ກັນ​ເວົ້າ​ວ່າ: “ຜູ້​ນີ້​ຕ້ອງ​ເຄີຍ​ຂ້າ​ຄົນ​ແນ່ນອນ. ລາວ​ລອດ​ຕາຍຈາກ​ທະເລ​ມາ​ໄດ້ ແຕ່​ກໍ​ຍັງ​ຕ້ອງ​ຕາຍ​ຄື​ເກົ່າ. ຄວາມ​ຍຸຕິທຳ*​ບໍ່​ຍອມ​ໃຫ້​ລາວ​ລອດ​ຊີວິດ​ດອກ.” 5 ແຕ່​ໂປໂລ​ຊິດ​ງູ​ຕົກ​ລົງ​ໄປ​ໃນ​ໄຟ​ໂດຍ​ທີ່​ລາວ​ບໍ່​ເປັນ​ຫຍັງ​ເລີຍ. 6 ຄົນ​ພື້ນເມືອງ​ຄິດ​ວ່າ​ໂຕໂປໂລ​ຈະ​ໃຄ່​ຂຶ້ນຫຼື​ບໍ່​ກໍ​ລົ້ມ​ລົງ​ຕາຍ​ທັນທີ. ແຕ່​ເມື່ອ​ຖ້າ​ເບິ່ງ​ດົນ​ເຕີບ​ກໍ​ບໍ່​ເຫັນ​ວ່າ​ລາວ​ເປັນ​ຫຍັງ ເຂົາເຈົ້າ​ຈຶ່ງ​ປ່ຽນ​ຄວາມ​ຄິດ​ແລະ​ພາ​ກັນ​ເວົ້າ​ວ່າ​ໂປໂລ​ເປັນ​ເທບ​ພະເຈົ້າ.

7 ແຖວ​ນັ້ນ​ເປັນ​ດິນ​ຂອງຜູ້​ປົກຄອງ​ເກາະ​ທີ່​ຊື່​ປົບລີໂອ. ລາວ​ສະແດງ​ນ້ຳໃຈ​ຕ້ອນຮັບ​ແລະ​ໃຫ້​ບ່ອນ​ພັກ​ພວກ​ເຮົາ 3 ມື້. 8 ພໍ​ດີ​ຕອນ​ນັ້ນ​ພໍ່​ຂອງ​ປົບລີໂອ​ນອນ​ເປັນ​ໄຂ້​ຢູ່​ແລະ​ເປັນ​ພະຍາດ​ທ້ອງ​ບິດ ໂປໂລ​ຈຶ່ງ​ເຂົ້າ​ໄປ​ຫາ ແລ້ວ​ອະທິດຖານ​ແລະ​ວາງ​ມື​ເທິງ​ລາວ​ເພື່ອ​ປົວ​ລາວ​ໃຫ້​ເຊົາ.+ 9 ເມື່ອ​ໄດ້​ຍິນ​ເລື່ອງ​ທີ່​ເກີດຂຶ້ນ ຄົນ​ອື່ນ​ໆ​ທີ່​ເຈັບ​ປ່ວຍ​ໃນ​ເກາະ​ກໍ​ພາກັນ​ມາ​ໃຫ້​ໂປໂລ​ປົວ​ຈົນ​ເຊົາ​ໝົດ​ທຸກ​ຄົນ.+ 10 ຄົນ​ໃນ​ເກາະ​ນັບຖື​ພວກ​ເຮົາ​ແລະ​ເອົາ​ເຄື່ອງ​ຂອງ​ຫຼາຍ​ຢ່າງ​ມາ​ໃຫ້. ຕອນ​ທີ່​ເຮືອ​ຂອງ​ພວກ​ເຮົາ​ກຳລັງ​ຈະ​ອອກ ເຂົາເຈົ້າ​ກໍ​ຍັງ​ເອົາ​ເຄື່ອງ​ຂອງ​ທີ່​ຈຳເປັນ​ອີກ​ຫຼາຍ​ຢ່າງ​ມາ​ໃຫ້​ພວກ​ເຮົາ.

11 ຫຼັງ​ຈາກ​ຢູ່​ເກາະ​ນີ້ 3 ເດືອນ ພວກ​ເຮົາ​ກໍ​ຂຶ້ນ​ເຮືອ​ລຳ​ໜຶ່ງ​ທີ່​ມີ​ສັນຍະລັກ​ຢູ່​ຫົວ​ເຮືອ​ເປັນ “ລູກ​ຊາຍ​ຝາແຝດ​ຂອງ​ເທບ​ພະເຈົ້າ​ຊູດ.” ເຮືອ​ນີ້​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ແລະ​ຈອດ​ຢູ່​ເກາະ​ນີ້​ໃນ​ຍາມ​ໜາວ. 12 ເມື່ອ​ເຮືອ​ເຂົ້າ​ຈອດ​ຢູ່​ທ່າ​ເຮືອ​ໃນ​ເມືອງ​ຊີຣະກູຊາຍ ພວກ​ເຮົາ​ກໍ​ພັກ​ຢູ່​ຫັ້ນ 3 ມື້. 13 ຈາກ​ເມືອງ​ນັ້ນ ພວກ​ເຮົາ​ແລ່ນ​ເຮືອ​ຕໍ່​ໄປ​ຈົນ​ຮອດ​ເມືອງ​ເຣຄີໂອນ. ມື້​ຕໍ່​ມາ​ມີ​ລົມ​ພັດ​ມາ​ຈາກທິດໃຕ້ ພວກ​ເຮົາ​ຈຶ່ງ​ໄປ​ຮອດ​ເມືອງ​ໂປຕີໂອລອຍ​ໃນ​ມື້​ຕໍ່​ໄປ. 14 ພວກ​ເຮົາ​ເຈິ​ພີ່ນ້ອງ​ຢູ່​ຫັ້ນ. ເຂົາເຈົ້າ​ຂໍ​ໃຫ້​ພວກ​ເຮົາ​ພັກ​ຢູ່​ນຳ 7 ມື້ ແລ້ວ​ພວກ​ເຮົາ​ກໍ​ເດີນ​ທາງ​ໄປ​ເມືອງ​ໂຣມ. 15 ເມື່ອ​ພີ່ນ້ອງ​ໃນ​ເມືອງ​ໂຣມ​ໄດ້​ຍິນ​ຂ່າວ ເຂົາເຈົ້າ​ກໍ​ເດີນ​ທາງ​ມາ​ຫາ​ພວກ​ເຮົາ​ຢູ່​ຕະຫຼາດ​ອາປີໂອ ສ່ວນ​ບາງ​ຄົນ​ກໍ​ມາ​ຖ້າ​ເຈິ​ພວກ​ເຮົາ​ຢູ່ສາລາ​ສາມ​ຫຼັງ. ເມື່ອ​ໂປໂລ​ເຫັນ​ພີ່ນ້ອງ​ກໍ​ຂອບໃຈ​ພະເຈົ້າ​ແລະ​ມີ​ກຳລັງ​ໃຈ.+ 16 ເມື່ອ​ພວກ​ເຮົາ​ມາ​ຮອດ​ເມືອງ​ໂຣມ ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ພັກ​ຢູ່​ໃນ​ເຮືອນ​ສ່ວນ​ໂຕ​ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເຝົ້າ​ລາວ​ໄວ້.

17 ສາມ​ມື້​ຕໍ່​ມາ ໂປໂລ​ເຊີນ​ຄົນ​ຢິວ​ທີ່​ເປັນ​ຄົນ​ສຳຄັນ​ມາ​ປະຊຸມ​ກັນ. ເມື່ອ​ທຸກ​ຄົນ​ມາ​ຄົບ​ແລ້ວ ໂປໂລ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພີ່ນ້ອງ​ເອີ້ຍ ຂ້ອຍ​ຖືກ​ຈັບ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ຖືກ​ສົ່ງ​ໄປ​ໃຫ້​ພວກ​ໂຣມ​ຄື​ກັບ​ນັກໂທດ+ ທັງ​ໆ​ທີ່​ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ຄົນ​ຊາດ​ດຽວກັນ​ກັບ​ຂ້ອຍ​ຫຼື​ຕໍ່​ທຳນຽມ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ເລີຍ.+ 18 ເມື່ອ​ພວກ​ໂຣມ​ສອບສວນ​ຂ້ອຍ​ແລ້ວ+​ກໍ​ຈະ​ປ່ອຍ​ຂ້ອຍ ຍ້ອນ​ບໍ່​ເຫັນ​ວ່າ​ຂ້ອຍ​ມີ​ຄວາມ​ຜິດ​ທີ່​ສົມຄວນ​ຕາຍ.+ 19 ແຕ່​ພວກ​ຢິວ​ບໍ່​ຍອມ ຂ້ອຍ​ຈຶ່ງ​ຕ້ອງ​ອຸທອນ​ຕໍ່​ກາຍຊາ.*+ ແຕ່​ມັນ​ບໍ່​ແມ່ນ​ວ່າ​ຂ້ອຍ​ຢາກ​ຟ້ອງ​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ. 20 ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ຢາກ​ເຈິ​ແລະ​ລົມ​ກັບ​ພວກ​ເຈົ້າ. ຂ້ອຍ​ຖືກ​ລ່າມ​ໂສ້​ຢູ່​ນີ້​ກໍ​ຍ້ອນ​ຄວາມ​ຫວັງ​ຂອງ​ຄົນ​ອິດສະຣາເອນ.”+ 21 ເຂົາເຈົ້າ​ບອກ​ໂປໂລ​ວ່າ: “ພວກ​ເຮົາ​ບໍ່​ໄດ້​ຮັບ​ຈົດໝາຍ​ເລື່ອງ​ເຈົ້າ​ຈາກ​ແຂວງ​ຢູດາຍ ແລະ​ບໍ່​ມີ​ພີ່ນ້ອງ​ຈາກ​ຫັ້ນ​ມາ​ເລົ່າ​ຫຼື​ຟ້ອງ​ເລື່ອງ​ທີ່​ບໍ່​ດີ​ກ່ຽວກັບ​ເຈົ້າ​ເລີຍ. 22 ແຕ່​ພວກ​ເຮົາ​ຢາກ​ຟັງ​ຈາກ​ປາກ​ຂອງ​ເຈົ້າ ຍ້ອນ​ພວກ​ເຮົາ​ຮູ້​ວ່າ​ມີ​ຄົນ​ເວົ້າ​ຕໍ່ຕ້ານ​ນິກາຍ​ນີ້+​ຢູ່​ທຸກ​ບ່ອນ.”+

23 ເຂົາເຈົ້າ​ຈຶ່ງ​ນັດ​ມື້​ມາ​ຫາ​ໂປໂລ​ອີກ ແລະ​ມີ​ຄົນ​ມາ​ຫາ​ໂປໂລ​ຢູ່​ເຮືອນ​ພັກ​ຫຼາຍ​ກວ່າ​ເກົ່າ. ຕັ້ງແຕ່​ເຊົ້າ​ຮອດ​ແລງ ໂປໂລ​ໄດ້​ປະກາດ​ໃຫ້​ເຂົາເຈົ້າ​ຟັງ​ໂດຍ​ອະທິບາຍ​ຢ່າງ​ລະອຽດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ໂນ້ມນ້າວ​ໃຫ້​ເຂົາເຈົ້າ​ເຊື່ອ​ໃນ​ພະ​ເຢຊູ+​ໂດຍ​ອ້າງ​ຈາກ​ກົດໝາຍ​ຂອງ​ໂມເຊ+​ແລະ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ.+ 24 ບາງ​ຄົນ​ເຊື່ອ​ເລື່ອງ​ທີ່​ໂປໂລ​ເວົ້າ ແຕ່​ບາງ​ຄົນ​ກໍ​ບໍ່​ເຊື່ອ. 25 ເມື່ອ​ມີ​ຄວາມ​ເຫັນ​ບໍ່​ກົງ​ກັນ ບາງ​ຄົນ​ກໍ​ເລີ່ມ​ຍ່າງ​ອອກ​ໄປ ໂປໂລ​ຈຶ່ງ​ເວົ້າ​ວ່າ:

“ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເວົ້າ​ໄວ້​ຖືກຕ້ອງ​ແລ້ວ​ຕອນ​ທີ່ດົນ​ໃຈຜູ້​ພະຍາກອນ​ເອຊາຢາ​ໃຫ້​ບອກ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ວ່າ 26 ‘ໃຫ້​ເຈົ້າ​ໄປ​ບອກ​ປະຊາຊົນ​ວ່າ “ພວກ​ເຈົ້າ​ຈະ​ໄດ້​ຍິນ ແຕ່​ຈະ​ບໍ່​ເຂົ້າ​ໃຈ ແລະ​ພວກ​ເຈົ້າ​ຈະ​ເຫັນ ແຕ່​ຈະ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ.+ 27 ໃຈ​ຂອງ​ຄົນ​ຊາດ​ນີ້​ດື້ດ້ານ. ເຂົາເຈົ້າ​ໄດ້​ຍິນ​ແຕ່​ບໍ່​ເຮັດ​ຕາມ. ເຂົາເຈົ້າ​ອັດຫູ​ແລະ​ຫຼັບ​ຕາໄວ້ເພື່ອ​ຈະ​ບໍ່​ເຫັນ​ຫຍັງ ບໍ່​ໄດ້​ຍິນ​ຫຍັງ ແລະ​ບໍ່​ເຂົ້າ​ໃຈ​ຫຍັງ. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ບໍ່​ກັບ​ມາ​ຫາ​ເຮົາ​ເພື່ອ​ໃຫ້​ເຮົາ​ປົວ​ເຂົາເຈົ້າ​ໃຫ້​ເຊົາ.”’+ 28 ດັ່ງນັ້ນ ໃຫ້​ຮູ້​ໄວ້​ເດີ້​ວ່າ ຂ່າວ​ເລື່ອງຄວາມ​ລອດນີ້​ຈາກ​ພະເຈົ້າ​ໄດ້​ປະກາດ​ໃຫ້​ຄົນ​ຕ່າງ​ຊາດ​ຮູ້​ແລ້ວ+ ແລະ​ເຂົາເຈົ້າ​ຈະ​ຟັງ​ແນ່ນອນ.”+ 29*​——

30 ໂປໂລ​ໄດ້ຢູ່​ໃນ​ເຮືອນ​ເຊົ່າ​ຂອງ​ລາວ​ຕະຫຼອດ 2 ປີ+​ແລະ​ຍິນດີ​ຕ້ອນຮັບ​ທຸກ​ຄົນ​ທີ່​ມາ​ຫາ. 31 ໂປໂລ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ເຂົາເຈົ້າ​ຟັງ ແລະ​ສອນ​ເລື່ອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຢ່າງ​ກ້າຫານ​ແລະ​ຢ່າງ​ໝັ້ນໃຈ+​ໂດຍ​ບໍ່​ມີ​ໃຜ​ຂັດຂວາງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌