ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຮັບເຣີ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຮັບເຣີ

      • ພະ​ເຢຊູ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ສົມບູນ​ຄົບ​ຖ້ວນ (1-3)

        • ພະຍານ​ບັກ​ຫຼາຍ⁠​ໆ​ຄື​ກັບ​ຂີ້ເຝື້ອ​ກ້ອນ​ໃຫຍ່ (1)

      • ຢ່າ​ຖື​ວ່າ​ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ​ເປັນ​ເລື່ອງ​ເລັກ​ນ້ອຍ (4-11)

      • ເຮັດ​ທາງ​ຍ່າງ​ຂອງ​ພວກ​ເຈົ້າ​ໃຫ້​ຊື່ (12-17)

      • ເຂົ້າ​ໄປ​ໃກ້​ເຢຣູຊາເລັມ​ໃນ​ສະຫວັນ (18-29)

ເຮັບເຣີ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 3:12
  • +1ກຣ 9:24, 26; ຟລປ 3:13, 14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2023, ໜ້າ 26, 29-31

    ຫໍສັງເກດການ (ສຶກສາ)

    6/2022, ໜ້າ 25

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 19

ເຮັບເຣີ 12:2

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 14:6; ກຈກ 5:31; ຮຣ 2:10
  • +ພສ 110:1; ຮຣ 10:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 73-74

    ຫໍສັງເກດການ (ສຶກສາ)

    12/2016, ໜ້າ 24

    4/2016, ໜ້າ 12

    “ຮັກຂອງພະເຈົ້າ” ໜ້າ 203-204

    ສະບັບແປໂລກໃໝ່ ໜ້າ 2404

ເຮັບເຣີ 12:3

ໄຂເງື່ອນ

  • *

    ຫຼື “ໝົດ​ກຳລັງ​ໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 6:9
  • +ມທ 27:39

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 12

ເຮັບເຣີ 12:5

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ເຮັບເຣີ 12:6

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:11, 12

ເຮັບເຣີ 12:7

ໄຂເງື່ອນ

  • *

    ຫຼື “ຖືກ​ຝຶກ​ຝົນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:14; ຮຣ 2:10
  • +ສພສ 13:24

ເຮັບເຣີ 12:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 4:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2019, ໜ້າ 14-15

ເຮັບເຣີ 12:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 1:15, 16

ເຮັບເຣີ 12:11

ໄຂເງື່ອນ

  • *

    ຫຼື “ມັນ​ເຮັດ​ໃຫ້​ເສົ້າໃຈ”

ເຮັບເຣີ 12:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 35:3

ເຮັບເຣີ 12:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 4:26

ເຮັບເຣີ 12:14

ໄຂເງື່ອນ

  • *

    ຫຼື “ແລະ​ເປັນ​ຄົນ​ທີ່​ຖືກ​ແຍກ​ໄວ້​ສຳລັບ​ພະເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:14; ຣມ 12:18; 14:19
  • +ຣມ 6:19; 1ທຊ 4:3, 4; ຮຣ 10:10

ເຮັບເຣີ 12:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:18

ເຮັບເຣີ 12:16

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:32, 34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2018, ໜ້າ 31-32

ເຮັບເຣີ 12:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 27:34

ເຮັບເຣີ 12:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:12
  • +ອພຍ 19:18
  • +ອພຍ 19:16

ເຮັບເຣີ 12:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:19
  • +ພບຍ 4:11, 12
  • +ອພຍ 20:18, 19

ເຮັບເຣີ 12:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:12, 13

ເຮັບເຣີ 12:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:19

ເຮັບເຣີ 12:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 14:1
  • +ພນມ 21:2

ເຮັບເຣີ 12:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 7:10
  • +ປຖກ 18:25; ພສ 94:2; ອຊຢ 33:22
  • +ຮຣ 12:9
  • +ຮຣ 10:14

ເຮັບເຣີ 12:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 2:5; ຮຣ 9:15
  • +ມທ 26:27, 28
  • +ປຖກ 4:8, 10

ເຮັບເຣີ 12:25

ໄຂເງື່ອນ

  • *

    ຫຼື “ຫາ​ຂໍ້​ແກ້​ໂຕ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 1:2; 2:2-4

ເຮັບເຣີ 12:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:18
  • +ຮກ 2:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2021, ໜ້າ 19

ເຮັບເຣີ 12:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2021, ໜ້າ 19

ເຮັບເຣີ 12:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2021, ໜ້າ 19

ເຮັບເຣີ 12:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:24

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮຣ. 12:1ຮຣ 3:12
ຮຣ. 12:11ກຣ 9:24, 26; ຟລປ 3:13, 14
ຮຣ. 12:2ຢຮ 14:6; ກຈກ 5:31; ຮຣ 2:10
ຮຣ. 12:2ພສ 110:1; ຮຣ 10:12
ຮຣ. 12:3ຄລຕ 6:9
ຮຣ. 12:3ມທ 27:39
ຮຣ. 12:6ສພສ 3:11, 12
ຮຣ. 12:72ຊມ 7:14; ຮຣ 2:10
ຮຣ. 12:7ສພສ 13:24
ຮຣ. 12:9ຢກບ 4:10
ຮຣ. 12:101ປຕ 1:15, 16
ຮຣ. 12:12ອຊຢ 35:3
ຮຣ. 12:13ສພສ 4:26
ຮຣ. 12:14ພສ 34:14; ຣມ 12:18; 14:19
ຮຣ. 12:14ຣມ 6:19; 1ທຊ 4:3, 4; ຮຣ 10:10
ຮຣ. 12:15ພບຍ 29:18
ຮຣ. 12:16ປຖກ 25:32, 34
ຮຣ. 12:17ປຖກ 27:34
ຮຣ. 12:18ອພຍ 19:12
ຮຣ. 12:18ອພຍ 19:18
ຮຣ. 12:18ອພຍ 19:16
ຮຣ. 12:19ອພຍ 19:19
ຮຣ. 12:19ພບຍ 4:11, 12
ຮຣ. 12:19ອພຍ 20:18, 19
ຮຣ. 12:20ອພຍ 19:12, 13
ຮຣ. 12:21ພບຍ 9:19
ຮຣ. 12:22ພນມ 14:1
ຮຣ. 12:22ພນມ 21:2
ຮຣ. 12:23ດນອ 7:10
ຮຣ. 12:23ປຖກ 18:25; ພສ 94:2; ອຊຢ 33:22
ຮຣ. 12:23ຮຣ 12:9
ຮຣ. 12:23ຮຣ 10:14
ຮຣ. 12:241ຕມ 2:5; ຮຣ 9:15
ຮຣ. 12:24ມທ 26:27, 28
ຮຣ. 12:24ປຖກ 4:8, 10
ຮຣ. 12:25ຮຣ 1:2; 2:2-4
ຮຣ. 12:26ອພຍ 19:18
ຮຣ. 12:26ຮກ 2:6
ຮຣ. 12:29ພບຍ 4:24
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ເຮັບເຣີ 12:1-29

ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ

12 ໃນ​ເມື່ອ​ພວກ​ເຮົາ​ມີ​ພະຍານ​ບັກ​ຫຼາຍ​ໆ​ຄື​ກັບ​ຂີ້ເຝື້ອ​ກ້ອນ​ໃຫຍ່​ຢູ່​ອ້ອມ​ຂ້າງ​ພວກ​ເຮົາ​ແບບ​ນີ້ ກໍ​ໃຫ້​ພວກ​ເຮົາ​ປົດ​ຂອງ​ໜັກ​ທຸກ​ຢ່າງ​ຖິ້ມ ລວມ​ທັງ​ບາບ​ທີ່​ຮັດ​ພວກ​ເຮົາ​ໄດ້​ງ່າ​ຍ.+ ໃຫ້​ພວກ​ເຮົາ​ແລ່ນ​ດ້ວຍ​ຄວາມ​ອົດທົນ​ໃນ​ການ​ແລ່ນ​ແຂ່ງ​ທີ່​ຢູ່​ຕໍ່​ໜ້າ​ພວກ​ເຮົາ+ 2 ແລະ​ແນມ​ເບິ່ງ​ພະ​ເຢຊູ​ໄປ​ພ້ອມ. ເພິ່ນ​ເປັນ​ຜູ້​ນຳ​ຄົນ​ສຳຄັນ​ທີ່​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ສົມບູນ​ຄົບ​ຖ້ວນ.+ ເພິ່ນ​ຍອມ​ທົນທຸກ​ທໍລະມານ​ແລະ​ບໍ່​ຄິດ​ເຖິງ​ຄວາມ​ອັບອາຍ​ທີ່​ຕ້ອງ​ຕາຍ​ເທິງ​ເສົາ​ທໍລະມານ*​ຍ້ອນ​ເພິ່ນ​ຄິດ​ເຖິງ​ຄວາມ​ຍິນດີ​ທີ່​ລໍ​ຖ້າ​ຢູ່​ຂ້າງ​ໜ້າ. ຕອນນີ້ ເພິ່ນ​ນັ່ງ​ຢູ່​ເບື້ອງ​ຂວາ​ບັນລັງ​ຂອງ​ພະເຈົ້າ​ແລ້ວ.+ 3 ຂໍ​ໃຫ້​ພວກ​ເຈົ້າ​ສັງເກດ​ເບິ່ງ​ພະ​ເຢຊູ​ໃຫ້​ດີ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ທໍ້ຖອຍ​ແລະ​ບໍ່​ຍອມແພ້.*+ ເພິ່ນ​ອົດທົນ​ກັບ​ຄຳເວົ້າ​ທີ່​ດູຖູກ​ຂອງ​ຄົນ​ບາບ+ ເຊິ່ງ​ຄຳເວົ້າ​ນັ້ນ​ກັບ​ມາ​ຫາ​ເຂົາເຈົ້າ​ເອງ.

4 ພວກ​ເຈົ້າ​ຕໍ່ສູ້​ກັບ​ບາບ​ນັ້ນ ແຕ່​ຍັງ​ບໍ່​ໄດ້​ຕໍ່ສູ້​ຈົນ​ເຖິງ​ຕາຍ. 5 ພວກ​ເຈົ້າ​ລືມ​ຄຳເວົ້າ​ທີ່​ໃຫ້​ກຳລັງ​ໃຈ​ໄປ​ໝົດ​ແລ້ວ​ທີ່​ເວົ້າ​ກັບ​ພວກ​ເຈົ້າ​ໃນ​ຖານະ​ລູກ​ວ່າ: “ລູກ​ເອີ້ຍ ຢ່າ​ຖື​ວ່າ​ເປັນ​ເລື່ອງ​ເລັກ​ນ້ອຍ​ເມື່ອ​ພະ​ເຢໂຫວາ*​ສັ່ງ​ສອນ ແລະ​ຢ່າ​ໝົດ​ກຳລັງ​ໃຈ​ເມື່ອ​ເພິ່ນ​ຕັກ​ເຕືອນ. 6 ພະ​ເຢໂຫວາ*​ຮັກ​ຜູ້​ໃດ ເພິ່ນ​ກໍ​ສັ່ງ​ສອນ​ຜູ້​ນັ້ນ. ທີ່ຈິງ ທຸກ​ຄົນ​ທີ່​ເພິ່ນ​ຮັບ​ເປັນ​ລູກ ເພິ່ນ​ກໍ​ອົບຮົມ​ສັ່ງ​ສອນ​ລາວ​ດ້ວຍ​ໄມ້​ແສ້.”+

7 ໃຫ້​ພວກ​ເຈົ້າ​ອົດທົນ​ເມື່ອ​ຖືກ​ອົບຮົມ​ສັ່ງ​ສອນ.* ພະເຈົ້າ​ປະຕິບັດ​ກັບ​ພວກ​ເຈົ້າ​ຄື​ລູກ.+ ມີ​ລູກ​ຜູ້​ໃດ​ບໍ​ທີ່​ພໍ່​ບໍ່​ສັ່ງ​ສອນ?+ 8 ຖ້າ​ພະເຈົ້າ​ບໍ່​ໄດ້​ສັ່ງ​ສອນ​ພວກ​ເຈົ້າ​ຄື​ກັບ​ຄົນ​ອື່ນ​ໆ​ ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ລູກ​ແທ້​ໆ​ຂອງ​ເພິ່ນ ແຕ່​ເປັນ​ລູກ​ນອກ​ກົດໝາຍ. 9 ເມື່ອ​ພໍ່​ທີ່​ເປັນ​ມະນຸດ​ສັ່ງ​ສອນ​ພວກ​ເຮົາ ພວກ​ເຮົາ​ກໍ​ຍັງ​ນັບຖື​ເພິ່ນ. ແລ້ວ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ໃຫ້​ກຳເນີດ​ພວກ​ເຮົາ​ດ້ວຍ​ພະລັງ​ຂອງ​ເພິ່ນ​ເດ ພວກ​ເຮົາ​ກໍ​ແຮ່ງ​ຈະ​ເຊື່ອຟັງ​ຫຼາຍ​ກວ່າ​ນັ້ນ​ອີກບໍ່​ແມ່ນ​ບໍເພື່ອ​ພວກ​ເຮົາ​ຈະ​ມີ​ຊີວິດ​ຢູ່?+ 10 ພໍ່​ທີ່​ເປັນ​ມະນຸດ​ເຄີຍ​ຕີ​ແລະ​ສອນ​ພວກ​ເຮົາ​ໄລຍະ​ໜຶ່ງ​ຕາມ​ທີ່​ລາວ​ເຫັນ​ວ່າ​ເໝາະ​ສົມ ແຕ່​ພະເຈົ້າ​ສັ່ງ​ສອນ​ພວກ​ເຮົາ​ສຳລັບ​ປະໂຫຍດ​ຂອງ​ພວກ​ເຮົາ​ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ບໍລິສຸດ​ຂອງ​ເພິ່ນ.+ 11 ກະ​ແມ່ນ​ຢູ່ ຕອນ​ທີ່​ຖືກ​ສັ່ງ​ສອນ​ນັ້ນ​ບໍ່​ມີ​ຜູ້​ໃດ​ມັກ​ຍ້ອນ​ມັນ​ເຈັບ* ແຕ່​ຫຼັງ​ຈາກນັ້ນ​ຈະ​ເກີດ​ຜົນ​ດີ​ຍ້ອນ​ການ​ສັ່ງ​ສອນ​ຈະ​ຝຶກ​ຝົນ​ພວກ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ມີ​ສັນຕິສຸກ.

12 ດັ່ງນັ້ນ ໃຫ້​ມື​ຂອງ​ພວກ​ເຈົ້າ​ທີ່​ລ່ອຍ​ຢູ່​ແລະ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ​ມີ​ແຮງ​ຂຶ້ນ.+ 13 ໃຫ້​ເຮັດ​ທາງ​ຍ່າງ​ຂອງ​ພວກ​ເຈົ້າ​ໃຫ້​ຊື່​ຢູ່​ສະເໝີ+​ເພື່ອ​ຂາ​ທີ່​ເປັນ​ລ່ອຍ​ຈະ​ບໍ່​ຫຼຸດ​ຈາກ​ຂໍ້ ແຕ່​ຈະ​ດີ​ເປັນ​ປົກກະຕິ. 14 ໃຫ້​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ທຸກ​ຄົນ+​ແລະ​ຮັກສາ​ຄວາມ​ບໍລິສຸດ​ໄວ້*+ ຍ້ອນ​ຖ້າ​ຜູ້​ໃດ​ບໍ່​ບໍລິສຸດ​ກໍ​ຈະ​ບໍ່​ມີ​ທາງ​ໄດ້​ເຫັນ​ຜູ້​ເປັນ​ນາ​ຍ. 15 ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ພາດ​ໄປ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ ແລະ​ຢ່າ​ໃຫ້​ມີ​ຮາກ​ທີ່​ເປັນ​ພິດ​ປົ່ງ​ຂຶ້ນ​ມາ​ສ້າງ​ບັນຫາ​ແລະ​ເຮັດ​ໃຫ້​ຫຼາຍ​ຄົນ​ບໍ່​ສະອາດ.+ 16 ລະວັງ​ຢ່າ​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ* ຫຼື​ບໍ່​ເຫັນ​ຄຸນຄ່າ​ສິ່ງ​ສັກສິດ​ຄື​ກັບ​ເອຊາວ​ທີ່​ເອົາ​ສິດ​ຂອງ​ລູກກົກ​ໄປ​ແລກ​ກັບ​ອາຫານ​ຄາບ​ດຽວ.+ 17 ພວກ​ເຈົ້າ​ກໍ​ຮູ້​ວ່າ​ຫຼັງ​ຈາກນັ້ນ ເຖິງ​ວ່າ​ລາວ​ຢາກ​ໄດ້​ພອນ​ນັ້ນ​ເປັນ​ມໍລະດົກ ແຕ່​ກໍ​ຖືກ​ປະຕິເສດ. ລາວ​ພະຍາຍາມ​ພ້ອມ​ທັງ​ຮ້ອງໄຫ້​ເພື່ອ​ໃຫ້​ພໍ່​ປ່ຽນ​ໃຈ+ ແຕ່​ກໍ​ບໍ່​ໄດ້​ຜົນ.

18 ພວກ​ເຈົ້າ​ບໍ່​ໄດ້​ເຂົ້າ​ໄປ​ໃກ້​ພູ​ທີ່​ຈັບ​ບາຍ​ໄດ້+​ແລະ​ມີ​ໄຟ​ລຸກ​ໄໝ້+ ແລະ​ບໍ່​ໄດ້​ເຂົ້າ​ໄປ​ໃກ້​ຂີ້ເຝື້ອ​ຕຶບໜາ ຄວາມ​ມືດ​ຄຶ້ມ ພາຍຸ+ 19 ສຽງ​ແກ+ ແລະ​ສຽງ​ເວົ້າ+ ເມື່ອ​ປະຊາຊົນ​ໄດ້​ຍິນ​ແລ້ວ​ກໍ​ຂໍຮ້ອງ​ບໍ່​ໃຫ້​ເວົ້າ​ກັບ​ເຂົາເຈົ້າ​ອີກ.+ 20 ຍ້ອນ​ເຂົາເຈົ້າ​ຢ້ານ​ຄຳ​ສັ່ງ​ທີ່​ວ່າ: “ແມ່ນ​ແຕ່​ສັດ​ທີ່​ເຂົ້າ​ໄປຊູນ​ພູນີ້​ກໍ​ຕ້ອງ​ຖືກ​ດຶກ​ກ້ອນ​ຫີນ​ໃສ່​ໃຫ້​ຕາຍ.”+ 21 ສິ່ງ​ທີ່​ເຫັນ​ນັ້ນ​ເປັນ​ຕາ​ຢ້ານ​ແທ້​ໆ​ຈົນ​ໂມເຊ​ເວົ້າ​ວ່າ: “ຂ້ອຍ​ຢ້ານ​ຈົນ​ໂຕ​ສັ່ນ.”+ 22 ແຕ່​ພວກ​ເຈົ້າ​ໄດ້​ເຂົ້າ​ໄປ​ໃກ້​ພູ​ຊີໂອນ+​ແລະ​ເມືອງ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ເຊິ່ງ​ແມ່ນ​ເຢຣູຊາເລັມ​ໃນ​ສະຫວັນ+ ແລະ​ເຂົ້າ​ໄປ​ໃກ້​ທູດສະຫວັນ​ເປັນ​ໝື່ນ​ເປັນ​ແສນ 23 ໃນ​ບ່ອນ​ປະຊຸມ​ໃຫຍ່+ ແລະ​ເຂົ້າ​ໄປ​ໃກ້​ປະຊາຄົມ​ຂອງ​ລູກກົກ​ຂອງ​ພະເຈົ້າ​ທີ່​ມີ​ຊື່​ຂຽນ​ໄວ້​ໃນ​ສະຫວັນ ແລະ​ເຂົ້າ​ໄປ​ໃກ້​ພະເຈົ້າ​ຜູ້​ຕັດສິນ​ທຸກ​ຄົນ+ ແລະ​ເຂົ້າ​ໄປ​ໃກ້​ຄົນ​ທີ່​ພະເຈົ້າ​ຍອມຮັບ​ເຊິ່ງ​ເປັນ​ຄົນ​ທີ່​ໃຊ້​ຊີວິດ​ສອດ​ຄ່ອງ​ກັບ​ພະລັງ​ບໍລິສຸດ+​ແລະ​ເປັນ​ຄົນ​ທີ່​ຖືກ​ເຮັດ​ໃຫ້​ສົມບູນ​ແລ້ວ+ 24 ແລະ​ເຂົ້າ​ໄປ​ໃກ້​ພະ​ເຢຊູ​ທີ່​ເປັນ​ຄົນ​ກາງ+​ຂອງ​ສັນຍາ​ໃໝ່+ ແລະ​ເຂົ້າ​ໄປ​ໃກ້​ເລືອດ​ທີ່​ເພິ່ນ​ຊິດ​ໃສ່​ໂຕ​ເຮົາ​ເຊິ່ງ​ດີ​ກວ່າ​ເລືອດ​ຂອງ​ອາເບັນ.+

25 ລະວັງ​ໃຫ້​ດີ ຢ່າ​ເປັນ​ຄົນ​ຫົວ​ແຂງ*​ເວລາ​ເພິ່ນ​ເວົ້າ. ຄົນ​ສະໄໝ​ແຕ່​ກີ້​ກໍ​ຍັງ​ຖືກ​ລົງໂທດ ເມື່ອ​ເຂົາເຈົ້າ​ບໍ່​ຍອມ​ຟັງ​ຄຳ​ເຕືອນ​ຂອງ​ພະເຈົ້າ​ທີ່​ເວົ້າ​ໃນ​ໂລກ​ນີ້. ແລ້ວ​ພວກ​ເຮົາ​ຈະ​ລອດ​ຈາກ​ການ​ລົງໂທດ​ໄດ້​ແນວ​ໃດ​ຖ້າ​ພວກ​ເຮົາ​ບໍ່​ຟັງ​ພະເຈົ້າ​ເວົ້າ​ຈາກ​ສະຫວັນ?+ 26 ຕອນ​ນັ້ນ ສຽງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ແຜ່ນດິນ​ສັ່ນ​ສະເທືອນ+ ແຕ່​ຕອນນີ້​ເພິ່ນ​ສັນຍາ​ວ່າ: “ເຮົາ​ຈະ​ສັ່ນ​ທັງ​ໂລກ​ແລະ​ທ້ອງຟ້າ​ອີກ​ເທື່ອ​ໜຶ່ງ.”+ 27 ຄຳເວົ້າ​ທີ່​ວ່າ “ອີກ​ເທື່ອໜຶ່ງ” ສະແດງ​ວ່າ​ພະເຈົ້າ​ຈະ​ກຳຈັດ​ສິ່ງ​ທີ່​ຖືກ​ສັ່ນ​ໃຫ້​ໝົດ​ໄປ. ນັ້ນ​ແມ່ນ​ສິ່ງ​ທີ່​ເພິ່ນ​ບໍ່​ໄດ້​ສ້າງ ເພື່ອ​ໃຫ້​ສິ່ງ​ທີ່​ບໍ່​ຖືກ​ສັ່ນ​ຍັງ​ເຫຼືອ​ຢູ່. 28 ເມື່ອ​ເຫັນ​ວ່າ​ພວກ​ເຮົາ​ຈະ​ໄດ້​ຢູ່​ໃນ​ການ​ປົກຄອງ​ທີ່​ບໍ່​ມີ​ສິ່ງ​ໃດ​ຈະ​ສັ່ນ​ມັນ​ໄດ້ ກໍ​ຂໍ​ໃຫ້​ພວກ​ເຮົາ​ຮັບ​ປະໂຫຍດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ໄປ. ຄວາມ​ກະລຸນາ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ​ດ້ວຍ​ຄວາມ​ຢ້ານຢຳ​ແບບ​ທີ່​ເພິ່ນ​ຍອມຮັບ​ໄດ້. 29 ຍ້ອນ​ພະເຈົ້າ​ຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ໄຟ​ທີ່​ເຜົາ​ຜານ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌