ອາໂມດ
8 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໃຫ້ຂ້ອຍເຫັນນິມິດດັ່ງນີ້. ມີກະຕ່າໜ່ວຍໜຶ່ງທີ່ໃສ່ໝາກໄມ້ລະດູຮ້ອນ. 2 ເພິ່ນຖາມຂ້ອຍວ່າ: “ອາໂມດ ເຈົ້າເຫັນອີ່ຫຍັງ?” ຂ້ອຍຕອບເພິ່ນວ່າ: “ເຫັນກະຕ່າໜ່ວຍໜຶ່ງທີ່ໃສ່ໝາກໄມ້ລະດູຮ້ອນ.” ແລ້ວພະເຢໂຫວາກໍເວົ້າກັບຂ້ອຍອີກວ່າ: “ມື້ທີ່ພວກອິດສະຣາເອນຄົນຂອງເຮົາຈະຖືກລົງໂທດມາຮອດແລ້ວ. ເຮົາຈະບໍ່ຍົກໂທດໃຫ້ເຂົາເຈົ້າອີກຕໍ່ໄປ.+ 3 ‘ໃນມື້ນັ້ນເພງທີ່ພວກເຈົ້າຮ້ອງຢູ່ວິຫານຈະປ່ຽນເປັນເພງໂສກເສົ້າ.+ ຈະມີແຕ່ຊາກສົບຢາຍຢູ່ທົ່ວທຸກບ່ອນ+ແລະມີແຕ່ຄວາມງຽບ.’ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າໄວ້ແນວນີ້.
4 ຟັງໃຫ້ດີໆເດີ້ ພວກເຈົ້າທີ່ກົດຂີ່ຄົນທຸກ
ແລະຂັບໄລ່ຄົນຖ່ອມອອກໄປຈາກແຜ່ນດິນ.+
5 ພວກເຈົ້າເວົ້າວ່າ ‘ປານໃດເທດສະການເດືອນອອກໃໝ່ຊິແລ້ວ+ ພວກເຮົາຈຶ່ງຊິໄດ້ຂາຍເຂົ້າ?
ປານໃດຊິຫວິດວັນຊະບາໂຕ+ ພວກເຮົາຈຶ່ງຊິເອົາເຂົ້າອອກມາຂາຍໄດ້?
ພວກເຮົາຊິເຮັດແນວຜອງທີ່ເປັນເອຟາ*ໃຫ້ນ້ອຍລົງ
ແລະເຮັດເຊເກນ*ໃຫ້ໜັກຂຶ້ນ
ແລະໂກງຕາຊິງ.+
6 ພວກເຮົາຊິໄດ້ໃຊ້ເງິນແຕ່ໜ້ອຍດຽວເພື່ອຊື້ຄົນທຸກ
ແລະເອົາເກີບຄູ່ໜຶ່ງໄປແລກເອົາຄົນທຸກຍາກ+
ແລະພວກເຮົາຊິໄດ້ເອົາເຂົ້າທີ່ບໍ່ດີອອກໄປຂາຍ.’
7 ພະເຢໂຫວາຜູ້ເປັນສະຫງ່າລາສີຂອງຢາໂຄບໄດ້ສາບານດ້ວຍໂຕຂອງເພິ່ນວ່າ+
‘ເຮົາຈະບໍ່ລືມວ່າເຂົາເຈົ້າໄດ້ເຮັດຫຍັງໄວ້ແດ່.+
8 ເມື່ອເປັນແນວນັ້ນ ແຜ່ນດິນກໍຈະສັ່ນສະເທືອນ.
ທຸກໆຄົນທີ່ຢູ່ຫັ້ນກໍຈະໂສກເສົ້າ.+
ແຜ່ນດິນຈະວຸ່ນວາຍຫຼາຍ
ຄືກັບນ້ຳໃນແມ່ນ້ຳນິນຂອງເອຢິບທີ່ສູງຂຶ້ນ ລົ້ນຕາຝັ່ງ ແລະບົກລົງ.’+
9 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ
‘ໃນມື້ນັ້ນ ເຮົາຈະໃຫ້ຕາເວັນຕົກດິນໃນຕອນທ່ຽງ
ແລະໃຫ້ມີຄວາມມືດຄຶ້ມທົ່ວແຜ່ນດິນໃນຕອນກາງເວັນ.+
10 ເຮົາຈະເຮັດໃຫ້ເທດສະການຕ່າງໆຂອງພວກເຈົ້າມີແຕ່ຄວາມໂສກເສົ້າ.+
ເພງທີ່ພວກເຈົ້າຮ້ອງຈະມີແຕ່ເພງເສົ້າໆ.
ເຮົາຈະໃຫ້ພວກເຈົ້ານຸ່ງຜ້າເນື້ອຫຍາບແລະໃຫ້ທຸກຄົນແຖຫົວ.
ເຮົາຈະເຮັດໃຫ້ມື້ນັ້ນມີແຕ່ຄວາມໂສກເສົ້າ ຄືກັບມື້ທີ່ລູກຊາຍຄົນດຽວຂອງພວກເຈົ້າຕາຍ
ແລະຕອນທ້າຍຂອງມື້ນັ້ນຈະມີແຕ່ຄວາມຂົມຂື່ນ.’
11 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ມື້ນັ້ນໃກ້ມາຮອດແລ້ວ.
ເຮົາຈະເຮັດໃຫ້ທົ່ວແຜ່ນດິນມີຄວາມອຶດຢາກ
ບໍ່ແມ່ນອຶດເຂົ້າອຶດນ້ຳ
ແຕ່ອຶດຍ້ອນວ່າບໍ່ໄດ້ຮັບຄຳສອນຈາກພະເຢໂຫວາ.+
12 ເຂົາເຈົ້າຈະຖືກຊັດຈາກທະເລໜຶ່ງໄປອີກທະເລໜຶ່ງ
ແລະຈາກທິດເໜືອໄປທິດຕາເວັນອອກ.
ເຂົາເຈົ້າຈະເລາະຊອກຫາຄຳສອນຂອງພະເຢໂຫວາ ແຕ່ກໍຈະຊອກບໍ່ເຫັນ.