ໂຢຊວຍ
13 ເມື່ອໂຢຊວຍເຖົ້າຫຼາຍແລ້ວ+ ພະເຢໂຫວາເວົ້າກັບລາວວ່າ: “ເຈົ້າເຖົ້າຫຼາຍແລ້ວ ແຕ່ກໍຍັງມີແຜ່ນດິນອີກຫຼາຍບ່ອນທີ່ເຈົ້າຍັງບໍ່ໄດ້ເຂົ້າໄປຍຶດເອົາ. 2 ແຜ່ນດິນທີ່ຍັງບໍ່ໄດ້ຍຶດມີ:+ ແຜ່ນດິນທັງໝົດຂອງພວກຟີລິດສະຕີນແລະຂອງພວກເກຊູ+ 3 (ຕັ້ງແຕ່ແມ່ນ້ຳຊີໂຮ* ເຊິ່ງເປັນເຂດແດນທາງທິດຕາເວັນອອກຂອງເອຢິບ ໄປທາງທິດເໜືອຈົນຮອດເຂດແດນຂອງເອັກໂຣນເຊິ່ງເຄີຍເປັນເຂດແດນຂອງພວກການາອານ)+ ເຊິ່ງມີແຜ່ນດິນຂອງເຈົ້າເມືອງ 5 ຄົນຂອງພວກຟີລິດສະຕີນ+ຄື: ເຈົ້າເມືອງຄາຊາ ເຈົ້າເມືອງອາຊະໂດດ+ ເຈົ້າເມືອງອາຊະກາໂລນ+ ເຈົ້າເມືອງກັດ+ ແລະເຈົ້າເມືອງເອັກໂຣນ;+ ແຜ່ນດິນຂອງພວກອາວີມ+ 4 ເຊິ່ງຢູ່ທາງທິດໃຕ້; ແຜ່ນດິນທັງໝົດຂອງພວກການາອານ ລວມທັງເມືອງເມອາຣາຂອງພວກຊີໂດນ+ໄປຈົນຮອດເມືອງອາເຟັກທີ່ຢູ່ເຂດແດນຂອງພວກອາໂມ; 5 ແຜ່ນດິນຂອງພວກເກບານ+ ສ່ວນທີ່ຢູ່ທາງທິດຕາເວັນອອກຂອງເລບານອນ ຕັ້ງແຕ່ເມືອງບາອານກາດທີ່ຢູ່ຕີນພູເຮີໂມນໄປຈົນຮອດເລໂບຮາມັດ;+ 6 ແຜ່ນດິນທັງໝົດຂອງພວກທີ່ຢູ່ເຂດພູ ຕັ້ງແຕ່ເລບານອນ+ໄປຈົນຮອດມິສະເຣໂຟດມາຢິມ+ ແລະແຜ່ນດິນທັງໝົດຂອງພວກຊີໂດນ.+ ເຮົາຈະເປັນຜູ້ໄລ່ຄົນພວກນີ້ໄປຈາກພວກອິດສະຣາເອນເອງ.+ ມີແຕ່ເຈົ້າຕ້ອງເອົາແຜ່ນດິນເຫຼົ່ານີ້ໃຫ້ເປັນມໍລະດົກຂອງພວກອິດສະຣາເອນຕາມທີ່ເຮົາໄດ້ສັ່ງເຈົ້າ.+ 7 ເຈົ້າຕ້ອງແບ່ງແຜ່ນດິນນີ້ໃຫ້ເປັນມໍລະດົກຂອງພວກອິດສະຣາເອນທັງເກົ້າຕະກູນ ແລະເຄິ່ງໜຶ່ງຂອງຕະກູນມານາເຊ.”+
8 ຕະກູນຣູເບັນ ຕະກູນຄາດ ແລະອີກເຄິ່ງໜຶ່ງຂອງຕະກູນມານາເຊໄດ້ແຜ່ນດິນທີ່ຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນເປັນມໍລະດົກແລ້ວ ຕາມທີ່ໂມເຊຜູ້ຮັບໃຊ້ຂອງພະເຢໂຫວາໄດ້ເອົາໃຫ້ເຂົາເຈົ້າ.+ 9 ເຂດຂອງເຂົາເຈົ້າເລີ່ມຕັ້ງແຕ່ເມືອງອາໂຣເອ+ທີ່ຢູ່ແຄມຮ່ອມພູ*ອາໂນນ+ ເມືອງທີ່ຢູ່ກາງຮ່ອມພູນັ້ນ ພູພຽງຂອງເມເດບາໄປຈົນຮອດເມືອງດີໂບນ. 10 ແຜ່ນດິນຂອງເຂົາເຈົ້າຍັງລວມເຖິງເມືອງຕ່າງໆຂອງສີໂຮນກະສັດຂອງຄົນອາໂມ ເມືອງຫຼວງທີ່ຊື່ເຮັດຊະໂບນໄປຈົນຮອດເຂດແດນຂອງພວກອຳໂມນ+ 11 ເຂດກິລຽດ ເຂດຂອງພວກເກຊູກັບພວກມາອາກາ+ ພູເຮີໂມນ ແລະເຂດບາຊານ+ທັງໝົດໄປຈົນຮອດເມືອງສາເລກາ.+ 12 ເຂົາເຈົ້າຍັງໄດ້ແຜ່ນດິນຂອງໂອກກະສັດຂອງບາຊານເຊິ່ງປົກຄອງເມືອງອັດຊະເຕຣາດກັບເມືອງເອັດເຣອີ. (ລາວເປັນຄົນໜຶ່ງໃນພວກສຸດທ້າຍຂອງຄົນເຣຟາຢິມ.)+ ໂມເຊໄດ້ຊະນະຄົນໃນແຜ່ນດິນນີ້ທັງໝົດແລະໄດ້ໄລ່ພວກເຂົາອອກໄປ.+ 13 ແຕ່ພວກອິດສະຣາເອນບໍ່ໄດ້ໄລ່+ພວກເກຊູກັບພວກມາອາກາ. ພວກເກຊູກັບພວກມາອາກາກໍຍັງຢູ່ກັບພວກອິດສະຣາເອນຈົນຮອດທຸກມື້ນີ້.
14 ມີແຕ່ຕະກູນເລວີເທົ່ານັ້ນທີ່ບໍ່ໄດ້ດິນເປັນມໍລະດົກ.+ ມໍລະດົກຂອງເຂົາເຈົ້າແມ່ນເຄື່ອງບູຊາທີ່ພວກອິດສະຣາເອນເອົາມາໃຫ້ພະເຢໂຫວາພະເຈົ້າຂອງເຂົາເຈົ້າຕາມທີ່ເພິ່ນໄດ້ສັນຍາໄວ້.+
15 ແລ້ວໂມເຊກໍເອົາດິນໃຫ້ຕະກູນຣູເບັນເປັນມໍລະດົກ ໂດຍແບ່ງໃຫ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ. 16 ເຂດຂອງເຂົາເຈົ້າມີ: ເມືອງອາໂຣເອທີ່ຢູ່ແຄມຮ່ອມພູ*ອາໂນນ ເມືອງທີ່ຢູ່ກາງຮ່ອມພູນັ້ນ ທັງໝົດຂອງພູພຽງເມເດບາ 17 ເມືອງເຮັດຊະໂບນກັບເມືອງນ້ອຍໆ+ທີ່ຢູ່ພູພຽງເຊິ່ງຢູ່ອ້ອມເມືອງນັ້ນ ເມືອງດີໂບນ ເມືອງບາໂມດບາອານ ເມືອງເບັດບາອານເມໂອນ+ 18 ເມືອງຢາຮາດ+ ເມືອງເກເດໂມດ+ ເມືອງເມຟະອາດ+ 19 ເມືອງກີຣິອາດທາຢິມ ເມືອງສິບມາ+ ເມືອງເຊເຣັດຊາຮາທີ່ຢູ່ເທິງພູໃກ້ກັບທົ່ງພຽງ 20 ເມືອງເບັດເປໂອ ເນີນພູປິຊະກາ+ ເມືອງເບັດເຢຊີໂມດ+ 21 ເມືອງຕ່າງໆທີ່ຢູ່ພູພຽງ ແລະເມືອງທັງໝົດທີ່ສີໂຮນກະສັດຂອງຄົນອາໂມປົກຄອງຈາກເມືອງເຮັດຊະໂບນ.+ ໂມເຊໄດ້ເອົາຊະນະກະສັດສີໂຮນ+ກັບກະສັດຂອງພວກມີດີອານທີ່ຊື່ເອວີ ເຣເກັມ ຊູເຣ ຮູເຣ ແລະເຣບາ.+ ເຂົາເຈົ້າຢູ່ໃຕ້ການປົກຄອງຂອງສີໂຮນ. 22 ບາລາອາມ+ລູກຊາຍຂອງເບໂອທີ່ເປັນໝໍມໍ+ກໍເປັນອີກຄົນໜຶ່ງທີ່ຖືກພວກອິດສະຣາເອນຂ້າ. 23 ເຂດຂອງຕະກູນຣູເບັນແມ່ນສຸດຢູ່ແມ່ນ້ຳຈໍແດນ. ເມືອງຕ່າງໆກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນແມ່ນດິນມູນຂອງຕະກູນຣູເບັນຕາມຈຸ້ມເຈື້ອຂອງເຂົາເຈົ້າ.
24 ແລ້ວໂມເຊກໍເອົາດິນໃຫ້ຕະກູນຄາດເປັນມໍລະດົກ ໂດຍແບ່ງໃຫ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ. 25 ເຂດຂອງເຂົາເຈົ້າມີ: ເມືອງຢາເຊ+ ທຸກເມືອງທີ່ຢູ່ໃນເຂດກິລຽດ ແລະເຄິ່ງໜຶ່ງຂອງແຜ່ນດິນຂອງຄົນອຳໂມນ+ໄປຈົນຮອດເມືອງອາໂຣເອທີ່ຢູ່ໃກ້ໆກັບເມືອງຣັບບາ+ 26 ຈາກເມືອງເຮັດຊະໂບນ+ໄປຮອດເມືອງຣາມາດມິດຊະເປກັບເມືອງເບໂຕນີມ ແລະຈາກເມືອງມາຮານາຢິມ+ໄປຮອດເມືອງເດບີ 27 ເມືອງເບັດຮາຣານ ເມືອງເບັດນິມຣາ+ ເມືອງສຸກໂກດ+ ແລະເມືອງຊາໂຟນທີ່ຢູ່ທົ່ງພຽງເຊິ່ງເປັນເມືອງທີ່ສີໂຮນກະສັດຂອງເມືອງເຮັດຊະໂບນ+ໄດ້ປົກຄອງ. ເຂດຂອງເຂົາເຈົ້າແມ່ນສຸດຢູ່ທົ່ງພຽງທາງທິດຕາເວັນອອກຂອງແມ່ນ້ຳຈໍແດນໄປຈົນຮອດທະເລກິນເນເຣດ.*+ 28 ເມືອງຕ່າງໆກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນແມ່ນດິນມູນຂອງຕະກູນຄາດຕາມຈຸ້ມເຈື້ອຂອງເຂົາເຈົ້າ.
29 ແລ້ວໂມເຊກໍເອົາດິນໃຫ້ເຄິ່ງໜຶ່ງຂອງຕະກູນມານາເຊເປັນມໍລະດົກ ໂດຍແບ່ງໃຫ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ.+ 30 ເຂດຂອງເຂົາເຈົ້າກວມເອົາແຜ່ນດິນທັງໝົດຂອງໂອກກະສັດຂອງບາຊານ ເຊິ່ງເລີ່ມຕັ້ງແຕ່ເມືອງມາຮານາຢິມ+ ເຂດບາຊານທັງໝົດ ແລະເມືອງນ້ອຍໆທັງໝົດຂອງຢາອີ+ໃນບາຊານ. ລວມທັງໝົດມີ 60 ເມືອງ. 31 ເຄິ່ງໜຶ່ງຂອງເຂດກິລຽດ ແລະເມືອງອັດຊະເຕຣາດກັບເມືອງເອັດເຣອີ+ທີ່ໂອກກະສັດຂອງບາຊານເຄີຍປົກຄອງກໍໄດ້ຕົກເປັນຂອງລູກຫຼານມາກີ+ລູກຊາຍຂອງມານາເຊ ເຊິ່ງກໍແມ່ນເຄິ່ງໜຶ່ງຂອງລູກຫຼານມາກີຕາມຈຸ້ມເຈື້ອຂອງເຂົາເຈົ້າ.
32 ທັງໝົດນັ້ນແມ່ນດິນທີ່ໂມເຊມອບໃຫ້ເຂົາເຈົ້າເປັນມໍລະດົກຕອນທີ່ຢູ່ບ່ອນກັນດານໂມອາບ ບ່ອນທີ່ຢູ່ແຄມຟາກທິດຕາເວັນອອກຂອງແມ່ນ້ຳຈໍແດນຄົນລະຟາກກັບເມືອງເຢຣິໂກ.+
33 ແຕ່ຕະກູນເລວີ ໂມເຊບໍ່ໄດ້ເອົາດິນໃຫ້ເຂົາເຈົ້າເປັນມໍລະດົກ.+ ພະເຢໂຫວາພະເຈົ້າຂອງອິດສະຣາເອນເປັນມໍລະດົກຂອງເຂົາເຈົ້າຕາມທີ່ເພິ່ນໄດ້ສັນຍາກັບເຂົາເຈົ້າ.+