ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 20
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ເຊບາ​ກະບົດ; ໂຢອາບ​ຂ້າ​ອາມາສາ (1-​13)

      • ເຊບາ​ຖືກ​ໄລ່ລ່າ​ແລະ​ຖືກ​ຕັດ​ຫົວ (14-​22)

      • ວຽກ​ທີ່​ຄົນ​ຂອງ​ດາວິດ​ເຮັດ (23-​26)

2 ຊາມູເອນ 20:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 20:21
  • +ຜຕສ 3:26, 27; 2ຊມ 15:10
  • +2ຊມ 19:43
  • +1ກສ 12:16

2 ຊາມູເອນ 20:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 24:21
  • +2ຊມ 19:15, 41, 42

2 ຊາມູເອນ 20:3

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 5:11
  • +2ຊມ 15:16
  • +2ຊມ 16:21, 22

2 ຊາມູເອນ 20:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:25; 19:13; 1ຂຄ 2:17

2 ຊາມູເອນ 20:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:6; 2ຊມ 10:10; 23:18; 1ຂຄ 18:12
  • +2ຊມ 20:1
  • +2ຊມ 15:12

2 ຊາມູເອນ 20:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:16
  • +2ຊມ 8:18; 15:18; 1ກສ 1:38

2 ຊາມູເອນ 20:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:21, 25; 21:8, 17
  • +2ຊມ 17:25; 19:13

2 ຊາມູເອນ 20:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:27; 1ກສ 2:5

2 ຊາມູເອນ 20:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 20:1

2 ຊາມູເອນ 20:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:20; 2ກສ 15:29

2 ຊາມູເອນ 20:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມໍລະດົກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5; ພບຍ 32:9

2 ຊາມູເອນ 20:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 20:1
  • +ຢຊ 17:14, 15; ຜຕສ 2:8, 9

2 ຊາມູເອນ 20:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 9:14, 15, 18

2 ຊາມູເອນ 20:23

ໄຂເງື່ອນ

  • *

    ໝາຍເຖິງ​ທະຫານ​ປ້ອງກັນ​ໂຕ​ດາວິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:16; 19:13
  • +2ຊມ 23:20; 1ຂຄ 27:5
  • +1ຂຄ 12:27
  • +2ຊມ 8:18; 15:18; 1ກສ 1:38, 44

2 ຊາມູເອນ 20:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:6; 12:18
  • +1ກສ 4:3

2 ຊາມູເອນ 20:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:27
  • +2ຊມ 17:15; 19:11; 1ກສ 4:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 20:12ຊມ 20:21
2ຊມ. 20:1ຜຕສ 3:26, 27; 2ຊມ 15:10
2ຊມ. 20:12ຊມ 19:43
2ຊມ. 20:11ກສ 12:16
2ຊມ. 20:2ສພສ 24:21
2ຊມ. 20:22ຊມ 19:15, 41, 42
2ຊມ. 20:32ຊມ 5:11
2ຊມ. 20:32ຊມ 15:16
2ຊມ. 20:32ຊມ 16:21, 22
2ຊມ. 20:42ຊມ 17:25; 19:13; 1ຂຄ 2:17
2ຊມ. 20:61ຊມ 26:6; 2ຊມ 10:10; 23:18; 1ຂຄ 18:12
2ຊມ. 20:62ຊມ 20:1
2ຊມ. 20:62ຊມ 15:12
2ຊມ. 20:72ຊມ 8:16
2ຊມ. 20:72ຊມ 8:18; 15:18; 1ກສ 1:38
2ຊມ. 20:8ຢຊ 18:21, 25; 21:8, 17
2ຊມ. 20:82ຊມ 17:25; 19:13
2ຊມ. 20:102ຊມ 3:27; 1ກສ 2:5
2ຊມ. 20:132ຊມ 20:1
2ຊມ. 20:141ກສ 15:20; 2ກສ 15:29
2ຊມ. 20:19ອພຍ 19:5; ພບຍ 32:9
2ຊມ. 20:212ຊມ 20:1
2ຊມ. 20:21ຢຊ 17:14, 15; ຜຕສ 2:8, 9
2ຊມ. 20:22ປຍຈ 9:14, 15, 18
2ຊມ. 20:232ຊມ 8:16; 19:13
2ຊມ. 20:232ຊມ 23:20; 1ຂຄ 27:5
2ຊມ. 20:231ຂຄ 12:27
2ຊມ. 20:232ຊມ 8:18; 15:18; 1ກສ 1:38, 44
2ຊມ. 20:241ກສ 4:6; 12:18
2ຊມ. 20:241ກສ 4:3
2ຊມ. 20:252ຊມ 15:27
2ຊມ. 20:252ຊມ 17:15; 19:11; 1ກສ 4:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 20:1-26

ຊາມູເອນ​ສະບັບ​ທີ​ສອງ

20 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ກໍ່​ຄວາມ​ວຸ່ນວາຍ. ລາວ​ຊື່​ເຊບາ+ເປັນ​ລູກ​ຊາຍ​ຂອງ​ບິກຣີ​ຄົນ​ເບັນຢາມິນ. ລາວ​ເປົ່າ​ແກ​ເຂົາ​ສັດ+ແລະ​ປະກາດ​ວ່າ: “ພວກ​ເຮົາ​ບໍ່​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ຫຍັງ​ກັບ​ດາວິດ ແລະ​ພວກ​ເຮົາ​ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ຫຍັງ​ຈາກ​ລູກ​ຊາຍ​ຂອງ​ເຢຊີ.+ ພວກ​ອິດສະຣາເອນ​ທຸກ​ຄົນ ໃຫ້​ພວກ​ເຮົາ​ກັບ​ໄປ​ນະມັດສະການ​ພະ​ຂອງ​ພວກ​ເຮົາ!”+ 2 ພວກ​ອິດສະຣາເອນ​ທຸກ​ຄົນ​ຈຶ່ງ​ເຊົາ​ຕິດ​ຕາມ​ດາວິດ ແລ້ວ​ໄປ​ຕິດ​ຕາມ​ເຊບາ​ລູກ​ຊາຍ​ຂອງ​ບິກຣີ​+ແທນ. ແຕ່​ພວກ​ຢູດາ​ທີ່​ຢູ່​ແຖວ​ແມ່​ນ້ຳ​ຈໍແດນ​ຈົນ​ຮອດ​ເມືອງ​ເຢຣູຊາເລັມ​ຍັງ​ໃຫ້​ດາວິດ​ເປັນ​ກະສັດ​ຂອງ​ເຂົາ​ເຈົ້າ.+

3 ເມື່ອ​ດາວິດ​ກັບ​ມາ​ວັງ​ຂອງ​ລາວ​ທີ່​ຢູ່​ເມືອງ​ເຢຣູຊາເລັມ+ ລາວໄດ້​ເອົາ​ເມຍ​ນ້ອຍ* 10 ຄົນ​ທີ່​ລາວ​ປະ​ໄວ້​ໃຫ້​ເຝົ້າ​ວັງ​+ຍ້າຍ​ໄປ​ຢູ່​ເຮືອນ​ອີກ​ຫຼັງ​ໜຶ່ງ ແລ້ວ​ໃຫ້​ທະຫານ​ໄປ​ຍາມ​ເຮືອນ​ນັ້ນ​ໄວ້. ລາວ​ສົ່ງ​ຂອງ​ຢູ່​ຂອງກິນ​ໄປ​ໃຫ້ ແຕ່​ບໍ່​ໄດ້​ນອນ​ນຳ​ເຂົາ​ເຈົ້າ.+ ພວກ​ເມຍ​ນ້ອຍ​ຖືກ​ກັກ​ໄວ້​ໃນ​ເຮືອນ​ນັ້ນ​ຈົນ​ຮອດ​ມື້​ຕາຍ. ເຂົາ​ເຈົ້າ​ໃຊ້​ຊີວິດ​ຄື​ກັບ​ແມ່​ໝ້າຍ​ທັງ​ໆ​ທີ່​ຜົວ​ຍັງ​ບໍ່​ຕາຍ.

4 ແລ້ວ​ກະສັດ​ກໍ​ສັ່ງ​ອາມາສາ​+ວ່າ: “ໃຫ້​ເອີ້ນ​ພວກ​ທະຫານ​ຢູດາ​ມາ​ລວມ​ກັນ​ຢູ່​ນີ້​ພາຍ​ໃນ 3 ມື້ ແລ້ວ​ເຈົ້າ​ກໍ​ມາ​ນຳ.” 5 ອາມາສາ​ຈຶ່ງ​ໄປ​ເອີ້ນ​ພວກ​ທະຫານ​ຢູດາ​ມາ​ລວມ​ກັນ. ແຕ່​ລາວ​ບໍ່​ໄດ້​ມາ​ຕາມ​ເວລາ​ທີ່​ກະສັດ​ກຳນົດ​ໄວ້. 6 ດາວິດ​ຈຶ່ງ​ບອກ​ອາບີຊາຍ+ວ່າ: “ເຊບາ+ລູກ​ຊາຍ​ຂອງ​ບິກຣີ​ອາດ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ຫຼາຍ​ກວ່າ​ອັບຊາໂລມ​ອີກ.+ ໃຫ້​ເຈົ້າ​ເອົາ​ທະຫານ​ຂອງ​ຂ້ອຍ​ໄປ​ໄລ່ລ່າ​ເຊບາ ເພາະ​ຂ້ອຍ​ບໍ່​ຢາກ​ໃຫ້​ລາວ​ໜີ​ເຂົ້າ​ໄປ​ໃນ​ເມືອງ​ທີ່​ມີ​ກຳແພງ ແລ້ວ​ພວກ​ເຮົາ​ຊິ​ຈັບ​ລາວ​ບໍ່​ໄດ້.” 7 ພວກ​ທະຫານ​ຂອງ​ໂຢອາບ+ ພວກ​ເກເຣັດ ພວກ​ເປເລດ+ ແລະ​ພວກ​ທະຫານ​ທີ່​ເກັ່ງ​ໆ​ທຸກ​ຄົນ​ຈຶ່ງ​ອອກ​ຈາກ​ເຢຣູຊາເລັມ​ໄປ​ໄລ່ລ່າ​ເຊບາ​ລູກ​ຊາຍ​ຂອງ​ບິກຣີ. 8 ເມື່ອ​ເຂົາ​ເຈົ້າ​ຢູ່​ໃກ້​ແຖວ​ໂງ່ນ​ຫີນ​ໃຫຍ່​ໃນ​ກິເບໂອນ+ ອາມາສາ​+ກໍ​ມາ​ເຈິ​ເຂົາ​ເຈົ້າ​ຢູ່​ຫັ້ນ. ໂຢອາບ​ໃສ່​ຊຸດ​ຮົບ​ແລະ​ເອົາ​ດາບ​ໃສ່​ຝັກ​ຫ້ອຍ​ໄວ້​ຢູ່​ແອວ. ເມື່ອ​ລາວຍ່າງ​ໄປ​ຫາອາມາສາ ລາວ​ກໍ​ເຮັດ​ດາບ​ຕົກ.

9 ໂຢອາບ​ເວົ້າ​ກັບ​ອາມາສາ​ວ່າ: “ເຈົ້າ​ເປັນ​ແນວ​ໃດ?” ແລ້ວ​ໂຢອາບ​ກໍ​ເດ່​ມືເບື້ອງ​ຂວາ​ໄປ​ຈັບ​ໜວດ​ຂອງ​ອາມາສາ​ແລະ​ເຮັດ​ທຳທ່າ​ຄື​ຊິ​ຈູບ​ລາວ. 10 ໂຢອາບ​ຈັບ​ດາບ​ຢູ່ ແຕ່​ອາມາສາ​ບໍ່​ໄດ້​ລະວັງ​ໂຕ. ແລ້ວ​ໂຢອາບ​ກໍ​ເອົາ​ດາບ​ແທງ​ທ້ອງ​ອາມາສາ​ເຂົ້າ​ບັກ​ເລິກ​ໆ​+ຈົນ​ໄສ້​ລາວ​ໂລ່​ອອກ​ມາ​ກອງ​ຢູ່​ພື້ນ. ໂຢອາບ​ແທງ​ແຕ່​ເທື່ອ​ດຽວ​ອາມາສາ​ກໍ​ຕາຍ. ຈາກ​ນັ້ນ ໂຢອາບ​ແລະ​ອາບີຊາຍ​ອ້າຍ​ຂອງ​ລາວ​ກໍ​ໄປ​ໄລ່ລ່າ​ເຊບາ​ລູກ​ຊາຍ​ຂອງ​ບິກຣີ​ຕໍ່.

11 ທະຫານ​ຜູ້​ໜຶ່ງ​ຂອງ​ໂຢອາບ​ໄດ້​ໄປ​ຢືນ​ຢູ່​ທາງ​ຂ້າງ​ອາມາສາ​ແລະ​ເວົ້າ​ວ່າ: “ຜູ້​ທີ່​ຢູ່​ຝ່າຍ​ໂຢອາບ​ແລະ​ດາວິດ ໃຫ້​ນຳ​ໂຢອາບ​ໄປ!” 12 ອາມາສາ​ນອນ​ຟູມ​ຢູ່ກອງ​ເລືອດ​ຂອງ​ໂຕເອງ​ຢູ່​ກາງ​ທາງ. ເມື່ອ​ທະຫານ​ຄົນ​ນັ້ນ​ເຫັນ​ວ່າ​ທຸກ​ຄົນ​ໄດ້​ຢຸດ​ແລະ​ແນມ​ເບິ່ງ ລາວ​ຈຶ່ງ​ເອົາ​ສົບ​ຂອງ​ອາມາສາ​ໄປ​ໄວ້​ຢູ່​ທົ່ງ​ຫຍ້າ ແລ້ວ​ເອົາ​ຜ້າ​ປົກ​ໄວ້​ເພື່ອ​ໃຫ້​ຄົນ​ເຊົາ​ແນມ​ເບິ່ງ. 13 ຫຼັງ​ຈາກ​ທະຫານ​ຄົນ​ນັ້ນ​ເອົາ​ສົບ​ອອກ​ຈາກ​ຫົນ​ທາງ​ແລ້ວ ທະຫານ​ທຸກ​ຄົນ​ກໍ​ນຳ​ໂຢອາບ​ໄປ​ໄລ່ລ່າ​ເຊບາ+ລູກ​ຊາຍ​ຂອງ​ບິກຣີ.

14 ເຊບາ​ແລ່ນ​ໜີ​ຜ່ານ​ເຂດ​ແດນ​ຂອງ​ທຸກ​ຕະກູນ​ຂອງ​ອິດສະຣາເອນ​ເພື່ອ​ໄປ​ເມືອງ​ອາເບັນ​ໃນ​ເບັດມາອະກາ.+ ພວກ​ບິກຣີ​ໄດ້​ມາ​ລວມ​ກັນ ແລ້ວ​ກໍ​ເຂົ້າ​ໄປ​ເມືອງ​ນັ້ນນຳ​ຫຼັງ​ເຊບາ.

15 ໂຢອາບ​ແລະ​ທະຫານ​ຂອງ​ລາວ​ໄດ້​ລ້ອມ​ເມືອງ​ອາເບັນ​ໃນ​ເບັດມາອະກາ​ເພື່ອ​ຈັບ​ເຊບາ. ເຂົາ​ເຈົ້າ​ເອົາ​ດິນ​ມາ​ກອງ​ກັນ​ໃຫ້​ເປັນ​ໂນນ​ຈຸ​ກຳແພງ​ເມືອງ​ເພື່ອ​ຈະໂຈມຕີເມືອງ​ໄດ້. ພວກ​ທະຫານ​ຂອງ​ໂຢອາບ​ຍັງ​ໄດ້​ຂຸດ​ດິນ​ຢູ່ກ້ອງ​ກຳແພງນຳ​ເພື່ອ​ຈະ​ໃຫ້​ກຳແພງ​ລົ້ມ​ລົງ. 16 ມີ​ຜູ້​ຍິງ​ທີ່​ສະຫຼາດ​ຄົນ​ໜຶ່ງ​ໄປ​ຢືນ​ຢູ່​ເທິງ​ກຳແພງ​ເມືອງ​ແລະ​ຮ້ອງ​ໃສ່​ພວກ​ທະຫານ​ວ່າ: “ພວກ​ເຈົ້າ ພວກ​ເຈົ້າ ຟັງ​ເດີ້! ໄປ​ບອກ​ໂຢອາບ​ມາ​ຫາ​ຂ້ອຍ​ໄດ້​ບໍ່? ຂ້ອຍ​ຢາກ​ລົມ​ກັບ​ລາວ.” 17 ແລ້ວ​ໂຢອາບ​ກໍ​ມາ​ຫາ​ຜູ້​ຍິງ​ຄົນ​ນັ້ນ. ລາວຖາມ​ວ່າ: “ເຈົ້າ​ແມ່ນ​ໂຢອາບ​ບໍ?” ໂຢອາບ​ຕອບ​ວ່າ: “ແມ່ນ​ແລ້ວ.” ຜູ້​ຍິງ​ຄົນ​ນັ້ນ​ເວົ້າ​ກັບ​ໂຢອາບ​ວ່າ: “ຂໍ​ໃຫ້​ທ່ານ​ຟັງ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ.” ໂຢອາບ​ບອກ​ວ່າ: “ເວົ້າແມ້.” 18 ຜູ້​ຍິງ​ຄົນ​ນັ້ນ​ເວົ້າ​ວ່າ: “ແຕ່ກີ້​ມີ​ຄຳເວົ້າ​ທີ່​ວ່າ ‘ຖ້າ​ມີ​ເລື່ອງ​ຫຍັງ​ກໍ​ໃຫ້​ໄປ​ຖາມ​ຢູ່​ເມືອງ​ອາເບັນ’ ແລ້ວ​ຈະ​ແກ້ໄຂ​ໄດ້. 19 ຂ້ອຍ​ເປັນ​ຕົວແທນ​ຂອງ​ຄົນ​ໃນ​ເມືອງ​ນີ້​ທີ່​ຮັກ​ຄວາມ​ສະຫງົບ​ແລະ​ສັດຊື່​ຕໍ່​ກະສັດ​ຂອງ​ອິດສະຣາເອນ. ເຈົ້າ​ກຳລັງ​ພະຍາຍາມ​ທຳລາຍ​ເມືອງ​ໜຶ່ງ​ທີ່​ສຳຄັນ​ໃນ​ອິດສະຣາເອນ. ເປັນ​ຫຍັງ​ເຈົ້າ​ຢາກ​ທຳລາຍ​ເມືອງ*​ທີ່​ເປັນ​ຂອງ​ພະ​ເຢໂຫວາ?”+ 20 ໂຢອາບ​ຕອບ​ວ່າ: “ຂ້ອຍ​ບໍ່​ຢາກ​ທຳລາຍ​ເມືອງ​ນີ້​ດອກ. 21 ຂ້ອຍ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ເຊບາ+ລູກ​ຊາຍ​ຂອງ​ບິກຣີ​ຈາກ​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ​+ໄດ້​ກະບົດ​ຕໍ່​ກະສັດ​ດາວິດ​ແລະ​ໜີ​ມາ​ລີ້​ຢູ່​ນີ້. ຖ້າ​ເຈົ້າ​ມອບ​ລາວ​ໃຫ້​ຂ້ອຍ ຂ້ອຍ​ຈະ​ຖອຍ​ອອກ​ຈາກ​ເມືອງ​ນີ້.” ຜູ້​ຍິງ​ຄົນ​ນັ້ນ​ບອກ​ໂຢອາບ​ວ່າ: “ກະ​ໄດ້. ພວກ​ເຮົາ​ຈະ​ໂຍນ​ຫົວ​ລາວ​ຂ້າມ​ກຳແພງ​ໄປ​ໃຫ້​ເຈົ້າ!”

22 ຜູ້​ຍິງ​ທີ່​ສະຫຼາດ​ຄົນ​ນັ້ນ​ໄປ​ບອກ​ຄົນ​ໃນ​ເມືອງ​ທັນທີ. ເຂົາ​ເຈົ້າ​ໄດ້​ຕັດ​ຫົວ​ເຊບາ​ລູກ​ຊາຍ​ຂອງ​ບິກຣີ​ແລ້ວ​ໂຍນ​ຂ້າມ​ກຳແພງ​ໄປ​ໃຫ້​ໂຢອາບ. ໂຢອາບ​ຈຶ່ງ​ເປົ່າ​ແກ​ເຂົາ​ສັດ ແລ້ວ​ພວກ​ທະຫານ​ກໍ​ຖອຍ​ອອກ​ຈາກ​ເມືອງ​ແລະ​ກັບ​ເມືອ​ເຮືອນ​ຂອງ​ໂຕເອງ.+ ສ່ວນ​ໂຢອາບ​ກໍ​ກັບ​ໄປ​ຫາ​ກະສັດ​ຢູ່​ເມືອງ​ເຢຣູຊາເລັມ.

23 ໂຢອາບ​ໄດ້​ເປັນ​ຫົວ​ໜ້າ​ກອງ​ທັບ​ທັງ​ໝົດ​ຂອງ​ອິດສະຣາເອນ.+ ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ+ເປັນ​ຫົວ​ໜ້າ​ພວກ​ເກເຣັດ​ແລະ​ພວກ​ເປເລດ.*+ 24 ອາໂດຣາມ​+ເປັນ​ຫົວ​ໜ້າ​ພວກ​ກຳມະກອນ. ເຢໂຮຊາຟັດ+ລູກ​ຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ຈົດ​ບັນທຶກ​ໃຫ້​ກະສັດ. 25 ເຊວາ​ເປັນ​ເລຂາ​ຂອງ​ກະສັດ. ຊາໂດກ+ກັບ​ອາບີອາທາ+ເປັນ​ປະໂລຫິດ 26 ແລະ​ອີຣາ​ຄົນ​ຢາອີ​ເປັນ​ຫົວ​ໜ້າ​ລະດັບ​ສູງ​ຂອງ​ດາວິດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌