ພະບັນຍັດ
23 “ຜູ້ຊາຍທີ່ຖືກຕອນຫຼືໝາກອັນທະໄດ້ຮັບຄວາມເສຍຫາຍຈະມາເປັນປະຊາຊົນຂອງພະເຢໂຫວາບໍ່ໄດ້.+
2 ລູກທີ່ເກີດຈາກພໍ່ແມ່ທີ່ບໍ່ໄດ້ແຕ່ງດອງກັນຈະມາເປັນປະຊາຊົນຂອງພະເຢໂຫວາບໍ່ໄດ້.+ ບໍ່ວ່າຈະຜ່ານໄປຈັກລຸ້ນ ລູກຫຼານຂອງເຂົາເຈົ້າກໍຈະເຂົ້າມາເປັນປະຊາຊົນຂອງພະເຢໂຫວາບໍ່ໄດ້.
3 ຢ່າໃຫ້ຄົນອຳໂມນຫຼືຄົນໂມອາບເຂົ້າມາເປັນປະຊາຊົນຂອງພະເຢໂຫວາ.+ ບໍ່ວ່າຈະຜ່ານໄປຈັກລຸ້ນ ລູກຫຼານຂອງພວກເຂົາກໍຈະເຂົ້າມາເປັນປະຊາຊົນຂອງພະເຢໂຫວາບໍ່ໄດ້. 4 ຍ້ອນວ່າຕອນທີ່ພວກເຈົ້າເດີນທາງອອກມາຈາກເອຢິບ+ ພວກເຂົາບໍ່ໄດ້ຊ່ວຍເຫຼືອພວກເຈົ້າ ບໍ່ໄດ້ເອົາເຂົ້າເອົານ້ຳໃຫ້ພວກເຈົ້າກິນ. ຊ້ຳບໍ່ໜຳ ພວກເຂົາຍັງໄດ້ຈ້າງບາລາອາມລູກຊາຍຂອງເບໂອຈາກເປໂທທີ່ຢູ່ໃນເມໂຊໂປຕາເມຍໃຫ້ມາສາບແຊ່ງພວກເຈົ້າ.+ 5 ແຕ່ພະເຢໂຫວາພະເຈົ້າຂອງພວກເຈົ້າບໍ່ໄດ້ຟັງບາລາອາມ.+ ຍ້ອນພະເຢໂຫວາພະເຈົ້າຂອງພວກເຈົ້າຮັກພວກເຈົ້າ+ ພະເຢໂຫວາພະເຈົ້າຂອງພວກເຈົ້າຈຶ່ງປ່ຽນຄຳສາບແຊ່ງຂອງລາວເປັນຄຳອວຍພອນໃຫ້ພວກເຈົ້າ.+ 6 ຢ່າຊ່ວຍໃຫ້ພວກເຂົາໄດ້ຢູ່ສຸກສະບາຍ ຫຼືຊ່ວຍໃຫ້ພວກເຂົາຈະເລີນຮຸ່ງເຮືອງຕະຫຼອດຊີວິດຂອງພວກເຈົ້າ.+
7 ຢ່າຊັງພວກເອໂດມ ເພາະເຂົາເຈົ້າເປັນພີ່ນ້ອງຂອງພວກເຈົ້າ.+
ຢ່າຊັງຄົນເອຢິບ ເພາະວ່າພວກເຈົ້າກໍເຄີຍເປັນຄົນຕ່າງຊາດທີ່ອາໄສຢູ່ໃນປະເທດຂອງເຂົາເຈົ້າ.+ 8 ຖ້າຄົນຈາກທັງສອງຊາດນີ້ມາຢູ່ນຳພວກເຈົ້າ ລູກຫຼານຂອງເຂົາເຈົ້າຈະເຂົ້າມາເປັນປະຊາຊົນຂອງພະເຢໂຫວາໄດ້ໃນລຸ້ນທີ 3.
9 ຕອນທີ່ພວກເຈົ້າໄປຕັ້ງຄ້າຍເພື່ອສູ້ຮົບກັບພວກສັດຕູ ຫ້າມພວກເຈົ້າເຮັດສິ່ງໃດກໍຕາມທີ່ພະເຈົ້າຖືວ່າບໍ່ສະອາດ.+ 10 ຖ້າຜູ້ໃດບໍ່ສະອາດ ຍ້ອນມີນ້ຳອະສຸຈິໄຫຼອອກມາໂດຍບໍ່ຮູ້ໂຕຕອນທີ່ນອນຫຼັບຢູ່+ ລາວຕ້ອງອອກໄປຢູ່ນອກຄ້າຍທະຫານ. ຫ້າມລາວກັບເຂົ້າມາຢູ່ໃນຄ້າຍ. 11 ເມື່ອຮອດຕອນແລງ ໃຫ້ລາວອາບນ້ຳ. ຫຼັງຈາກຕາເວັນຕົກດິນ ລາວຈຶ່ງຈະກັບເຂົ້າມາໃນຄ້າຍທະຫານໄດ້.+ 12 ພວກເຈົ້າຕ້ອງຈັດບ່ອນໜຶ່ງໄວ້ຢູ່ນອກຄ້າຍເພື່ອເປັນບ່ອນຖ່າຍໜັກ. 13 ຕອນທີ່ພວກເຈົ້າຈະຖ່າຍໜັກ ໃຫ້ພວກເຈົ້າເອົາສຽມນ້ອຍຂຸດຂຸມ ແລະຫຼັງຈາກທີ່ຖ່າຍແລ້ວກໍໃຫ້ເອົາດິນຖົມຂຸມນັ້ນຄືນ. 14 ເພາະພະເຢໂຫວາພະເຈົ້າຂອງພວກເຈົ້າຢູ່ນຳພວກເຈົ້າ+ ເພື່ອຈະຊ່ວຍພວກເຈົ້າໃຫ້ເອົາຊະນະພວກສັດຕູໄດ້ ຄ້າຍຂອງພວກເຈົ້າຕ້ອງສະອາດ.+ ຖ້າເພິ່ນເຫັນສິ່ງທີ່ເປັນຕາຂີ້ດຽດເຫຼົ່ານັ້ນຢູ່ໃນຄ້າຍຂອງພວກເຈົ້າ ເພິ່ນກໍຈະໜີໄປ.
15 ຖ້າທາດຄົນໃດໜີມາຫາເຈົ້າກໍຢ່າສົ່ງລາວກັບຄືນໄປໃຫ້ນາຍຂອງລາວ. 16 ລາວຈະຢູ່ບ່ອນໃດກໍໄດ້ໃນເມືອງຂອງເຈົ້າ. ຫ້າມເຮັດບໍ່ດີຕໍ່ລາວ.+
17 ຫ້າມຜູ້ຍິງອິດສະຣາເອນຂາຍໂຕຢູ່ວິຫານ+ ແລະຫ້າມຜູ້ຊາຍອິດສະຣາເອນຂາຍໂຕຢູ່ວິຫານຄືກັນ.+ 18 ຢ່າເອົາເງິນຄ່າຈ້າງຂອງຜູ້ຊາຍຫຼືຜູ້ຍິງທີ່ເປັນຄົນຂາຍໂຕ*ມາໃຊ້ ເພື່ອຈ່າຍຕາມທີ່ເຈົ້າສາບານໄວ້ຢູ່ວິຫານຂອງພະເຢໂຫວາພະເຈົ້າຂອງເຈົ້າ. ການເຮັດແນວນີ້ເປັນສິ່ງທີ່ພະເຢໂຫວາພະເຈົ້າຂອງເຈົ້າຂີ້ດຽດ.
19 ຢ່າເອົາດອກເບ້ຍນຳພີ່ນ້ອງຂອງເຈົ້າ+ ບໍ່ວ່າຈະເປັນດອກເບ້ຍຈາກເງິນ ຈາກອາຫານ ຫຼືຈາກສິ່ງອື່ນໆ. 20 ເຈົ້າເອົາດອກເບ້ຍນຳຄົນຕ່າງຊາດໄດ້+ ແຕ່ຢ່າເອົາດອກເບ້ຍນຳພີ່ນ້ອງຂອງເຈົ້າ.+ ແລ້ວພະເຢໂຫວາພະເຈົ້າຂອງເຈົ້າຈະອວຍພອນທຸກສິ່ງທີ່ເຈົ້າເຮັດໃນແຜ່ນດິນທີ່ເຈົ້າຈະເຂົ້າໄປຢູ່ນັ້ນ.+
21 ຖ້າເຈົ້າສາບານຕໍ່ພະເຢໂຫວາພະເຈົ້າຂອງເຈົ້າ+ກໍໃຫ້ຟ້າວເຮັດຕາມທີ່ໄດ້ສາບານໄວ້+ ເພາະພະເຢໂຫວາພະເຈົ້າຂອງເຈົ້າຢາກໃຫ້ເຈົ້າເຮັດຕາມທີ່ໄດ້ສາບານໄວ້. ຄັນບໍ່ຊັ້ນ ເຈົ້າຈະມີຄວາມຜິດ.+ 22 ແຕ່ຖ້າເຈົ້າບໍ່ໄດ້ສາບານ ເຈົ້າຈະບໍ່ມີຄວາມຜິດ.+ 23 ເຈົ້າຕ້ອງຮັກສາຄຳເວົ້າຂອງເຈົ້າ.+ ເຈົ້າຕ້ອງເຮັດຕາມທີ່ໄດ້ສາບານໄວ້ ເພາະຄຳສາບານເປັນຄືກັບເຄື່ອງບູຊາທີ່ໃຫ້ດ້ວຍຄວາມສະໝັກໃຈໃຫ້ພະເຢໂຫວາພະເຈົ້າຂອງເຈົ້າ.+
24 ຖ້າເຈົ້າເຂົ້າໄປໃນສວນໝາກລະແຊັງຂອງຄົນໃນຊາດດຽວກັນ ເຈົ້າກິນໝາກລະແຊັງຢູ່ສວນນັ້ນຈົນອີ່ມໄດ້ ແຕ່ຢ່າເອົາໃສ່ກະຕ່າກັບເມືອເຮືອນ.+
25 ຖ້າເຈົ້າເຂົ້າໄປໃນທົ່ງນາຂອງຄົນໃນຊາດດຽວກັນ ເຈົ້າສາມາດເດັດຮວງເຂົ້າໃນນານັ້ນກິນໄດ້ ແຕ່ຢ່າເອົາກ່ຽວໄປກ່ຽວເອົາ.”+