ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາລາກີ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາລາກີ

      • ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ເພິ່ນ (1-​5)

      • ປະໂລຫິດ​ເອົາ​ເຄື່ອງ​ບູຊາ​ທີ່​ມີ​ຕຳໜິ​ມາ​ໃຫ້ (6-​14)

        • ຊື່​ຂອງ​ພະເຈົ້າ​ໄດ້​ຮັບ​ຄວາມ​ນັບຖື​ໃນ​ຊາດ​ຕ່າງ​ໆ​ (11)

ມາລາກີ 1:1

ໄຂເງື່ອນ

  • *

    ແປ​ວ່າ “ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ”

ມາລາກີ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 10:15
  • +ປຖກ 25:25, 26

ມາລາກີ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 9:13
  • +ຢຣມ 49:20; ຢອ 3:19
  • +ອຊຢ 34:10, 13

ມາລາກີ 1:4

ໄຂເງື່ອນ

  • *

    ນີ້​ແມ່ນ​ອີກ​ຊື່​ໜຶ່ງ​ຂອງ​ເອຊາວ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 34:5; ອບດ 18

ມາລາກີ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 22:26
  • +ອພຍ 20:12
  • +ອພຍ 4:22
  • +ອຊຢ 1:2

ມາລາກີ 1:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຂົ້າຈີ່”

  • *

    ໝາຍເຖິງ​ແທ່ນ​ບູຊາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:21, 22; 1ກຣ 10:21

ມາລາກີ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:20, 22; ພບຍ 15:21

ມາລາກີ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 23:4
  • +ຢຣມ 6:13; ມກ 3:11
  • +ອຊຢ 1:11; ຢຣມ 6:20

ມາລາກີ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 113:3; ອຊຢ 45:6; 59:19
  • +ພສ 22:27; ຊຟຢ 3:9; ມທ 28:19; ພນມ 15:4

ມາລາກີ 1:12

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ດູຖູກ​ເຮົາ”

  • *

    ແປ​ຕາມ​ໂຕ​ວ່າ “ໝາກ​ໄມ້; ຂອງກິນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 22:26
  • +ມລກ 1:7

ມາລາກີ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:20, 22; ພບຍ 15:21; 17:1

ມາລາກີ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 47:2; ຢຣມ 10:10
  • +ພນມ 15:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມລກ. 1:2ພບຍ 10:15
ມລກ. 1:2ປຖກ 25:25, 26
ມລກ. 1:3ຣມ 9:13
ມລກ. 1:3ຢຣມ 49:20; ຢອ 3:19
ມລກ. 1:3ອຊຢ 34:10, 13
ມລກ. 1:4ອຊຢ 34:5; ອບດ 18
ມລກ. 1:6ອຊກ 22:26
ມລກ. 1:6ອພຍ 20:12
ມລກ. 1:6ອພຍ 4:22
ມລກ. 1:6ອຊຢ 1:2
ມລກ. 1:7ອຊກ 41:21, 22; 1ກຣ 10:21
ມລກ. 1:8ລລວ 22:20, 22; ພບຍ 15:21
ມລກ. 1:102ຂຄ 23:4
ມລກ. 1:10ຢຣມ 6:13; ມກ 3:11
ມລກ. 1:10ອຊຢ 1:11; ຢຣມ 6:20
ມລກ. 1:11ພສ 113:3; ອຊຢ 45:6; 59:19
ມລກ. 1:11ພສ 22:27; ຊຟຢ 3:9; ມທ 28:19; ພນມ 15:4
ມລກ. 1:12ອຊກ 22:26
ມລກ. 1:12ມລກ 1:7
ມລກ. 1:13ລລວ 22:20, 22; ພບຍ 15:21; 17:1
ມລກ. 1:14ພສ 47:2; ຢຣມ 10:10
ມລກ. 1:14ພນມ 15:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
ມາລາກີ 1:1-14

ມາລາກີ

1 ຕໍ່ໄປ​ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ອິດສະຣາເອນ​ຜ່ານ​ທາງ​ມາລາກີ.*

2 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຮັກ​ພວກ​ເຈົ້າ.”+

ແຕ່​ພວກ​ເຈົ້າ​ພັດ​ຖາມ​ວ່າ: “ພະອົງ​ຮັກ​ພວກ​ເຮົາ​ແນວ​ໃດ?”

ພະ​ເຢໂຫວາ​ຈຶ່ງ​ຕອບ​ວ່າ: “ເອຊາວ​ເປັນ​ອ້າຍ​ຂອງ​ຢາໂຄບ​ແມ່ນ​ບໍ?+ ແຕ່​ເຮົາ​ຮັກ​ຢາໂຄບ 3 ແລະ​ຊັງ​ເອຊາວ.+ ເຮົາ​ຈະ​ເຮັດ​ໃຫ້​ພູ​ຂອງ​ເອຊາວ​ຮ້າງ​ເປົ່າ+ ແລະ​ເຮັດ​ໃຫ້​ດິນ​ມູນ​ຂອງ​ລາວ​ເປັນ​ບ່ອນ​ກັນດານ​ທີ່​ໝາ​ໄນ​ຈະ​ມາ​ຢູ່.”+

4 “ເຖິງ​ເອໂດມ*​ຈະ​ເວົ້າ​ວ່າ ‘ພວກເຮົາ​ໄດ້​ກະຈັດ​ກະຈາຍ​ກັນ​ໄປ ແຕ່​ພວກ​ເຮົາ​ຈະ​ກັບ​ຄືນ​ມາ​ແລະ​ສ້າງ​ຊາກ​ຫັກ​ພັງ​ຄືນ​ໃໝ່.’ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ເຂົາ​ເຈົ້າ​ຈະ​ສ້າງ ແຕ່​ເຮົາ​ຈະ​ມ້າງ​ມັນ. ເຂົາ​ເຈົ້າ​ຈະ​ເອີ້ນ​ບ່ອນ​ນັ້ນ​ວ່າ “ເຂດ​ທີ່​ມີ​ແຕ່​ຄົນ​ເຮັດ​ຊົ່ວ” ແລະ​ເອີ້ນ​ຄົນ​ທີ່​ຢູ່​ຫັ້ນ​ວ່າ “ຄົນ​ທີ່​ຖືກ​ພະ​ເຢໂຫວາ​ສາບແຊ່ງ​ຕະຫຼອດ​ໄປ.”+ 5 ພວກເຈົ້າ​ຈະ​ເຫັນ​ດ້ວຍ​ຕາ​ໂຕເອງ​ແລະ​ຈະ​ເວົ້າ​ວ່າ “ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ທົ່ວ​ອິດສະຣາເອນ.”’”

6 ເຮົາ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໃຫ້​ພວກ​ປະໂລຫິດ​ທີ່​ດູຖູກ​ຊື່​ຂອງ​ເຮົາ​ວ່າ:+ “ລູກ​ຕ້ອງ​ນັບຖື​ພໍ່+ ແລະ​ຄົນ​ຮັບໃຊ້​ຕ້ອງ​ນັບຖື​ເຈົ້າ​ນາຍ. ຖ້າ​ເຮົາ​ເປັນ​ພໍ່​ຂອງ​ພວກ​ເຈົ້າ+ ເປັນຫຍັງ​ພວກ​ເຈົ້າ​ຄື​ບໍ່​ນັບຖື​ເຮົາ?+ ແລະ​ຖ້າ​ເຮົາ​ເປັນ​ເຈົ້າ​ນາຍ​ຂອງ​ພວກ​ເຈົ້າ ເປັນຫຍັງ​ພວກ​ເຈົ້າ​ຄື​ບໍ່​ຢ້ານຢຳ​ເຮົາ?

‘ແຕ່​ພວກ​ເຈົ້າ​ພັດ​ຖາມ​ວ່າ “ພວກ​ເຮົາ​ດູຖູກ​ຊື່​ຂອງ​ພະອົງ​ແນວໃດ?”’

7 ‘ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ*​ທີ່​ບໍ່​ສະອາດ​ມາ​ເຜົາ​ຢູ່​ແທ່ນບູຊາ​ຂອງ​ເຮົາ.’

‘ແຕ່​ພວກ​ເຈົ້າ​ພັດ​ຖາມ​ອີກ​ວ່າ “ພວກ​ເຮົາ​ເຮັດ​ໃຫ້​ພະອົງ​ບໍ່​ສະອາດ​ຈັ່ງ​ໃດ?”’

‘ກໍ​ໂດຍ​ເວົ້າ​ວ່າ “ພວກເຮົາ​ບໍ່​ຕ້ອງ​ນັບຖື​ໂຕະ*​ຂອງ​ພະ​ເຢໂຫວາ+​ກະ​ໄດ້.” 8 ຕອນ​ທີ່​ພວກ​ເຈົ້າ​ເອົາ​ສັດ​ຕາບອດ​ມາ​ເປັນ​ເຄື່ອງ​ບູຊາ ພວກ​ເຈົ້າ​ເວົ້າ​ວ່າ “ບໍ່​ເປັນ​ຫຍັງ​ດອກ” ແລະ​ຕອນ​ທີ່​ພວກ​ເຈົ້າ​ເອົາ​ສັດ​ພິການ​ແລະ​ສັດ​ທີ່​ໂຊ​ມາ​ໃຫ້​ເຮົາ ພວກ​ເຈົ້າ​ກໍ​ເວົ້າ​ວ່າ “ບໍ່​ຜິດ​ດອກ.”’”+

“ໃຫ້​ພວກ​ເຈົ້າ​ເອົາ​ສັດ​ແບບ​ນັ້ນ​ໄປ​ໃຫ້​ເຈົ້າແຂວງ​ເບິ່ງ​ດຸ. ລາວ​ຊິ​ເອົາ​ເບາະ? ລາວ​ຊິ​ພໍໃຈ​ພວກ​ເຈົ້າ​ບໍ?” ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້.

9 ຕອນນີ້ ໃຫ້​ພວກ​ເຮົາ​ອ້ອນວອນ​ຫາ​ພະເຈົ້າ​ເພື່ອ​ເພິ່ນ​ຈະ​ອີ່ຕົນ​ພວກ​ເຮົາ. ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ແບບ​ນີ້​ມາ​ໃຫ້​ເຮົາ ພວກ​ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ອີ່ຕົນ​ພວກ​ເຈົ້າ​ບໍ?”

10 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ໃນ​ພວກ​ເຈົ້າ​ມີ​ໃຜ​ບໍ​ທີ່​ເຕັມໃຈ​ເຮັດ​ໜ້າທີ່​ອັດ​ປະຕູ​ວິຫານ?+ ແມ່ນ​ແຕ່​ດັງ​ໄຟ​ຢູ່​ແທ່ນບູຊາ ຄັນ​ບໍ່​ໄດ້​ຫຍັງ ພວກ​ເຈົ້າ​ກໍ​ບໍ່​ຢາກ​ເຮັດ.+ ເຮົາ​ບໍ່​ພໍໃຈ​ພວກ​ເຈົ້າ​ແລະ​ບໍ່​ພໍໃຈ​ເຄື່ອງ​ບູຊາ​ທີ່​ພວກ​ເຈົ້າ​ເອົາ​ມາ​ໃຫ້.”+

11 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ຊື່​ຂອງ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ໃນ​ທຸກ​ຊາດ+​ຕັ້ງແຕ່​ທິດ​ຕາເວັນ​ອອກ​ຈົນ​ຮອດ​ທິດ​ຕາເວັນຕົກ. ໃນ​ທຸກ​ໆ​ບ່ອນ​ຈະ​ມີ​ຄົນ​ເຜົາ​ເຄື່ອງ​ບູຊາ​ເພື່ອ​ໃຫ້​ກຽດ​ຊື່​ຂອງ​ເຮົາ. ເຮົາ​ຈະ​ຍອມຮັບ​ເຄື່ອງ​ບູຊາ​ນັ້ນ ແລ້ວ​ຊື່​ຂອງ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ໃນ​ຊາດ​ຕ່າງ​ໆ​.”+

12 “ແຕ່​ພວກ​ເຈົ້າ​ດູຖູກ​ຊື່​ຂອງ​ເຮົາ*+​ໂດຍ​ເວົ້າ​ວ່າ ‘ໂຕະ​ຂອງ​ພະ​ເຢໂຫວາ​ບໍ່​ສະອາດ ເອົາ​ເຄື່ອງ​ບູຊາ*​ແນວໃດ​ມາ​ວາງ​ໄວ້​ກະ​ໄດ້. ມັນ​ບໍ່​ເປັນ​ຫຍັງ​ດອກ.’+ 13 ພວກ​ເຈົ້າ​ຍັງ​ເວົ້າ​ວ່າ ‘ພວກ​ເຮົາ​ເມື່ອຍ​ຮັບໃຊ້​ແລ້ວ’ ແລະ​ພວກ​ເຈົ້າ​ຍັງ​ດູຖູກ​ວຽກ​ນີ້.” ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້. “ພວກ​ເຈົ້າ​ເອົາ​ສັດ​ທີ່​ລັກ​ມາ ສັດ​ທີ່​ພິການ ແລະ​ສັດ​ທີ່​ໂຊ​ມາ​ໃຫ້​ເຮົາ​ເພື່ອ​ເປັນ​ເຄື່ອງ​ບູຊາ ເຮົາ​ຄວນ​ຮັບ​ເອົາ​ສັດ​ແບບ​ນີ້​ຈາກ​ພວກ​ເຈົ້າ​ບໍ?”+ ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້.

14 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ຄົນ​ທີ່​ຕົວະ​ພະເຈົ້າ​ຈະ​ຖືກ​ສາບແຊ່ງ. ລາວ​ມີ​ສັດ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ໃນ​ຝູງ ແຕ່​ພັດ​ເອົາ​ໂຕ​ທີ່​ບໍ່​ສົມບູນ​ມາ​ເປັນ​ເຄື່ອງ​ບູຊາ​ເພື່ອ​ເຮັດ​ສັນຍາ​ກັບ​ພະ​ເຢໂຫວາ. ເຮົາ​ເປັນ​ກະສັດ​ອົງ​ຍິ່ງໃຫຍ່+ ທຸກ​ຊາດ​ຈະ​ຢ້ານຢຳ​ແລະ​ນັບຖື​ຊື່​ຂອງ​ເຮົາ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌