ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 17
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • ການ​ຕັດສິນ​ລົງໂທດ “ບາບີໂລນ​ໃຫຍ່” (1-18)

        • ແມ່ຈ້າງ​ນັ່ງ​ຢູ່​ເທິງ​ສັດ​ຮ້າຍ​ສີ​ແດງ​ສົດ (1-3)

        • ສັດ​ຮ້າຍ ‘ເຄີຍ​ມີ​ຊີວິດ​ຢູ່ ແຕ່​ຕອນນີ້​ບໍ່​ມີ​ຊີວິດ​ແລ້ວ ແລະ​ຈະ​ຂຶ້ນ​ມາ​ຈາກ​ເຫວ​ເລິກ’ (8)

        • ສັດ​ຮ້າຍ​ທີ່​ມີ​ເຂົາ 10 ເຂົາ​ຕໍ່ສູ້​ກັບ​ແກະ​ນ້ອຍ​ຂອງ​ພະເຈົ້າ (12-14)

        • ສັດ​ຮ້າຍ​ທີ່​ມີ​ເຂົາ 10 ເຂົາ​ຊັງ​ແມ່ຈ້າງ​ຄົນ​ນັ້ນ (16, 17)

ພະນິມິດ 17:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 16:1
  • +ຢຣມ 51:13; ພນມ 17:15; 19:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2019, ໜ້າ 10-11

    ໄບເບິນສອນ ໜ້າ 220

ພະນິມິດ 17:2

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 4:4; ພນມ 18:9
  • +ຢຣມ 51:7; ພນມ 14:8; 18:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໄບເບິນສອນ ໜ້າ 220

ພະນິມິດ 17:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 16:19
  • +ພນມ 18:11, 12, 19

ພະນິມິດ 17:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 19:2
  • +ພນມ 18:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຕະຫຼອດໄປ ໜ້າ 209-210

ພະນິມິດ 17:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 6:9; 18:24; 19:2

ພະນິມິດ 17:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 17:5
  • +ພນມ 17:3

ພະນິມິດ 17:8

ໄຂເງື່ອນ

  • *

    ໝາຍເຖິງ​ຕັ້ງແຕ່​ອາດາມ​ກັບ​ເອວາ​ເລີ່ມ​ມີ​ລູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 20:1
  • +ອພຍ 32:32; ພສ 69:28; ຟລປ 4:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 10

ພະນິມິດ 17:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 17:7

ພະນິມິດ 17:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 9-10

ພະນິມິດ 17:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 17:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2022, ໜ້າ 5

    5/2022, ໜ້າ 10

ພະນິມິດ 17:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:29; ພນມ 5:6
  • +ພນມ 19:11, 15
  • +ມທ 28:18; ກຈກ 2:36; 1ຕມ 6:15
  • +ຣມ 16:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 23

    ຫໍສັງເກດການ

    15/7/2015, ໜ້າ 14-15

ພະນິມິດ 17:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 57:20; ຢຣມ 51:13

ພະນິມິດ 17:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 17:12
  • +ພນມ 17:8
  • +ພນມ 17:7
  • +ລລວ 21:9; ພນມ 18:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 11

    ຫໍສັງເກດການ (ສຶກສາ)

    9/2019, ໜ້າ 10-11

    ຫໍສັງເກດການ

    15/7/2015, ໜ້າ 10-11

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 223

ພະນິມິດ 17:17

ໄຂເງື່ອນ

  • *

    ໝາຍເຖິງ​ກະສັດ 10 ອົງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 11:19, 20; ສພສ 21:1
  • +ພນມ 17:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 11

    ຫໍສັງເກດການ (ສຶກສາ)

    10/2019, ໜ້າ 14-15

ພະນິມິດ 17:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 17:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໄບເບິນສອນ ໜ້າ 219-220

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 17:1ພນມ 16:1
ພນມ. 17:1ຢຣມ 51:13; ພນມ 17:15; 19:2
ພນມ. 17:2ຢກບ 4:4; ພນມ 18:9
ພນມ. 17:2ຢຣມ 51:7; ພນມ 14:8; 18:3
ພນມ. 17:4ລກ 16:19
ພນມ. 17:4ພນມ 18:11, 12, 19
ພນມ. 17:5ພນມ 19:2
ພນມ. 17:5ພນມ 18:5
ພນມ. 17:6ພນມ 6:9; 18:24; 19:2
ພນມ. 17:7ພນມ 17:5
ພນມ. 17:7ພນມ 17:3
ພນມ. 17:8ພນມ 20:1
ພນມ. 17:8ອພຍ 32:32; ພສ 69:28; ຟລປ 4:3
ພນມ. 17:9ພນມ 17:7
ພນມ. 17:11ພນມ 17:8
ພນມ. 17:14ຢຮ 1:29; ພນມ 5:6
ພນມ. 17:14ພນມ 19:11, 15
ພນມ. 17:14ມທ 28:18; ກຈກ 2:36; 1ຕມ 6:15
ພນມ. 17:14ຣມ 16:20
ພນມ. 17:15ອຊຢ 57:20; ຢຣມ 51:13
ພນມ. 17:16ພນມ 17:12
ພນມ. 17:16ພນມ 17:8
ພນມ. 17:16ພນມ 17:7
ພນມ. 17:16ລລວ 21:9; ພນມ 18:8
ພນມ. 17:17ຢຊ 11:19, 20; ສພສ 21:1
ພນມ. 17:17ພນມ 17:12
ພນມ. 17:18ພນມ 17:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 17:1-18

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

17 ທູດສະຫວັນ​ອົງ​ໜຶ່ງ​ໃນ 7 ອົງ​ທີ່​ມີ​ຂັນ 7 ໜ່ວຍ+​ມາ​ເວົ້າ​ນຳ​ຂ້ອຍ​ວ່າ: “ມາ​ນີ້ ຂ້ອຍ​ຈະ​ໃຫ້​ເຈົ້າ​ເບິ່ງ​ການ​ຕັດສິນ​ລົງໂທດ​ແມ່ຈ້າງ​ທີ່​ນັ່ງ​ເທິງ​ແມ່​ນ້ຳ​ຕ່າງ​ໆ​.+ 2 ກະສັດ​ໃນ​ໂລກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ກັບ​ລາວ ແລະ+​ຄົນ​ໃນ​ໂລກ​ກໍ​ເມົາ​ເຫຼົ້າແວງ​ຂອງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ຂອງ​ລາວ.”+

3 ແລ້ວ​ທູດສະຫວັນ​ກໍ​ພາ​ຂ້ອຍ​ໄປ​ໃນ​ບ່ອນ​ກັນດານ​ດ້ວຍ​ພະລັງ​ຂອງ​ພະເຈົ້າ ແລະ​ຂ້ອຍ​ເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດ​ຮ້າຍ​ສີ​ແດງ​ສົດ​ໂຕ​ໜຶ່ງ. ສັດ​ຮ້າຍ​ນັ້ນ​ມີ​ຊື່​ຕ່າງ​ໆ​ທີ່​ເປັນ​ຄຳ​ໝິ່ນ​ປະໝາດ​ພະເຈົ້າຢູ່​ເຕັມ​ໂຕ. ມັນ​ມີ​ຫົວ 7 ຫົວ ແລະ​ມີ​ເຂົາ 10 ເຂົາ. 4 ຜູ້​ຍິງ​ຄົນ​ນັ້ນ​ນຸ່ງ​ເຄື່ອງ​ສີ​ມ່ວງ+​ກັບ​ສີ​ແດງ​ສົດ. ລາວ​ໃສ່​ເຄື່ອງ​ປະດັບ​ທີ່​ເປັນ​ຄຳ ເພັດ​ພອຍ ແລະ​ໄຂ່​ມຸກ.+ ລາວ​ຖື​ຈອກ​ຄຳ​ທີ່​ມີ​ແຕ່​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ແລະ​ເປື້ອນ​ຍ້ອນ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດຂອງ​ລາວ. 5 ຢູ່​ໜ້າຜາກ​ຂອງ​ລາວ​ມີ​ຊື່​ເລິກລັບ​ຂຽນ​ໄວ້​ວ່າ: “ບາບີໂລນ​ໃຫຍ່ ແມ່​ຂອງ​ພວກ​ແມ່ຈ້າງ+​ແລະ​ຂອງ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ໃນ​ໂລກ.”+ 6 ຂ້ອຍ​ເຫັນ​ຜູ້​ຍິງ​ຄົນ​ນັ້ນ​ເມົາ​ເລືອດ​ຂອງ​ພວກ​ຜູ້​ບໍລິສຸດ​ແລະ​ເລືອດ​ຂອງ​ຜູ້​ທີ່​ເປັນ​ພະຍານ​ຂອງ​ພະ​ເຢຊູ.+

ເມື່ອ​ເຫັນ​ລາວ ຂ້ອຍ​ກໍ​ແປກໃຈ​ຫຼາຍ. 7 ທູດສະຫວັນ​ອົງ​ນັ້ນ​ຈຶ່ງ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ຊິ​ແປກໃຈ​ເຮັດ​ຫຍັງ? ຂ້ອຍ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເລື່ອງ​ຄວາມ​ເລິກລັບ​ຂອງ​ຜູ້​ຍິງ​ຄົນ​ນັ້ນ+​ແລະ​ຂອງ​ສັດ​ຮ້າຍ​ທີ່​ລາວ​ນັ່ງ​ຢູ່​ເຊິ່ງ​ມີ​ຫົວ 7 ຫົວ ແລະ​ມີ​ເຂົາ 10 ເຂົາ.+ 8 ສັດ​ຮ້າຍ​ທີ່​ເຈົ້າ​ເຫັນ​ນັ້ນ ແຕ່​ກີ້​ເຄີຍ​ມີ​ຊີວິດ​ຢູ່ ແຕ່​ຕອນນີ້​ບໍ່​ມີ​ຊີວິດ​ແລ້ວ. ມັນ​ກຳລັງ​ຈະ​ຂຶ້ນ​ມາ​ຈາກ​ເຫວ​ເລິກ+ ແລ້ວ​ຈະ​ຖືກ​ທຳລາຍ. ຄົນ​ໃນ​ໂລກ​ຈະ​ຮູ້ສຶກ​ງຶດ​ເມື່ອ​ເຫັນ​ວ່າ​ແຕ່​ກີ້​ສັດ​ຮ້າຍ​ໂຕ​ນັ້ນ​ເຄີຍ​ມີ​ຊີວິດ​ຢູ່ ແຕ່​ຕອນນີ້​ບໍ່​ມີ​ຊີວິດ​ແລ້ວ ແລະ​ມັນ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. ຄົນ​ເຫຼົ່າ​ນີ້​ບໍ່​ມີ​ຊື່​ຂຽນ​ໄວ້​ໃນມ້ວນ​ໜັງສື​ຄົນ​ທີ່​ຈະ​ໄດ້​ຊີວິດ+​ຕັ້ງແຕ່​ເລີ່ມ​ມີ​ໂລກ​ນີ້.*

9 ເລື່ອງ​ນີ້​ຕ້ອງ​ໃຊ້​ຄວາມ​ເຂົ້າໃຈ​ແລະ​ສະຕິ​ປັນຍາ​ຈຶ່ງ​ຈະ​ຮູ້​ວ່າ​ຫົວ 7 ຫົວ+​ໝາຍເຖິງ​ພູ 7 ໜ່ວຍ​ທີ່​ຜູ້​ຍິງ​ຄົນ​ນັ້ນ​ນັ່ງ​ຢູ່​ເທິງ​ຈອມ. 10 ມີ​ກະສັດ 7 ອົງ ແຕ່​ກະສັດ 5 ອົງ​ໝົດ​ອຳນາດ​ໄປ​ແລ້ວ. ອົງ​ໜຶ່ງ​ມີ​ອຳນາດ​ຢູ່​ຕອນນີ້ ແລະ​ອີກ​ອົງ​ໜຶ່ງ​ຍັງ​ບໍ່​ມາ. ແຕ່​ເມື່ອ​ມາ​ແລ້ວ​ລາວ​ກໍ​ຈະ​ຢູ່​ໄດ້​ບໍ່​ດົນ. 11 ສັດ​ຮ້າຍ​ທີ່​ແຕ່​ກີ້​ເຄີຍ​ມີ​ຊີວິດ​ຢູ່ ແຕ່​ຕອນນີ້​ບໍ່​ມີ​ຊີວິດ​ແລ້ວ+​ກໍ​ເປັນ​ກະສັດ​ຄື​ກັນ. ມັນ​ເປັນ​ກະສັດ​ອົງ​ທີ 8 ແຕ່​ມັນ​ເກີດ​ມາ​ຈາກ​ກະສັດ 7 ອົງ​ນັ້ນ ແລະ​ໃນ​ທີ່​ສຸດ​ມັນ​ກໍ​ຈະ​ຖືກ​ທຳລາຍ.

12 ເຂົາ 10 ເຂົາ​ທີ່​ເຈົ້າ​ເຫັນ​ໝາຍເຖິງ​ກະສັດ 10 ອົງ​ທີ່​ຍັງ​ບໍ່​ໄດ້​ຮັບ​ອຳນາດ​ປົກຄອງ ແຕ່​ເຂົາເຈົ້າ​ຈະ​ໄດ້​ຮັບ​ອຳນາດ​ເປັນ​ກະສັດ​ຮ່ວມ​ກັບ​ສັດ​ຮ້າຍ​ນັ້ນ​ຊົ່ວໂມງ​ໜຶ່ງ. 13 ກະສັດ​ເຫຼົ່າ​ນີ້​ຄິດ​ແບບ​ດຽວ​ກັນ ເຂົາເຈົ້າ​ຈຶ່ງ​ມອບ​ກຳລັງ​ແລະ​ອຳນາດ​ຂອງ​ໂຕເອງ​ໃຫ້​ສັດ​ຮ້າຍ​ນັ້ນ. 14 ກະສັດ​ເຫຼົ່າ​ນີ້​ຈະ​ຕໍ່ສູ້​ກັບ​ແກະ​ນ້ອຍ​ຂອງ​ພະເຈົ້າ+ ແຕ່​ແກະ​ນ້ອຍ​ຈະ​ຊະນະ​ເຂົາເຈົ້າ + ຍ້ອນ​ເພິ່ນ​ເປັນ​ເຈົ້າ​ນາຍ​ເໜືອ​ເຈົ້າ​ນາຍ​ທັງ​ໝົດ​ແລະ​ເປັນ​ກະ⁠ສັດ​ເໜືອ​ກະ⁠ສັດ​ທຸກ​ອົງ.+ ຄົນ​ທີ່​ຢູ່​ກັບ​ເພິ່ນ​ເປັນ​ຜູ້​ທີ່​ພະເຈົ້າ​ໄດ້​ເອີ້ນ​ແລະ​ເລືອກ​ໄວ້ ແລະ​ເປັນ​ຄົນ​ທີ່​ສັດຊື່​ຕໍ່​ພະເຈົ້າ ເຂົາເຈົ້າ​ກໍ​ຈະ​ຊະນະ​ຄື​ກັນ.”+

15 ທູດສະຫວັນ​ອົງ​ນັ້ນ​ບອກ​ຂ້ອຍ​ວ່າ: “ແມ່​ນ້ຳ​ຕ່າງ​ໆ​ທີ່​ເຈົ້າ​ເຫັນ​ແມ່ຈ້າງ​ນັ່ງ​ຢູ່​ນັ້ນ​ໝາຍເຖິງ​ຊົນຊາດ ປະຊາຊົນ ປະເທດ ແລະ​ພາສາ​ຕ່າງ​ໆ​.+ 16 ເຂົາ 10 ເຂົາ+​ກັບ​ສັດ​ຮ້າຍ+​ທີ່​ເຈົ້າ​ເຫັນ​ຈະ​ພາກັນ​ຊັງ​ແມ່ຈ້າງ​ຄົນ​ນັ້ນ+​ແລະ​ທຳຮ້າຍ​ລາວ ເຮັດ​ໃຫ້​ລາວ​ປະໂປ້ ກັດ​ກິນ​ຊີ້ນ​ຂອງ​ລາວ ແລະ​ເອົາ​ໄຟ​ຈູດ​ລາວ​ຈົນ​ບໍ່​ເຫຼືອ​ຫຍັງ.+ 17 ພະເຈົ້າ​ໃຫ້​ເຂົາເຈົ້າ*​ເຮັດ​ຕາມ​ຄວາມ​ຄິດ​ຂອງ​ເພິ່ນ+ ໂດຍ​ດົນໃຈ​ເຂົາເຈົ້າ​ໃຫ້​ເຮັດ​ຕາມ​ຄວາມ​ຄິດ​ແບບ​ດຽວ​ກັນ ແລະ​ໃຫ້​ເຂົາເຈົ້າ​ມອບ​ອຳນາດ​ການ​ປົກຄອງ​ຂອງ​ໂຕເອງ​ໃຫ້​ສັດ​ຮ້າຍ​ນັ້ນ+​ຈົນ​ກວ່າ​ສິ່ງ​ທີ່​ພະເຈົ້າ​ເວົ້າ​ໄວ້​ຈະ​ສຳເລັດ. 18 ສ່ວນ​ຜູ້​ຍິງ+​ທີ່​ເຈົ້າ​ເຫັນ​ນັ້ນ​ໝາຍເຖິງ​ເມືອງ​ໃຫຍ່​ທີ່​ມີ​ອຳນາດ​ປົກຄອງ​ພວກ​ກະສັດ​ຂອງ​ໂລກ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌