ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 60
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ສ່ອງ​ໃສ່​ຊີໂອນ (1-​22)

        • ບິນ​ມາ​ຄື​ກັບ​ນົກ​ເຂົາ​ບິນ​ກັບ​ເມືອ​ຮັງ (8)

        • ເອົາ​ຄຳ​ມາ​ແທນ​ທອງແດງ (17)

        • ຄົນ​ຈຳນວນ​ໜ້ອຍ​ຈະ​ເພີ່ມ​ຂຶ້ນ​ເປັນ​ຈຳນວນ​ພັນ (22)

ເອຊາຢາ 60:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:17; 52:1
  • +ອຊຢ 60:19, 20

ເອຊາຢາ 60:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:10
  • +ອຊຢ 49:23
  • +ພນມ 21:23, 24

ເອຊາຢາ 60:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 49:17, 18; 54:1
  • +ອຊຢ 49:21, 22

ເອຊາຢາ 60:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 33:9
  • +ອຊຢ 61:6; ຮກ 2:7, 8

ເອຊາຢາ 60:6

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 1:32, 33
  • +ມລກ 1:11

ເອຊາຢາ 60:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:11
  • +ປຖກ 25:13
  • +ອພຍ 29:39, 42; ອຊຢ 56:6, 7
  • +ຮກ 2:9

ເອຊາຢາ 60:9

ໄຂເງື່ອນ

  • *

    ຫຼື “ງົດງາມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:5
  • +ອຊຢ 60:4; 66:20
  • +ພສ 149:4; ອຊຢ 52:1; 55:5

ເອຊາຢາ 60:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:27; ນຮຢ 2:7, 8; ອຊຢ 49:23
  • +ພບຍ 30:3; ພສ 30:5; ອຊຢ 54:7; 57:17, 18

ເອຊາຢາ 60:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 21:25, 26
  • +ອຊຢ 60:3, 5

ເອຊາຢາ 60:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 41:11

ເອຊາຢາ 60:13

ໄຂເງື່ອນ

  • *

    ຕົ້ນ​ແປກ​ຊະນິດ​ໜຶ່ງ

  • *

    ຕົ້ນໄມ້​ໃຫຍ່​ທີ່​ອາດຈະ​ສູງ​ຮອດ 15 ແມັດ ໃບ​ເປັນ​ສີ​ຂຽວ ແລະ​ມີ​ງ່າ​ເປັນ​ສີ​ຂີ້ເທົ່າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 35:1, 2
  • +ອຊຢ 41:19; 55:13
  • +ພສ 132:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/7/2015, ໜ້າ 3-5

ເອຊາຢາ 60:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 62:12

ເອຊາຢາ 60:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:20, 21; ອຊຢ 49:14; ຢຣມ 30:17; ສສ 1:4
  • +ອຊຢ 35:10; 61:7; ຢຣມ 33:10, 11

ເອຊາຢາ 60:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 61:6
  • +ອຊຢ 49:23
  • +ອຊຢ 49:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2021, ໜ້າ 17-18

ເອຊາຢາ 60:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:26; 32:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/7/2015, ໜ້າ 5-7

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 119, 127-129

ເອຊາຢາ 60:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 2:4; 11:9; 54:14; ຊຄຢ 9:8
  • +ອຊຢ 26:1

ເອຊາຢາ 60:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 36:9; ອຊຢ 60:1; ພນມ 21:23; 22:5
  • +ຊຄຢ 2:4, 5

ເອຊາຢາ 60:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 27:1; 84:11
  • +ອຊຢ 25:8; 30:19; 35:10

ເອຊາຢາ 60:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:6, 7
  • +ອຊຢ 44:23

ເອຊາຢາ 60:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 15

    6/2016, ໜ້າ 21

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 90, 96-97

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 60:1ອຊຢ 51:17; 52:1
ອຊຢ. 60:1ອຊຢ 60:19, 20
ອຊຢ. 60:3ອຊຢ 11:10
ອຊຢ. 60:3ອຊຢ 49:23
ອຊຢ. 60:3ພນມ 21:23, 24
ອຊຢ. 60:4ອຊຢ 49:17, 18; 54:1
ອຊຢ. 60:4ອຊຢ 49:21, 22
ອຊຢ. 60:5ຢຣມ 33:9
ອຊຢ. 60:5ອຊຢ 61:6; ຮກ 2:7, 8
ອຊຢ. 60:61ຂຄ 1:32, 33
ອຊຢ. 60:6ມລກ 1:11
ອຊຢ. 60:7ອຊຢ 42:11
ອຊຢ. 60:7ປຖກ 25:13
ອຊຢ. 60:7ອພຍ 29:39, 42; ອຊຢ 56:6, 7
ອຊຢ. 60:7ຮກ 2:9
ອຊຢ. 60:9ອຊຢ 51:5
ອຊຢ. 60:9ອຊຢ 60:4; 66:20
ອຊຢ. 60:9ພສ 149:4; ອຊຢ 52:1; 55:5
ອຊຢ. 60:10ອຊຣ 7:27; ນຮຢ 2:7, 8; ອຊຢ 49:23
ອຊຢ. 60:10ພບຍ 30:3; ພສ 30:5; ອຊຢ 54:7; 57:17, 18
ອຊຢ. 60:11ພນມ 21:25, 26
ອຊຢ. 60:11ອຊຢ 60:3, 5
ອຊຢ. 60:12ອຊຢ 41:11
ອຊຢ. 60:13ອຊຢ 35:1, 2
ອຊຢ. 60:13ອຊຢ 41:19; 55:13
ອຊຢ. 60:13ພສ 132:7
ອຊຢ. 60:14ອຊຢ 62:12
ອຊຢ. 60:152ຂຄ 36:20, 21; ອຊຢ 49:14; ຢຣມ 30:17; ສສ 1:4
ອຊຢ. 60:15ອຊຢ 35:10; 61:7; ຢຣມ 33:10, 11
ອຊຢ. 60:16ອຊຢ 61:6
ອຊຢ. 60:16ອຊຢ 49:23
ອຊຢ. 60:16ອຊຢ 49:26
ອຊຢ. 60:17ອຊຢ 1:26; 32:1
ອຊຢ. 60:18ອຊຢ 2:4; 11:9; 54:14; ຊຄຢ 9:8
ອຊຢ. 60:18ອຊຢ 26:1
ອຊຢ. 60:19ພສ 36:9; ອຊຢ 60:1; ພນມ 21:23; 22:5
ອຊຢ. 60:19ຊຄຢ 2:4, 5
ອຊຢ. 60:20ພສ 27:1; 84:11
ອຊຢ. 60:20ອຊຢ 25:8; 30:19; 35:10
ອຊຢ. 60:21ອຊຢ 43:6, 7
ອຊຢ. 60:21ອຊຢ 44:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 60:1-22

ເອຊາຢາ

60 “ຜູ້ຍິງເອີ້ຍ ລຸກ​ຂຶ້ນ​ແມ້+ ແລ້ວ​ສ່ອງ​ແສງ​ອອກ​ໄປ ຍ້ອນ​ວ່າ​ແສງ​ສະຫວ່າງ​ໄດ້​ສ່ອງ​ມາ​ຮອດ​ເຈົ້າ​ແລ້ວ

ແລະ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ກໍ​ສ່ອງ​ມາ​ໃສ່​ເຈົ້າ.+

 2 ຖ້າ​ເບິ່ງ​ເດີ້ ຄວາມ​ມືດ​ຈະ​ປົກ​ຄຸມ​ຢູ່​ທົ່ວ​ໂລກ

ແລະ​ຂີ້ເຝື້ອ​ທີ່ດຳ​ໆ​ໜາ​ໆ​ຈະ​ປົກ​ຄຸມ​ຊາດ​ຕ່າງ​ໆ​.

ແຕ່​ພະ​ເຢໂຫວາ​ຈະ​ສ່ອງ​ແສງ​ໃສ່​ເຈົ້າ

ແລະ​ຄົນອື່ນ​ຈະ​ເຫັນ​ແສງ​ລັດ​ສະໝີ​ຂອງ​ເພິ່ນ​ທີ່​ສ່ອງ​ໃສ່​ເຈົ້າ.

 3 ຊາດ​ຕ່າງ​ໆ​ຈະ​ມາ​ຫາ​ແສງ​ສະຫວ່າງ​ຂອງ​ເຈົ້າ+

ພວກ​ກະສັດ+​ກໍ​ຈະ​ມາ​ຫາ​ແສງ​ສະຫວ່າງ​ທີ່​ເຈີດ​ຈ້າ​ຂອງ​ເຈົ້າ.+

 4 ເງີຍ​ໜ້າ​ຂຶ້ນ​ແລະ​ແນມ​ເບິ່ງ​ອ້ອມ​ຂ້າງ​ເຈົ້າ​ແມ້!

ເຂົາເຈົ້າ​ທັງໝົດ​ມາ​ລວມ​ກັນ​ແລ້ວ​ແລະ​ກຳລັງ​ມາ​ຫາ​ເຈົ້າ.

ລູກ​ຊາຍ​ຂອງ​ເຈົ້າ​ທີ່​ຢູ່​ບ່ອນ​ທີ່​ໄກ​ໆ​ກຳລັງ​ມາ+

ແລະ​ລູກສາວ​ຂອງ​ເຈົ້າ​ກໍ​ມີ​ຄົນ​ອູ້ມ​ຄາບ​ໃສ່​ແອວ​ມາ.+

 5 ໃນ​ຕອນ​ນັ້ນ ເຈົ້າ​ຈະ​ເຫັນ​ສິ່ງ​ນີ້​ແລະ​ມີ​ຄວາມສຸກ​ຫຼາຍ.+

ຫົວໃຈ​ຂອງ​ເຈົ້າ​ຈະ​ເຕັ້ນ​ແຮງ​ດ້ວຍ​ຄວາມ​ດີໃຈ

ຍ້ອນ​ວ່າ​ຄວາມ​ຮັ່ງ​ມີ​ຂອງ​ທະເລ​ຈະ​ໄຫຼ​ມາ​ຫາ​ເຈົ້າ

ແລະ​ຊັບ​ສົມບັດ​ຂອງ​ຊາດ​ຕ່າງ​ໆ​ກໍ​ຈະ​ມາ​ຫາ​ເຈົ້າ​ຄື​ກັນ.+

 6 ແຜ່ນດິນ​ຂອງ​ເຈົ້າ​ຈະ​ມີ​ຝູງ​ອູດ​ຢູ່​ເຕັມ

ເປັນ​ອູດ​ໂຕ​ຜູ້​ທີ່​ມາ​ຈາກ​ມີດີອານ​ແລະ​ເອຟາ.+

ຄົນ​ຈາກ​ເຊບາ​ກໍ​ຈະ​ມາ.

ເຂົາເຈົ້າ​ຈະ​ເອົາ​ຄຳ​ກັບ​ກຳຍານ*​ມາ​ນຳ.

ເຂົາເຈົ້າ​ຈະ​ສັນລະເສີນ​ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ຟັງ.+

 7 ຝູງ​ແກະ​ທັງໝົດ​ຈາກ​ເກດາ+​ຈະ​ຖືກ​ລວບລວມ​ແລະ​ພາ​ມາ​ຫາ​ເຈົ້າ.

ແລະ​ເຈົ້າ​ຍັງ​ຈະ​ໄດ້​ໃຊ້​ແກະ​ໂຕ​ຜູ້​ຈາກ​ເນບາໂຢດ+​ນຳ​ອີກ.

ພວກ​ມັນ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ເຮົາ​ພໍໃຈ​ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ເຮົາ.+

ເຮົາ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ມີ​ສະຫງ່າ​ລາສີ.+

 8 ຄົນ​ເຫຼົ່ານີ້​ແມ່ນ​ໃຜ​ທີ່​ລອຍ​ມາ​ຄື​ກັບ​ຂີ້ເຝື້ອ

ແລະ​ບິນ​ມາ​ຄື​ກັບ​ນົກ​ເຂົາ​ບິນ​ກັບ​ເມືອ​ຮັງ?

 9 ຄົນ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​ຈະ​ຫວັງ​ເພິ່ງ​ເຮົາ.+

ເຮືອ​ຈາກ​ຕາຊິດ​ຈະ​ນຳ​ໜ້າ​ມາ

ແລະ​ພາ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ມາ​ຈາກ​ບ່ອນ​ທີ່​ຢູ່​ໄກ​ໆ​.+

ເຂົາເຈົ້າ​ເອົາ​ເງິນ​ກັບ​ຄຳ​ມາ​ພ້ອມ.

ເຂົາເຈົ້າ​ມາ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ທີ່​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.

ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ກຽດ.*+

10 ຄົນ​ຕ່າງ​ຊາດ​ຈະ​ສ້າງ​ກຳແພງ​ໃຫ້​ເຈົ້າ

ແລະ​ພວກ​ກະສັດ​ຂອງ​ເຂົາເຈົ້າ​ຈະ​ຮັບໃຊ້​ເຈົ້າ.+

ຕອນ​ທີ່​ເຮົາ​ໃຈຮ້າຍ ເຮົາ​ໄດ້​ລົງໂທດ​ເຈົ້າ

ແຕ່​ຕອນ​ທີ່​ເຮົາ​ພໍໃຈ​ເຈົ້າ ເຮົາ​ຈະ​ອີ່ຕົນ​ເຈົ້າ.+

11 ປະຕູ​ເມືອງ​ຂອງ​ເຈົ້າ​ຈະ​ເປີດ​ໄວ້​ຕະຫຼອດ.+

ມັນ​ຈະ​ເປີດ​ໄວ້​ໝົດ​ມື້​ໝົດ​ຄືນ

ເພື່ອ​ໃຫ້​ຊາດ​ຕ່າງ​ໆ​ເອົາ​ຊັບ​ສົມບັດ​ມາ​ໃຫ້.

ພວກ​ກະສັດ​ຂອງ​ເຂົາເຈົ້າ​ຈະ​ຍ່າງ​ນຳ​ໜ້າ​ເຂົາເຈົ້າ​ມາ.+

12 ຊາດ​ໃດ​ແລະ​ປະເທດ​ໃດ​ທີ່​ບໍ່​ຍອມ​ຮັບໃຊ້​ເຈົ້າ​ຈະ​ຖືກ​ທຳລາຍ.

ຊາດ​ເຫຼົ່າ​ນັ້ນ​ຈະ​ຈິບຫາຍ.+

13 ຕົ້ນ​ໄມ້​ທີ່​ດີ​ທີ່ສຸດ​ຈາກ​ເລບານອນ​ຈະ​ມາ​ເປັນ​ຂອງ​ເຈົ້າ.+

ຕົ້ນ​ຈູນິເປີ້* ຕົ້ນ​ແອັດສ໌* ແລະ​ຕົ້ນ​ແປກ+

ຈະ​ຖືກ​ໃຊ້​ເພື່ອ​ຕົກ​ແຕ່ງ​ວິຫານ​ຂອງ​ເຮົາ.

ເຮົາ​ຈະ​ເຮັດ​ໃຫ້​ບ່ອນ​ວາງ​ຕີນ​ຂອງ​ເຮົາ​ງົດງາມ.+

14 ພວກ​ລູກ​ຊາຍ​ຂອງ​ຄົນ​ທີ່​ກົດຂີ່​ຂົ່ມເຫງ​ເຈົ້າ​ຈະ​ມາ​ໝູບ​ລົງ​ຢູ່​ຕໍ່​ໜ້າ​ເຈົ້າ.

ທຸກ​ຄົນ​ທີ່​ດູຖູກ​ເຈົ້າ​ຈະ​ຕ້ອງ​ໝູບ​ລົງ​ຢູ່​ຕີນ​ເຈົ້າ.

ເຂົາເຈົ້າ​ຈະ​ເອີ້ນ​ເຈົ້າ​ວ່າ​ເມືອງ​ຂອງ​ພະ​ເຢໂຫວາ

ຊີໂອນ​ຂອງ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+

15 ເຖິງ​ວ່າ​ເຮົາ​ເຄີຍ​ປະຖິ້ມ​ເຈົ້າ ແລະ​ເຖິງ​ວ່າ​ທຸກ​ຄົນ​ເຄີຍ​ຊັງ​ເຈົ້າ​ແລະ​ບໍ່​ຍ່າງ​ຜ່ານ​ເຈົ້າ+

ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ສິ່ງ​ທີ່​ຄົນ​ຈະ​ຍ້ອງຍໍ​ຕະຫຼອດໄປ

ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ຍິນດີ​ຕະຫຼອດ​ທຸກ​ຍຸກ​ທຸກ​ສະໄໝ.+

16 ຊາດ​ຕ່າງ​ໆ​ແລະ​ພວກ​ກະສັດ​ຈະ​ຈັດ​ໃຫ້​ເຈົ້າ​ມີ​ທຸກ​ສິ່ງ​ທຸກ​ຢ່າງ+

ຄື​ກັບ​ແມ່​ທີ່​ໃຫ້​ລູກ​ກິນ​ນົມ​ຢ່າງບໍ່​ອັ້ນ.+

ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຈົ້າ​ໃຫ້​ລອດ

ເຮົາ​ເປັນ​ພະເຈົ້າ​ຜູ້​ມີ​ລິດເດດ​ຂອງ​ຢາໂຄບ​ທີ່​ໄຖ່​ເຈົ້າ​ຄືນ​ມາ.+

17 ເຮົາ​ຈະ​ເອົາ​ຄຳ​ມາ​ແທນ​ທອງແດງ

ເອົາ​ເງິນ​ມາ​ແທນ​ເຫຼັກ

ເອົາ​ທອງແດງ​ມາ​ແທນ​ໄມ້

ແລະ​ເອົາ​ເຫຼັກ​ມາ​ແທນ​ຫີນ.

ເຮົາ​ຈະ​ໃຫ້​ຄວາມ​ສະຫງົບສຸກ​ເປັນ​ຜູ້​ເບິ່ງແຍງ​ເຈົ້າ

ແລະ​ໃຫ້​ຄວາມ​ຖືກຕ້ອງ​ເປັນ​ຫົວໜ້າ​ເຈົ້າ.+

18 ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ເລື່ອງ​ຄວາມ​ຮຸນແຮງ​ໃນ​ແຜ່ນດິນ​ຂອງ​ເຈົ້າ

ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ເລື່ອງ​ການ​ທຳລາຍ​ໃນ​ເຂດ​ແດນ​ຂອງ​ເຈົ້າ​ອີກ.+

ເຈົ້າ​ຈະ​ເອີ້ນ​ກຳແພງ​ຂອງ​ເຈົ້າ​ວ່າ​ຄວາມ​ລອດ+ ແລະ​ຈະ​ເອີ້ນ​ປະຕູ​ເມືອງ​ຂອງ​ເຈົ້າ​ວ່າ​ຄຳ​ສັນລະເສີນ.

19 ໃນ​ຕອນ​ກາງເວັນ​ເຈົ້າ​ຈະ​ບໍ່​ຕ້ອງ​ໃຫ້​ຕາເວັນ​ເປັນ​ແສງ​ສະຫວ່າງ​ໃຫ້​ເຈົ້າ

ແລະ​ໃນ​ຕອນ​ກາງຄືນ​ເຈົ້າ​ຈະ​ບໍ່​ຕ້ອງ​ໃຫ້​ເດືອນ​ສ່ອງ​ແສງ​ໃຫ້​ເຈົ້າ

ຍ້ອນ​ພະ​ເຢໂຫວາ​ຈະ​ເປັນ​ແສງ​ສະຫວ່າງ​ໃຫ້​ເຈົ້າ​ຕະຫຼອດໄປ.+

ພະເຈົ້າ​ຂອງ​ເຈົ້າ​ຈະ​ສ່ອງ​ແສງ​ໃສ່​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ງົດງາມ.+

20 ຕາເວັນ​ຂອງ​ເຈົ້າ​ຈະ​ບໍ່​ຕົກ​ດິນ​ຈັກ​ເທື່ອ

ແລະ​ເດືອນ​ຂອງ​ເຈົ້າ​ຈະ​ສ່ອງ​ແສງ​ຕະຫຼອດ

ຍ້ອນ​ພະ​ເຢໂຫວາ​ຈະ​ເປັນ​ແສງ​ສະຫວ່າງ​ໃຫ້​ເຈົ້າ​ສະເໝີ+

ແລະ​ມື້​ທີ່​ເຈົ້າ​ຕ້ອງ​ໂສກເສົ້າ​ເສຍໃຈ​ກໍ​ຈະ​ບໍ່​ມີ​ອີກ​ຕໍ່ໄປ.+

21 ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

ເຂົາເຈົ້າ​ຈະ​ເປັນ​ເຈົ້າ​ຂອງ​ແຜ່ນດິນ​ນີ້​ຕະຫຼອດໄປ.

ເຂົາເຈົ້າ​ເປັນ​ໜໍ່​ທີ່​ແຕກ​ອອກ​ຈາກ​ເມັດ​ພືດ​ທີ່​ເຮົາ​ຫວ່ານ

ເປັນ​ຜົນ​ງານ​ຈາກ​ມື​ຂອງ​ເຮົາ+​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ກຽດ.+

22 ຄົນ​ຈຳນວນ​ໜ້ອຍ​ຈະ​ເພີ່ມ​ຂຶ້ນ​ເປັນ​ຈຳນວນ​ພັນ.

ຄົນ​ທີ່​ອ່ອນແອ​ຈະ​ກາຍ​ເປັນ​ຊາດ​ທີ່​ເຂັ້ມແຂງ.

ເຮົາ​ເຢໂຫວາ​ຈະ​ເລັ່ງ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ຕາມ​ເວລາ​ທີ່​ເໝາະສົມ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌