ເພງສັນລະເສີນ
33 ພວກເຈົ້າທີ່ເຮັດສິ່ງທີ່ຖືກຕ້ອງ ໃຫ້ໂຫ່ຮ້ອງດ້ວຍຄວາມມ່ວນຊື່ນຍ້ອນສິ່ງດີໆທີ່ພະເຢໂຫວາເຮັດ.+
ຄົນທີ່ສັດຊື່ຄວນຈະສັນລະເສີນເພິ່ນ.
2 ໃຫ້ດີດພິນຂອບໃຈພະເຢໂຫວາ.
ໃຫ້ຫຼິ້ນເຄື່ອງດົນຕີທີ່ມີ 10 ສາຍແລະຮ້ອງເພງ*ສັນລະເສີນເພິ່ນ.
3 ໃຫ້ຮ້ອງເພງໃໝ່ໃຫ້ເພິ່ນ.+
ໃຫ້ຫຼິ້ນເຄື່ອງດົນຕີທີ່ມີສາຍຢ່າງສຸດຄວາມສາມາດແລະຮ້ອງເພງດ້ວຍຄວາມມ່ວນຊື່ນ.
4 ສິ່ງທີ່ພະເຢໂຫວາເວົ້າເປັນຄວາມຈິງ+
ແລະທຸກສິ່ງທີ່ເພິ່ນເຮັດກໍໄວ້ໃຈໄດ້.
5 ເພິ່ນຮັກຄວາມຖືກຕ້ອງແລະຮັກຄວາມຍຸຕິທຳ.+
ຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາເຫັນໄດ້ຈາກທຸກສິ່ງໃນໂລກນີ້.+
6 ສະຫວັນຖືກສ້າງຂຶ້ນຕາມຄຳສັ່ງຂອງພະເຢໂຫວາ+
ແລະສິ່ງຕ່າງໆທີ່ຢູ່ໃຕ້ຟ້າກໍຖືກສ້າງຂຶ້ນດ້ວຍລົມຈາກປາກຂອງເພິ່ນ.
7 ເພິ່ນເອົານ້ຳທະເລມາລວມກັນຄືກັບເກັບໄວ້ໃນເຂື່ອນ.+
ເພິ່ນເອົານ້ຳທີ່ໄຫຼແຮງມາເກັບໄວ້ໃນຄັງ.
8 ໃຫ້ທຸກຄົນໃນໂລກຢ້ານຢຳພະເຢໂຫວາ.+
ໃຫ້ທຸກຄົນທີ່ຢູ່ໃນແຜ່ນດິນຢ້ານແລະນັບຖືເພິ່ນ.
11 ແຕ່ຄຳແນະນຳ*ຂອງພະເຢໂຫວາຈະໃຊ້ໄດ້ຕະຫຼອດໄປ.+
ບໍ່ວ່າຈະຜ່ານໄປຈັກຍຸກຈັກສະໄໝ ຄວາມຄິດໃນໃຈຂອງເພິ່ນກໍບໍ່ປ່ຽນ.
12 ຊາດໃດທີ່ມີພະເຢໂຫວາເປັນພະເຈົ້າກໍມີຄວາມສຸກ.+
ປະຊາຊົນທີ່ເພິ່ນເລືອກໃຫ້ເປັນຊັບສົມບັດຂອງເພິ່ນກໍມີຄວາມສຸກ.+
13 ພະເຢໂຫວາແນມລົງມາຈາກສະຫວັນ
ເພິ່ນເຫັນມະນຸດທຸກຄົນ.+
14 ເພິ່ນແນມລົງມາເບິ່ງຄົນຢູ່ໂລກ
ຈາກບ່ອນຢູ່ຂອງເພິ່ນ.
15 ເພິ່ນເປັນຜູ້ທີ່ສ້າງຫົວໃຈຂອງທຸກຄົນ.
ເພິ່ນກວດສອບທຸກສິ່ງທີ່ເຂົາເຈົ້າເຮັດ.+
16 ເຖິງວ່າກະສັດຈະມີກອງທັບໃຫຍ່ ກໍບໍ່ໄດ້ໝາຍຄວາມວ່າລາວຈະລອດ.+
ເຖິງວ່າທະຫານທີ່ເກັ່ງໆຈະມີເຫື່ອແຮງຫຼາຍ ກໍບໍ່ໄດ້ໝາຍຄວາມວ່າລາວຈະບໍ່ຕາຍ.+
17 ເຖິງວ່າຈະມີມ້າ ກໍບໍ່ໄດ້ຮັບປະກັນວ່າຈະລອດໄປໄດ້.*+
ເຖິງວ່າມັນຈະມີແຮງຫຼາຍ ກໍບໍ່ໄດ້ຮັບປະກັນວ່າຈະປອດໄພ.
18 ພະເຢໂຫວາເຝົ້າເບິ່ງຄົນທີ່ຢ້ານຢຳເພິ່ນ+
ແລະຄົນທີ່ລໍຖ້າຄວາມຮັກທີ່ໝັ້ນຄົງຂອງເພິ່ນ
19 ເພື່ອຊ່ວຍເຂົາເຈົ້າໃຫ້ລອດຈາກຄວາມຕາຍ
ແລະເພື່ອຊ່ວຍເຂົາເຈົ້າໃຫ້ມີຊີວິດຢູ່ຕໍ່ໄປໃນຕອນທີ່ມີຄວາມອຶດຢາກ.+
20 ພວກເຮົາຫວັງໃຫ້ພະເຢໂຫວາຊ່ວຍພວກເຮົາ.
ເພິ່ນເປັນຜູ້ຊ່ວຍແລະເປັນໂລ້ຂອງພວກເຮົາ.+
21 ພວກເຮົາດີໃຈຍ້ອນເພິ່ນ.
ພວກເຮົາໄວ້ໃຈໃນຊື່ທີ່ບໍລິສຸດຂອງເພິ່ນ.+