ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຟໂຊ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຟໂຊ

      • ພະເຈົ້າ​ເຮັດ​ໃຫ້​ມີ​ຊີວິດ​ຮ່ວມ​ກັບ​ພະຄລິດ (1-10)

      • ກຳແພງ​ຂັ້ນ​ລະຫວ່າງ​ຄົນ 2 ກຸ່ມ​ຖືກ​ທຳລາຍ (11-22)

ເອເຟໂຊ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 2:13

ເອເຟໂຊ 2:2

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:2; ອຟຊ 4:17
  • +ຢຮ 12:31
  • +1ກຣ 2:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 53-54

ເອເຟໂຊ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 6:9-11
  • +1ປຕ 4:3
  • +ຢຮ 3:36

ເອເຟໂຊ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 145:9
  • +ຣມ 5:8; 1ຢຮ 4:9, 19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2021, ໜ້າ 8-9

ເອເຟໂຊ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 2:12, 13

ເອເຟໂຊ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 1:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/8/2015, ໜ້າ 7

ເອເຟໂຊ 2:7

ໄຂເງື່ອນ

  • *

    ຫຼື “ໃນ​ຍຸກ​ໜ້າ.” ເບິ່ງ​ຄຳ​ວ່າ “ຍຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2016, ໜ້າ 25-26

ເອເຟໂຊ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 4:16

ເອເຟໂຊ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 3:20

ເອເຟໂຊ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 6:15
  • +ອຟຊ 1:3, 4

ເອເຟໂຊ 2:11

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ເອເຟໂຊ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 9:4
  • +ອຊຢ 65:1

ເອເຟໂຊ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 1:19, 20
  • +ກລຊ 3:11
  • +ລລວ 20:26; ກລຊ 2:13, 14

ເອເຟໂຊ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 12:12; ຄລຕ 3:28

ເອເຟໂຊ 2:16

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ແປ​ຕາມ​ໂຕ​ວ່າ “ຮ່າງກາຍ​ດຽວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 12:2
  • +ກຈກ 10:28

ເອເຟໂຊ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 2:12
  • +ຟລປ 3:20
  • +1ຕມ 3:15; ຮຣ 3:6

ເອເຟໂຊ 2:20

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 12:28
  • +ອຊຢ 28:16

ເອເຟໂຊ 2:21

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 2:19
  • +1ກຣ 3:16; 6:19

ເອເຟໂຊ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 2:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຟຊ. 2:1ກລຊ 2:13
ອຟຊ. 2:2ຣມ 12:2; ອຟຊ 4:17
ອຟຊ. 2:2ຢຮ 12:31
ອຟຊ. 2:21ກຣ 2:12
ອຟຊ. 2:31ກຣ 6:9-11
ອຟຊ. 2:31ປຕ 4:3
ອຟຊ. 2:3ຢຮ 3:36
ອຟຊ. 2:4ພສ 145:9
ອຟຊ. 2:4ຣມ 5:8; 1ຢຮ 4:9, 19
ອຟຊ. 2:5ກລຊ 2:12, 13
ອຟຊ. 2:6ອຟຊ 1:3
ອຟຊ. 2:8ຣມ 4:16
ອຟຊ. 2:9ຣມ 3:20
ອຟຊ. 2:10ຄລຕ 6:15
ອຟຊ. 2:10ອຟຊ 1:3, 4
ອຟຊ. 2:12ຣມ 9:4
ອຟຊ. 2:12ອຊຢ 65:1
ອຟຊ. 2:14ກລຊ 1:19, 20
ອຟຊ. 2:14ກລຊ 3:11
ອຟຊ. 2:14ລລວ 20:26; ກລຊ 2:13, 14
ອຟຊ. 2:151ກຣ 12:12; ຄລຕ 3:28
ອຟຊ. 2:16ຮຣ 12:2
ອຟຊ. 2:16ກຈກ 10:28
ອຟຊ. 2:19ອຟຊ 2:12
ອຟຊ. 2:19ຟລປ 3:20
ອຟຊ. 2:191ຕມ 3:15; ຮຣ 3:6
ອຟຊ. 2:201ກຣ 12:28
ອຟຊ. 2:20ອຊຢ 28:16
ອຟຊ. 2:21ກລຊ 2:19
ອຟຊ. 2:211ກຣ 3:16; 6:19
ອຟຊ. 2:221ປຕ 2:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເອເຟໂຊ 2:1-22

ຈົດໝາຍເຖິງຄລິດສະຕຽນໃນເມືອງເອເຟໂຊ

2 ພະເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຊີວິດ​ຢູ່ ທັງ​ໆ​ທີ່​ພວກ​ເຈົ້າ​ຕາຍ​ໄປ​ແລ້ວ​ຍ້ອນ​ບາບ​ແລະ​ການ​ເຮັດ​ຜິດ.+ 2 ພວກ​ເຈົ້າ​ເຄີຍ​ໃຊ້​ຊີວິດ​ຄື​ກັບ​ຄົນ​ໃນ​ໂລກ​ທີ່​ຢູ່​ໃນ​ຍຸກ*​ນີ້+ ແລະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ມີ​ອຳນາດ​ທີ່​ຄວບຄຸມ​ນ້ຳໃຈ​ຂອງ​ໂລກ.+ ນ້ຳໃຈ​ນີ້+​ມີ​ຢູ່​ທຸກ​ໆ​ບ່ອນ​ຄື​ກັບ​ອາກາດ​ແລະ​ກຳລັງ​ມີ​ອິດທິພົນ​ຕໍ່​ຄົນ​ທີ່​ບໍ່​ເຊື່ອຟັງ. 3 ແຕ່​ກີ້​ພວກ​ເຮົາ​ທຸກ​ຄົນ​ເຄີຍ​ໃຊ້​ຊີວິດ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດ​ໆ​ຄື​ກັບ​ຄົນ​ເຫຼົ່າ​ນັ້ນ.+ ພວກ​ເຮົາ​ເຮັດ​ສິ່ງ​ທີ່​ຮ່າງ​ກາຍ​ແລະ​ຈິດໃຈ​ຕ້ອງການ.+ ຕັ້ງແຕ່​ເກີດ​ມາ ພວກ​ເຮົາ​ເປັນ​ຄົນ​ທີ່​ສົມຄວນ​ຈະ​ຖືກ​ລົງໂທດ+​ຄື​ກັບ​ຄົນ​ອື່ນ​ໆ​ 4 ແຕ່​ພະເຈົ້າ​ມີ​ຄວາມ​ເມດຕາ​ຫຼາຍ​ແທ້​ໆ​+​ແລະ​ຮັກ​ພວກ​ເຮົາ​ຫຼາຍ​ອີ່ຫຼີ+ 5 ເພິ່ນ​ຈຶ່ງ​ໃຫ້​ພວກ​ເຮົາ​ມີ​ຊີວິດ​ຮ່ວມ​ກັບ​ພະຄລິດ​ເຖິງ​ວ່າ​ພວກ​ເຮົາ​ຕາຍ​ໄປ​ແລ້ວ​ຍ້ອນ​ການ​ເຮັດ​ຜິດ.+ ພວກ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ກໍ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ. 6 ເພິ່ນ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຊີວິດ​ແລະ​ໃຫ້​ພວກ​ເຮົາ​ນັ່ງ​ຮ່ວມ​ກັບ​ພະຄລິດ​ເຢຊູ​ໃນ​ສະຫວັນ​ໃນ​ຖານະ​ລູກສິດ​ຂອງ​ເພິ່ນ.+ 7 ເພິ່ນ​ເຮັດ​ແບບ​ນີ້​ເພື່ອ​ໃນ​ອະນາຄົດ* ເພິ່ນ​ຈະ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ເຮົາ​ຫຼາຍ​ໆ​ ຕອນ​ທີ່​ເພິ່ນ​ເຮັດ​ດີ​ຕໍ່​ພວກ​ເຮົາ​ທີ່​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ.

8 ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ນີ້​ແຫຼະ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ລອດ​ຍ້ອນ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ.+ ຄວາມ​ລອດ​ນີ້​ບໍ່​ໄດ້​ມາ​ຈາກ​ຄວາມ​ພະຍາຍາມ​ຂອງ​ພວກ​ເຈົ້າ​ເອງ ແຕ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ. 9 ໃນ​ເມື່ອ​ຄວາມ​ລອດ​ນີ້​ບໍ່​ໄດ້​ມາ​ຈາກ​ການ​ກະທຳ+ ຈຶ່ງ​ບໍ່​ມີ​ຜູ້​ໃດ​ອວດ​ໄດ້. 10 ພວກ​ເຮົາ​ເປັນ​ຜົນ​ງານ​ຂອງ​ພະເຈົ້າ​ແລະ​ຖືກ​ສ້າງ+​ໃຫ້​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ+ ເພື່ອ​ພວກ​ເຮົາ​ຈະ​ເຮັດ​ຄວາມ​ດີ​ຕາມ​ທີ່​ເພິ່ນ​ກຳນົດ​ໄວ້​ແລ້ວ​ສຳລັບ​ພວກ​ເຮົາ.

11 ດັ່ງນັ້ນ ຂໍ​ໃຫ້​ຈື່​ໄວ້​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ຕ່າງ​ຊາດ​ຕັ້ງແຕ່​ເກີດ ແລະ​ຄົນ​ທີ່​ຮັບ​ສິນຕັດ*​ໂດຍ​ມະນຸດ​ເຄີຍ​ເອີ້ນ​ພວກ​ເຈົ້າ​ວ່າ “ພວກ​ບໍ່​ຮັບ​ສິນຕັດ.” 12 ຕອນ​ນັ້ນ ພວກ​ເຈົ້າ​ບໍ່​ຮູ້​ຈັກ​ພະຄລິດ ບໍ່​ກ່ຽວ​ຂ້ອງ​ກັບ​ຄົນ​ອິດສະຣາເອນ ບໍ່​ມີ​ສ່ວນ​ຮ່ວມ​ໃນ​ສັນຍາ​ຕ່າງ​ໆ​ທີ່​ກ່ຽວ​ຂ້ອງ​ກັບ​ຄຳ​ສັນຍາ​ຂອງ​ພະເຈົ້າ.+ ພວກ​ເຈົ້າ​ເຄີຍ​ໃຊ້​ຊີວິດ​ໃນ​ໂລກ​ນີ້​ໂດຍ​ບໍ່​ມີ​ຄວາມ​ຫວັງ​ແລະ​ບໍ່​ຮູ້​ຈັກ​ພະເຈົ້າ.+ 13 ແຕ່​ຕອນນີ້ ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ​ແລ້ວ ພວກ​ເຈົ້າ​ທີ່​ເຄີຍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ​ຈຶ່ງ​ໄດ້​ເຂົ້າ​ມາ​ໃກ້​ເພິ່ນ​ໂດຍ​ອາໄສ​ເລືອດ​ຂອງ​ພະຄລິດ. 14 ພະຄລິດ​ເຮັດ​ໃຫ້​ພວກ​ເຮົາ​ມີ​ສັນຕິສຸກ.+ ເພິ່ນ​ເຮັດ​ໃຫ້ 2 ກຸ່ມ​ມາ​ເປັນ​ກຸ່ມ​ດຽວ​ກັນ+​ແລະ​ທຳລາຍ​ກຳແພງ​ທີ່​ຂັ້ນ​ລະຫວ່າງ 2 ກຸ່ມ​ນັ້ນ.+ 15 ເມື່ອ​ພະຄລິດ​ສະລະ​ຮ່າງ​ກາຍ​ຂອງ​ໂຕເອງ ເພິ່ນ​ໄດ້​ຍົກເລີກ​ກົດໝາຍ​ຂອງ​ໂມເຊ​ທີ່​ມີ​ຂໍ້​ກຳນົດ​ແລະ​ຄຳສັ່ງ​ຕ່າງ​ໆ​ທີ່​ເຮັດ​ໃຫ້ 2 ກຸ່ມ​ນັ້ນ​ເປັນ​ສັດຕູ​ກັນ. ຈາກ​ນັ້ນ ເພິ່ນ​ເຮັດ​ໃຫ້ 2 ກຸ່ມ​ນັ້ນ​ລວມ​ເປັນ​ກຸ່ມ​ໃໝ່.+ ເຂົາ​ເຈົ້າ​ທຸກ​ຄົນ​ເປັນ​ລູກສິດ​ຂອງ​ພະຄລິດ ແລະ​ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ສັນຕິສຸກ. 16 ຄວາມ​ຕາຍ​ຂອງ​ພະຄລິດ​ເທິງ​ເສົາ​ທໍລະມານ*+​ເຮັດ​ໃຫ້​ທັງ​ສອງ​ກຸ່ມ​ຄືນດີ​ກັບ​ພະເຈົ້າ​ແລະ​ລວມ​ເຂົາ​ເຈົ້າ​ໃຫ້​ເປັນ​ກຸ່ມ​ດຽວ* ຍ້ອນ​ເພິ່ນ​ໄດ້​ກຳຈັດ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ເປັນ​ສັດຕູ​ກັນ​ໝົດ​ໄປ​ແລ້ວ.+ 17 ພະຄລິດ​ມາ​ປະກາດ​ຂ່າວ​ດີ​ເລື່ອງ​ສັນຕິສຸກ​ກັບ​ພວກ​ເຈົ້າ​ທີ່​ເຄີຍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ​ແລະ​ກັບ​ຄົນ​ກຸ່ມ​ນັ້ນ​ທີ່​ຢູ່​ໃກ້​ກັບ​ພະເຈົ້າ. 18 ເຄື່ອງ​ບູຊາ​ຂອງ​ພະຄລິດ​ເຮັດ​ໃຫ້​ພວກ​ເຮົາ 2 ກຸ່ມ​ເຂົ້າ​ມາ​ຫາ​ພະເຈົ້າ​ຜູ້​ເປັນ​ພໍ່​ໄດ້​ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ພະລັງ​ບໍລິສຸດ​ອັນດຽວ​ກັນ.

19 ດັ່ງນັ້ນ ພວກ​ເຈົ້າ​ຈຶ່ງ​ບໍ່​ແມ່ນ​ຄົນ​ແປກໜ້າ​ຫຼື​ຄົນ​ຕ່າງ​ຊາດ​ອີກ​ຕໍ່​ໄປ+ ແຕ່​ເປັນ​ພົນລະເມືອງ+​ນຳ​ກັນ​ກັບ​ພວກ​ຜູ້​ບໍລິສຸດ​ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພະເຈົ້າ.+ 20 ພວກ​ເຈົ້າ​ຖືກ​ສ້າງ​ເປັນ​ຕຶກ​ທີ່​ມີ​ຮາກຖານ​ເປັນ​ອັກຄະສາວົກ*​ແລະ​ພວກ​ຜູ້​ພະຍາກອນ+ ແລະ​ມີ​ພະຄລິດ​ເຢຊູ​ເປັນ​ຫີນ​ຫົວແຈ*​ຂອງ​ຮາກຖານ​ນັ້ນ.+ 21 ການ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະຄລິດ​ເຮັດ​ໃຫ້​ທຸກ​ສ່ວນ​ຂອງ​ຕຶກ​ເຊື່ອມ​ຕໍ່​ກັນ​ຢ່າງ​ດີ+​ຈົນ​ກາຍ​ເປັນ​ວິຫານ​ທີ່​ບໍລິສຸດ​ສຳລັບ​ພະ​ເຢໂຫວາ.*+ 22 ໃນ​ເມື່ອ​ພວກ​ເຈົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະຄລິດ ພະເຈົ້າ​ຈຶ່ງ​ສ້າງ​ພວກ​ເຈົ້າ​ທັງໝົດ​ໃຫ້​ເປັນ​ເຮືອນ​ທີ່​ເພິ່ນ​ຢູ່​ໂດຍ​ທາງ​ພະ​ລັງ​ຂອງ​ເພິ່ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌