ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 37
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ເຮເຊກີຢາ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຜ່ານ​ທາງ​ເອຊາຢາ (1-​7)

      • ເຊນນາເກຣິບ​ເວົ້າ​ຂູ່​ໃຫ້​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຢ້ານ (8-​13)

      • ຄຳ​ອະທິດຖານ​ຂອງ​ເຮເຊກີຢາ (14-​20)

      • ພະເຈົ້າ​ຕອບ​ຜ່ານ​ທາງ​ເອຊາຢາ (21-​35)

      • ທູດສະຫວັນ​ອົງ​ໜຶ່ງ​ຂ້າ​ທະຫານ​ອັດຊີເຣຍ 185.000 ຄົນ (36-​38)

ເອຊາຢາ 37:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:1-4

ເອຊາຢາ 37:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 26:22; ອຊຢ 1:1

ເອຊາຢາ 37:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 26:17, 18

ເອຊາຢາ 37:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:45; 2ກສ 18:28, 35
  • +2ຂຄ 32:20; ພສ 50:15; ຢອ 2:17
  • +2ກສ 17:18

ເອຊາຢາ 37:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:5-7

ເອຊາຢາ 37:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:1
  • +2ກສ 18:17

ເອຊາຢາ 37:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 21:1
  • +2ຂຄ 32:21; ອຊຢ 37:37, 38

ເອຊາຢາ 37:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:29, 30; 2ກສ 8:22; 19:8-13

ເອຊາຢາ 37:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:17

ເອຊາຢາ 37:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:15

ເອຊາຢາ 37:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:5, 6; 2ຂຄ 32:13; ອຊຢ 10:11

ເອຊາຢາ 37:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 36:19
  • +ປຖກ 11:31

ເອຊາຢາ 37:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:24; ອຊຢ 36:19

ເອຊາຢາ 37:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:14-19

ເອຊາຢາ 37:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:30; 2ຂຄ 6:20; 20:9; ດນອ 9:3

ເອຊາຢາ 37:16

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ລະຫວ່າງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 46:7; ອຊຢ 8:13

ເອຊາຢາ 37:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 6:40; ພສ 65:2
  • +2ຂຄ 16:9; 1ປຕ 3:12
  • +ອຊຢ 37:4

ເອຊາຢາ 37:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:29; 16:8, 9; 1ຂຄ 5:26

ເອຊາຢາ 37:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 10:11
  • +ອຊຢ 40:19; 41:7; ຢຣມ 10:3; ຮຊອ 8:6; ກຈກ 17:29

ເອຊາຢາ 37:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:31, 39; ພສ 83:18; 96:5

ເອຊາຢາ 37:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:20, 21

ເອຊາຢາ 37:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:4, 16
  • +2ກສ 18:30, 35; ອຊຢ 10:12, 13
  • +ອພຍ 15:11; 2ກສ 19:22-24; ອຊຢ 10:20; ອຊກ 39:7

ເອຊາຢາ 37:24

ໄຂເງື່ອນ

  • *

    ຕົ້ນ​ແປກ​ຊະນິດ​ໜຶ່ງ

  • *

    ຕົ້ນ​ແປກ​ຊະນິດ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:17
  • +ອຊຢ 10:10, 11

ເອຊາຢາ 37:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 33:11; ອຊຢ 46:10
  • +ອຊຢ 55:10, 11
  • +2ກສ 19:25, 26

ເອຊາຢາ 37:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 5:21; 15:3; ຮຣ 4:13
  • +2ກສ 19:27, 28

ເອຊາຢາ 37:29

ໄຂເງື່ອນ

  • *

    ເຊືອກ​ນີ້​ມັດ​ຢູ່​ສອງ​ສົ້ນ​ຂອງ​ເຫຼັກ​ສຳລັບ​ໃສ່​ປາກ​ມ້າ​ເພື່ອ​ຈະ​ຄວບຄຸມ​ມັນ​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 46:6; ອຊຢ 10:15; 37:23
  • +ອຊຢ 36:4, 20
  • +ພສ 32:9

ເອຊາຢາ 37:30

ໄຂເງື່ອນ

  • *

    ໝາຍເຖິງ​ເຮເຊກີຢາ

  • *

    ຫຼື “ເກີດ​ມາ​ຈາກ​ເມັດ​ເຂົ້າ​ທີ່​ຫຼົ່ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:29-31

ເອຊາຢາ 37:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:9; 10:20, 21

ເອຊາຢາ 37:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:4
  • +ອຊຢ 59:17; ຢອ 2:18; ຊຄຢ 1:14, 15

ເອຊາຢາ 37:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 10:24
  • +2ຂຄ 32:22; ອຊຢ 10:32
  • +2ກສ 19:32-34

ເອຊາຢາ 37:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 31:5
  • +ພບຍ 32:27; 1ຊມ 12:22; 2ກສ 20:6; ອຊກ 36:22
  • +1ກສ 15:4

ເອຊາຢາ 37:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:35-37; 2ຂຄ 32:21

ເອຊາຢາ 37:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:8, 11; 2ກສ 19:7, 28; ຢນ 1:2

ເອຊາຢາ 37:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:21
  • +ປຖກ 8:4
  • +ອຊຣ 4:1, 2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 37:12ກສ 19:1-4
ອຊຢ. 37:22ຂຄ 26:22; ອຊຢ 1:1
ອຊຢ. 37:3ອຊຢ 26:17, 18
ອຊຢ. 37:41ຊມ 17:45; 2ກສ 18:28, 35
ອຊຢ. 37:42ຂຄ 32:20; ພສ 50:15; ຢອ 2:17
ອຊຢ. 37:42ກສ 17:18
ອຊຢ. 37:52ກສ 19:5-7
ອຊຢ. 37:6ພບຍ 20:1
ອຊຢ. 37:62ກສ 18:17
ອຊຢ. 37:7ສພສ 21:1
ອຊຢ. 37:72ຂຄ 32:21; ອຊຢ 37:37, 38
ອຊຢ. 37:8ຢຊ 10:29, 30; 2ກສ 8:22; 19:8-13
ອຊຢ. 37:92ກສ 18:17
ອຊຢ. 37:102ຂຄ 32:15
ອຊຢ. 37:112ກສ 17:5, 6; 2ຂຄ 32:13; ອຊຢ 10:11
ອຊຢ. 37:12ອຊຢ 36:19
ອຊຢ. 37:12ປຖກ 11:31
ອຊຢ. 37:132ກສ 17:24; ອຊຢ 36:19
ອຊຢ. 37:142ກສ 19:14-19
ອຊຢ. 37:151ກສ 8:30; 2ຂຄ 6:20; 20:9; ດນອ 9:3
ອຊຢ. 37:16ພສ 46:7; ອຊຢ 8:13
ອຊຢ. 37:172ຂຄ 6:40; ພສ 65:2
ອຊຢ. 37:172ຂຄ 16:9; 1ປຕ 3:12
ອຊຢ. 37:17ອຊຢ 37:4
ອຊຢ. 37:182ກສ 15:29; 16:8, 9; 1ຂຄ 5:26
ອຊຢ. 37:19ອຊຢ 10:11
ອຊຢ. 37:19ອຊຢ 40:19; 41:7; ຢຣມ 10:3; ຮຊອ 8:6; ກຈກ 17:29
ອຊຢ. 37:20ພບຍ 32:31, 39; ພສ 83:18; 96:5
ອຊຢ. 37:212ກສ 19:20, 21
ອຊຢ. 37:232ກສ 19:4, 16
ອຊຢ. 37:232ກສ 18:30, 35; ອຊຢ 10:12, 13
ອຊຢ. 37:23ອພຍ 15:11; 2ກສ 19:22-24; ອຊຢ 10:20; ອຊກ 39:7
ອຊຢ. 37:242ຂຄ 32:17
ອຊຢ. 37:24ອຊຢ 10:10, 11
ອຊຢ. 37:26ພສ 33:11; ອຊຢ 46:10
ອຊຢ. 37:26ອຊຢ 55:10, 11
ອຊຢ. 37:262ກສ 19:25, 26
ອຊຢ. 37:28ສພສ 5:21; 15:3; ຮຣ 4:13
ອຊຢ. 37:282ກສ 19:27, 28
ອຊຢ. 37:29ພສ 46:6; ອຊຢ 10:15; 37:23
ອຊຢ. 37:29ອຊຢ 36:4, 20
ອຊຢ. 37:29ພສ 32:9
ອຊຢ. 37:302ກສ 19:29-31
ອຊຢ. 37:31ອຊຢ 1:9; 10:20, 21
ອຊຢ. 37:322ກສ 19:4
ອຊຢ. 37:32ອຊຢ 59:17; ຢອ 2:18; ຊຄຢ 1:14, 15
ອຊຢ. 37:33ອຊຢ 10:24
ອຊຢ. 37:332ຂຄ 32:22; ອຊຢ 10:32
ອຊຢ. 37:332ກສ 19:32-34
ອຊຢ. 37:35ອຊຢ 31:5
ອຊຢ. 37:35ພບຍ 32:27; 1ຊມ 12:22; 2ກສ 20:6; ອຊກ 36:22
ອຊຢ. 37:351ກສ 15:4
ອຊຢ. 37:362ກສ 19:35-37; 2ຂຄ 32:21
ອຊຢ. 37:37ປຖກ 10:8, 11; 2ກສ 19:7, 28; ຢນ 1:2
ອຊຢ. 37:382ຂຄ 32:21
ອຊຢ. 37:38ປຖກ 8:4
ອຊຢ. 37:38ອຊຣ 4:1, 2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 37:1-38

ເອຊາຢາ

37 ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຍິນ​ເລື່ອງ​ນີ້ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ນຸ່ງ​ຜ້າເນື້ອຫຍາບ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ 2 ຈາກ​ນັ້ນ ເຮເຊກີຢາ​ໄດ້​ໃຫ້​ເອລີຢາກີມ​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ ເຊັບນາ​ທີ່​ເປັນ​ເລຂາ ແລະ​ພວກ​ຫົວໜ້າ​ປະໂລຫິດ​ນຸ່ງ​ຜ້າເນື້ອຫຍາບ​ໄປ​ຫາ​ຜູ້ພະຍາກອນ​ເອຊາຢາ+​ລູກ​ຊາຍ​ຂອງ​ອາ​ມອດ. 3 ເຂົາເຈົ້າ​ເວົ້າ​ກັບ​ເອຊາຢາ​ວ່າ: “ກະສັດ​ເຮເຊກີຢາ​ບອກ​ວ່າ ‘ມື້​ນີ້​ເປັນ​ມື້​ທີ່​ພວກ​ເຮົາ​ທຸກ​ລຳບາກ ເປັນ​ມື້​ທີ່​ພວກ​ເຮົາ​ຖືກ​ດູຖູກ​ຫຼາຍ ແລະ​ເປັນ​ມື້​ທີ່ເປັນ​ຕາ​ອາຍແທ້​ໆ​. ພວກ​ເຮົາ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ຮອດ​ຍາມ​ເກີດ​ລູກ​ແລ້ວ ແຕ່​ບໍ່​ມີ​ແຮງ​ເບັ່ງ.+ 4 ພະ​ເຢໂຫວາ​ພະເຈົ້າ​ຄື​ຊິ​ໄດ້​ຍິນ​ທຸກ​ສິ່ງ​ທີ່​ຣັບຊາເຄ​ເວົ້າ. ກະສັດ​ອັດຊີເຣຍ​ເຈົ້າ​ນາຍ​ຂອງ​ລາວ​ສົ່ງ​ລາວ​ມາ​ເຍາະເຍີ້ຍ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.+ ພະ​ເຢໂຫວາ​ພະເຈົ້າ​ຈະ​ແກ້ແຄ້ນ​ລາວ​ໃນ​ສິ່ງ​ທີ່​ລາວ​ເວົ້າ. ຂໍ​ໃຫ້​ເຈົ້າ​ອະທິດຖານ+​ເພື່ອ​ພວກ​ເຮົາ​ທີ່​ຍັງ​ເຫຼືອ​ຢູ່​ນີ້.’”+

5 ເມື່ອ​ຄົນ​ຂອງ​ກະສັດ​ເຮເຊກີຢາ​ໄປ​ຫາ​ເອຊາຢາ+ 6 ເອຊາຢາ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ໄປ​ບອກ​ເຈົ້າ​ນາຍ​ຂອງ​ພວກເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ບອກ​ວ່າ “ບໍ່​ຕ້ອງ​ຢ້ານ+​ຍ້ອນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ແລະ​ບໍ່​ຕ້ອງ​ຢ້ານ​ຍ້ອນ​ຄົນ​ຮັບໃຊ້​ຂອງ​ກະສັດ​ອັດຊີເຣຍ+​ເວົ້າ​ດູຖູກ​ເຮົາ. 7 ເຮົາ​ຈະ​ປ່ຽນ​ຄວາມຄິດ​ລາວ. ລາວ​ຈະ​ຮູ້​ຂ່າວ​ເລື່ອງ​ໜຶ່ງ​ແລ້ວ​ກໍ​ກັບ​ໄປ​ປະເທດ​ຂອງ​ໂຕເອງ+ ແລະ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ​ຢູ່​ຫັ້ນ.”’”+

8 ເມື່ອ​ຣັບຊາເຄ​ຮູ້​ວ່າ​ກະສັດ​ອັດຊີເຣຍ​ຖອຍ​ກອງ​ທັບ​ອອກ​ຈາກ​ເມືອງ​ລາກິດ​ແລ້ວ​ໄປ​ຕໍ່ສູ້​ຢູ່​ເມືອງ​ລິບນາ​ແທນ ລາວ​ຈຶ່ງ​ໄປ​ຫາ​ກະສັດ​ຢູ່​ຫັ້ນ.+ 9 ເມື່ອ​ກະສັດ​ອັດຊີເຣຍ​ໄດ້​ຍິນ​ວ່າ​ຕີຮາກາ​ກະສັດ​ຂອງ​ເອທິໂອເປຍ​ໄດ້​ມາ​ຕໍ່ສູ້​ລາວ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ເຮເຊກີຢາ​ອີກ​ເທື່ອ​ໜຶ່ງ+​ແລະ​ສັ່ງ​ເຂົາເຈົ້າ​ວ່າ: 10 “ໃຫ້​ພວກເຈົ້າ​ໄປ​ບອກ​ເຮເຊກີຢາ​ກະສັດ​ຂອງ​ຢູດາ​ຈັ່ງ​ຊີ້ ‘ຢ່າ​ໃຫ້​ພະເຈົ້າ​ທີ່​ເຈົ້າ​ໄວ້ໃຈ​ຕົວະ​ພວກເຈົ້າ​ວ່າ “ກະສັດ​ອັດຊີເຣຍ​ຍຶດ​ເມືອງ​ເຢຣູຊາເລັມ​ບໍ່​ໄດ້​ດອກ.”+ 11 ເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ທີ່​ເປັນ​ກະສັດ​ອັດຊີເຣຍ​ໄປ​ຕໍ່ສູ້​ຢູ່​ປະເທດ​ໃດ ຂ້ອຍ​ກໍ​ທຳລາຍ​ປະເທດ​ນັ້ນ.+ ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ຊິ​ລອດ​ຫວະ? 12 ຕອນ​ທີ່​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ໄປ​ຕໍ່ສູ້​ກັບ​ປະເທດ​ຕ່າງ​ໆ​ ພະເຈົ້າ​ຂອງ​ປະເທດ​ເຫຼົ່າ​ນັ້ນ​ຊ່ວຍ​ປະຊາຊົນ​ຂອງ​ໂຕເອງ​ໄດ້​ບໍ?+ ປະເທດ​ໂກຊານ ຮາຣານ+ ເຣເຊັບ ແລະ​ພວກ​ເອເດັນ​ທີ່​ຢູ່​ເຕລັດຊາ​ຍັງ​ມີ​ຢູ່​ຫວະ? 13 ພວກ​ກະສັດ​ຂອງ​ເມືອງ​ຮາມັດ ເມືອງ​ອາປາດ ເມືອງ​ເສຟາວາຢິມ+ ເມືອງ​ເຮນາ ແລະ​ເມືອງ​ອີວາ​ເດ້​ຍັງ​ຢູ່​ບໍ?’”

14 ເຮເຊກີຢາ​ໄດ້​ເອົາ​ຈົດໝາຍ​ຈາກ​ພວກ​ຜູ້​ສົ່ງ​ຂ່າວ​ມາ​ອ່ານ. ຈາກ​ນັ້ນ ລາວ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ເອົາ​ຈົດໝາຍ​ເຫຼົ່າ​ນັ້ນ​ວາງ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.+ 15 ເຮເຊກີຢາ​ອະທິດຖານ​ຫາ​ພະ​ເຢໂຫວາ+​ວ່າ: 16 “ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ+​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ນັ່ງ​ຢູ່​ບັນລັງ​ເທິງ*​ເຄຣູບ ພະອົງ​ເປັນ​ພະເຈົ້າ​ອົງ​ດຽວ​ທ່ຽງແທ້​ຂອງ​ທຸກ​ປະເທດ​ໃນ​ໂລກ​ນີ້. ພະອົງ​ເປັນ​ຜູ້​ສ້າງ​ຟ້າ​ແລະ​ໂລກ. 17 ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ຟັງ.+ ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ເບິ່ງ.+ ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຂໍ​ພະອົງ​ຟັງ​ທຸກ​ສິ່ງ​ທີ່​ເຊນນາເກຣິບ​ເວົ້າ​ເຍາະເຍີ້ຍ​ພະອົງ.+ 18 ພະ​ເຢໂຫວາ ກະ​ແມ່ນ​ຢູ່​ທີ່​ພວກ​ກະສັດ​ອັດຊີເຣຍ​ໄດ້​ທຳລາຍ​ປະເທດ​ຕ່າງ​ໆ​+​ລວມ​ທັງ​ປະເທດ​ຂອງ​ເຂົາເຈົ້າ​ເອງ 19 ແລະ​ເຂົາເຈົ້າ​ໄດ້​ໂຍນ​ພະເຈົ້າ​ຂອງ​ປະເທດ​ເຫຼົ່າ​ນັ້ນ​ຖິ້ມ​ໃນ​ໄຟ.+ ສິ່ງ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ພະເຈົ້າ​ແທ້​ໆ​ ແຕ່​ເປັນ​ສິ່ງ​ທີ່​ມະນຸດ​ເອົາ​ໄມ້​ແລະ​ຫີນ​ເຮັດ​ຊື່​ໆ​+ ເຂົາເຈົ້າ​ຈຶ່ງ​ທຳລາຍ​ໄດ້. 20 ພະ​ເຢໂຫວາ​ພະເຈົ້າ ຕອນນີ້​ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ ເພື່ອ​ທຸກ​ປະເທດ​ໃນ​ໂລກ​ນີ້​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະເຈົ້າ.”+

21 ເອຊາຢາ​ລູກ​ຊາຍ​ຂອງ​ອາມອດ​ໄດ້​ໃຫ້​ຄົນ​ໄປ​ບອກ​ເຮເຊກີຢາ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ຈັ່ງ​ຊີ້ ‘ຍ້ອນ​ເຈົ້າ​ອະທິດຖານ​ຫາ​ເຮົາ​ເລື່ອງ​ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ+ 22 ເຮົາ​ເຢໂຫວາ​ຈຶ່ງ​ເວົ້າ​ກ່ຽວກັບ​ລາວ​ວ່າ:

“ລູກສາວ​ຂອງ​ຊີໂອນ​ທີ່​ເປັນ​ສາວ​ບໍລິສຸດ​ຊັງ​ເຈົ້າ​ຫຼາຍ​ແລະ​ລາວ​ກໍ​ເຍາະເຍີ້ຍ​ເຈົ້າ.

ລູກສາວ​ຂອງ​ເຢຣູຊາເລັມ​ແກວ່ງ​ຫົວ​ໃສ່​ເຈົ້າ.

23 ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ເວົ້າ​ເຍາະເຍີ້ຍ​ໃຜ+​ແລະ​ດູຖູກ​ໃຜ

ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ຮ້ອງ​ທັ່ງ​ໃສ່​ໃຜ?+

ແລະ​ຮູ້​ບໍ​ວ່າ​ເຈົ້າເບິ່ງ​ໃຜ​ດ້ວຍ​ທ່າທາງ​ທີ່​ຈອງຫອງ?

ຜູ້​ນັ້ນ​ແມ່ນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+

24 ເຈົ້າ​ໃຊ້​ຄົນ​ໄປ​ເຍາະເຍີ້ຍ​ພະ​ເຢໂຫວາ+​ວ່າ

‘ຂ້ອຍ​ຈະ​ເອົາ​ລົດ​ມ້າ​ທັງໝົດ​ຂອງ​ຂ້ອຍ

ແລ້ວ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຕ່າງ​ໆ​+

ແລະ​ໄປ​ຮອດ​ບ່ອນ​ທີ່​ໄກ​ທີ່ສຸດ​ຂອງ​ເລບານອນ.

ຂ້ອຍ​ຈະ​ຕັດ​ເອົາ​ຕົ້ນ​ຊີດ້າ*​ທີ່​ງາມ​ໆ​ແລະ​ຕົ້ນ​ຈູນິເປີ້*​ທີ່​ດີ​ໆ​.

ຂ້ອຍ​ຈະ​ເຂົ້າ​ໄປ​ໃນ​ບ່ອນ​ທີ່​ເລິກ​ທີ່ສຸດ​ແລະ​ເຂົ້າ​ໄປ​ໃນປ່າ​ທີ່​ເປັນ​ສວນ​ທີ່​ງາມ​ໆ​.

25 ຂ້ອຍ​ຈະ​ຂຸດ​ນ້ຳ​ສ້າງ​ແລະ​ກິນ​ນ້ຳ​ສ້າງ​ເຫຼົ່າ​ນັ້ນ.

ຂ້ອຍ​ຈະ​ຢຽບ​ຄອງ​ນ້ຳ​ຕ່າງ​ໆ​ຂອງ​ແມ່​ນ້ຳ​ນິນ​ໃນ​ເອຢິບ​ໃຫ້​ແຫ້ງ.’

26 ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ບໍ? ເຮົາ​ຕັດສິນໃຈ​ໄວ້​ແຕ່​ດົນ​ແລ້ວ.

ເຮົາ​ວາງ​ແຜນ​ໄວ້​ແຕ່​ດົນ​ແລ້ວ+

ແລະ​ຕອນນີ້​ເຮົາ​ຈະ​ເຮັດ​ໃຫ້​ມັນ​ເກີດ​ຂຶ້ນ​ແທ້.+

ເຈົ້າ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ເຫຼືອ​ແຕ່​ຊາກ​ຫັກ​ພັງ.+

27 ຄົນ​ທີ່​ຢູ່​ເມືອງ​ນັ້ນ​ຈະ​ເຮັດ​ຫຍັງ​ບໍ່​ໄດ້.

ເຂົາເຈົ້າ​ຈະ​ພາກັນ​ຢ້ານ​ແລະ​ຖືກ​ເຮັດ​ໃຫ້​ຂາຍ​ໜ້າ.

ເຂົາເຈົ້າ​ຈະ​ອ່ອນແອ​ຄື​ກັບ​ພືດ​ຜັກ​ແລະ​ຕົ້ນ​ຫຍ້າ

ແລະ​ຈະ​ເປັນ​ຄື​ກັບ​ຫຍ້າ​ເທິງ​ຫຼັງ​ຄາ​ທີ່​ຖືກ​ລົມ​ຮ້ອນ​ຈາກ​ທິດ​ຕາເວັນ​ອອກ​ເຜົາ.

28 ແຕ່​ເຮົາ​ຮູ້​ທຸກ​ຢ່າງ​ທີ່​ເຈົ້າ​ເຮັດ ບໍ່​ວ່າ​ເຈົ້າ​ຈະ​ນັ່ງ ຫຼື​ໄປ​ໃສ​ມາ​ໃສ+

ຫຼື​ຕອນ​ທີ່​ເຈົ້າ​ໃຈຮ້າຍ​ໃຫ້​ເຮົາ ເຮົາ​ກໍ​ຮູ້.+

29 ຍ້ອນ​ເຮົາ​ໄດ້​ຍິນ​ຄຳເວົ້າ​ທີ່​ເຈົ້າ​ໃຈຮ້າຍ​ໃຫ້​ເຮົາ+​ແລະ​ທີ່​ເຈົ້າ​ດ່າ​ເຮົາ+

ເຮົາ​ຈະ​ເອົາ​ຂໍ​ເກາະ​ເກາະ​ດັງ​ເຈົ້າ ແລະ​ເຮົາ​ຈະ​ເອົາ​ເຊືອກ*+​ຄາດ​ໃສ່​ປາກ​ເຈົ້າ

ແລ້ວ​ດຶງ​ເຈົ້າ​ກັບ​ເມືອ​ທາງ​ທີ່​ເຈົ້າ​ມາ.”

30 ເຮົາ​ຈະ​ເຮັດ​ແບບ​ນີ້​ເພື່ອ​ຢືນຢັນ​ໃຫ້​ເຈົ້າ*​ໝັ້ນໃຈ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເກີດ​ຂຶ້ນ​ແທ້. ປີ​ນີ້​ເຈົ້າ​ຈະ​ໄດ້​ກິນ​ເຂົ້າ​ທີ່​ເກີດ​ເອງ* ແລະ​ປີ​ໜ້າ​ເຈົ້າ​ກໍ​ຈະ​ໄດ້​ກິນ​ເຂົ້າ​ທີ່​ເກີດ​ເອງ​ຢູ່​ບ່ອນ​ເກົ່າ. ແຕ່​ໃນ​ປີ​ຕໍ່ໄປ​ເຈົ້າ​ຈະ​ໄດ້​ຫວ່ານ​ແລະ​ເກັບ​ກ່ຽວ ແລະ​ເຈົ້າ​ຈະ​ໄດ້​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ກິນ​ໝາກ​ຂອງ​ມັນ.+ 31 ພວກ​ຢູດາ​ທີ່​ລອດ​ຊີວິດ+​ຈະ​ຢັ່ງ​ຮາກ​ເລິກ​ລົງ​ດິນ​ແລະ​ເກີດ​ດອກ​ອອກ​ໝາກ. 32 ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ຍ້ອນ​ຄົນ​ທີ່​ເຫຼືອ​ຢູ່​ເມືອງ​ເຢຣູຊາເລັມ​ຈຳນວນ​ໜຶ່ງ​ຈະ​ຍ້າຍ​ອອກ​ໄປ ແລະ​ພວກ​ທີ່​ໜີ​ໄປ​ລີ້​ຢູ່​ພູ​ຊີໂອນ​ກໍ​ຈະ​ອອກ​ມາ.+ ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້.+

33 ພະ​ເຢໂຫວາ​ເວົ້າ​ກ່ຽວກັບ​ກະສັດ​ອັດຊີເຣຍ​ວ່າ+

“ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້+

ແລະ​ຈະ​ບໍ່​ໄດ້​ຍິງ​ທະນູ​ຢູ່​ນີ້.

ລາວ​ຈະ​ບໍ່​ໄດ້​ຖື​ໂລ້​ມາ​ຕໍ່ສູ້

ແລະ​ຈະ​ບໍ່​ໄດ້​ເອົາ​ດິນ​ມາ​ກອງ​ເປັນ​ໂນນ​ຈຸ​ກຳແພງ​ເພື່ອ​ໂຈມຕີ​ເມືອງ​ນີ້.”’+

34 ‘ລາວ​ມາ​ທາງ​ໃດ​ກໍ​ຈະ​ກັບ​ໄປ​ທາງ​ນັ້ນ.

ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້.’ ພະ​ເຢໂຫວາ​ເວົ້າ​ແບບ​ນີ້.

35 ‘ເຮົາ​ຈະ​ປົກປ້ອງ​ແລະ​ຊ່ວຍ​ເມືອງ​ນີ້+​ໃຫ້​ລອດ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເຮົາ+

ແລະ​ເຫັນ​ແກ່​ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ.’”+

36 ທູດສະຫວັນ​ອົງ​ໜຶ່ງ​ຂອງ​ພະ​ເຢໂຫວາ​ໄດ້​ໄປ​ຄ້າຍ​ຂອງ​ພວກ​ອັດຊີເຣຍ​ແລະ​ຂ້າ​ທະຫານ 185.000 ຄົນ​ຕາຍ. ເມື່ອ​ມີ​ຄົນ​ຕື່ນ​ຂຶ້ນ​ມາ​ຕອນ​ເຊົ້າ ເຂົາເຈົ້າ​ກໍ​ເຫັນ​ສົບ​ພວກ​ທະຫານ​ທີ່​ຕາຍ​ຢາຍ​ກັນ​ຢູ່.+ 37 ເມື່ອ​ເປັນ​ແບບນັ້ນ ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ຈຶ່ງ​ກັບ​ໄປ​ຢູ່​ເມືອງ​ນີເນເວ.+ 38 ມື້​ໜຶ່ງ​ຕອນ​ທີ່​ເຊນນາເກຣິບ​ກຳລັງ​ກົ້ມ​ກາບ​ພະ​ນິດສະໂຣກ​ຢູ່​ໃນ​ວິຫານ ລູກ​ຊາຍ​ຂອງ​ລາວ​ຊື່​ອັດຣຳເມເລັກ​ກັບ​ຊາເຣັດເຊ​ໄດ້​ເອົາ​ດາບ​ຂ້າ​ລາວ​ຕາຍ+ ແລ້ວ​ເຂົາເຈົ້າ​ກໍ​ໜີ​ໄປ​ຢູ່​ອາຣາຣັດ.+ ອາຊາຮັດໂດນ+​ລູກ​ຊາຍ​ອີກ​ຜູ້​ໜຶ່ງ​ຂອງ​ເຊນນາເກຣິບ​ກໍ​ເປັນ​ກະສັດ​ແທນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌