ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
2 ພີ່ນ້ອງເອີ້ຍ ບໍ່ວ່າເຈົ້າເປັນໃຜ+ ຖ້າເຈົ້າຕັດສິນຄົນອື່ນ ແຕ່ກໍຍັງເຮັດແນວບໍ່ດີແບບດຽວກັບເຂົາເຈົ້າ ເຈົ້າກໍບໍ່ມີຂໍ້ແກ້ໂຕ. ເຈົ້າຕັດສິນຄົນອື່ນໃນເລື່ອງໃດ ເຈົ້າກໍຕັດສິນໂຕເອງໃນເລື່ອງນັ້ນ.+ 2 ພວກເຮົາຮູ້ວ່າພະເຈົ້າຕັດສິນລົງໂທດຄົນທີ່ເຮັດບໍ່ດີແບບນັ້ນ ແລະການຕັດສິນຂອງເພິ່ນກໍຍຸຕິທຳ.*
3 ພີ່ນ້ອງເອີ້ຍ ໃນເມື່ອເຈົ້າຕັດສິນຄົນທີ່ເຮັດຜິດ ແຕ່ເຈົ້າພັດເຮັດຜິດເອງ ເຈົ້າຄິດວ່າຈະໜີລອດຈາກການຕັດສິນລົງໂທດຂອງພະເຈົ້າໄດ້ບໍ? 4 ພະເຈົ້າເມດຕາເຈົ້າຫຼາຍແທ້ໆ+ແລະພະຍາຍາມຊ່ວຍເຈົ້າໃຫ້ກັບໃຈ.+ ເພິ່ນບໍ່ໃຈຮ້າຍໃຫ້ເຈົ້າ ແຕ່ອີ່ຕົນແລະຍັງອົດທົນກັບເຈົ້າຢູ່+ ເຈົ້າຊິບໍ່ເອົາບໍ? 5 ຍ້ອນເຈົ້າຫົວແຂງແລະບໍ່ຍອມກັບໃຈ ເຈົ້າຈຶ່ງເຮັດໃຫ້ພະເຈົ້າໃຈຮ້າຍໃຫ້ເຈົ້າຫຼາຍຂຶ້ນ. ເພິ່ນຈະສະແດງຄວາມໃຈຮ້າຍນີ້ອອກມາໃນມື້ທີ່ເພິ່ນມາຕັດສິນຢ່າງຍຸຕິທຳ.+ 6 ພະເຈົ້າຈະໃຫ້ລາງວັນຫຼືຈະລົງໂທດ*ແຕ່ລະຄົນຕາມສິ່ງທີ່ເຂົາເຈົ້າເຮັດ.+ 7 ເພິ່ນຈະໃຫ້ຊີວິດຕະຫຼອດໄປກັບຄົນທີ່ເຮັດດີຕໍ່ໆໄປ.* ຄົນເຫຼົ່ານີ້ຢາກໄດ້ກຽດ ສະຫງ່າລາສີ ແລະຮ່າງກາຍທີ່ບໍ່ເນົ່າເປື່ອຍ.+ 8 ແຕ່ພະເຈົ້າຈະໃຈຮ້າຍແລະລົງໂທດຄົນທີ່ມັກຜິດຖຽງແລະຄົນທີ່ບໍ່ເຊື່ອຟັງຄວາມຈິງທີ່ມາຈາກເພິ່ນ.+ 9 ທຸກຄົນທີ່ເຮັດແນວທີ່ບໍ່ດີ ບໍ່ວ່າຈະເປັນຄົນຢິວຫຼືຄົນກຣີກຈະຕ້ອງເຈິຄວາມທຸກແລະຄວາມຍາກລຳບາກ. 10 ແຕ່ຄົນທີ່ເຮັດສິ່ງທີ່ດີຈະໄດ້ຮັບກຽດ ສະຫງ່າລາສີ ແລະຄວາມສະຫງົບສຸກ ເລີ່ມຈາກຄົນຢິວກ່ອນ+ແລະຕໍ່ມາກໍແມ່ນຄົນກຣີກ.+ 11 ພະເຈົ້າປະຕິບັດກັບທຸກຄົນແບບເທົ່າທຽມກັນ.+
12 ຄົນທີ່ເຮັດຜິດໂດຍບໍ່ຮູ້ກົດໝາຍຂອງພະເຈົ້າກໍຕ້ອງຕາຍທັງໆທີ່ບໍ່ຮູ້ກົດໝາຍນັ້ນ.+ ສ່ວນຄົນທີ່ເຮັດຜິດທັງໆທີ່ຮູ້ກົດໝາຍຂອງພະເຈົ້າກໍຈະຖືກຕັດສິນລົງໂທດຕາມກົດໝາຍນັ້ນ.+ 13 ພະເຈົ້າບໍ່ໄດ້ຖືວ່າຄົນທີ່ໄດ້ຍິນກົດໝາຍຂອງເພິ່ນເປັນຄົນທີ່ເພິ່ນຍອມຮັບ.* ເພິ່ນຍອມຮັບແຕ່ຄົນທີ່ເຮັດຕາມກົດໝາຍຂອງເພິ່ນເທົ່ານັ້ນ.+ 14 ຂະໜາດຄົນ*ທີ່ບໍ່ຮູ້ຈັກພະເຈົ້າແລະກົດໝາຍຂອງເພິ່ນ+ກໍຍັງເຮັດຕາມກົດໝາຍນັ້ນໂດຍບໍ່ຮູ້ໂຕ. ນີ້ສະແດງວ່າກົດໝາຍເຫຼົ່ານັ້ນຢູ່ໃນໂຕເຂົາເຈົ້າ 15 ແລະສະແດງວ່າຫຼັກການຂອງກົດໝາຍນັ້ນຢູ່ໃນໃຈຂອງເຂົາເຈົ້າ ຍ້ອນໃຈຮູ້ຜິດຮູ້ຖືກທີ່ຢູ່ໃນໂຕບອກໃຫ້ຮູ້ວ່າເຂົາເຈົ້າຖືກຫຼືຜິດ. ເມື່ອຄິດຫາເຫດຜົນແລ້ວ ເຂົາເຈົ້າອາດຕຳໜິໂຕເອງ ຫຼືບໍ່ຊັ້ນກໍຮູ້ສຶກສະບາຍໃຈ. 16 ທັງໝົດນີ້ຈະເຫັນໄດ້ໃນມື້ທີ່ພະເຈົ້າໃຫ້ພະຄລິດເຢຊູມາຕັດສິນສິ່ງທີ່ມະນຸດຄິດຫຼືເຮັດແບບລັບໆ.+ ຂ່າວດີທີ່ຂ້ອຍປະກາດກໍບອກເລື່ອງການຕັດສິນນີ້.
17 ພວກເຈົ້າບາງຄົນທີ່ເອີ້ນໂຕເອງວ່າເປັນຄົນຢິວ+ເຊື່ອໃນກົດໝາຍຂອງພະເຈົ້າແລະພູມໃຈວ່າເປັນຄົນຂອງພະເຈົ້າ. 18 ພວກເຈົ້າຮູ້ວ່າເພິ່ນຕ້ອງການຫຍັງ ແລະຮູ້ວ່າສິ່ງໃດທີ່ມີຄ່າຫຼາຍຍ້ອນພວກເຈົ້າໄດ້ຮັບການສອນຈາກກົດໝາຍຂອງໂມເຊ.+ 19 ພວກເຈົ້າໝັ້ນໃຈວ່າພວກເຈົ້າເປັນຄົນນຳທາງໃຫ້ຄົນຕາບອດ ເປັນແສງສະຫວ່າງໃຫ້ຄົນທີ່ຢູ່ໃນຄວາມມືດ 20 ເປັນຜູ້ສອນຄົນໂງ່ ເປັນຄູສອນເດັກນ້ອຍ ແລະເຂົ້າໃຈຄວາມຮູ້ພື້ນຖານກ່ຽວກັບພະເຈົ້າແລະຄວາມຈິງໃນກົດໝາຍຂອງໂມເຊ. 21 ຄັນຊັ້ນ ເປັນຫຍັງພວກເຈົ້າສອນຄົນອື່ນແຕ່ບໍ່ສອນໂຕເອງ?+ ພວກເຈົ້າສອນຄົນອື່ນວ່າ “ຢ່າລັກ”+ ແຕ່ພວກເຈົ້າພັດລັກບໍ? 22 ພວກເຈົ້າສອນຄົນອື່ນວ່າ “ຢ່າຫຼິ້ນຊູ້”+ ແຕ່ພວກເຈົ້າພັດຫຼິ້ນຊູ້ບໍ? ພວກເຈົ້າເວົ້າວ່າຊັງຮູບບູຊາ ແຕ່ພວກເຈົ້າພັດລັກເຄື່ອງໃນວິຫານບໍ? 23 ພວກເຈົ້າພູມໃຈຍ້ອນຮູ້ຈັກກົດໝາຍຂອງພະເຈົ້າ ແຕ່ພວກເຈົ້າພັດເຮັດໃຫ້ເພິ່ນເສຍກຽດໂດຍເຮັດຜິດກົດໝາຍຂອງໂມເຊບໍ? 24 ຄືກັບທີ່ພະຄຳພີບອກໄວ້ວ່າ: “ຍ້ອນພວກເຈົ້າ ຄົນຕ່າງຊາດຈຶ່ງໝິ່ນປະໝາດຊື່ຂອງພະເຈົ້າ.”+
25 ທີ່ຈິງ ການຮັບສິນຕັດ*+ຈະເປັນປະໂຫຍດເມື່ອພວກເຈົ້າເຮັດຕາມກົດໝາຍເທົ່ານັ້ນ.+ ຖ້າພວກເຈົ້າບໍ່ເຮັດຕາມກົດໝາຍ ການຮັບສິນຕັດຂອງພວກເຈົ້າກໍບໍ່ມີປະໂຫຍດຫຍັງ. 26 ຖ້າຄົນທີ່ບໍ່ໄດ້ຮັບສິນຕັດ+ເຮັດຕາມຂໍ້ກຳນົດຂອງພະເຈົ້າໃນກົດໝາຍຂອງໂມເຊ ເຖິງວ່າລາວບໍ່ໄດ້ຮັບສິນຕັດ ແຕ່ພະເຈົ້າກໍຖືວ່າລາວເປັນຄືກັບຄົນທີ່ຮັບສິນຕັດບໍ່ແມ່ນບໍ?+ 27 ພວກເຈົ້າໄດ້ຮັບການສອນເລື່ອງກົດໝາຍຂອງໂມເຊແລະເລື່ອງການຮັບສິນຕັດ ແຕ່ກໍບໍ່ໄດ້ເຮັດຕາມກົດໝາຍນັ້ນ. ຄັນຊັ້ນ ເມື່ອຄົນທີ່ບໍ່ໄດ້ຮັບສິນຕັດເຮັດຕາມກົດໝາຍຂອງໂມເຊ ເຂົາເຈົ້າກໍຕຳໜິພວກເຈົ້າ. 28 ຄົນທີ່ເປັນຄົນຢິວແທ້ບໍ່ໄດ້ເປັນຢູ່ທາງນອກ+ ແລະການຮັບສິນຕັດແທ້ບໍ່ໄດ້ເຮັດຢູ່ຮ່າງກາຍເທົ່ານັ້ນ.+ 29 ແຕ່ຄົນຢິວແທ້ເປັນຄົນຢິວຈາກທາງໃນ+ ແລະການຮັບສິນຕັດຂອງລາວກໍເຮັດຢູ່ຫົວໃຈ+ດ້ວຍພະລັງຂອງພະເຈົ້າ ບໍ່ແມ່ນເຮັດຕາມກົດໝາຍທີ່ຂຽນເປັນລາຍລັກອັກສອນເທົ່ານັ້ນ.+ ຄົນແບບນັ້ນຈະໄດ້ຮັບການຍົກຍ້ອງຈາກພະເຈົ້າ ບໍ່ແມ່ນຈາກມະນຸດ.+