ເພງສັນລະເສີນ
ຫົວທີ 3
(ເພງສັນລະເສີນ 73-89)
ເພງຂອງອາສັບ.+
73 ພະເຈົ້າດີຕໍ່ຄົນອິດສະຣາເອນແທ້ໆ. ເພິ່ນເຮັດດີຕໍ່ຄົນທີ່ມີໃຈບໍລິສຸດ.+
2 ລູກເກືອບຈະເຈີດອອກຈາກທາງໄປແລ້ວ.
ມັນເປັນຄືກັບວ່າລູກກຳລັງຈະມື່ນລົ້ມ+
6 ເຂົາເຈົ້າສະແດງຄວາມຍິ່ງຢ່າງເປີດເຜີຍຄືກັບໃສ່ສາຍຄໍ+
ແລະຄວາມຮຸນແຮງຂອງເຂົາເຈົ້າກໍເຫັນໄດ້ງ່າຍຄືກັບເຄື່ອງນຸ່ງ.
7 ຄວາມຈະເລີນກ້າວໜ້າ*ຂອງເຂົາເຈົ້າເຮັດໃຫ້ເຂົາເຈົ້າຕາສວດ.
ເຂົາເຈົ້າໄດ້ທຸກຢ່າງຫຼາຍເກີນກວ່າທີ່ເຂົາເຈົ້າຄິດໄວ້.
8 ເຂົາເຈົ້າມັກເວົ້າເຍາະເຍີ້ຍແລະເວົ້າແຕ່ແນວຊົ່ວໆ.+
ເຂົາເຈົ້າຍິ່ງຈອງຫອງແລະຂູ່ວ່າຈະກົດຂີ່ຄົນອື່ນ.+
9 ເຂົາເຈົ້າເວົ້າຄືກັບວ່າໂຕເອງສູງສ່ຳຟ້າ
ແລະເວົ້າອວດດ້ວຍຄວາມໝັ້ນໃຈໄປທົ່ວໂລກ
10 ຜູ້ຄົນຈຶ່ງໄປຢູ່ຝ່າຍເຂົາເຈົ້າ
ແລະກິນນ້ຳຂອງເຂົາເຈົ້າທີ່ມີບັກຫຼາຍໆ.*
11 ເຂົາເຈົ້າເວົ້າກັນວ່າ: “ພະເຈົ້າຈະຮູ້ໄດ້ແນວໃດ?+
ພະເຈົ້າສູງສຸດຈະຮູ້ໝົດທຸກຢ່າງແທ້ໆຊັ້ນເບາະ?”
12 ຄົນຊົ່ວກໍເປັນແນວນີ້ແຫຼະ ອີ່ຫຍັງກໍງ່າຍໝົດສຳລັບເຂົາເຈົ້າ.+
ເຂົາເຈົ້າມີແຕ່ລວຍຂຶ້ນໆ.+
13 ເຖິງວ່າລູກຈະມີໃຈບໍລິສຸດ
ແລະລ້າງມືເພື່ອສະແດງວ່າລູກບໍ່ມີຄວາມຜິດ ມັນກໍບໍ່ມີປະໂຫຍດຫຍັງເລີຍ.+
15 ແຕ່ຖ້າລູກເວົ້າສິ່ງທີ່ລູກຄິດອອກມາ
ມັນກໍສ່ຳກັບວ່າລູກທໍລະຍົດປະຊາຊົນຂອງພະອົງ.
16 ເມື່ອລູກພະຍາຍາມເຂົ້າໃຈເລື່ອງນີ້
ລູກກໍທຸກໃຈຫຼາຍ.
17 ແຕ່ເມື່ອລູກໄດ້ເຂົ້າໄປໃນບ່ອນສັກສິດຂອງພະເຈົ້າ
ລູກຈຶ່ງເຂົ້າໃຈວ່າອະນາຄົດຂອງຄົນຊົ່ວຈະເປັນແນວໃດ.
18 ມັນເປັນຄືກັບວ່າພະອົງໃຫ້ເຂົາເຈົ້າຢືນຢູ່ບ່ອນທີ່ມື່ນໆ+
ເພື່ອເຂົາເຈົ້າຈະລົ້ມລົງແລະຖືກທຳລາຍ.+
19 ເຂົາເຈົ້າຈະຕ້ອງຈິບຫາຍແບບກະທັນຫັນ+
ແລະເຈິຈຸດຈົບທີ່ເປັນຕາຢ້ານ.
20 ພະເຢໂຫວາເອີ້ຍ ເມື່ອພະອົງລຸກຂຶ້ນ ເຂົາເຈົ້າກໍຈະເປັນຄືກັບຄວາມຝັນທີ່ຖືກລືມໄປຕອນຕື່ນຂຶ້ນ.
ພະອົງຈະບໍ່ຍອມຮັບເຂົາເຈົ້າເລີຍ.*
22 ລູກເຄີຍເປັນຄົນບໍ່ມີເຫດຜົນແລະບໍ່ມີຄວາມເຂົ້າໃຈ.
ສຳລັບພະອົງ ລູກເປັນຄືກັບສັດປ່າທີ່ບໍ່ເຂົ້າໃຈຫຍັງ.
23 ແຕ່ຕອນນີ້ ລູກຮູ້ສຶກຄືກັບວ່າໄດ້ຢູ່ກັບພະອົງສະເໝີ
ແລະພະອົງຈັບມືຂວາຂອງລູກໄວ້.+
25 ສຳລັບລູກ ໃນສະຫວັນບໍ່ມີໃຜສຳຄັນສ່ຳກັບພະອົງອີກແລ້ວ
ແລະຕາບໃດທີ່ລູກມີພະອົງເປັນພະເຈົ້າ ລູກກໍບໍ່ຢາກໄດ້ຫຍັງອີກແລ້ວເທິງໂລກນີ້.+
26 ເຖິງວ່າຮ່າງກາຍແລະຫົວໃຈຂອງລູກຈະບໍ່ມີແຮງແລ້ວ
ແຕ່ພະເຈົ້າຈະປົກປ້ອງຫົວໃຈຂອງລູກ. ພະອົງເປັນຫີນຜາຂອງລູກແລະເປັນຜູ້ຈັດກຽມທຸກສິ່ງທີ່ລູກໄດ້ຮັບ.*+
27 ຄົນທີ່ບໍ່ຍອມເຂົ້າມາໃກ້ພະອົງຈະຖືກທຳລາຍ.
ຄົນທີ່ບໍ່ສັດຊື່ຕໍ່ພະອົງ*ຈະຕ້ອງເຈິຈຸດຈົບ.*+
28 ແຕ່ສຳລັບລູກ ການທີ່ໄດ້ຢູ່ໃກ້ພະເຈົ້າເປັນປະໂຫຍດຫຼາຍ.+
ລູກໄວ້ໃຈວ່າພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈະປົກປ້ອງລູກ
ແລະລູກຈະບອກຄົນອື່ນກ່ຽວກັບທຸກສິ່ງທີ່ພະອົງເຮັດ.+