ເອຊາຢາ
29 “ຄວາມຈິບຫາຍຈະເກີດກັບອາຣີເອນ*ເມືອງທີ່ດາວິດເຄີຍຕັ້ງຄ້າຍ.+
ໃຫ້ພວກເຈົ້າສະຫຼອງເທດສະການຕ່າງໆ+ຕໍ່ໄປໂລດ.
ໃຫ້ສະຫຼອງທຸກໆປີໂລດ.
2 ແຕ່ເຮົາຈະເຮັດໃຫ້ອາຣີເອນມີຄວາມທຸກລຳບາກ.+
ເມືອງນີ້ຈະໂສກເສົ້າແລະຮ້ອງໄຫ້.+
ສຳລັບເຮົາ ເມືອງນີ້ຈະເປັນຄືກັບເຕົາໄຟຂອງແທ່ນບູຊາ.+
3 ອາຣີເອນເອີ້ຍ ເຮົາຈະລ້ອມເຈົ້າໄວ້ທຸກດ້ານເພື່ອຕໍ່ສູ້ເຈົ້າ.
ເຮົາຈະເອົາໄມ້ປາຍແຫຼມໆເຮັດຮົ້ວອ້ອມເຈົ້າໄວ້.
ເຮົາຈະເຮັດໂນນຢູ່ກຳແພງເມືອງເພື່ອໂຈມຕີເຈົ້າ.+
4 ເຈົ້າຈະຖືກເຮັດໃຫ້ຕົກຕ່ຳລົງ.
ເຈົ້າຈະເວົ້າຈາກພື້ນດິນ
ແລະສິ່ງທີ່ເຈົ້າເວົ້າຈະບໍ່ໄດ້ຍິນແຈ້ງຍ້ອນເຈົ້າຖືກຂີ້ດິນຖົມໄວ້.
ສຽງຂອງເຈົ້າຈະມາຈາກພື້ນດິນ+
ຄືກັບສຽງຂອງໝໍຜີທີ່ເວົ້າບໍ່ແຈ້ງ.
ຄຳເວົ້າຂອງເຈົ້າຈະເປັນຄືກັບສຽງຊິ່ມທີ່ມາຈາກພື້ນດິນ.
5 ພວກສັດຕູຂອງເຈົ້າຈະເປັນຄືກັບຂີ້ຝຸ່ນ.+
ພວກຜູ້ປົກຄອງທີ່ມັກກົດຂີ່ຈະເປັນຄືກັບຂີ້ແກບທີ່ຖືກລົມພັດໃຫ້ປິວໄປ.+
ສິ່ງນີ້ຈະເກີດຂຶ້ນຢ່າງກະທັນຫັນໃນພິບຕາດຽວ.+
6 ເຮົາເຢໂຫວາຜູ້ບັນຊາການກອງທັບຈະມາຊ່ວຍເຈົ້າໃຫ້ລອດ
ໂດຍໃຊ້ຟ້າຮ້ອງ ແຜ່ນດິນໄຫວ ສຽງດັງໆ
ລົມພາຍຸ ລົມທີ່ແຮງໆ ແລະແປວໄຟທີ່ເຜົາໄໝ້.”+
7 ຈາກນັ້ນ ທຸກຊາດກໍຈະມາເຮັດສົງຄາມຕໍ່ສູ້ເມືອງອາຣີເອນ.+
ທຸກຄົນຈະມາຕໍ່ສູ້ເມືອງນີ້
ຈະສ້າງເຄື່ອງຈັກເພື່ອໃຊ້ໂຈມຕີເມືອງນີ້
ແລະຈະເຮັດໃຫ້ເມືອງນີ້ມີຄວາມທຸກລຳບາກ.
ແຕ່ທັງໝົດນີ້ຈະເປັນຄືກັບຄວາມຝັນຊື່ໆ.
8 ມັນຈະເປັນຄືກັບຄົນທີ່ຫິວເຂົ້າ ແລ້ວຝັນວ່າໄດ້ກິນເຂົ້າ
ແຕ່ເມື່ອຕື່ນຂຶ້ນມາກໍຍັງຫິວຢູ່.
ມັນຈະເປັນຄືກັບຄົນທີ່ຫິວນ້ຳ ແລ້ວຝັນວ່າໄດ້ກິນນ້ຳ
ແຕ່ເມື່ອຕື່ນຂຶ້ນມາກໍຍັງເມື່ອຍແລະຫິວນ້ຳຢູ່.
ມັນຈະເປັນແບບນີ້ກັບທຸກຊາດ
ທີ່ມາເຮັດສົງຄາມຕໍ່ສູ້ກັບພູຊີໂອນ.+
9 ຄົນເມືອງອາຣີເອນເອີ້ຍ ພວກເຈົ້າຈະຕ້ອງຕົກໃຈແລະງຶດຫຼາຍ.+
ໃຫ້ພວກເຈົ້າຫຼັບຕາເພື່ອຈະເບິ່ງບໍ່ເຫັນ.+
ພວກເຈົ້າເມົາ ແຕ່ບໍ່ແມ່ນຍ້ອນເຫຼົ້າແວງ.
ພວກເຈົ້າຍ່າງເຊຊ້າຍເຊຂວາ ແຕ່ບໍ່ແມ່ນຍ້ອນເຫຼົ້າ.
10 ພະເຢໂຫວາໄດ້ເຮັດໃຫ້ພວກເຈົ້ານອນຫຼັບແຈບ.+
ເພິ່ນເຮັດໃຫ້ພວກຜູ້ພະຍາກອນທີ່ເປັນຄືກັບຕາຂອງພວກເຈົ້າເບິ່ງບໍ່ເຫັນ+
ແລະເຮັດໃຫ້ພວກທີ່ເຫັນນິມິດທີ່ເປັນຄືກັບຫົວຂອງພວກເຈົ້າມີຜ້າປົກຫົວໄວ້.+
11 ສຳລັບພວກເຈົ້າ ນິມິດທຸກຢ່າງຈະເປັນຄືກັບຄຳເວົ້າໃນມ້ວນໜັງສືທີ່ມີກາຈ້ຳປິດໄວ້.+ ເມື່ອພວກເຈົ້າເອົາໃຫ້ຄົນທີ່ອ່ານໜັງສືໄດ້ແລະບອກວ່າ: “ຂໍເຈົ້າອ່ານດັງໆໃຫ້ຟັງແດ່.” ລາວຈະຕອບວ່າ: “ຂ້ອຍອ່ານບໍ່ໄດ້ຍ້ອນມີກາຈ້ຳປິດໄວ້.” 12 ເມື່ອພວກເຈົ້າເອົາມ້ວນໜັງສືນີ້ໃຫ້ຄົນທີ່ອ່ານໜັງສືບໍ່ໄດ້ແລະບອກວ່າ: “ຂໍເຈົ້າອ່ານໃຫ້ຂ້ອຍຟັງແດ່.” ລາວຈະຕອບວ່າ: “ຂ້ອຍອ່ານໜັງສືບໍ່ໄດ້.”
13 ພະເຢໂຫວາເວົ້າວ່າ: “ຄົນຊາດນີ້ນະມັດສະການເຮົາແຕ່ປາກ
ແລະມີແຕ່ເວົ້າຊື່ໆວ່ານັບຖືເຮົາ+
ແຕ່ໃຈຂອງເຂົາເຈົ້າບໍ່ໄດ້ເປັນແບບນັ້ນ.
ເຂົາເຈົ້າຢ້ານຢຳເຮົາຕາມທີ່ມະນຸດສອນເທົ່ານັ້ນ.+
14 ຍ້ອນແນວນີ້ ເຮົາຈະເຮັດສິ່ງທີ່ເຂົາເຈົ້າບໍ່ຄາດຄິດ+
ເຊິ່ງເປັນສິ່ງທີ່ຈະເຮັດໃຫ້ເຂົາເຈົ້າຕົກໃຈ.
ສະຕິປັນຍາຂອງຄົນທີ່ສະຫຼາດຈະບໍ່ມີອີກຕໍ່ໄປ
ແລະຄວາມເຂົ້າໃຈຂອງຄົນທີ່ສະຫຼາດຈະສູນຫາຍໄປ.”+
15 ຄວາມຈິບຫາຍຈະເກີດກັບຄົນທີ່ພະຍາຍາມເຊື່ອງແຜນການ*ຊົ່ວຂອງເຂົາເຈົ້າບໍ່ໃຫ້ພະເຢໂຫວາຮູ້.+
ຕອນທີ່ເຂົາເຈົ້າລັກເຮັດຊົ່ວຢູ່ບ່ອນມືດໆ
ເຂົາເຈົ້າຈະເວົ້າວ່າ: “ບໍ່ມີໃຜເຫັນເຮົາດອກ.
ບໍ່ມີໃຜຮູ້ດອກວ່າເຮົາເຮັດຫຍັງ.”+
16 ພວກເຈົ້າຄິດຜິດແລ້ວ.
ພວກເຈົ້າຄິດວ່າດິນດາກສຳຄັນສ່ຳກັບຊ່າງປັ້ນໝໍ້ບໍ?+
ສິ່ງທີ່ຖືກປັ້ນຈະເວົ້າໃຫ້ຜູ້ທີ່ປັ້ນມັນບໍວ່າ:
“ເຈົ້າບໍ່ໄດ້ປັ້ນຂ້ອຍ”?+
ສິ່ງທີ່ຖືກເຮັດຂຶ້ນມາຈະເວົ້າໃຫ້ຜູ້ທີ່ເຮັດມັນບໍວ່າ:
“ເຈົ້ານິບໍ່ຮູ້ຈັກຫຍັງ”?+
19 ຄົນຖ່ອມຈະມີຄວາມສຸກຫຼາຍ ຍ້ອນເຂົາເຈົ້າຮັບໃຊ້ພະເຢໂຫວາ
ແລະຄົນທຸກກໍຈະມີຄວາມສຸກຄືກັນ ຍ້ອນເຂົາເຈົ້າຮັບໃຊ້ພະເຈົ້າອົງບໍລິສຸດຂອງອິດສະຣາເອນ.+
20 ພວກຜູ້ປົກຄອງທີ່ມັກກົດຂີ່ຈະດັບສູນ.
ຄົນຂີ້ໂມ້ຈະບໍ່ມີອີກຕໍ່ໄປ
ແລະຄົນທີ່ມັກເຮັດຊົ່ວຈະຖືກທຳລາຍຕະຫຼອດໄປ.+
21 ຄົນທີ່ໃສ່ຮ້າຍຄົນອື່ນ
ຄົນທີ່ວາງກັບດັກຜູ້ທີ່ມາສູ້ຄະດີຢູ່ປະຕູເມືອງ+
ແລະຄົນທີ່ກ່າວຫາຄົນດີແບບຜິດໆເພື່ອບໍ່ໃຫ້ໄດ້ຮັບຄວາມຍຸຕິທຳກໍຈະຖືກທຳລາຍຄືກັນ.+
22 ພະເຢໂຫວາຜູ້ໄຖ່ອັບຣາຮາມ+ເວົ້າກັບລູກຫຼານຂອງຢາໂຄບວ່າ:
23 ເມື່ອຢາໂຄບເຫັນລູກຫຼານຂອງໂຕເອງທີ່ຢູ່ອ້ອມລາວເຊິ່ງເປັນຜົນງານຂອງເຮົາ+
ເຂົາເຈົ້າຈະໃຫ້ກຽດຊື່ຂອງເຮົາ.
ເຂົາເຈົ້າຈະໃຫ້ກຽດພະເຈົ້າອົງບໍລິສຸດຂອງຢາໂຄບ
ແລະຢ້ານຢຳພະເຈົ້າຂອງອິດສະຣາເອນ.+
24 ຄົນທີ່ຫຼົງຜິດຈະມີຄວາມເຂົ້າໃຈ
ແລະຄົນທີ່ມັກຈົ່ມຈະຍອມຟັງຄຳແນະນຳ.”