ເພງສັນລະເສີນ
ມິກທາມ*ຂອງດາວິດ.
16 ພະເຈົ້າເອີ້ຍ ຂໍພະອົງປົກປ້ອງລູກ ເພາະລູກໝັ້ນໃຈວ່າພະອົງປົກປ້ອງລູກໄດ້.+
2 ຂ້ອຍເວົ້າກັບພະເຢໂຫວາວ່າ: “ພະເຢໂຫວາເອີ້ຍ ສິ່ງດີໆທັງໝົດໃນຊີວິດລູກແມ່ນມາຈາກພະອົງ.
3 ພວກຜູ້ບໍລິສຸດທີ່ຢູ່ໃນໂລກນີ້
ແລະພວກຜູ້ທີ່ສົມຄວນໄດ້ຮັບກຽດເຮັດໃຫ້ລູກມີຄວາມສຸກຫຼາຍ.”+
4 ຄົນທີ່ຮັບໃຊ້ພະເຈົ້າອື່ນໆຢ່າງກະຕືລືລົ້ນເຮັດໃຫ້ໂຕເອງເຈັບປວດຫຼາຍຂຶ້ນ.+
ລູກຈະບໍ່ເອົາເຄື່ອງບູຊາດື່ມທີ່ເປັນເລືອດໃຫ້ພະເຈົ້າອື່ນເດັດຂາດ
ແລະຈະບໍ່ມີທາງສາບານໂດຍໃຊ້ຊື່ຂອງພະເຈົ້າເຫຼົ່ານັ້ນ.+
5 ພະເຢໂຫວາເປັນຜູ້ຈັດກຽມທຸກສິ່ງທີ່ລູກໄດ້ຮັບ*+ແລະເປັນຈອກທີ່ລູກດື່ມ.+
ພະອົງປົກປ້ອງມໍລະດົກຂອງລູກ.
6 ບ່ອນທີ່ພະອົງແທກແລະແບ່ງໃຫ້ລູກເປັນຕາຢູ່ແທ້ໆ.
ລູກພໍໃຈກັບມໍລະດົກຂອງລູກຫຼາຍ.+
7 ລູກຈະສັນລະເສີນພະເຢໂຫວາຜູ້ທີ່ໃຫ້ຄຳແນະນຳກັບລູກ.+
ແມ່ນແຕ່ໃນຕອນກາງຄືນ ຄວາມຮູ້ສຶກທີ່ເລິກທີ່ສຸດ*ຂອງລູກໄດ້ບອກລູກວ່າສິ່ງທີ່ຖືກຕ້ອງທີ່ລູກຄວນເຮັດແມ່ນຫຍັງ.+
8 ລູກຄິດເຖິງພະເຢໂຫວາຕະຫຼອດ.+
ພະອົງຢູ່ເບື້ອງຂວາມືຂອງລູກ ລູກຈຶ່ງບໍ່ຢ້ານຫຍັງ.+
9 ລູກມີຄວາມສຸກທັງກາຍແລະໃຈ
ແລະໄດ້ຢູ່ຢ່າງປອດໄພ.
10 ພະອົງຈະບໍ່ປະລູກໄວ້ໃນບ່ອນຝັງສົບ.*+
ພະອົງຈະບໍ່ຍອມໃຫ້ຄົນທີ່ພັກດີຕໍ່ພະອົງເຫັນຂຸມຝັງສົບ.*+
11 ພະອົງເຮັດໃຫ້ລູກຮູ້ຫົນທາງຂອງຊີວິດ.+
ລູກມີຄວາມສຸກຫຼາຍທີ່ໄດ້ຢູ່ນຳພະອົງ.+
ການທີ່ໄດ້ຢູ່ເບື້ອງຂວາມືຂອງພະອົງເຮັດໃຫ້ມີຄວາມສຸກຕະຫຼອດໄປ.