ສຸພາສິດ
4 ລູກເອີ້ຍ ໃຫ້ຟັງຄຳສັ່ງສອນຂອງພໍ່ເດີ້.+
ໃຫ້ຕັ້ງໃຈຟັງເພື່ອຈະໄດ້ເຂົ້າໃຈ.
2 ພໍ່ຈະໃຫ້ຄຳແນະນຳທີ່ດີກັບລູກ.
4 ພໍ່ຂອງພໍ່ສອນພໍ່ແລະບອກວ່າ: “ໃຫ້ເກັບຄຳສອນຂອງພໍ່ໄວ້ໃນໃຈຂອງລູກ.+
ໃຫ້ເຮັດຕາມຄຳສອນຂອງພໍ່ ແລ້ວລູກຈະມີຊີວິດຍືນຍາວ.+
5 ໃຫ້ພະຍາຍາມເພື່ອຈະໄດ້ສະຕິປັນຍາ ໃຫ້ພະຍາຍາມເພື່ອຈະໄດ້ຄວາມເຂົ້າໃຈ.+
ຢ່າລືມຫຼືຢ່າຫັນໜີຈາກຄຳເວົ້າຂອງພໍ່.
6 ຢ່າປະຖິ້ມສະຕິປັນຍາຍ້ອນມັນຈະປົກປ້ອງລູກ.
ໃຫ້ຮັກສະຕິປັນຍາຍ້ອນມັນຈະຄຸ້ມຄອງລູກ.
7 ສະຕິປັນຍາເປັນສິ່ງສຳຄັນທີ່ສຸດ*+ ຄັນຊັ້ນ ໃຫ້ພະຍາຍາມເພື່ອຈະໄດ້ສະຕິປັນຍາ.
ບໍ່ວ່າລູກຈະພະຍາຍາມເພື່ອຈະໄດ້ຫຍັງ ກໍໃຫ້ພະຍາຍາມເພື່ອຈະໄດ້ຄວາມເຂົ້າໃຈນຳ.+
8 ໃຫ້ຖືວ່າສະຕິປັນຍາມີຄ່າຫຼາຍແລະມັນຈະຍົກລູກໃຫ້ສູງຂຶ້ນ.+
ຖ້າລູກຍອມຮັບມັນເຕັມທີ ມັນຈະໃຫ້ກຽດລູກ.+
9 ມັນຈະເອົາມົງກຸດດອກໄມ້ທີ່ງາມໆສຸບໃສ່ຫົວຂອງລູກ.
ມັນຈະຕົກແຕ່ງລູກດ້ວຍມົງກຸດທີ່ງາມໆ.”
10 ລູກເອີ້ຍ ໃຫ້ຕັ້ງໃຈຟັງຄຳເວົ້າຂອງພໍ່
ແລ້ວລູກຈະມີອາຍຸຍືນຍາວ.+
11 ພໍ່ຈະສອນລູກເພື່ອລູກຈະໃຊ້ຊີວິດຢ່າງສະຫຼາດ.+
ພໍ່ຈະພາລູກໄປເພື່ອລູກຈະເຮັດສິ່ງທີ່ຖືກຕ້ອງ.+
12 ເມື່ອລູກຍ່າງຈະບໍ່ມີຫຍັງຂວາງທາງລູກ
ແລະຖ້າລູກແລ່ນ ລູກກໍຈະບໍ່ສະດຸດລົ້ມ.
13 ໃຫ້ລູກຍອມຮັບແລະຢ່າຖິ້ມການສັ່ງສອນທີ່ລູກໄດ້ຮັບ.+
ໃຫ້ຈື່ສິ່ງທີ່ລູກໄດ້ຮຽນ ຍ້ອນມັນໝາຍເຖິງຊີວິດຂອງລູກ.+
14 ຢ່າເຂົ້າໄປຍ່າງໃນທາງຂອງຄົນຊົ່ວ
ແລະຢ່າເຂົ້າໄປຍ່າງໃນທາງຂອງຄົນທີ່ບໍ່ດີ.+
16 ເຂົາເຈົ້ານອນບໍ່ຫຼັບ ຖ້າບໍ່ໄດ້ເຮັດຊົ່ວ.
ເຂົາເຈົ້າຫຼັບບໍ່ລົງ ຖ້າຍັງບໍ່ໄດ້ສ້າງບັນຫາໃຫ້ຄົນອື່ນ.
17 ຄວາມຊົ່ວແລະຄວາມຮຸນແຮງ
ເປັນຄືກັບເຂົ້າແລະນ້ຳ*ສຳລັບເຂົາເຈົ້າ.
18 ທາງຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງເປັນຄືກັບແສງໃນຕອນເຊົ້າທີ່ແຈ້ງຂຶ້ນເລື້ອຍໆຈົນຮອດຕອນທ່ຽງ.+
19 ທາງຂອງຄົນຊົ່ວເປັນຄືກັບຄວາມມືດ.
ເຂົາເຈົ້າບໍ່ຮູ້ເລີຍວ່າແມ່ນຫຍັງເຮັດໃຫ້ເຂົາເຈົ້າສະດຸດ.
20 ລູກເອີ້ຍ ໃຫ້ສົນໃຈຟັງຄຳເວົ້າຂອງພໍ່.
ໃຫ້ຕັ້ງໃຈຟັງ*ສິ່ງທີ່ພໍ່ຈະເວົ້າ.
21 ຢ່າລືມຄຳເວົ້າເຫຼົ່ານີ້.
ໃຫ້ເກັບມັນໄວ້ໃນໃຈຂອງລູກ+
22 ຍ້ອນຄົນທີ່ຍອມຮັບມັນຈະມີຊີວິດຢູ່+
ແລະມີຮ່າງກາຍແຂງແຮງ.
24 ຢ່າເວົ້າຕົວະ+
ແລະຢ່າໃຫ້ຄຳເວົ້າຫຼອກລວງອອກມາຈາກປາກຂອງລູກ.
25 ຕາຂອງລູກຄວນເບິ່ງຊື່ໄປທາງໜ້າ
ແລະໃຫ້ລູກຈ້ອງເບິ່ງສິ່ງທີ່ຢູ່ທາງໜ້າລູກ.+
27 ຢ່າເຈີດໄປທາງຊ້າຍຫຼືທາງຂວາ.+
ຢ່າໄປເຮັດສິ່ງຊົ່ວ.