ກະສັດສະບັບທີໜຶ່ງ
20 ເບັນຮາດັດ+ກະສັດຂອງຊີເຣຍ+ໄດ້ພາກອງທັບຂອງລາວທັງໝົດພ້ອມກັບກະສັດອີກ 32 ອົງ ລວມທັງທະຫານມ້າກັບລົດມ້າຂອງເຂົາເຈົ້າຂຶ້ນໄປລ້ອມ+ແລະໂຈມຕີເມືອງຊາມາເຣຍ.+ 2 ເບັນຮາດັດໄດ້ສົ່ງຄົນໄປບອກອາຮາບ+ກະສັດຂອງອິດສະຣາເອນທີ່ຢູ່ເມືອງຊາມາເຣຍວ່າ: “ກະສັດເບັນຮາດັດບອກວ່າ 3 ‘ເງິນແລະຄຳຂອງເຈົ້າຕ້ອງເປັນຂອງຂ້ອຍ. ພວກເມຍທີ່ງາມໆແລະພວກລູກຊາຍທີ່ຫຼໍ່ໆຂອງເຈົ້າກໍຕ້ອງເປັນຂອງຂ້ອຍຄືກັນ.’” 4 ກະສັດອິດສະຣາເອນຕອບວ່າ: “ກະສັດຜູ້ເປັນນາຍຂອງຂ້ອຍ ຂ້ອຍຈະເຮັດຕາມທີ່ທ່ານບອກ. ທັງໂຕຂ້ອຍແລະທຸກສິ່ງທຸກຢ່າງທີ່ເປັນຂອງຂ້ອຍຈະເປັນຂອງທ່ານ.”+
5 ແລ້ວຜູ້ສົ່ງຂ່າວກໍກັບມາຫາກະສັດອາຮາບແລະເວົ້າວ່າ: “ກະສັດເບັນຮາດັດບອກວ່າ ‘ຂ້ອຍເຄີຍບອກເຈົ້າວ່າ “ເງິນ ຄຳ ພວກເມຍ ແລະພວກລູກຊາຍຂອງເຈົ້າຈະຕ້ອງເປັນຂອງຂ້ອຍ.” 6 ແຕ່ມື້ອື່ນໃນໂມງນີ້ ຂ້ອຍຈະສົ່ງຄົນຂອງຂ້ອຍມາຫາເຈົ້າ. ເຂົາເຈົ້າຈະຄົ້ນເຮືອນເຈົ້າແລະຄົ້ນເຮືອນພວກຂ້າລາຊະການຂອງເຈົ້າ. ເຂົາເຈົ້າຈະຍຶດເອົາສິ່ງທີ່ມີຄ່າທັງໝົດຂອງເຈົ້າໄປ.’”
7 ກະສັດອາຮາບຈຶ່ງເອີ້ນພວກຜູ້ນຳຂອງອິດສະຣາເອນມາຫາແລະເວົ້າວ່າ: “ເບິ່ງແມ້ ເບັນຮາດັດເຮັດໃຫ້ພວກເຮົາເດືອດຮ້ອນ. ລາວຢາກໄດ້ເງິນ ຄຳ ແລະລູກເມຍຂອງຂ້ອຍ ແລະຂ້ອຍກໍຕອບຕົກລົງແລ້ວວ່າຈະເອົາໃຫ້ລາວ.” 8 ພວກຜູ້ນຳກັບປະຊາຊົນຈຶ່ງບອກວ່າ: “ບໍ່ຕ້ອງໄປຍອມລາວແລະບໍ່ຕ້ອງເຮັດຕາມທີ່ລາວບອກ.” 9 ແລ້ວອາຮາບກໍບອກຜູ້ສົ່ງຂ່າວຂອງເບັນຮາດັດວ່າ: “ໄປບອກເບັນຮາດັດຜູ້ເປັນນາຍຂອງຂ້ອຍວ່າ ‘ທຸກສິ່ງທີ່ທ່ານຮຽກຮ້ອງເທື່ອທຳອິດຂ້ອຍໃຫ້ໄດ້ ແຕ່ສິ່ງທີ່ທ່ານຂໍເທື່ອນີ້ຂ້ອຍໃຫ້ບໍ່ໄດ້.’” ຄົນສົ່ງຂ່າວກໍໄປບອກເບັນຮາດັດຕາມນັ້ນ.
10 ເບັນຮາດັດຈຶ່ງສົ່ງຂ່າວມາບອກອາຮາບວ່າ: “ຖ້າເມືອງຊາມາເຣຍຍັງມີຊາກຫັກພັງເຫຼືອພໍທີ່ຈະເອົາໃຫ້ທະຫານຂອງຂ້ອຍຄົນລະກຳມືໜຶ່ງກໍຂໍໃຫ້ພະເຈົ້າທັງຫຼາຍລົງໂທດຂ້ອຍໜັກໆໂລດ!” 11 ອາຮາບຕອບວ່າ: “ໄປບອກລາວເດີ້ ສົງຄາມຍັງບໍ່ໄດ້ເລີ່ມຕົ້ນຊ້ຳ ຢ່າຟ້າວຂີ້ໂມ້ຄືກັບວ່າໂຕເອງຊະນະແລ້ວ.”+ 12 ຕອນທີ່ເບັນຮາດັດໄດ້ຍິນຄຳເວົ້ານີ້ ລາວກຳລັງນັ່ງກິນເຫຼົ້າກັບພວກກະສັດຢູ່ໃນເຕັ້ນ ລາວຈຶ່ງບອກຄົນຂອງລາວວ່າ: “ກຽມຍົກກອງທັບໄປຕໍ່ສູ້!” ແລ້ວເຂົາເຈົ້າກໍກຽມໂຕໄປໂຈມຕີເມືອງຊາມາເຣຍ.
13 ມີຜູ້ພະຍາກອນຄົນໜຶ່ງມາຫາກະສັດອາຮາບ+ແລະເວົ້າກັບລາວວ່າ: “ພະເຢໂຫວາບອກວ່າ ‘ເຈົ້າເຫັນກອງທັບໃຫຍ່ນີ້ບໍ? ມື້ນີ້ເຮົາຈະຊ່ວຍເຈົ້າໃຫ້ຊະນະເຂົາເຈົ້າ ແລະເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’”+ 14 ອາຮາບຖາມວ່າ: “ຈະຊະນະແນວໃດ?” ຜູ້ພະຍາກອນຕອບວ່າ: “ພະເຢໂຫວາບອກວ່າ ‘ໂດຍທາງພວກຂ້າລາຊະການຂອງພວກເຈົ້າເມືອງ.’” ອາຮາບຈຶ່ງຖາມອີກວ່າ: “ໃຜຈະເລີ່ມຕໍ່ສູ້ກ່ອນ?” ຜູ້ພະຍາກອນຕອບວ່າ: “ທ່ານຈະເປັນຝ່າຍເລີ່ມກ່ອນ!”
15 ແລ້ວອາຮາບກໍໄປນັບຄົນຂອງລາວ. ພວກຂ້າລາຊະການຂອງພວກເຈົ້າເມືອງມີ 232 ຄົນ ແລະພວກທະຫານອິດສະຣາເອນທັງໝົດມີ 7.000 ຄົນ. 16 ອາຮາບແລະຄົນຂອງລາວຍົກກອງທັບໄປຕອນ 12 ໂມງຕອນສວາຍ ເຊິ່ງຕອນນັ້ນເບັນຮາດັດກັບກະສັດ 32 ອົງທີ່ຊ່ວຍລາວກຳລັງກິນເຫຼົ້າເມົາຢູ່ໃນເຕັ້ນ. 17 ເມື່ອພວກຂ້າລາຊະການຂອງພວກເຈົ້າເມືອງອອກໄປເປັນກຸ່ມທຳອິດ ເບັນຮາດັດກໍຟ້າວສົ່ງຄົນອອກໄປເບິ່ງວ່າມີຫຍັງເກີດຂຶ້ນ ແລ້ວເຂົາເຈົ້າກໍກັບມາບອກລາວວ່າ: “ມີຄົນອອກມາຈາກເມືອງຊາມາເຣຍ.” 18 ເບັນຮາດັດຈຶ່ງບອກວ່າ: “ບໍ່ວ່າເຂົາເຈົ້າຈະອອກມາຂໍສະຫງົບເສິກຫຼືອອກມາຕໍ່ສູ້ກໍໃຫ້ຈັບເຂົາເຈົ້າມາເປັນໆ.” 19 ເມື່ອພວກຂ້າລາຊະການຂອງພວກເຈົ້າເມືອງອອກມາຈາກເມືອງກໍມີກອງທະຫານນຳຫຼັງເຂົາເຈົ້າມາ. 20 ເຂົາເຈົ້າໄດ້ຂ້າພວກຊີເຣຍຈົນພວກຊີເຣຍແຕກໜີ+ ແຕ່ພວກອິດສະຣາເອນກໍຍັງນຳຂ້າເຂົາເຈົ້າຢູ່. ສ່ວນເບັນຮາດັດກໍໄດ້ຂີ່ມ້າໜີໄປກັບພວກທະຫານມ້າຈຳນວນໜຶ່ງ. 21 ແຕ່ກະສັດອາຮາບໄດ້ນຳຂ້າພວກທະຫານມ້າແລະພວກທະຫານທີ່ຂີ່ລົດຮົບຂອງພວກຊີເຣຍຈົນຊະນະ.
22 ຕໍ່ມາ ຜູ້ພະຍາກອນຄົນນັ້ນ+ໄດ້ມາຫາກະສັດອາຮາບແລະເວົ້າກັບລາວວ່າ: “ໃຫ້ເສີມກຳລັງກອງທັບຂອງທ່ານໃຫ້ເຂັ້ມແຂງແລະວາງແຜນວ່າຈະເຮັດແນວໃດ+ ເພາະວ່າຕົ້ນປີໜ້າກະສັດຊີເຣຍຈະມາຕໍ່ສູ້ກັບທ່ານອີກ.”+
23 ພວກທີ່ປຶກສາຂອງກະສັດຊີເຣຍເວົ້າກັບກະສັດຊີເຣຍວ່າ: “ພະເຈົ້າຂອງເຂົາເຈົ້າເປັນພະເຈົ້າຢູ່ເທິງພູ ເຂົາເຈົ້າຈຶ່ງຊະນະພວກເຮົາ. ແຕ່ໃຫ້ພວກເຮົາໄປຕໍ່ສູ້ກັບເຂົາເຈົ້າຢູ່ທົ່ງພຽງແມ້ ພວກເຮົາຈະຊະນະເຂົາເຈົ້າໂລດ. 24 ຂໍໃຫ້ທ່ານເອົາພວກເຈົ້າເມືອງມາເປັນຫົວໜ້າກອງທັບແທນພວກກະສັດ.+ 25 ໃຫ້ທ່ານລວບລວມກອງທັບໃໝ່ໃຫ້ໃຫຍ່ສ່ຳເກົ່າ. ມ້າກັບລົດຮົບເສຍໄປເທົ່າໃດກໍໃຫ້ເອົາມາແທນສ່ຳເກົ່າ. ແລ້ວໃຫ້ພວກເຮົາໄປຕໍ່ສູ້ກັບເຂົາເຈົ້າຢູ່ທົ່ງພຽງ. ພວກເຮົາຈະຊະນະເຂົາເຈົ້າແນ່ນອນ.” ກະສັດກໍເຮັດຕາມທີ່ເຂົາເຈົ້າແນະນຳ.
26 ເມື່ອຮອດຕົ້ນປີຕໍ່ມາ ເບັນຮາດັດກໍລວບລວມກອງທັບຊີເຣຍແລ້ວໄປເມືອງອາເຟັກ+ເພື່ອຕໍ່ສູ້ກັບພວກອິດສະຣາເອນ. 27 ພວກອິດສະຣາເອນກໍໄດ້ລວບລວມກອງທັບແລະອາຫານຄືກັນ ແລ້ວອອກໄປຕໍ່ສູ້ກັບພວກຊີເຣຍ. ເມື່ອພວກອິດສະຣາເອນຕັ້ງຄ້າຍຢູ່ຕໍ່ໜ້າພວກຊີເຣຍ ເຂົາເຈົ້າເປັນຄືກັບແບ້ 2 ຝູງທີ່ນ້ອຍໆ ແຕ່ພວກຊີເຣຍມີຫຼາຍແທ້ຫຼາຍວ່າຈົນເຕັມທົ່ງພຽງນັ້ນ.+ 28 ຜູ້ພະຍາກອນຂອງພະເຈົ້າທ່ຽງແທ້ທີ່ເຄີຍເວົ້າກັບກະສັດອາຮາບກໍມາຫາລາວອີກແລະບອກວ່າ: “ພະເຢໂຫວາເວົ້າວ່າ ‘ຍ້ອນພວກຊີເຣຍເວົ້າວ່າ “ພະເຢໂຫວາເປັນພະເຈົ້າຢູ່ເທິງພູ ບໍ່ແມ່ນພະເຈົ້າຢູ່ທົ່ງພຽງ.” ເຮົາຈະໃຫ້ເຈົ້າຊະນະກອງທັບໃຫຍ່ນີ້+ແລະເຈົ້າຈະຮູ້ແທ້ໆວ່າເຮົາແມ່ນເຢໂຫວາ.’”+
29 ເຂົາເຈົ້າຕັ້ງຄ້າຍຢູ່ຕໍ່ໜ້າກັນ 7 ມື້ ແລະມື້ທີ 7 ເຂົາເຈົ້າກໍເລີ່ມຕໍ່ສູ້ກັນ. ພວກອິດສະຣາເອນຂ້າທະຫານຊີເຣຍຕາຍ 100.000 ຄົນພາຍໃນມື້ດຽວ. 30 ສ່ວນພວກທະຫານຊີເຣຍທີ່ເຫຼືອນັ້ນກໍໜີເຂົ້າໄປເມືອງອາເຟັກ+ ແຕ່ກຳແພງເມືອງໄດ້ລົ້ມທັບເຂົາເຈົ້າຕາຍ 27.000 ຄົນ. ເບັນຮາດັດກໍໜີໄປເມືອງນັ້ນຄືກັນ ແລະລາວເຂົ້າໄປລີ້ຢູ່ຫ້ອງໃນສຸດຂອງເຮືອນຫຼັງໜຶ່ງ.
31 ພວກທີ່ປຶກສາບອກເບັນຮາດັດວ່າ: “ພວກເຮົາໄດ້ຍິນວ່າພວກກະສັດອິດສະຣາເອນເປັນຄົນໃຈດີມີເມດຕາ.* ໃຫ້ພວກເຮົານຸ່ງຜ້າເນື້ອຫຍາບ ເອົາເຊືອກມັດຫົວແລ້ວອອກໄປຫາກະສັດອິດສະຣາເອນ ລາວອາດຈະບໍ່ຂ້າທ່ານກະໄດ້.”+ 32 ຄົນຂອງເບັນຮາດັດຈຶ່ງນຸ່ງຜ້າເນື້ອຫຍາບ ເອົາເຊືອກມັດຫົວ ແລ້ວກໍໄປຫາກະສັດອາຮາບແລະເວົ້າວ່າ: “ເບັນຮາດັດທີ່ເປັນຜູ້ຮັບໃຊ້ຂອງທ່ານຢາກຂໍຮ້ອງທ່ານວ່າ ‘ຢ່າຂ້າຂ້ອຍ.’” ກະສັດອາຮາບຖາມວ່າ: “ລາວຍັງບໍ່ຕາຍແມ່ນບໍ່? ລາວເປັນຄືກັບອ້າຍນ້ອງຂອງຂ້ອຍ.” 33 ເມື່ອເຂົາເຈົ້າໄດ້ຍິນສິ່ງທີ່ອາຮາບເວົ້າກໍຖືວ່າເປັນສັນຍານທີ່ດີ ແລະລາວກໍໝາຍຄວາມວ່າແບບນັ້ນແທ້ໆ. ເຂົາເຈົ້າຈຶ່ງເວົ້າວ່າ: “ເບັນຮາດັດເປັນຄືກັບອ້າຍນ້ອງຂອງທ່ານ.” ອາຮາບຈຶ່ງບອກວ່າ: “ໄປພາລາວມານີ້.” ເບັນຮາດັດກໍອອກມາຈາກບ່ອນທີ່ລາວລີ້ຢູ່ ແລ້ວອາຮາບກໍໃຫ້ເບັນຮາດັດຂຶ້ນລົດຮົບມານຳລາວ.
34 ເບັນຮາດັດເວົ້າກັບອາຮາບວ່າ: “ເມືອງຕ່າງໆທີ່ພໍ່ຂອງຂ້ອຍຍຶດມາຈາກພໍ່ຂອງເຈົ້າ ຂ້ອຍຈະສົ່ງຄືນເຈົ້າໝົດ. ຂ້ອຍຈະເອົາເສັ້ນທາງໃນເມືອງດາມາເຊໃຫ້ເຈົ້າເປັນບ່ອນຄ້າຂາຍຄືກັບທີ່ພໍ່ຂອງຂ້ອຍເຄີຍໄປຄ້າຂາຍຢູ່ເມືອງຊາມາເຣຍ.”
ອາຮາບບອກລາວວ່າ: “ຖ້າເຈົ້າເຮັດຕາມສິ່ງທີ່ເຈົ້າເວົ້າ ຂ້ອຍກໍຈະປ່ອຍເຈົ້າໄປ.”
ອາຮາບເຮັດສັນຍາກັບເບັນຮາດັດແລ້ວກໍປ່ອຍລາວໄປ.
35 ຜູ້ຊາຍຄົນໜຶ່ງທີ່ເປັນລູກຫຼານຂອງພວກຜູ້ພະຍາກອນ*+ເວົ້າກັບໝູ່ຂອງລາວຕາມທີ່ພະເຢໂຫວາບອກວ່າ: “ຕີຂ້ອຍດຸ.” ແຕ່ໝູ່ຂອງລາວບໍ່ຍອມຕີ. 36 ລາວຈຶ່ງເວົ້າກັບໝູ່ວ່າ: “ຍ້ອນເຈົ້າບໍ່ເຮັດຕາມສິ່ງທີ່ພະເຢໂຫວາບອກ ຕອນທີ່ເຈົ້າອອກໄປຈະມີໂຕສິງມາຂ້າເຈົ້າ.” ເມື່ອລາວອອກໄປກໍມີໂຕສິງມາຂ້າລາວ.
37 ຕໍ່ມາລູກຫຼານຂອງຜູ້ພະຍາກອນກໍໄປບອກອີກຜູ້ໜຶ່ງວ່າ: “ຕີຂ້ອຍດຸ.” ຜູ້ນັ້ນກໍຕີລາວຈົນເປັນບາດ.
38 ແລ້ວລາວກໍປອມໂຕໂດຍເອົາຜ້າພັນບາດພັນຕາທັງ 2 ເບື້ອງ ແລ້ວໄປຢືນຖ້າກະສັດອາຮາບຢູ່ແຄມທາງ. 39 ເມື່ອກະສັດກາຍມາ ລາວກໍຮ້ອງບອກກະສັດວ່າ: “ຕອນທີ່ຂ້ອຍເຊິ່ງເປັນຜູ້ຮັບໃຊ້ຂອງທ່ານໄປຕໍ່ສູ້ໃນສົງຄາມ ມີຜູ້ຊາຍຄົນໜຶ່ງເອົາຊະເລີຍມາຝາກຂ້ອຍໄວ້ ແລ້ວບອກຂ້ອຍວ່າ ‘ເຝົ້າລາວດີໆເດີ້. ຖ້າລາວໜີໄປ ເຈົ້າຈະຕ້ອງຕາຍແທນລາວ.+ ຄັນບໍ່ຊັ້ນ ເຈົ້າຕ້ອງເອົາເງິນໜັກ 1 ຕະລັນ*ມາໄຊ້ແທນ.’ 40 ຕອນທີ່ຂ້ອຍກຳລັງຫຍຸ້ງຢູ່ ລາວກໍລັກໜີ.” ກະສັດອາຮາບຈຶ່ງບອກລາວວ່າ: “ເຈົ້າກໍຮູ້ແລ້ວແມ່ນບໍວ່າເຈົ້າຈະຖືກລົງໂທດຕາມນັ້ນ.” 41 ແລ້ວລາວກໍເອົາຜ້າພັນບາດອອກຈາກຕາ ກະສັດອາຮາບຈຶ່ງຈື່ລາວໄດ້ວ່າລາວເປັນຄົນໜຶ່ງໃນພວກຜູ້ພະຍາກອນ.+ 42 ລາວເວົ້າກັບກະສັດອາຮາບວ່າ: “ພະເຢໂຫວາບອກວ່າ ‘ຍ້ອນເຈົ້າບໍ່ໄດ້ຂ້າຄົນທີ່ເຮົາບອກໃຫ້ຂ້າ+ ດັ່ງນັ້ນ ເຈົ້າຕ້ອງຕາຍແທນລາວ+ ແລະປະຊາຊົນຂອງເຈົ້າຕ້ອງຕາຍແທນປະຊາຊົນຂອງລາວ.’”+ 43 ແລ້ວກະສັດອາຮາບກໍກັບເມືອວັງຂອງລາວຢູ່ເມືອງຊາມາເຣຍ+ດ້ວຍຄວາມໂສກເສົ້າເສຍໃຈ.