ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 59
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ຄວາມ​ຜິດ​ທີ່​ພວກ​ອິດສະຣາເອນ​ເຮັດ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ຫ່າງ​ຈາກ​ພະເຈົ້າ (1-​8)

      • ສາລະພາບ​ຄວາມ​ຜິດ (9-​15​ກ)

      • ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ກັບໃຈ (15​ຂ-​21)

ເອຊາຢາ 59:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:23; ອຊຢ 50:2
  • +ພສ 116:1

ເອຊາຢາ 59:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:25
  • +ພບຍ 31:16, 17; 32:20; ອຊຢ 57:17; ອຊກ 39:23; ມກ 3:4

ເອຊາຢາ 59:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:15; ຢຣມ 2:34; ອຊກ 7:23
  • +ຢຣມ 7:9, 10; ອຊກ 13:8

ເອຊາຢາ 59:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:1; ອຊກ 22:30; ມກ 7:2
  • +ອຊຢ 30:12, 13
  • +ມກ 2:1

ເອຊາຢາ 59:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 8:13, 14

ເອຊາຢາ 59:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 57:12
  • +ຢຣມ 6:7; ມກ 6:12

ເອຊາຢາ 59:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 22:17; ອຊກ 9:9; ມທ 23:35
  • +ຣມ 3:15-17

ເອຊາຢາ 59:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:7; 59:15; ຢຣມ 5:1; ອມ 6:12; ຮບກ 1:4
  • +ຢຣມ 8:15

ເອຊາຢາ 59:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:30

ເອຊາຢາ 59:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 29

ເອຊາຢາ 59:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:5; ອຊກ 5:5, 6
  • +ຢຣມ 14:7; ຮຊອ 5:5
  • +ອຊຣ 9:13; ນຮຢ 9:33; ດນອ 9:5

ເອຊາຢາ 59:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 31:6; 32:6; ຢຣມ 17:13
  • +ຢຣມ 5:23

ເອຊາຢາ 59:14

ໄຂເງື່ອນ

  • *

    ຫຼື “ບໍ່​ມີ​ໃຜ​ສັດຊື່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 82:2; ຮບກ 1:4
  • +ອຊຢ 5:22, 23

ເອຊາຢາ 59:15

ໄຂເງື່ອນ

  • *

    ຫຼື “ຄົນ​ສັດຊື່”

  • *

    ແປ​ຕາມ​ໂຕ​ວ່າ “ເພິ່ນ​ຈຶ່ງ​ຖື​ວ່າ​ສິ່ງ​ເຫຼົ່າ​ນີ້​ຊົ່ວ​ຫຼາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 48:1
  • +ມກ 3:2

ເອຊາຢາ 59:16

ໄຂເງື່ອນ

  • *

    ຫຼື “ໄຊ​ຊະນະ”

ເອຊາຢາ 59:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 6:17; 1ທຊ 5:8
  • +ພບຍ 32:35; ພສ 94:1

ເອຊາຢາ 59:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 34:11; ພສ 62:12; ຢຣມ 17:10
  • +ອຊຢ 1:24; ສສ 4:11; ອຊກ 5:13

ເອຊາຢາ 59:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 48:17
  • +ອຊຢ 62:11
  • +ພບຍ 30:1-3; ຣມ 11:26

ເອຊາຢາ 59:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 11:27

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 59:1ຈຊບ 11:23; ອຊຢ 50:2
ອຊຢ. 59:1ພສ 116:1
ອຊຢ. 59:2ຢຣມ 5:25
ອຊຢ. 59:2ພບຍ 31:16, 17; 32:20; ອຊຢ 57:17; ອຊກ 39:23; ມກ 3:4
ອຊຢ. 59:3ອຊຢ 1:15; ຢຣມ 2:34; ອຊກ 7:23
ອຊຢ. 59:3ຢຣມ 7:9, 10; ອຊກ 13:8
ອຊຢ. 59:4ຢຣມ 5:1; ອຊກ 22:30; ມກ 7:2
ອຊຢ. 59:4ອຊຢ 30:12, 13
ອຊຢ. 59:4ມກ 2:1
ອຊຢ. 59:5ໂຢບ 8:13, 14
ອຊຢ. 59:6ອຊຢ 57:12
ອຊຢ. 59:6ຢຣມ 6:7; ມກ 6:12
ອຊຢ. 59:7ຢຣມ 22:17; ອຊກ 9:9; ມທ 23:35
ອຊຢ. 59:7ຣມ 3:15-17
ອຊຢ. 59:8ອຊຢ 5:7; 59:15; ຢຣມ 5:1; ອມ 6:12; ຮບກ 1:4
ອຊຢ. 59:8ຢຣມ 8:15
ອຊຢ. 59:9ອຊຢ 5:30
ອຊຢ. 59:10ພບຍ 28:15, 29
ອຊຢ. 59:12ອຊຢ 1:5; ອຊກ 5:5, 6
ອຊຢ. 59:12ຢຣມ 14:7; ຮຊອ 5:5
ອຊຢ. 59:12ອຊຣ 9:13; ນຮຢ 9:33; ດນອ 9:5
ອຊຢ. 59:13ອຊຢ 31:6; 32:6; ຢຣມ 17:13
ອຊຢ. 59:13ຢຣມ 5:23
ອຊຢ. 59:14ພສ 82:2; ຮບກ 1:4
ອຊຢ. 59:14ອຊຢ 5:22, 23
ອຊຢ. 59:15ອຊຢ 48:1
ອຊຢ. 59:15ມກ 3:2
ອຊຢ. 59:17ອຟຊ 6:17; 1ທຊ 5:8
ອຊຢ. 59:17ພບຍ 32:35; ພສ 94:1
ອຊຢ. 59:18ໂຢບ 34:11; ພສ 62:12; ຢຣມ 17:10
ອຊຢ. 59:18ອຊຢ 1:24; ສສ 4:11; ອຊກ 5:13
ອຊຢ. 59:20ອຊຢ 48:17
ອຊຢ. 59:20ອຊຢ 62:11
ອຊຢ. 59:20ພບຍ 30:1-3; ຣມ 11:26
ອຊຢ. 59:21ຣມ 11:27
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 59:1-21

ເອຊາຢາ

59 ແຂນ​ຂອງ​ພະ​ເຢໂຫວາ​ສັ້ນ​ໂພດ​ຈົນ​ຊ່ວຍ​ພວກເຈົ້າ​ບໍ່​ໄດ້​ບໍ?+

ແລະ​ຫູ​ຂອງ​ເພິ່ນ​ອຶງ​ຈົນ​ບໍ່​ໄດ້​ຍິນ​ບໍ?+

 2 ບໍ່​ແມ່ນ. ແຕ່​ຍ້ອນ​ຄວາມ​ຜິດ​ຂອງ​ພວກເຈົ້າ​ຫັ້ນ​ແຫຼະ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຫ່າງ​ຈາກ​ພະເຈົ້າ.+

ຄວາມ​ຜິດ​ຂອງ​ພວກເຈົ້າ​ເຮັດ​ໃຫ້​ເພິ່ນ​ປິ່ນ​ໜ້າ​ໜີ​ຈາກ​ພວກເຈົ້າ

ແລະ​ເຮັດ​ໃຫ້​ເພິ່ນ​ບໍ່​ຟັງ​ພວກເຈົ້າ.+

 3 ມື​ຂອງ​ພວກເຈົ້າ​ເປື້ອນ​ເລືອດ+

ແລະ​ມີ​ແຕ່​ເຮັດ​ຜິດ.

ປາກ​ຂອງ​ພວກເຈົ້າ​ເວົ້າ​ຕົວະ+​ແລະ​ເວົ້າ​ແຕ່​ເລື່ອງ​ທີ່​ບໍ່​ດີ.

 4 ບໍ່​ມີ​ໃຜ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ຍຸຕິທຳ+

ແລະ​ບໍ່​ມີ​ໃຜ​ເວົ້າ​ຄວາມຈິງ​ໃນ​ສານ.

ເຂົາເຈົ້າ​ໄວ້​ວາງໃຈ​ໃນ​ສິ່ງ​ທີ່​ບໍ່​ມີຄ່າ+​ແລະ​ເວົ້າ​ແຕ່​ເລື່ອງ​ທີ່​ບໍ່​ເປັນ​ປະໂຫຍດ.

ເຂົາເຈົ້າ​ຄິດ​ແຕ່​ແນວ​ຊົ່ວ​ໆ​ແລະ​ສິ່ງ​ທີ່​ສ້າງ​ຄວາມ​ເສຍຫາຍ.+

 5 ເຂົາເຈົ້າ​ຟັກ​ໄຂ່​ຂອງ​ງູ​ພິດ

ແລະ​ຕ່ຳ​ໃຍ​ແມງ​ມຸມ​ເພື່ອ​ເຮັດ​ຜ້າ.+

ຜູ້​ໃດ​ທີ່​ກິນ​ໄຂ່​ເຫຼົ່າ​ນັ້ນ​ຈະ​ຕາຍ.

ສ່ວນ​ໄຂ່​ທີ່​ແຕກ​ກໍ​ຈະ​ມີ​ງູ​ພິດ​ອອກ​ມາ.

 6 ຜ້າ​ທີ່​ຕ່ຳ​ຈາກ​ໃຍ​ແມງ​ມຸມ​ນັ້ນ​ເອົາ​ມາ​ເຮັດ​ເຄື່ອງນຸ່ງ​ບໍ່​ໄດ້

ແລະ​ຈະ​ເອົາ​ມາ​ປົກ​ໂຕ​ກໍ​ບໍ່​ໄດ້​ຄື​ກັນ.+

ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ເປັນ​ອັນຕະລາຍ

ແລະ​ມີ​ແຕ່​ຄວາມ​ຮຸນແຮງ.+

 7 ຕີນ​ຂອງ​ເຂົາເຈົ້າ​ແລ່ນ​ໄປ​ເຮັດ​ຊົ່ວ

ແລະ​ຟ້າວ​ໄປ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.+

ເຂົາເຈົ້າ​ຄິດ​ຈະ​ເຮັດ​ແຕ່​ແນວ​ບໍ່​ດີ​ໃຫ້​ຄົນອື່ນ

ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຈິບຫາຍ​ແລະ​ຄວາມທຸກ​ຕາມ​ທາງ​ທີ່​ເຂົາເຈົ້າ​ໄປ.+

 8 ເຂົາເຈົ້າ​ບໍ່​ເຄີຍ​ຮູ້ຈັກ​ແນວ​ທາງ​ທີ່​ສະຫງົບສຸກ

ແລະ​ບໍ່​ມີ​ຄວາມ​ຍຸຕິທຳ​ໃນ​ທາງ​ທີ່​ເຂົາເຈົ້າ​ທຽວ.+

ເຂົາເຈົ້າ​ເຮັດ​ໃຫ້​ທາງ​ນັ້ນ​ຄົດ

ແລະ​ທຸກ​ຄົນ​ທີ່​ທຽວ​ທາງ​ນັ້ນ​ຈະ​ບໍ່​ຮູ້ຈັກ​ຄວາມ​ສະຫງົບສຸກ.+

 9 ຍ້ອນ​ແນວ​ນີ້ ພວກ​ເຮົາ​ຈຶ່ງ​ຢູ່​ຫ່າງ​ໄກ​ຈາກ​ຄວາມ​ຍຸຕິທຳ

ແລະ​ຄວາມ​ຖືກຕ້ອງ​ກໍ​ມາ​ບໍ່​ຮອດ​ພວກ​ເຮົາ.

ພວກ​ເຮົາ​ຫວັງ​ຢູ່​ສະເໝີ​ວ່າ​ຈະ​ໄດ້​ເຫັນ​ແສງ​ສະຫວ່າງ ແຕ່​ພັດ​ມີ​ແຕ່​ຄວາມ​ມືດ.

ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ເຫັນ​ມື້​ທີ່​ແຈ້ງ ແຕ່​ພັດ​ຍ່າງ​ຢູ່​ໃນ​ຄວາມ​ມືດ.+

10 ພວກ​ເຮົາ​ເອົາ​ມື​ງົມ​ໆ​ທາວ​ໆ​ໄປ​ຕາມ​ກຳແພງ​ຄື​ກັບ​ຄົນຕາບອດ.

ພວກ​ເຮົາ​ງົມ​ໆ​ທາວ​ໆ​ຊອກ​ຫາ​ທາງ​ຄື​ກັບ​ຄົນ​ທີ່​ເບິ່ງ​ບໍ່​ເຫັນ.+

ຕອນ​ກາງເວັນ​ພວກ​ເຮົາ​ເຕະ​ສະດຸດ​ຄື​ກັບ​ວ່າ​ເປັນ​ຕອນ​ຄ່ຳ.

ພວກ​ເຮົາ​ເປັນ​ຄື​ກັບ​ຄົນ​ທີ່​ຕາຍ​ແລ້ວ​ໃນ​ພວກ​ຄົນ​ທີ່​ແຂງແຮງ.

11 ພວກ​ເຮົາ​ຮ້ອງ​ຄາງ​ຄື​ກັບ​ໂຕ​ໝີ

ແລະ​ຮ້ອງ​ສຽງ​ໂສກເສົ້າ​ຄື​ກັບ​ນົກ​ເຂົາ.

ພວກ​ເຮົາ​ຫວັງ​ວ່າ​ຈະ​ມີ​ຄວາມ​ຍຸຕິທຳ ແຕ່​ກໍ​ບໍ່​ມີ​ເລີຍ

ແລະ​ຫວັງ​ວ່າ​ຈະ​ມີ​ຄົນ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ ແຕ່​ກໍ​ບໍ່​ມີ​ໃຜ​ຊ່ວຍ​ພວກ​ເຮົາ.

12 ພວກ​ເຮົາ​ກະບົດ​ຕໍ່​ພະອົງ​ຫຼາຍ​ເທື່ອ.+

ຄວາມ​ຜິດ​ທີ່​ພວກ​ເຮົາ​ເຮັດ​ເປັນ​ຫຼັກ​ຖານ​ວ່າ​ພວກ​ເຮົາ​ເປັນ​ຝ່າຍ​ຜິດ.+

ພວກ​ເຮົາ​ຮູ້​ດີ​ວ່າ​ພວກ​ເຮົາ​ກະບົດ

ແລະ​ເຮັດ​ຜິດ​ຫຍັງ​ແດ່.+

13 ພວກ​ເຮົາ​ເຮັດ​ຜິດ​ແລະ​ປະຕິເສດ​ພະ​ເຢໂຫວາ.

ພວກ​ເຮົາ​ປິ່ນ​ຫຼັງ​ໃຫ້​ພະເຈົ້າ​ຂອງ​ພວກ​ເຮົາ.

ພວກ​ເຮົາ​ມີ​ແຕ່​ເວົ້າ​ເລື່ອງ​ການ​ກົດຂີ່​ແລະ​ການ​ກະບົດ.+

ພວກ​ເຮົາ​ຄິດເຖິງ​ວິທີ​ຕົວະ​ຄົນອື່ນ​ແລ້ວ​ກໍ​ຕົວະ​ເຂົາເຈົ້າ​ຕາມ​ນັ້ນ.+

14 ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຍຸຕິທຳ+

ແລະ​ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+

ຢູ່​ເດີ່ນ​ຂອງ​ເມືອງ​ບໍ່​ມີ​ໃຜ​ເວົ້າ​ຄວາມຈິງ*

ແລະ​ຄົນ​ທີ່​ຍຸຕິທຳ​ກໍ​ເຂົ້າ​ໄປ​ຫັ້ນ​ບໍ່​ໄດ້.

15 ບໍ່​ມີ​ຄົນ​ເວົ້າ​ຄວາມຈິງ*​ແລ້ວ+

ແລະ​ຄົນ​ທີ່​ເຮັດ​ດີ​ກໍ​ຖືກ​ປຸ້ນ.

ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ບໍ່​ມີ​ຄວາມ​ຍຸຕິທຳ

ເພິ່ນ​ຈຶ່ງ​ບໍ່​ພໍໃຈ​ຫຼາຍ.*+

16 ເພິ່ນ​ແນມ​ເບິ່ງ​ແລະ​ຕົກໃຈ​ຫຼາຍ

ທີ່​ບໍ່​ມີ​ໃຜ​ຊ່ວຍ​ເຂົາເຈົ້າ.

ເພິ່ນ​ຈຶ່ງ​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ລອດ.*

ເພິ່ນ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ເພິ່ນ​ຍຸຕິທຳ.

17 ເພິ່ນ​ເອົາ​ຄວາມ​ຍຸຕິທຳ​ມາ​ໃສ່​ຄື​ກັບ​ໃສ່​ເສື້ອ​ເກາະ

ແລະ​ເອົາ​ຄວາມ​ລອດ​ມາ​ສຸບ​ໃສ່​ຫົວ​ຄື​ກັບ​ໃສ່​ໝວກ​ເກາະ.+

ເພິ່ນ​ເອົາ​ຄວາມ​ຍຸຕິທຳ​ມາ​ໃສ່​ເປັນ​ເຄື່ອງນຸ່ງ​ເພື່ອ​ລົງໂທດ​ພວກ​ສັດຕູ+

ແລະ​ເອົາ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ມາ​ໃສ່​ຄື​ກັບ​ໃສ່​ເສື້ອ​ຄຸມ.

18 ເພິ່ນ​ຈະ​ຕອບ​ແທນ​ເຂົາເຈົ້າ​ຕາມ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຮັດ.+

ເພິ່ນ​ຈະ​ສະແດງ​ຄວາມ​ໃຈຮ້າຍ​ຕໍ່​ພວກ​ສັດຕູ​ແລະ​ລົງໂທດ​ເຂົາເຈົ້າ.+

ເພິ່ນ​ຈະ​ເຮັດ​ກັບ​ຄົນ​ທີ່​ອາໄສ​ຢູ່​ຕາມ​ເກາະ​ຕ່າງ​ໆ​ໃຫ້​ສົມ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.

19 ຄົນ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຈະ​ຢ້ານ​ຊື່​ຂອງ​ພະ​ເຢໂຫວາ

ແລະ​ຄົນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຈະ​ຢ້ານ​ແສງ​ລັດ​ສະໝີ​ຂອງ​ເພິ່ນ.

ພະ​ເຢໂຫວາ​ຈະ​ມາ​ໄວ​ໆ​ຄື​ກັບ​ນ້ຳ​ທີ່​ໄຫຼ​ຊັດ​ແຮງ​ໆ​

ທີ່​ຖືກ​ພະລັງ​ຂອງ​ເພິ່ນ​ຍູ້​ໄປ.

20 ພະ​ເຢໂຫວາ​ເວົ້າ​ວ່າ: “ຜູ້​ທີ່​ໄຖ່​ເຈົ້າ​ຄືນ​ມາ+​ຈະ​ມາ​ຊີໂອນ+

ມາ​ຫາ​ລູກ​ຫຼານ​ຂອງ​ຢາໂຄບ​ທີ່​ເຊົາ​ເຮັດ​ຜິດ.”+

21 ພະ​ເຢໂຫວາ​ເວົ້າ​ວ່າ: “ນີ້​ແມ່ນ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຂົາເຈົ້າ.”+ ພະ​ເຢໂຫວາ​ເວົ້າ​ຕໍ່​ອີກ​ວ່າ: “ພະລັງບໍລິສຸດ​ຂອງ​ເຮົາ​ທີ່​ຢູ່​ນຳ​ເຈົ້າ​ແລະ​ຄຳເວົ້າ​ຂອງ​ເຮົາ​ທີ່​ເຮົາ​ເອົາ​ໃສ່​ປາກ​ເຈົ້າ ເຮົາ​ຈະ​ບໍ່​ເອົາ​ໄປ​ຈາກ​ເຈົ້າ​ຫຼື​ຈາກ​ລູກ​ຫຼານ​ຂອງ​ເຈົ້າ. ມັນ​ຈະ​ຢູ່​ນຳ​ພວກເຈົ້າ​ຕັ້ງແຕ່​ຕອນນີ້​ຈົນ​ຮອດ​ຕະຫຼອດໄປ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌