ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຂ່າວຄາວ

      • ດາວິດ​ຈັດ​ລະບຽບພວກເລວີ (1-​32)

        • ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຖືກ​ແຍກ​ໄວ້​ຕ່າງ​ຫາກ (13)

1 ຂ່າວຄາວ 23:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:33, 39; 1ຂຄ 28:5

1 ຂ່າວຄາວ 23:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:8, 9
  • +ຈຊບ 3:6

1 ຂ່າວຄາວ 23:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 4:2, 3

1 ຂ່າວຄາວ 23:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:18; 1ຂຄ 26:29; 2ຂຄ 19:8

1 ຂ່າວຄາວ 23:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:12
  • +1ຂຄ 6:31, 32

1 ຂ່າວຄາວ 23:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 8:14; 31:2
  • +ອພຍ 6:16

1 ຂ່າວຄາວ 23:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:21, 22

1 ຂ່າວຄາວ 23:9

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ເປັນ​ຄົນ​ລະ​ຄົນ​ກັບ​ຂໍ້ 7

1 ຂ່າວຄາວ 23:10

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ເປັນ​ຄົນ​ດຽວ​ກັນ​ກັບ​ຂໍ້ 7

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຊິຊາ​ໃນ​ຂໍ້ 11

1 ຂ່າວຄາວ 23:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:21
  • +ອພຍ 6:18

1 ຂ່າວຄາວ 23:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:14
  • +ອພຍ 6:20, 26
  • +ອພຍ 28:1
  • +ລລວ 9:22; ຈຊບ 6:23-27; ພບຍ 21:5

1 ຂ່າວຄາວ 23:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:21, 22
  • +ອພຍ 18:3, 4

1 ຂ່າວຄາວ 23:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:24

1 ຂ່າວຄາວ 23:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:25

1 ຂ່າວຄາວ 23:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:27
  • +1ຂຄ 24:20, 22

1 ຂ່າວຄາວ 23:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 24:20, 23

1 ຂ່າວຄາວ 23:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:22

1 ຂ່າວຄາວ 23:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:19

1 ຂ່າວຄາວ 23:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ອ້າຍນ້ອງ”

1 ຂ່າວຄາວ 23:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:1
  • +1ກສ 8:12, 13; ພສ 135:21

1 ຂ່າວຄາວ 23:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 4:15

1 ຂ່າວຄາວ 23:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:9
  • +1ກສ 6:36

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2412

1 ຂ່າວຄາວ 23:29

ໄຂເງື່ອນ

  • *

    ໝາຍເຖິງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:5, 6; 1ຂຄ 9:32
  • +ອພຍ 29:1, 2; ລລວ 2:4
  • +ລລວ 7:12

1 ຂ່າວຄາວ 23:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:39
  • +1ຂຄ 16:4, 37

1 ຂ່າວຄາວ 23:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:10
  • +ຈຊບ 10:10; ພສ 81:3
  • +ພບຍ 16:16

1 ຂ່າວຄາວ 23:32

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຂຄ. 23:11ກສ 1:33, 39; 1ຂຄ 28:5
1ຂຄ. 23:2ອພຍ 29:8, 9
1ຂຄ. 23:2ຈຊບ 3:6
1ຂຄ. 23:3ຈຊບ 4:2, 3
1ຂຄ. 23:4ພບຍ 16:18; 1ຂຄ 26:29; 2ຂຄ 19:8
1ຂຄ. 23:51ຂຄ 26:12
1ຂຄ. 23:51ຂຄ 6:31, 32
1ຂຄ. 23:62ຂຄ 8:14; 31:2
1ຂຄ. 23:6ອພຍ 6:16
1ຂຄ. 23:81ຂຄ 26:21, 22
1ຂຄ. 23:12ອພຍ 6:21
1ຂຄ. 23:12ອພຍ 6:18
1ຂຄ. 23:13ອພຍ 4:14
1ຂຄ. 23:13ອພຍ 6:20, 26
1ຂຄ. 23:13ອພຍ 28:1
1ຂຄ. 23:13ລລວ 9:22; ຈຊບ 6:23-27; ພບຍ 21:5
1ຂຄ. 23:15ອພຍ 2:21, 22
1ຂຄ. 23:15ອພຍ 18:3, 4
1ຂຄ. 23:161ຂຄ 26:24
1ຂຄ. 23:171ຂຄ 26:25
1ຂຄ. 23:18ຈຊບ 3:27
1ຂຄ. 23:181ຂຄ 24:20, 22
1ຂຄ. 23:191ຂຄ 24:20, 23
1ຂຄ. 23:20ອພຍ 6:22
1ຂຄ. 23:21ອພຍ 6:19
1ຂຄ. 23:252ຊມ 7:1
1ຂຄ. 23:251ກສ 8:12, 13; ພສ 135:21
1ຂຄ. 23:26ຈຊບ 4:15
1ຂຄ. 23:28ຈຊບ 3:9
1ຂຄ. 23:281ກສ 6:36
1ຂຄ. 23:29ລລວ 24:5, 6; 1ຂຄ 9:32
1ຂຄ. 23:29ອພຍ 29:1, 2; ລລວ 2:4
1ຂຄ. 23:29ລລວ 7:12
1ຂຄ. 23:30ອພຍ 29:39
1ຂຄ. 23:301ຂຄ 16:4, 37
1ຂຄ. 23:31ອພຍ 20:10
1ຂຄ. 23:31ຈຊບ 10:10; ພສ 81:3
1ຂຄ. 23:31ພບຍ 16:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
1 ຂ່າວຄາວ 23:1-32

ຂ່າວຄາວ​ສະບັບ​ທີ​ໜຶ່ງ

23 ເມື່ອ​ດາວິດ​ເຖົ້າ​ຫຼາຍ​ແລ້ວ​ແລະ​ໃກ້ຊິ​ຕາຍ ລາວ​ຈຶ່ງ​ແຕ່ງ​ຕັ້ງ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.+ 2 ລາວ​ໄດ້​ເອີ້ນ​ພວກ​ເຈົ້ານາຍ​ຂອງ​ອິດສະຣາເອນ ພວກ​ປະໂລຫິດ+ ແລະ​ພວກເລວີ​ໃຫ້​ມາ​ຫາ.+ 3 ລາວ​ນັບ​ຜູ້​ຊາຍ​ໃນ​ຕະກູນ​ເລວີ​ທີ່​ອາຍຸ 30 ປີ​ຂຶ້ນ​ໄປ+ ລວມ​ທັງ​ໝົດ​ມີ 38.000 ຄົນ. 4 ໃນ​ຈຳນວນ​ນີ້ 24.000 ຄົນ​ເບິ່ງແຍງ​ວຽກ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ 6.000 ຄົນ​ເປັນ​ຂ້າລາຊະການ​ແລະ​ຜູ້ຕັດສິນ+ 5 4.000 ຄົນ​ເຮັດ​ວຽກ​ຍາມ​ປະຕູ+ ແລະ​ອີກ 4.000 ຄົນ​ຫຼິ້ນ​ດົນຕີ​ເພື່ອ​ສັນລະເສີນ+​ພະ​ເຢໂຫວາ. ດາວິດ​ເວົ້າ​ວ່າ: “ຂ້ອຍ​ເອົາເຄື່ອງ​ດົນຕີ​ເຫຼົ່ານີ້​ໃຫ້​ເຂົາເຈົ້າ​ຫຼິ້ນ​ເພື່ອ​ສັນລະເສີນ​ພະເຈົ້າ.”

6 ດາວິດ​ໄດ້​ແບ່ງ​ເຂົາເຈົ້າ​ອອກ​ເປັນ 3 ກຸ່ມ+​ຕາມ​ລູກ​ຊາຍ​ຂອງ​ເລວີ​ຄື: ລູກຫຼານ​ເກໂຊນ ລູກຫຼານ​ໂກຮາດ ແລະ​ລູກຫຼານ​ເມຣາຣີ.+ 7 ລູກ​ຊາຍ​ຂອງ​ເກໂຊນ​ຊື່​ລາດານ​ແລະ​ຊິເມອີ. 8 ລາດານ​ມີ​ລູກ​ຊາຍ 3 ຄົນ​ຊື່​ເຢຮີເອນ ເຊທາມ ແລະ​ໂຢເອນ.+ ເຢຮີເອນ​ເປັນ​ຫົວໜ້າ​ຂອງ​ເຂົາເຈົ້າ. 9 ຊິເມອີ*​ມີ​ລູກ​ຊາຍ 3 ຄົນ​ຊື່​ເຊໂລໂມດ ຮາຊີເອນ ແລະ​ຮາຣານ. ທັງ​ໝົດ​ນີ້​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ລູກຫຼານ​ລາດານ. 10 ຊິເມອີ*​ມີ​ລູກ​ຊາຍ 4 ຄົນ​ຊື່​ຢາຮາດ ຊີນາ* ເຢອຸດ ແລະ​ເບຣິອາ. 11 ຢາຮາດ​ເປັນຫົວໜ້າ​ຂອງ​ເຂົາເຈົ້າ ແລະ​ຜູ້​ທີ 2 ແມ່ນຊິຊາ. ແຕ່​ເຢອຸດ​ກັບ​ເບຣິອາ​ບໍ່​ມີ​ລູກ​ຊາຍ​ຫຼາຍ​ຄົນ ເຂົາເຈົ້າ​ຈຶ່ງ​ຖືກ​ນັບ​ເປັນ​ຈຸ້ມເຈື້ອ​ດຽວ​ກັນ​ແລະ​ເຮັດ​ວຽກ​ອັນ​ດຽວ​ກັນ.

12 ໂກຮາດ​ມີ​ລູກ​ຊາຍ 4 ຄົນ​ຊື່​ອຳຣາມ ອິດຊະຮາ+ ເຮັບໂຣນ ແລະ​ອຸດຊີເອນ.+ 13 ອຳຣາມ​ມີ​ລູກ​ຊາຍ​ຊື່​ອາໂຣນ+​ແລະ​ໂມເຊ.+ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຖືກ​ແຍກ​ໄວ້​ຖາວອນ+​ເພື່ອ​ຮັບໃຊ້​ໃນ​ບ່ອນ​ບໍລິສຸດ​ທີ່​ສຸດ ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ ຮັບໃຊ້​ເພິ່ນ ແລະ​ເປັນຕົວແທນຂອງ​ເພິ່ນ​ເພື່ອ​ອວຍພອນ​ປະຊາຊົນ​ຕະຫຼອດ​ໄປ.+ 14 ພວກ​ລູກ​ຊາຍ​ຂອງ​ໂມເຊຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທ່ຽງແທ້ກໍ​ມີ​ຊື່​ຢູ່​ໃນ​ຕະກູນ​ເລວີ. 15 ໂມເຊ​ມີ​ລູກ​ຊາຍ​ຊື່​ເກໂຊມ+​ແລະ​ເອລີເອເຊ.+ 16 ໃນ​ພວກ​ລູກຫຼານ​ຂອງ​ເກໂຊມ ເຊບູເອນ+​ເປັນ​ຫົວໜ້າ. 17 ໃນ​ພວກ​ລູກຫຼານ*​ຂອງ​ເອລີເອເຊ ເຣຮາບີຢາ+​ເປັນ​ຫົວໜ້າ. ເອລີເອເຊ​ມີ​ລູກ​ຊາຍ​ຄົນ​ດຽວ ແຕ່​ເຣຮາບີຢາ​ມີ​ລູກ​ຊາຍ​ຫຼາຍ​ຄົນ. 18 ໃນ​ພວກ​ລູກ​ຊາຍ​ຂອງ​ອິດຊະຮາ+ ເຊໂລມິດ+​ເປັນ​ຫົວໜ້າ. 19 ໃນ​ພວກ​ລູກ​ຊາຍ​ຂອງ​ເຮັບໂຣນ ເຢເຣຍ​ເປັນ​ຫົວໜ້າ ອາມາຣີຢາ​ເປັນ​ຜູ້​ທີ 2 ຢາຮາຊີເອນ​ເປັນ​ຜູ້​ທີ 3 ແລະ​ເຢກາເມອາມ+​ເປັນ​ຜູ້​ທີ 4. 20 ໃນ​ພວກ​ລູກ​ຊາຍ​ຂອງ​ອຸດຊີເອນ+ ມີກາ​ເປັນ​ຫົວໜ້າ ແລະ​ອິດຊີຢາ​ເປັນ​ຜູ້​ທີ 2.

21 ເມຣາຣີ​ມີ​ລູກ​ຊາຍ​ຊື່​ມາລີ​ແລະ​ມູຊີ.+ ມາລີ​ມີ​ລູກ​ຊາຍ​ຊື່​ເອເລອາຊາ​ແລະ​ກີເຊ. 22 ຕອນ​ທີ່​ເອເລອາຊາ​ຕາຍ ລາວ​ບໍ່​ມີ​ລູກ​ຊາຍ​ມີ​ແຕ່​ລູກ​ສາວ. ພວກ​ລູກ​ຊາຍ​ຂອງ​ກີເຊ​ທີ່​ເປັນ​ພີ່ນ້ອງ*​ກັນ​ຈຶ່ງ​ເອົາ​ພວກ​ລູກ​ສາວ​ຂອງ​ລາວ​ໄປ​ເປັນ​ເມຍ. 23 ມູຊີ​ມີ​ລູກ​ຊາຍ 3 ຄົນ​ຊື່​ມາລີ ເອເດ ແລະ​ເຢເຣໂມດ.

24 ທັງ​ໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ເລວີ​ຕາມ​ຈຸ້ມເຈື້ອ​ຕ່າງ​ໆ​ແລະ​ຕາມ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ເຂົາເຈົ້າ. ທຸກ​ຄົນ​ທີ່​ອາຍຸ 20 ປີ​ຂຶ້ນ​ໄປ​ກໍຖືກ​ນັບແລະ​ຖືກ​ຈົດ​ຊື່​ໃຫ້​ເຮັດ​ວຽກ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. 25 ດາວິດ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບໍ່​ໄດ້​ໃຫ້​ພວກ​ສັດຕູ​ມາ​ໂຈມຕີ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ+ ແລະ​ເພິ່ນ​ຈະ​ຢູ່​ເມືອງ​ເຢຣູຊາເລັມ​ຕະຫຼອດ​ໄປ.+ 26 ພວກເລວີ​ກໍ​ບໍ່​ຕ້ອງ​ຍ້າຍ​ເຕັ້ນ​ສັກສິດ​ແລະ​ອຸປະກອນ​ຕ່າງ​ໆ​ສຳລັບ​ການນະມັດສະການອີກ​ຕໍ່​ໄປ.”+ 27 ຄຳ​ສັ່ງ​ສຸດທ້າຍ​ຂອງ​ດາວິດ​ກໍ​ຄື ໃຫ້​ນັບ​ຈຳນວນ​ພວກເລວີ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ. 28 ເຂົາເຈົ້າ​ຈະ​ຊ່ວຍ​ລູກຫຼານ​ຂອງ​ອາໂຣນ+​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ນອກຈາກນັ້ນ ເຂົາເຈົ້າ​ຍັງ​ມີ​ໜ້າ​ທີ່​ເບິ່ງແຍງ​ເດີ່ນ​ວິຫານ+ ເບິ່ງແຍງຫ້ອງ​ກິນ​ເຂົ້າ ເຮັດ​ໃຫ້​ເຄື່ອງ​ໃຊ້​ຕ່າງ​ໆ​ບໍລິສຸດ ແລະ​ເຮັດ​ວຽກ​ອື່ນ​ໆ​ທີ່​ກ່ຽວຂ້ອງ​ກັບ​ການ​ນະມັດສະການ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. 29 ເຂົາເຈົ້າ​ຊ່ວຍ​ກຽມ​ເຂົ້າຈີ່​ທີ່​ຢອງ​ຊ້ອນ​ກັນ*+ ແປ້ງ​ລະອຽດ​ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​+ ແລະ​ເຂົ້າຈີ່​ທີ່​ຂາງ​ຢູ່​ເທິງ​ໝໍ້. ເຂົາເຈົ້າ​ນວດ​ແປ້ງ+ ຊັ່ງ​ນ້ຳ​ໜັກ ແລະ​ແທກ​ເຄື່ອງ​ຕ່າງ​ໆ​. 30 ທຸກ​ໆ​ຕອນ​ເຊົ້າ+​ແລະ​ຕອນ​ແລງ+ ເຂົາເຈົ້າ​ຈະ​ຢືນ​ຂອບໃຈ​ແລະ​ສັນລະເສີນ​ພະ​ເຢໂຫວາ. 31 ທຸກ​ໆ​ວັນ​ຊະບາໂຕ+ ມື້ເດືອນອອກໃໝ່+ ແລະ​ມື້​ເທດສະການ​ຕ່າງ​ໆ​+ ເຂົາເຈົ້າ​ຈະ​ຊ່ວຍ​ຕອນ​ທີ່​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ຕາມ​ທີ່​ກົດໝາຍ​ກຳນົດ​ໄວ້. ເຂົາເຈົ້າ​ເຮັດ​ແບບ​ນີ້​ເປັນ​ປະຈຳ​ຕໍ່​ໜ້າ​ພະ​ເຢໂຫວາ. 32 ເຂົາເຈົ້າ​ຮັບຜິດຊອບ​ວຽກ​ຢູ່​ເຕັ້ນ​ສັກສິດ*​ແລະ​ຢູ່​ບ່ອນ​ບໍລິສຸດ ລວມ​ທັງ​ຊ່ວຍ​ລູກຫຼານ​ຂອງ​ອາໂຣນ​ໃນ​ການ​ນະມັດສະການ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌