ຂ່າວຄາວສະບັບທີສອງ
5 ເມື່ອໂຊໂລໂມນສ້າງທຸກຢ່າງສຳລັບວິຫານຂອງພະເຢໂຫວາແລ້ວໆ+ ລາວກໍເອົາສິ່ງຕ່າງໆທີ່ດາວິດພໍ່ຂອງລາວແຍກໄວ້ຕ່າງຫາກສຳລັບພະເຈົ້າ+ ເອົາເງິນເອົາຄຳ ແລະເອົາເຄື່ອງໃຊ້ທັງໝົດໄປໄວ້ໃນຄັງຊັບສິນຢູ່ວິຫານຂອງພະເຈົ້າທ່ຽງແທ້.+ 2 ຕໍ່ມາ ກະສັດໂຊໂລໂມນໄດ້ເອີ້ນພວກຜູ້ນຳຂອງອິດສະຣາເອນ ພວກຫົວໜ້າຕະກູນ ແລະພວກຫົວໜ້າໃນຈຸ້ມເຈື້ອຕ່າງໆຂອງອິດສະຣາເອນໃຫ້ມາຫາ. ເຂົາເຈົ້າກໍມາຫາລາວຢູ່ເມືອງເຢຣູຊາເລັມເພື່ອໄປເອົາຫີບສັນຍາຂອງພະເຢໂຫວາມາຈາກເມືອງຂອງດາວິດ+ເຊິ່ງມີອີກຊື່ໜຶ່ງວ່າຊີໂອນ.+ 3 ພວກຜູ້ຊາຍອິດສະຣາເອນໄດ້ມາລວມກັນຢູ່ຕໍ່ໜ້າກະສັດໂຊໂລໂມນໃນເທດສະການ*ທີ່ຈັດຂຶ້ນໃນເດືອນທີ 7.+
4 ເມື່ອພວກຜູ້ນຳທຸກຄົນຂອງອິດສະຣາເອນມາຮອດ ພວກເລວີກໍຍົກຫີບສັນຍາຂຶ້ນ ແລ້ວຫາມໄປ.+ 5 ພວກປະໂລຫິດແລະພວກເລວີ*ເອົາຫີບສັນຍາ ເຕັ້ນສັກສິດ*+ ແລະເຄື່ອງໃຊ້ທຸກຢ່າງທີ່ບໍລິສຸດທີ່ຢູ່ໃນເຕັ້ນນັ້ນໄປ. 6 ກະສັດໂຊໂລໂມນແລະພວກອິດສະຣາເອນທຸກຄົນທີ່ລາວເອີ້ນມາກໍຢູ່ຕໍ່ໜ້າຫີບສັນຍາ. ເຂົາເຈົ້າເຜົາແກະເຜົາງົວເປັນເຄື່ອງບູຊາຫຼາຍແທ້ຫຼາຍວ່າ+ຈົນນັບບໍ່ໄດ້. 7 ຈາກນັ້ນ ພວກປະໂລຫິດໄດ້ເອົາຫີບສັນຍາຂອງພະເຢໂຫວາໄປວາງໄວ້ກ້ອງປີກຂອງເຄຣູບ 2 ອົງ+ໃນຫ້ອງທີ່ຢູ່ໃນສຸດຂອງວິຫານເຊິ່ງແມ່ນຫ້ອງບໍລິສຸດທີ່ສຸດ. 8 ຍ້ອນປີກຂອງເຄຣູບ 2 ອົງພືອອກຢູ່ເທິງຫີບສັນຍາ ຫີບແລະໄມ້ຫາມຫີບ+ຈຶ່ງຢູ່ກ້ອງປີກຂອງເຄຣູບ. 9 ໄມ້ຫາມຫີບນີ້ຍາວຫຼາຍຈົນແນມເຫັນສົ້ນມັນໄດ້ຈາກຫ້ອງບໍລິສຸດທີ່ຢູ່ທາງໜ້າຫ້ອງບໍລິສຸດທີ່ສຸດ ແຕ່ເມື່ອອອກຈາກຫ້ອງນັ້ນແລ້ວກໍແນມເບິ່ງບໍ່ເຫັນ. ຫີບແລະໄມ້ທີ່ຫາມຫີບກໍວາງໄວ້ແບບນັ້ນຈົນຮອດທຸກມື້ນີ້. 10 ໃນຫີບນັ້ນມີແຕ່ຫີນ 2 ແຜ່ນທີ່ໂມເຊເອົາໃສ່ໄວ້ຢູ່ໂຮເຣັບ+ ຕອນທີ່ພະເຢໂຫວາເຮັດສັນຍາ+ກັບພວກອິດສະຣາເອນເມື່ອເຂົາເຈົ້າອອກມາຈາກເອຢິບ.+
11 ເມື່ອພວກປະໂລຫິດອອກມາຈາກວິຫານ (ພວກປະໂລຫິດທຸກຄົນທີ່ຢູ່ຫັ້ນໄດ້ເຮັດໃຫ້ໂຕເອງສະອາດ*ແລ້ວ+ ບໍ່ວ່າເຂົາເຈົ້າຈະຢູ່ກຸ່ມໃດ.)+ 12 ພວກເລວີທຸກຄົນທີ່ເປັນນັກຮ້ອງ+ທີ່ຢູ່ໃນກຸ່ມຂອງອາສັບ+ ເຮມານ+ ເຢດູທູນ+ ກຸ່ມພວກລູກຊາຍຂອງເຂົາເຈົ້າ ແລະກຸ່ມພວກອ້າຍນ້ອງຂອງເຂົາເຈົ້າເຊິ່ງນຸ່ງເຄື່ອງທີ່ເປັນຜ້າເນື້ອດີກໍໄດ້ຖືແສ່ງ ຖືເຄື່ອງດົນຕີທີ່ມີສາຍກັບພິນແລະຢືນຢູ່ທາງທິດຕາເວັນອອກຂອງແທ່ນບູຊາ ແລະມີປະໂລຫິດ 120 ຄົນຢືນເປົ່າແກຢູ່ນຳເຂົາເຈົ້າ.+ 13 ຕອນທີ່ພວກນັກຮ້ອງກັບຄົນເປົ່າແກເລີ່ມຮ້ອງເພງແລະເປົ່າແກເພື່ອສັນລະເສີນແລະຂອບໃຈພະເຢໂຫວາ ກໍມີສຽງແກ ສຽງແສ່ງ ແລະສຽງເຄື່ອງດົນຕີອື່ນໆດັງຂຶ້ນ. ເຂົາເຈົ້າພາກັນສັນລະເສີນພະເຢໂຫວາວ່າ: “ພະອົງດີແທ້ໆ ພະອົງມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.”+ ຈາກນັ້ນ ກໍມີຂີ້ເຝື້ອມາປົກຄຸມວິຫານຂອງພະເຢໂຫວາ.+ 14 ພວກປະໂລຫິດຈຶ່ງເຮັດໜ້າທີ່ຂອງໂຕເອງຢູ່ຫັ້ນບໍ່ໄດ້ຍ້ອນຂີ້ເຝື້ອນັ້ນແລະຍ້ອນແສງລັດສະໝີຂອງພະເຢໂຫວາແຜ່ກະຈາຍຢູ່ທົ່ວວິຫານຂອງພະເຈົ້າທ່ຽງແທ້.+