ຂ່າວຄາວສະບັບທີສອງ
3 ຈາກນັ້ນ ໂຊໂລໂມນກໍເລີ່ມສ້າງວິຫານຂອງພະເຢໂຫວາ+ຢູ່ພູໂມຣີຢາ+ໃນເມືອງເຢຣູຊາເລັມ. ພະເຢໂຫວາເຄີຍມາຫາດາວິດພໍ່ຂອງລາວຢູ່ຫັ້ນ.+ ດາວິດຊື້ລານຟາດເຂົ້ານີ້ຈາກໂອເຣນານ+ຄົນເຢບຸດເພື່ອກຽມເປັນບ່ອນສ້າງວິຫານ. 2 ໂຊໂລໂມນເລີ່ມສ້າງວິຫານໃນວັນທີ 2 ເດືອນທີ 2 ຂອງປີທີ 4 ທີ່ລາວປົກຄອງ. 3 ຮາກຖານວິຫານຂອງພະເຈົ້າທ່ຽງແທ້ທີ່ໂຊໂລໂມນສ້າງຍາວ 60 ສອກ* ແລະກວ້າງ 20 ສອກ*+ຕາມວິທີວັດແທກໃນສະໄໝແຕ່ກີ້.* 4 ຫ້ອງທີ່ຢູ່ທາງເຂົ້າທາງໜ້າກວ້າງ 20 ສອກ*ສ່ຳກັບຄວາມກວ້າງຂອງວິຫານ ແລະສູງ 20 ສອກ.* ລາວເອົາຄຳແທ້ມາໂອບທາງໃນ.+ 5 ລາວເອົາໄມ້ຈູນິເປີ້*ມາຕິດອ້ອມຝາວິຫານທາງໃນ ເອົາຄຳແທ້ມາໂອບ+ ແລ້ວກໍຕົກແຕ່ງດ້ວຍຮູບຕົ້ນປາມ+ແລະຮູບໂສ້.+ 6 ລາວຕົກແຕ່ງວິຫານດ້ວຍເພັດນິນຈິນດາ+ແລະຄຳ.+ ຄຳທີ່ລາວໃຊ້ມາຈາກປາວາຢິມ. 7 ລາວເອົາຄຳໂອບທາງໃນວິຫານທັງເພດານ ຝາ ປະຕູ ແລະວົງກົບປະຕູ.+ ລາວຍັງໄດ້ແກະສະຫຼັກຮູບເຄຣູບໃສ່ຝານຳອີກ.+
8 ຈາກນັ້ນ ລາວກໍສ້າງຫ້ອງບໍລິສຸດທີ່ສຸດ.+ ຫ້ອງນີ້ຍາວ 20 ສອກ* ກວ້າງ 20 ສອກ ສ່ຳກັບຄວາມກວ້າງຂອງວິຫານ. ລາວເອົາຄຳແທ້ໜັກ 600 ຕະລັນ*ໂອບທາງໃນຫ້ອງນີ້.+ 9 ລາວເອົາຄຳໜັກ 50 ເຊເກນ*ເຮັດຕະປູແລະລາວຍັງໄດ້ເອົາຄຳໂອບທາງໃນຫ້ອງຊັ້ນເທິງ.
10 ໂຊໂລໂມນເຮັດເຄຣູບ 2 ອົງແລະເອົາຄຳໂອບ ແລ້ວລາວກໍເອົາໄປໄວ້ໃນຫ້ອງບໍລິສຸດທີ່ສຸດ.+ 11 ປີກຂອງເຄຣູບ+ 2 ອົງທີ່ພືອອກລວມກັນແລ້ວຍາວ 20 ສອກ.* ປີກຂອງເຄຣູບອົງທີ 1 ຍາວເບື້ອງລະ 5 ສອກ.* ສົ້ນປີກເບື້ອງໜຶ່ງຈຸກັບຝາຂອງວິຫານ ແລະສົ້ນປີກອີກເບື້ອງໜຶ່ງຈຸກັບສົ້ນປີກຂອງເຄຣູບອີກອົງໜຶ່ງ. 12 ປີກຂອງເຄຣູບອົງທີ 2 ຍາວເບື້ອງລະ 5 ສອກ*ຄືກັນ. ສົ້ນປີກເບື້ອງໜຶ່ງຈຸກັບຝາຂອງວິຫານອີກເບື້ອງໜຶ່ງ ແລະສົ້ນປີກອີກເບື້ອງໜຶ່ງຈຸກັບສົ້ນປີກຂອງເຄຣູບອົງທຳອິດ. 13 ປີກຂອງເຄຣູບ 2 ອົງນີ້ພືອອກລວມກັນແລ້ວຍາວ 20 ສອກ.* ເຄຣູບທັງສອງອົງຢືນປິ່ນໜ້າໄປທາງຫ້ອງບໍລິສຸດ.
14 ໂຊໂລໂມນເອົາດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະຜ້າເນື້ອດີມາເຮັດເປັນຜ້າກັ້ງ+ ແລ້ວແສ່ວຮູບເຄຣູບໃສ່.+
15 ຈາກນັ້ນ ລາວກໍເຮັດເສົາ 2 ຕົ້ນ+ໄວ້ຢູ່ໜ້າວິຫານ. ແຕ່ລະຕົ້ນສູງ 35 ສອກ* ແລະບົວທີ່ຢູ່ເທິງເສົາ 2 ຕົ້ນນັ້ນສູງ 5 ສອກ.*+ 16 ລາວເຮັດໂສ້ຫ້ອຍໃສ່ບົວແຕ່ລະອັນແລະເຮັດໝາກພິລາ 100 ໜ່ວຍຕິດໃສ່ໂສ້ນັ້ນ. 17 ລາວຕັ້ງເສົາ 2 ຕົ້ນໄວ້ຢູ່ໜ້າວິຫານ. ຕົ້ນໜຶ່ງຢູ່ເບື້ອງຂວາ* ແລະອີກຕົ້ນໜຶ່ງຢູ່ເບື້ອງຊ້າຍ.* ເສົາທີ່ຢູ່ເບື້ອງຂວາລາວຕັ້ງຊື່ວ່າຢາກິນ* ແລະເສົາທີ່ຢູ່ເບື້ອງຊ້າຍລາວຕັ້ງຊື່ວ່າໂບອາດ.*