ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 19
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ການ​ຕັດສິນ​ຂອງ​ເພິ່ນ (1-10)

        • ການ​ແຕ່ງດອງ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ (7-9)

      • ຜູ້​ທີ່​ຂີ່​ມ້າ​ຂາວ (11-16)

      • ງານ​ລ້ຽງ​ໃຫຍ່​ຂອງ​ພະເຈົ້າ (17, 18)

      • ສັດ​ຮ້າຍ​ບໍ່​ຊະນະ (19-21)

ພະນິມິດ 19:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃຫ້​ສັນລະເສີນ​ຢາ.” ຫຼື “ອາເລລູຢາ!” ຄຳ​ວ່າ ຢາ ແມ່ນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 150:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 125

ພະນິມິດ 19:2

ໄຂເງື່ອນ

  • *

    ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:4; ພສ 19:9; ພນມ 15:3
  • +ພບຍ 32:43; 2ກສ 9:7; ພສ 79:10; ພນມ 18:20, 24

ພະນິມິດ 19:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃຫ້​ສັນລະເສີນ​ຢາ.” ຫຼື “ອາເລລູຢາ!” ຄຳ​ວ່າ ຢາ ແມ່ນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 117:1
  • +ອຊຢ 34:10

ພະນິມິດ 19:4

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”

  • *

    ແປ​ຕາມ​ໂຕ​ວ່າ “ໃຫ້​ສັນລະເສີນ​ຢາ.” ຫຼື “ອາເລລູຢາ!” ຄຳ​ວ່າ ຢາ ແມ່ນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 4:4
  • +ພນມ 4:6
  • +ພສ 106:48

ພະນິມິດ 19:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 115:13
  • +ພສ 134:1; 135:1

ພະນິມິດ 19:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃຫ້​ສັນລະເສີນ​ຢາ.” ຫຼື “ອາເລລູຢາ!” ຄຳ​ວ່າ ຢາ ແມ່ນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 113:1
  • +ອພຍ 6:3
  • +ພສ 97:1; ອຊຢ 52:7; ພນມ 11:15

ພະນິມິດ 19:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 61:10; ອຟຊ 5:25-27; ພນມ 14:4

ພະນິມິດ 19:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 22:2; 25:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/7/2015, ໜ້າ 14-15

ພະນິມິດ 19:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 10:25, 26; ພນມ 22:8, 9
  • +ມທ 4:10; ຢຮ 4:23
  • +ມທ 28:19, 20; ກຈກ 1:8
  • +ລກ 24:27; ກຈກ 10:43; 1ປຕ 1:10, 11

ພະນິມິດ 19:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 6:2
  • +ພນມ 1:5
  • +ຢຮ 1:14; ພນມ 3:14
  • +ອຊຢ 11:4, 5; ຮຣ 1:8, 9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 17

ພະນິມິດ 19:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:13, 14

ພະນິມິດ 19:13

ໄຂເງື່ອນ

  • *

    ຫຼື “ຄຳເວົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:1

ພະນິມິດ 19:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 17

ພະນິມິດ 19:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລ້ຽງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 2:8; ພນມ 1:13, 16
  • +ພສ 2:9; ພນມ 2:26, 27
  • +ຢອ 3:13; ພນມ 14:19, 20

ພະນິມິດ 19:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 28:18; ຟລປ 2:9-11; 1ຕມ 6:15; ພນມ 17:14

ພະນິມິດ 19:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 39:4, 17

ພະນິມິດ 19:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 39:18
  • +ອຊກ 39:20

ພະນິມິດ 19:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 16:14, 16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2020, ໜ້າ 15

    ຫໍສັງເກດການ

    15/5/2015, ໜ້າ 27

ພະນິມິດ 19:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 16:13
  • +ພນມ 13:16, 17
  • +ພນມ 13:15
  • +ມທ 10:28; 2ປຕ 2:6; ຢດ 7; ພນມ 20:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 10

    ສະບັບແປໂລກໃໝ່ ໜ້າ 2400

ພະນິມິດ 19:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 2:16; 6:2
  • +ອຊກ 39:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 19:1ພສ 150:6
ພນມ. 19:2ພບຍ 32:4; ພສ 19:9; ພນມ 15:3
ພນມ. 19:2ພບຍ 32:43; 2ກສ 9:7; ພສ 79:10; ພນມ 18:20, 24
ພນມ. 19:3ພສ 117:1
ພນມ. 19:3ອຊຢ 34:10
ພນມ. 19:4ພນມ 4:4
ພນມ. 19:4ພນມ 4:6
ພນມ. 19:4ພສ 106:48
ພນມ. 19:5ພສ 115:13
ພນມ. 19:5ພສ 134:1; 135:1
ພນມ. 19:6ພສ 113:1
ພນມ. 19:6ອພຍ 6:3
ພນມ. 19:6ພສ 97:1; ອຊຢ 52:7; ພນມ 11:15
ພນມ. 19:8ອຊຢ 61:10; ອຟຊ 5:25-27; ພນມ 14:4
ພນມ. 19:9ມທ 22:2; 25:10
ພນມ. 19:10ກຈກ 10:25, 26; ພນມ 22:8, 9
ພນມ. 19:10ມທ 4:10; ຢຮ 4:23
ພນມ. 19:10ມທ 28:19, 20; ກຈກ 1:8
ພນມ. 19:10ລກ 24:27; ກຈກ 10:43; 1ປຕ 1:10, 11
ພນມ. 19:11ພນມ 6:2
ພນມ. 19:11ພນມ 1:5
ພນມ. 19:11ຢຮ 1:14; ພນມ 3:14
ພນມ. 19:11ອຊຢ 11:4, 5; ຮຣ 1:8, 9
ພນມ. 19:12ພນມ 1:13, 14
ພນມ. 19:13ຢຮ 1:1
ພນມ. 19:152ທຊ 2:8; ພນມ 1:13, 16
ພນມ. 19:15ພສ 2:9; ພນມ 2:26, 27
ພນມ. 19:15ຢອ 3:13; ພນມ 14:19, 20
ພນມ. 19:16ມທ 28:18; ຟລປ 2:9-11; 1ຕມ 6:15; ພນມ 17:14
ພນມ. 19:17ອຊກ 39:4, 17
ພນມ. 19:18ອຊກ 39:18
ພນມ. 19:18ອຊກ 39:20
ພນມ. 19:19ພນມ 16:14, 16
ພນມ. 19:20ພນມ 16:13
ພນມ. 19:20ພນມ 13:16, 17
ພນມ. 19:20ພນມ 13:15
ພນມ. 19:20ມທ 10:28; 2ປຕ 2:6; ຢດ 7; ພນມ 20:14
ພນມ. 19:21ພນມ 2:16; 6:2
ພນມ. 19:21ອຊກ 39:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 19:1-21

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

19 ຫຼັງ​ຈາກນັ້ນ ຂ້ອຍ​ໄດ້​ຍິນ​ສຽງ​ດັງ​ຄື​ກັບ​ສຽງ​ຄົນ​ບັກ​ຫຼາຍ​ໆ​ຢູ່​ໃນ​ສະຫວັນ​ເວົ້າ​ວ່າ: “ໃຫ້​ສັນລະເສີນ​ເຢໂຫວາ!*+ ຄວາມ​ລອດ​ມາ​ຈາກ​ເພິ່ນ ສະຫງ່າ​ລາສີ ແລະ​ລິດເດດ​ເປັນ​ຂອງ​ພະເຈົ້າ​ຂອງ​ພວກ​ເຮົາ. 2 ເພິ່ນ​ຕັດສິນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ.+ ເພິ່ນ​ໄດ້​ລົງໂທດ​ແມ່ຈ້າງ​ທີ່​ເຮັດ​ໃຫ້​ໂລກ​ເສື່ອມ​ເສຍ​ດ້ວຍ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ຂອງ​ລາວ ແລະ​ເພິ່ນ​ໄດ້​ແກ້ແຄ້ນ​ແທນ​ທາດ​ຂອງ​ເພິ່ນ​ທີ່​ຖືກ​ລາວ​ຂ້າ.”+ 3 ທັນໃດ​ນັ້ນ ເຂົາເຈົ້າ​ກໍ​ເວົ້າ​ອີກ​ເທື່ອ​ໜຶ່ງ​ວ່າ: “ໃຫ້​ສັນລະເສີນ​ເຢໂຫວາ!*+ ໃຫ້​ຄວັນ​ຈາກ​ເມືອງ​ນັ້ນ​ລອຍ​ຂຶ້ນ​ຕະຫຼອດ​ໄປ.”+

4 ແລ້ວ​ຜູ້​ປົກຄອງ 24 ຄົນ+​ກັບ​ສິ່ງ​ທີ່​ມີ​ຊີວິດ 4 ໂຕ​ນັ້ນ+​ກໍ​ໝູບ​ລົງ​ນະມັດສະການ​ພະເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ແລະ​ເວົ້າ​ວ່າ: “ອາແມນ!* ໃຫ້​ສັນລະເສີນ​ເຢໂຫວາ!”*+

5 ແລ້ວ​ກໍ​ມີ​ສຽງ​ເວົ້າ​ມາ​ຈາກ​ບັນລັງ​ນັ້ນ​ວ່າ: “ທຸກ​ຄົນ​ທີ່​ເປັນ​ທາດ​ຂອງ​ເພິ່ນ ທີ່​ຢ້ານຢຳ​ເພິ່ນ ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ມີ​ອຳນາດ+ ໃຫ້​ທຸກ​ຄົນ​ສັນລະເສີນ​ພະເຈົ້າ​ຂອງ​ພວກ​ເຮົາ.”+

6 ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ທີ່​ຄື​ກັບ​ສຽງ​ຄົນ​ບັກ​ຫຼາຍ​ໆ​ ຄື​ກັບ​ສຽງ​ນ້ຳ​ໄຫຼ​ແຮງ​ໆ​ ແລະ​ຄື​ກັບ​ສຽງ​ຟ້າ​ຮ້ອງ​ດັງ​ສະໜັ່ນ. ສຽງ​ນັ້ນ​ເວົ້າ​ວ່າ: “ໃຫ້​ສັນລະເສີນ​ເຢໂຫວາ!*+ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຜູ້​ມີ​ລິດເດດ​ສູງ​ສຸດ+​ເລີ່ມ​ປົກຄອງ​ເປັນ​ກະສັດ​ແລ້ວ!+ 7 ໃຫ້​ພວກ​ເຮົາ​ມີ​ຄວາມ​ສຸກ​ຄວາມ​ຍິນດີ​ແລະ​ຍ້ອງຍໍ​ສັນລະເສີນ​ເພິ່ນ ຍ້ອນ​ຮອດ​ເວລາ​ແລ້ວ​ທີ່​ແກະ​ນ້ອຍ​ຂອງ​ພະເຈົ້າ​ຈະ​ແຕ່ງດອງ ແລະ​ເຈົ້າ​ສາວ​ຂອງ​ລາວ​ກໍ​ກຽມ​ໂຕ​ພ້ອມ​ແລ້ວ. 8 ເຈົ້າ​ສາວ​ໄດ້​ຮັບ​ເອົາ​ຊຸດ​ຜ້າ​ລີນິນ​ເນື້ອ​ດີ​ທີ່​ສະອາດ​ສົດ​ໃສ​ມາ​ນຸ່ງ. ຜ້າ​ລີນິນ​ເນື້ອ​ດີ​ນັ້ນ​ໝາຍເຖິງ​ການ​ກະທຳ​ທີ່​ຖືກຕ້ອງ​ຂອງ​ພວກ​ຜູ້​ບໍລິສຸດ.”+

9 ແລ້ວ​ທູດສະຫວັນ​ອົງ​ນັ້ນ​ບອກ​ຂ້ອຍ​ວ່າ: “ໃຫ້​ຂຽນ​ວ່າ ແຂກ​ທີ່​ຖືກ​ເຊີນ​ມາ​ງານ​ແຕ່ງດອງ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ​ກໍ​ມີ​ຄວາມ​ສຸກ.”+ ລາວ​ຍັງ​ບອກ​ຂ້ອຍ​ວ່າ: “ທັງໝົດ​ນີ້​ເປັນ​ຄຳເວົ້າ​ທີ່​ເຊື່ອຖື​ໄດ້​ຂອງ​ພະເຈົ້າ.” 10 ແລ້ວ​ຂ້ອຍ​ກໍ​ໝູບ​ລົງ​ຢູ່​ຕີນ​ຂອງ​ທູດສະຫວັນ​ເພື່ອ​ຈະ​ນະມັດສະການ​ລາວ ແຕ່​ລາວ​ຫ້າມ​ຂ້ອຍ​ໄວ້​ແລະ​ເວົ້າ​ວ່າ: “ຢ່າ! ຢ່າ​ເຮັດ​ແນວ​ນີ້!+ ໃຫ້​ນະມັດສະການ​ພະເຈົ້າ​ເດີ້!+ ຂ້ອຍ​ກໍ​ເປັນ​ທາດ​ຄື​ກັບ​ເຈົ້າ​ແລະ​ຄື​ກັບ​ພີ່ນ້ອງ​ຂອງ​ເຈົ້າ​ທີ່​ເຮັດ​ວຽກ​ປະກາດ​ເລື່ອງ​ພະ​ເຢຊູ.+ ເຫດຜົນ​ທີ່​ມີ​ຄຳ​ພະຍາກອນ​ຕ່າງ​ໆ​ກໍ​ເພື່ອ​ປະກາດ​ຄວາມ​ຈິງ​ເລື່ອງ​ພະ​ເຢຊູ​ຫັ້ນ​ແຫຼະ.”+

11 ຂ້ອຍ​ເຫັນ​ສະຫວັນ​ເປີດ​ອອກ​ແລະ​ມີ​ມ້າ​ສີ​ຂາວ​ໂຕ​ໜຶ່ງ.+ ຜູ້​ທີ່​ນັ່ງ​ເທິງ​ມ້າ​ນັ້ນ​ມີ​ຊື່​ວ່າ​ສັດຊື່+​ແລະ​ເຊື່ອຖື​ໄດ້.+ ເພິ່ນ​ຕັດສິນ​ແລະ​ເຮັດ​ສົງຄາມ​ຢ່າງ​ຍຸຕິທຳ.+ 12 ຕາ​ຂອງ​ເພິ່ນ​ເປັນ​ຄື​ກັບ​ແປວ​ໄຟ+​ແລະ​ເພິ່ນ​ໃສ່​ມົງກຸດ​ຫຼາຍ​ອັນ. ເພິ່ນ​ມີ​ຊື່​ຂຽນ​ໄວ້​ຢູ່​ຕົນ​ໂຕເຊິ່ງ​ເປັນ​ຊື່​ທີ່​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ນອກ​ຈາກ​ເພິ່ນ​ເອງ. 13 ເພິ່ນ​ໃສ່​ເຄື່ອງນຸ່ງ​ທີ່​ມີ​ຮອຍ​ເລືອດ​ແລະ​ເພິ່ນ​ມີ​ຊື່​ວ່າ​ໂຄສົກ*+​ຂອງ​ພະເຈົ້າ. 14 ກອງທັບ​ໃນ​ສະຫວັນ​ກໍ​ຂີ່​ມ້າ​ຂາວ​ນຳ​ຫຼັງ​ເພິ່ນ​ໄປ ແລະ​ເຂົາເຈົ້າ​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ​ເນື້ອ​ດີ​ສີ​ຂາວ​ສະອາດ. 15 ມີ​ດາບ​ຍາວ​ທີ່​ຄົມ​ຫຼາຍ​ອອກ​ມາ​ຈາກ​ປາກ​ຂອງ​ເພິ່ນ.+ ເພິ່ນ​ຈະ​ໃຊ້​ດາບ​ນັ້ນ​ຟັນ​ປະເທດ​ຕ່າງ​ໆ​ ແລະ​ຈະ​ປົກຄອງ*​ເຂົາເຈົ້າ​ດ້ວຍ​ຄ້ອນ​ເຫຼັກ​ຂອງ​ກະສັດ.+ ນອກ​ຈາກນັ້ນ ເພິ່ນ​ຈະ​ຢຽບ​ໃນ​ອ່າງ​ຢຽບ​ໝາກ​ລະແຊັງ​ທີ່​ໝາຍເຖິງ​ຄວາມ​ໃຈ​ຮ້າຍ​ຫຼາຍ​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸ​ດ.+ 16 ເພິ່ນ​ມີ​ຊື່​ຂຽນ​ຢູ່​ເຄື່ອງນຸ່ງ​ທີ່​ຢູ່​ແຖວ​ກົກ​ຂາ​ວ່າ ກະສັດ​ເໜືອ​ກະສັດ​ທຸກ​ອົງ​ແລະ​ເຈົ້າ​ນາຍ​ເໜືອ​ເຈົ້າ​ນາຍ​ທັງ​ໝົດ.+

17 ຂ້ອຍ​ເຫັນ​ທູດສະຫວັນ​ອົງ​ໜຶ່ງ​ຢືນ​ຢູ່​ກາງ​ແສງ​ຕາເວັນ ແລະ​ລາວ​ຮ້ອງ​ສຽງ​ດັງ​ບອກ​ນົກ​ທຸກ​ໂຕ​ທີ່​ບິນ​ຢູ່​ເທິງ​ຟ້າ​ວ່າ: “ມາ​ນີ້ ມາ​ລວມ​ກັນ​ໃນ​ງານ​ລ້ຽງ​ໃຫຍ່​ຂອງ​ພະເຈົ້າ.+ 18 ມາ​ກິນ​ຊີ້ນ​ຂອງ​ພວກ​ກະສັດ ຊີ້ນ​ຂອງ​ພວກ​ນາຍ​ພັນ ຊີ້ນ​ຂອງ​ຄົນ​ທີ່​ມີ​ອຳນາດ+ ຊີ້ນ​ຂອງ​ມ້າ​ກັບ​ຄົນ​ຂີ່​ມ້າ+ ແລະ​ຊີ້ນ​ຂອງ​ທຸກ​ຄົນ ທັງ​ຄົນ​ທີ່​ເປັນ​ອິດສະຫຼະ​ແລະ​ຄົນ​ທີ່​ເປັນ​ທາດ ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ສຳຄັນ.”

19 ແລ້ວ​ຂ້ອຍ​ກໍ​ເຫັນ​ສັດ​ຮ້າຍ​ນັ້ນ​ກັບ​ພວກ​ກະສັດ​ໃນ​ໂລກ​ແລະ​ກອງທັບ​ຂອງ​ເຂົາເຈົ້າ​ມາ​ລວມ​ກັນ ເພື່ອ​ເຮັດ​ສົງຄາມ​ກັບ​ຜູ້​ທີ່​ຂີ່​ມ້າ​ນັ້ນ​ແລະ​ກອງທັບ​ຂອງ​ເພິ່ນ.+ 20 ແລ້ວ​ສັດ​ຮ້າຍ​ນັ້ນ​ກໍ​ຖືກ​ຈັບ​ພ້ອມ​ກັບ​ຜູ້​ພະຍາກອນ​ປອມ+ ເຊິ່ງ​ແມ່ນ​ຜູ້​ທີ່​ເຮັດ​ສິ່ງ​ມະຫັດສະຈັນ​ຕ່າງ​ໆ​ຕໍ່​ໜ້າ​ສັດ​ຮ້າຍ​ເພື່ອ​ຫຼອກລວງ​ຄົນ​ທີ່​ໄດ້​ຮັບ​ເຄື່ອງ​ໝາຍ​ຂອງ​ສັດ​ຮ້າຍ+​ແລະ​ຄົນ​ທີ່ຂາບ​ໄຫວ້​ຮູບປັ້ນ​ຂອງ​ມັນ.+ ສັດ​ຮ້າຍ​ແລະ​ຜູ້​ພະຍາກອນ​ປອມ​ຖືກ​ໂຍນ​ລົງ​ໄປ​ໃນ​ບຶງ​ໄຟ​ທີ່​ລຸກ​ໄໝ້​ດ້ວຍ​ມາດ​ທັງ​ໆ​ທີ່​ຍັງ​ມີ​ຊີວິດ​ຢູ່.+ 21 ສ່ວນ​ຄົນ​ທີ່​ເຫຼືອ​ກໍ​ຖືກ​ຂ້າ​ດ້ວຍ​ດາບ​ຍາວ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ຜູ້​ທີ່​ນັ່ງ​ເທິງ​ມ້າ​ນັ້ນ+ ແລະ​ນົກ​ທຸກ​ໂຕ​ກໍ​ມາ​ກິນ​ຊີ້ນ​ຂອງ​ເຂົາເຈົ້າ​ຈົນ​ອີ່ມ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌