ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 15
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ອາບີຢຳ​ເປັນ​ກະສັດ​ປົກຄອງ​ຢູດາ (1-​8)

      • ອາຊາ​ເປັນ​ກະສັດ​ປົກຄອງ​ຢູດາ (9-​24)

      • ນາດາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (25-​32)

      • ບາອາຊາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (33, 34)

1 ກະສັດ 15:1

ໄຂເງື່ອນ

  • *

    ລາວມີອີກຊື່ໜຶ່ງວ່າອາບີຢາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:20
  • +2ຂຄ 13:1, 2

1 ກະສັດ 15:2

ໄຂເງື່ອນ

  • *

    ລາວມີອີກຊື່ໜຶ່ງວ່າມີກາຢາໃນ 2ຂຄ 13:2

  • *

    ໝາຍເຖິງລູກຂອງລູກສາວ

  • *

    ເບິ່ງຄືວ່າເປັນອີກຊື່ໜຶ່ງຂອງອັບຊາໂລມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 11:20-22

1 ກະສັດ 15:3

ໄຂເງື່ອນ

  • *

    ຫຼື “ຢ່າງສັດຊື່”

1 ກະສັດ 15:4

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຕະກຽງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:8, 12; ພສ 89:33-37; ອຊຢ 37:35; ຢຣມ 33:20, 21
  • +1ກສ 11:36; 2ຂຄ 21:7; ພສ 132:13, 17

1 ກະສັດ 15:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:4, 15; ພສ 51:ຫົວບົດ

1 ກະສັດ 15:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:30; 2ຂຄ 12:15

1 ກະສັດ 15:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 13:22
  • +2ຂຄ 13:3

1 ກະສັດ 15:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 3:10; ມທ 1:7
  • +2ຂຄ 14:1

1 ກະສັດ 15:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 11:21, 22

1 ກະສັດ 15:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 14:2-5, 11; 15:17

1 ກະສັດ 15:12

ໄຂເງື່ອນ

  • *

    ຄົນທີ່ຂາຍໂຕເພື່ອພິທີທາງສາສະໜາ

  • *

    ຄຳນີ້ໃນພາສາເຮັບເຣີອາດກ່ຽວຂ້ອງກັບຄຳວ່າ “ຂີ້ສັດ” ແລະໃຊ້ໃນລັກສະນະດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 23:17, 18; 1ກສ 14:24; 22:45, 46
  • +1ກສ 11:7; 14:22, 23

1 ກະສັດ 15:13

ໄຂເງື່ອນ

  • *

    ເບິ່ງສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 11:18, 20
  • +ພບຍ 7:5; 2ກສ 18:1, 4; 2ຂຄ 34:1, 4
  • +2ຊມ 15:23; 2ຂຄ 15:16-18; ຢຮ 18:1

1 ກະສັດ 15:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:52; ພບຍ 12:2; 1ກສ 22:41, 43

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2017, ໜ້າ 16-17

1 ກະສັດ 15:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:26, 27

1 ກະສັດ 15:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:3, 12

1 ກະສັດ 15:17

ໄຂເງື່ອນ

  • *

    ຫຼື “ຟື້ນຟູເມືອງຣາມາຂຶ້ນໃໝ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:21, 25
  • +2ຂຄ 16:1-6

1 ກະສັດ 15:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 16:7

1 ກະສັດ 15:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:29
  • +ຜຕສ 18:29; 1ກສ 12:28, 29

1 ກະສັດ 15:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:17; ພຊມ 6:4

1 ກະສັດ 15:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 21:8, 17
  • +ຢຊ 18:21, 26; ຜຕສ 20:1; 1ຊມ 7:5; ຢຣມ 40:6

1 ກະສັດ 15:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 16:11-14

1 ກະສັດ 15:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 22:42; 2ຂຄ 17:3, 4; 18:1; 19:4; ມທ 1:8

1 ກະສັດ 15:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:20

1 ກະສັດ 15:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:7, 9
  • +1ກສ 12:28-30; 13:33

1 ກະສັດ 15:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:44, 48; 21:20, 23; 1ກສ 16:15

1 ກະສັດ 15:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:9, 10

1 ກະສັດ 15:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 12:15

1 ກະສັດ 15:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:8

1 ກະສັດ 15:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:7
  • +1ກສ 12:28-30; 13:33

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 15:11ກສ 12:20
1ກສ. 15:12ຂຄ 13:1, 2
1ກສ. 15:22ຂຄ 11:20-22
1ກສ. 15:42ຊມ 7:8, 12; ພສ 89:33-37; ອຊຢ 37:35; ຢຣມ 33:20, 21
1ກສ. 15:41ກສ 11:36; 2ຂຄ 21:7; ພສ 132:13, 17
1ກສ. 15:52ຊມ 11:4, 15; ພສ 51:ຫົວບົດ
1ກສ. 15:61ກສ 14:30; 2ຂຄ 12:15
1ກສ. 15:72ຂຄ 13:22
1ກສ. 15:72ຂຄ 13:3
1ກສ. 15:81ຂຄ 3:10; ມທ 1:7
1ກສ. 15:82ຂຄ 14:1
1ກສ. 15:102ຂຄ 11:21, 22
1ກສ. 15:112ຂຄ 14:2-5, 11; 15:17
1ກສ. 15:12ພບຍ 23:17, 18; 1ກສ 14:24; 22:45, 46
1ກສ. 15:121ກສ 11:7; 14:22, 23
1ກສ. 15:132ຂຄ 11:18, 20
1ກສ. 15:13ພບຍ 7:5; 2ກສ 18:1, 4; 2ຂຄ 34:1, 4
1ກສ. 15:132ຊມ 15:23; 2ຂຄ 15:16-18; ຢຮ 18:1
1ກສ. 15:14ຈຊບ 33:52; ພບຍ 12:2; 1ກສ 22:41, 43
1ກສ. 15:151ຂຄ 26:26, 27
1ກສ. 15:161ກສ 16:3, 12
1ກສ. 15:17ຢຊ 18:21, 25
1ກສ. 15:172ຂຄ 16:1-6
1ກສ. 15:182ຂຄ 16:7
1ກສ. 15:202ກສ 15:29
1ກສ. 15:20ຜຕສ 18:29; 1ກສ 12:28, 29
1ກສ. 15:211ກສ 14:17; ພຊມ 6:4
1ກສ. 15:22ຢຊ 21:8, 17
1ກສ. 15:22ຢຊ 18:21, 26; ຜຕສ 20:1; 1ຊມ 7:5; ຢຣມ 40:6
1ກສ. 15:232ຂຄ 16:11-14
1ກສ. 15:241ກສ 22:42; 2ຂຄ 17:3, 4; 18:1; 19:4; ມທ 1:8
1ກສ. 15:251ກສ 14:20
1ກສ. 15:261ກສ 14:7, 9
1ກສ. 15:261ກສ 12:28-30; 13:33
1ກສ. 15:27ຢຊ 19:44, 48; 21:20, 23; 1ກສ 16:15
1ກສ. 15:291ກສ 14:9, 10
1ກສ. 15:322ຂຄ 12:15
1ກສ. 15:331ກສ 16:8
1ກສ. 15:341ກສ 16:7
1ກສ. 15:341ກສ 12:28-30; 13:33
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 15:1-34

ກະສັດ​ສະບັບ​ທີ​ໜຶ່ງ

15 ໃນ​ປີ​ທີ 18 ທີ່​ກະສັດ​ເຢໂຣໂບອາມ​+ລູກ​ຊາຍ​ຂອງ​ເນບັດ​ປົກຄອງ​ອິດສະຣາເອນ ອາບີຢຳ*ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.+ 2 ອາບີຢຳ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ປີ. ແມ່​ຂອງ​ລາວ​ຊື່​ມາອາກາ*+ເປັນ​ຫຼານ​ສາວ*ຂອງ​ອາບີຊາໂລມ.* 3 ອາບີຢຳ​ເຮັດ​ຊົ່ວ​ຄື​ກັບ​ພໍ່ຂອງ​ລາວ ແລະ​ບໍ່​ໄດ້ຮັບ​ໃຊ້ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ສຸດ​ຫົວໃຈ*ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. 4 ແຕ່​ຍ້ອນ​ເຫັນ​ແກ່​ດາວິດ+ ພະ​ເຢໂຫວາ​ພະເຈົ້າ​ຂອງ​ອາບີຢຳ​ຈຶ່ງໃຫ້ລາວ​ມີ​ລູກ​ຫຼານປົກຄອງ*ຢູ່​ເມືອງ​ເຢຣູຊາເລັມ+ ແລະ​ໃຫ້​ເມືອງ​ເຢຣູຊາເລັມ​ມີ​ຢູ່​ຕໍ່​ໄປ. 5 ດາວິດ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ​ທຸກ​ຢ່າງ​ຕະຫຼອດ​ຊີວິດ​ຂອງ​ລາວ. ຍົກເວັ້ນ​ເລື່ອງ​ທີ່​ລາວເຮັດ​ຕໍ່​ອູຣີຢາ​ຄົນ​ເຮດ.+ 6 ເຣໂຮໂບອາມ​ກັບ​ເຢໂຣໂບອາມ​ເຮັດ​ສົງຄາມ​ຕໍ່ສູ້​ກັນ​ຕະຫຼອດ.+

7 ເລື່ອງ​ຕ່າງ​ໆ​ຂອງ​ອາບີຢຳ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ.+ ອາບີຢຳ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ເຢໂຣໂບອາມ+ຄື​ກັບ​ພໍ່​ຂອງ​ລາວ. 8 ເມື່ອ​ອາບີຢຳ​ຕາຍ ເຂົາ​ເຈົ້າຝັງ​ລາວໄວ້​ຢູ່​ເມືອງ​ຂອງ​ດາວິດ. ອາຊາ​+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+

9 ໃນ​ປີ​ທີ 20 ທີ່​ກະສັດ​ເຢໂຣໂບອາມ​ປົກຄອງ​ອິດສະຣາເອນ ອາຊາ​ກໍ​ເລີ່ມ​ປົກຄອງ​ຢູດາ. 10 ອາຊາ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 41 ປີ. ຍ່າ​ຂອງ​ລາວ​ຊື່​ມາອາກາ+ເປັນ​ຫຼານສາວ​ຂອງອາບີຊາໂລມ. 11 ອາຊາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ+ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. 12 ລາວ​ໄລ່​ພວກ​ຜູ້​ຊາຍ​ຂາຍ​ໂຕ​ຢູ່ວິຫານ*ອອກ​ຈາກ​ເຂດ​ຢູດາ+ ແລະ​ທຳລາຍ​ຮູບ​ບູຊາ​ທັງ​ໝົດ​ທີ່​ພະເຈົ້າ​ຂີ້​ດຽດ*ທີ່​ປູ່ຍ່າຕານາຍ​ຂອງ​ລາວ​ໄດ້​ເຮັດ​ຂຶ້ນ​ມາ.+ 13 ລາວ​ຍັງ​ໄດ້​ປົດ​ມາອາກາ+​ທີ່​ເປັນ​ຍ່າ​ຂອງ​ລາວ​ອອກ​ຈາກ​ຕຳແໜ່ງ​ລາຊີນີ ຍ້ອນ​ມາອາກາ​ໄດ້​ເຮັດ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ເພື່ອ​ໃຊ້ນະມັດສະການ​ເສົາ​ໄມ້ສັກສິດ.* ອາຊາທຳລາຍຮູບ​ບູຊາ+​ທີ່​ເປັນ​ຕາ​ຂີ້ດຽດ​ນັ້ນ ແລ້ວ​ເອົາ​ໄປ​ຈູດ​ຖິ້ມ​ຢູ່​ຮ່ອມພູ​ກິດໂຣນ.+ 14 ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າປອມ.+ ເຖິງ​ວ່າ​ເປັນ​ແນວ​ນັ້ນ ອາຊາ​ກໍ​ຮັບ​ໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຕະຫຼອດ​ຊີວິດ​ຂອງ​ລາວ. 15 ອາຊາ​ເອົາ​ເງິນ ຄຳ ແລະ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ລາວ​ກັບ​ພໍ່​ຂອງ​ລາວ​ໄດ້​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ​ໄປ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+

16 ອາຊາ​ກັບ​ບາອາຊາ​+ກະສັດ​ຂອງ​ອິດສະຣາເອນ​ເຮັດ​ສົງຄາມ​ຕໍ່ສູ້​ກັນ​ຕະຫຼອດ. 17 ບາອາຊາ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ມາ​ໂຈມຕີ​ຢູດາ ແລະ​ເຮັດ​ໃຫ້​ເມືອງ​ຣາມາ+ເຂັ້ມແຂງຂຶ້ນ*ເພື່ອ​ບໍ່​ໃຫ້​ຜູ້​ໃດ​ເຂົ້າ​ອອກ​ເຂດ​ແດນ​ຂອງ​ອາຊາ​ກະສັດ​ຂອງ​ຢູດາ.+ 18 ອາຊາ​ຈຶ່ງ​ເອົາ​ເງິນ​ກັບ​ຄຳ​ທັງ​ໝົດ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງ​ຊັບສິນ​ຂອງ​ກະສັດ​ໃຫ້​ພວກ​ຂ້າລາຊະການ​ຂອງ​ລາວ ເພື່ອ​ເອົາ​ໄປ​ໃຫ້​ເບັນຮາດັດ​ກະສັດ​ຂອງ​ຊີເຣຍ+ທີ່​ຢູ່​ເມືອງ​ດາມາເຊ. ເບັນຮາດັດ​ເປັນ​ລູກ​ຊາຍ​ຂອງ​ຕາບຣິມໂມນ​ແລະ​ເປັນ​ຫຼານ​ຂອງ​ເຮຊີໂອນ. ອາຊາ​ຝາກ​ຄວາມ​ໄປ​ບອກ​ເບັນຮາດັດ​ວ່າ: 19 “ຂ້ອຍ​ຢາກ​ເຮັດ​ສັນຍາ​ກັບ​ເຈົ້າ​ຄື​ກັບ​ທີ່​ພໍ່​ຂອງ​ຂ້ອຍ​ແລະ​ພໍ່​ຂອງ​ເຈົ້າ​ເຄີຍ​ເຮັດ​ສັນຍາ​ນຳ​ກັນ. ນີ້​ແມ່ນ​ເງິນ​ແລະ​ຄຳ​ທີ່​ຂ້ອຍ​ສົ່ງ​ມາ​ເປັນ​ຂອງຂວັນ​ໃຫ້​ເຈົ້າ. ຂໍ​ໃຫ້​ເຈົ້າ​ຍົກ​ເລີກ​ສັນຍາ​ທີ່​ເຮັດ​ກັບ​ບາອາຊາ​ກະສັດ​ຂອງ​ອິດສະຣາເອນ​ເພື່ອ​ລາວ​ຈະ​ຖອຍ​ກອງ​ທັບ​ໄປ​ຈາກແຜ່ນດິນ​ຂອງຂ້ອຍ.” 20 ເບັນຮາດັດ​ໄດ້​ເຮັດ​ຕາມ​ທີ່​ກະສັດ​ອາຊາ​ຂໍ ແລະ​ລາວ​ໄດ້​ສົ່ງ​ພວກ​ຫົວ​ໜ້າ​ກອງ​ທັບ​ໄປ​ຕໍ່ສູ້​ເມືອງ​ຕ່າງ​ໆ​ຂອງ​ອິດສະຣາເອນ. ເຂົາ​ເຈົ້າ​ໄດ້ຍຶດເອົາ​ເມືອງ​ອີໂຢນ+ ເມືອງ​ດານ+ ເມືອງ​ອາເບັນເບັດມາອະກາ ເຂດ​ກິນເນເຣດ​ທັງ​ໝົດ ແລະ​ເຂດ​ຂອງ​ຕະກູນ​ນັບທາລີ​ທັງ​ໝົດ. 21 ທັນທີ​ທີ່​ບາອາຊາ​ຮູ້​ເລື່ອງ​ນີ້ ລາວ​ກໍ​ເຊົາ​ເຮັດ​ໃຫ້​ເມືອງ​ຣາມາ​ເຂັ້ມແຂງ​ຂຶ້ນ ແລ້ວ​ກັບ​ໄປ​ຢູ່​ເມືອງ​ຕີຣະຊາ.+ 22 ກະສັດ​ອາຊາ​ໄດ້​ເອີ້ນທຸກ​ຄົນໃນ​ຢູດາ​ໃຫ້​ມາ​ຂົນ​ຫີນ​ຂົນ​ໄມ້​ທີ່​ບາອາຊາ​ເອົາ​ມາ​ສ້າງ​ຢູ່​ເມືອງ​ຣາມາ. ແລ້ວ​ກະສັດ​ອາຊາ​ກໍ​ເອົາ​ຫີນ​ແລະ​ໄມ້​ເຫຼົ່ານີ້​ໄປ​ເຮັດ​ໃຫ້​ເມືອງ​ເຄບາ​+ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ​ກັບ​ເມືອງ​ມິດຊະປາ​+ເຂັ້ມແຂງ​ຂຶ້ນ.

23 ເລື່ອງ​ຕ່າງ​ໆ​ຂອງ​ອາຊາ ຄວາມ​ສຳເລັດຂອງ​ລາວ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ເລື່ອງ​ເມືອງ​ຕ່າງ​ໆ​ທີ່​ລາວ​ສ້າງ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. ຕອນ​ທີ່​ອາຊາ​ເຖົ້າ ລາວ​ເປັນ​ພະຍາດ​ຢູ່​ຕີນ.+ 24 ຕໍ່ມາ​ອາຊາ​ກໍ​ຕາຍ​ແລະ​ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. ເຢໂຮຊາຟັດ+​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

25 ໃນ​ປີ​ທີ 2 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ນາດາບ+ລູກ​ຊາຍ​ຂອງ​ເຢໂຣໂບອາມ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ນາດາບ​ປົກຄອງ​ອິດສະຣາເອນ 2 ປີ. 26 ລາວ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ພໍ່​ຂອງ​ລາວ​ໄດ້​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ+ແລະ​ລາວ​ກໍ​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັນ.+ 27 ບາອາຊາ​ລູກ​ຊາຍ​ຂອງ​ອາຮີຢາ​ຈາກ​ຕະກູນ​ອິດຊາຄາ​ໄດ້​ວາງ​ແຜນ​ຂ້າ​ນາດາບ. ລາວ​ຂ້າ​ນາດາບ​ຕອນ​ທີ່​ນາດາບ​ກັບ​ພວກ​ອິດສະຣາເອນ​ກຳລັງ​ລ້ອມ​ເມືອງ​ກິດເບໂທນ+ຂອງ​ພວກ​ຟີລິດສະຕີນ. 28 ໃນ​ປີ​ທີ 3 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ບາອາຊາ​ໄດ້​ຂ້າ​ນາດາບ ແລ້ວ​ລາວ​ກໍ​ເປັນ​ກະສັດ​ແທນ​ນາດາບ. 29 ຫຼັງ​ຈາກ​ທີ່​ບາອາຊາ​ໄດ້​ເປັນ​ກະສັດ ລາວ​ກໍ​ຂ້າ​ລູກ​ຫຼານ​ທຸກ​ຄົນ​ຂອງ​ກະສັດ​ເຢໂຣໂບອາມ​ທັນທີ. ລາວ​ບໍ່​ໃຫ້​ພວກ​ລູກ​ຫຼານ​ຂອງ​ເຢໂຣໂບອາມ​ລອດ​ຊີວິດ​ຈັກ​ຄົນ. ລາວ​ກຳຈັດ​ເຂົາ​ເຈົ້າ​ທຸກ​ຄົນ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ອາຮີຢາ​ຄົນ​ຊີໂລ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.+ 30 ເຢໂຣໂບອາມເຈິ​ເລື່ອງແບບ​ນີ້​ກໍ​ຍ້ອນ​ວ່າ​ລາວ​ເຮັດ​ຜິດ ແລະ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ ແລະ​ຍ້ອນ​ວ່າ​ລາວ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ​ໃຈ​ຮ້າຍ​ຫຼາຍ. 31 ເລື່ອງ​ຕ່າງ​ໆ​ຂອງ​ນາດາບ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 32 ກະສັດ​ອາຊາ​ກັບ​ກະສັດ​ບາອາຊາ​ຂອງ​ອິດສະຣາເອນ​ໄດ້​ເຮັດ​ສົງຄາມ​ຕໍ່ສູ້​ກັນ​ຕະຫຼອດ.+

33 ໃນ​ປີ​ທີ 3 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ບາອາຊາ​ລູກ​ຊາຍ​ຂອງ​ອາຮີຢາ​ກໍ​ເລີ່ມ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຕີຣະຊາ. ລາວ​ປົກຄອງ 24 ປີ.+ 34 ບາອາຊາ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ.+ ລາວ​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັບ​ທີ່​ເຢໂຣໂບອາມ​ໄດ້​ເຮັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌