ເພງສັນລະເສີນ
ຫົວທີໜຶ່ງ
(ເພງສັນລະເສີນ 1-41)
1 ຄົນທີ່ມີຄວາມສຸກແມ່ນຄົນທີ່ບໍ່ເຮັດຕາມຄຳແນະນຳຂອງຄົນຊົ່ວ
ບໍ່ຢືນຢູ່ໃນທາງຂອງຄົນທີ່ເຮັດຜິດ+
ແລະບໍ່ນັ່ງນຳຄົນທີ່ມັກເຍາະເຍີ້ຍສິ່ງທີ່ຖືກຕ້ອງ.+
2 ລາວມັກກົດໝາຍຂອງພະເຢໂຫວາຫຼາຍ+
ແລະລາວຄິດຕຶກຕອງກ່ຽວກັບກົດໝາຍຂອງເພິ່ນ*ທັງກາງເວັນແລະກາງຄືນ.+
3 ລາວຈະເປັນຄືກັບຕົ້ນໄມ້ທີ່ປູກໄວ້ຢູ່ແຄມນ້ຳ
ເຊິ່ງເປັນຕົ້ນໄມ້ທີ່ເກີດໝາກຕາມລະດູ
ແລະໃບກໍບໍ່ຫ່ຽວບໍ່ແຫ້ງຈັກເທື່ອ.
ທຸກສິ່ງທີ່ລາວເຮັດກໍຈະສຳເລັດໝົດ.+
4 ແຕ່ຄົນຊົ່ວບໍ່ເປັນແນວນັ້ນ.
ເຂົາເຈົ້າເປັນຄືກັບຂີ້ແກບທີ່ຖືກລົມພັດໄປ.